ແນວລາວສ້າງຊາດ ເລັ່ງດຳເນີນການສ້າງຄອບຄົວໃຫ້ປອງດອງແລະບ້ານສາມະຄີ
ໃນທົ່ວປະເທດ ໂດຍມີເປົ້າໝາຍ ເພື່ອການຮັກສາ ຄວາມສະຫງົບຮຽບຮ້ອຍ ແລະ
ຄວາມໝັ້ນຄົງແຫ່ງຊາດເປັນສຳຄັນ.
ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຖະແຫຼງ
ຢືນຢັນວ່າ ແນວລາວສ້າງຊາດສາມາດສ້າງຕັ້ງຄອບຄົວປອງດອງ ໄດ້ແລ້ວ 835,933
ຄອບຄົວ ຄຶດເປັນ 70 ເປີເຊັນ ຂອງຈຳນວນຄອບຄົວ ທັງໝົດ ໃນລາວ ແລະສ້າງຕັ້ງ
ບ້ານສາມະຄີໄດ້ 2,543 ບ້ານ ຄິດເປັນ 30 ເປີເຊັນ ຂອງບ້ານທັງໝົດໃນທົ່ວປະເທດ ໂດຍໃນປັດຈຸບັນກໍສືບຕໍ່ດຳເນີນການສ້າງຕັ້ງຄອບຄົວປອງດອງ ແລະບ້ານສາມະຄີ
ໃນແຂວງຈຳປາສັກ ສະຫວັນນະເຂດຄຳມ່ວນ ຫົວພັນ ອຸດົມໄຊ ຫຼວງນໍ້າທາ ໄຊຍະບູ
ຣີ ແລະນະຄອນຫຼວງວຽງຈັນ.
ແຕ່ຢ່າງໃດກໍຕາມ ດ້ວຍຂໍ້ຈຳກັດໃນດ້ານງົບປະມານ ກໍເຮັດໃຫ້ແນວລາວສ້າງຊາດ
ຕ້ອງສະແຫວງຫາການສະໜັບສະໜູນຈາກເອກກະຊົນ ໂດຍຫລ້າສຸດກໍໄດ້ຮັບການ
ສະໜັບສະໜູນດ້ານເງິນທຶນຈາກກຸ່ມບໍລິສັດພົງສະຫວັນ ເພື່ອນໍາໃຊ້ເຂົ້າ ໃນການ
ຈັດຕັ້ງປະຕິບັດແຜນການຢູ່ໃນພື້ນທີ່ ທີ່ຍັງມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຊຶ່ງ
ໃນນີ້ກໍລວມເຖິງແຂວງຫຼວງນໍ້າທາ ທີ່ສາມາດສ້າງຄອບຄົວປອງດອງໄດ້ພຽງ 130
ຄອບຄົວ ແລະຕັ້ງບ້ານສາມະຄີໄດ້ພຽງ 14 ບ້ານ ທັງຍັງປາກົດວ່າມີການເຄື່ອນໄຫວ
ທີ່ສ້າງບັນຫາໃນດ້ານແນວຄິດ ແລະຄວາມເຊື່ອທາງສາສະໜາທີ່ເປັນໄພຕໍ່ຄວາມ
ໝັ້ນຄົງເກີດຂຶ້ນດ້ວຍດັ່ງທີ່ ທ່ານນາງລັດສະໝີ ມິ່ງບຸບຜາ ປະທານແນວລາວສ້າງ
ຊາດ ແຂວງຫຼວງນໍ້າທາ ຢືນຢັນວ່າ:
“ວຽກງານການສືກສາອົບຮົມສາສະໜາ ເວົ້າລວມແລ້ວແມ່ນໄດ້ທຸ່ມເລຫຼາຍ ໄດ້
ເຄື່ອນໄຫວຫຼາຍແຕ່ວ່າບາງຄົນທີ່ຮູ້ບໍ່ເທົ່າເຖິງການໄດ້ເອົາບັນຫາສາສະໜານີ້
ເປັນເປົ້າໝາຍເຄື່ອນໄຫວຢ່່າງບໍ່ຖືກຕ້ອງ ແລະເຮັດໃຫ້ປະຊາຊົນຈຳນວນນຶ່ງ
ເຄື່ອນໄຫວໄປໃນທາງທີ່ບໍ່ຖືກກັບຫລັກຄຳສອນນຳໃຊ້ສາສະໜາເຄື່ອນໄຫວບໍ່ດີ
ນັ້ນ ເຂົາກະໄດ້ຫັນການເຄື່ອນໄຫວຈາກພໍ່ແມ່ປະຊາຊົນ ໄປສູ່ຊາວໜຸ່ມ ໄປສູ່ນັກ
ຮຽນນັກສຶກສາ ເພາະວ່າຍັງອ່ອນໄຫວເຊື່ອເບົາເອົາງ່າຍ.”