ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວ ຊ່ອຍເຫຼືອແມ່ຍິງລາວ 146 ຄົນ ທີ່ຕົກເປັນເຫຍື່ອ ຂອງແກັ່ງຄ້າມະນຸດ ໃນ ຈີນ ໄທ ແລະຫວຽດນາມ


ພວກແມ່ຍິງລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ສ່ວນນຶ່ງຈະຖືກຫລອກລວງໄປຂາຍບໍລິການທາງເພດ.
ພວກແມ່ຍິງລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ສ່ວນນຶ່ງຈະຖືກຫລອກລວງໄປຂາຍບໍລິການທາງເພດ.

ທາງການລາວໃຫ້ການຊ່ອຍເຫຼືອແກ່ແມ່ຍິງລາວ 146 ຄົນ ທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດໃນຈີນ ໄທ ແລະຫວຽດນາມ ໂດຍແມ່ຍິງລາວ ຖືກຫລອກໃຫ້ແຕ່ງດອງ ແລະບັງຄັບໃຫ້ຂາຍບໍລິການທາງເພດ.


ເຈົ້າໜ້າທີ່ຂັ້ນສູງໃນສູນກາງສະຫະພັນແມ່ຍິງລາວ ເປີດເຜີຍວ່າ ສູນໃຫ້ຄຳປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ຊຶ່ງເປັນໜ່ວຍງານຂອງສະຫະພັນແມ່ຍິງລາວ ສາມາດໃຫ້ການຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດຂ້າມຊາດໄດ້ 146 ຄົນໃນປີ 2019 ຜ່ານມາ ໃນນີ້ແບ່ງເປັນ 94 ຄົນທີ່ຕົກເປັນເຍື່ອຂອງແກັ່ງຄ້າມະນຸດໃນຈີນ ກັບ 17 ຄົນໃນໄທ ແລະ 3 ຄົນໃນຫວຽດນາມ ສ່ວນທີ່ເຫຼືອ 32 ຄົນນັ້ນ ຕົກເປັນເຍື່ອຂອງການຄ້າມະນຸດໃນລາວ ທີ່ມີເຄືອຂ່າຍທັງຢູ່ໃນຈີນ ໄທ ຫວຽດນາມ ໂດຍແມ່ຍິງລາວຖືກຫລອກໃຫ້ແຕ່ດອງກັບຜູ້ຊາຍຕ່າງຊາດ ແລ້ວກະຖືກບັງຄັບໃຫ້ຂາຍບໍລິການທາງເພດ ເມື່ອເດີນທາງໄປປະເທດຂອງຝ່າຍຊາຍນັ້ນ ດັ່ງເຈົ້າໜ້າທີ່ຂັ້ນສູງໃນສະຫະພັນແມ່ຍິງລາວ ຢືນຢັນວ່າ:

“ຮ້ອຍປາຍຄົນທີ່ພວກເຮົາຊ່ອຍເຫຼືອໄດ້ນີ້ ທີ່ວ່າສະຖິຕິສູງກວ່າໝູ່ ແມ່ນຢູ່ນະຄອນຫຼວງວຽງຈັນ ຖືວ່າ ເອື້ອຍ-ນ້ອງແມ່ຍິງເຮົານີ້ ສ່ວນຫຼາຍແມ່ນການແຕ່ງດອງແອບແຝງ ແລ້ວກະຕົກຢູ່ໃນກໍລະນີຖືກຄ້າມະນຸດ ຫຼືວ່າບາງກໍລະນີ ເຂົາເຈົ້າກະກັບມາດ້ວຍຕົນເອງ ຫຼືບາງກໍລະນີ ເຂົາເຈົ້າກະຂໍຄວາມຊ່ອຍເຫຼືອ ແລ້ວກະຖືກສົ່ງມາທາງການ.”

ແມ່ຍິງຄົນນີ້ ຕົກເປັນເຫຍື່ອຂອງພວກແກັ່ງຫລອກລວງໃຫ້ແຕ່ງງານກັບຄົນຕ່່່າງຊາດ ໄດ້ຮັບການຊ່ອຍເຫຼືອຈາກທາງການຮັບກັບຄືນປະເທດ
ແມ່ຍິງຄົນນີ້ ຕົກເປັນເຫຍື່ອຂອງພວກແກັ່ງຫລອກລວງໃຫ້ແຕ່ງງານກັບຄົນຕ່່່າງຊາດ ໄດ້ຮັບການຊ່ອຍເຫຼືອຈາກທາງການຮັບກັບຄືນປະເທດ

ທາງດ້ານ ພັນໂທ ສຸສີວັນ ລາດຊະວົງ ຫົວໜ້າຫ້ອງການຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນວຽງຈັນ ຖະແຫລງວ່າ ໃນປີ 2019 ພະແນກດ້ານການຄ້າມະນຸດ ໄດ້ທຳການກວດກາໂຮງແຮມ ບ້ານພັກ ຮ້ານກິນ-ດື່ມ ແລະສະຖານບັນເທີງຕ່າງໆ ຈຳນວນທັງໝົດ 2,425 ແຫ່ງ ພົບວ່າ 109 ແຫ່ງ ມີການລັກລອບຂາຍບໍລິການທາງເພດ ໂດຍສາມາດຈັບຜູ້ກະທຳຜິດໄດ້ 638 ຄົນ ໃນນີ້ລວມຊາວຫວຽດນາມ 12 ຄົນ ທີ່ໄດ້ຖືກສົ່ງກັບຄືນໄປຫວຽດນາມແລ້ວ.

ສ່ວນ ທ່ານນາງ ສຸພາລັກ ພູມສະຫວັນ ຮອງຫົວໜ້າສູນໃຫ້ຄຳປຶກສາ-ປົກປ້ອງຜູ້ຍິງແລະເດັກໃນລາວ ຖະແຫລງວ່າ ໄດ້ໃຫ້ຄຳປຶກສາແກ່ປະຊາຊົນລາວ 315 ກໍລະນີໃນປີ 2019 ຊຶ່ງສ່ວນ ໃຫຍ່ ກໍເປັນບັນຫາຂັດແຍ້ງໃນນະຄອບຄົວ ບັນຫາຄວາມຮັກຂອງຊາວໜຸ່ມ ບັນຫາການຄ້າມະນຸດ ແລະການຫລອກລວງໃຫ້ແມ່ຍິງລາວແຕ່ງດອງກັບຜູ້ຊາຍຈີນ ແລ້ວກໍຖືກນຳພາໄປຂາຍບໍລິການທາງເພດໃນປະເທດຈີນນັ້ນ ຖືວ່າເປັນບັນຫາທີ່ຮຸນແຮງຂຶ້ນນັບມື້.

ທັງນີ້ ສານປະຊາຊົນສູງສຸຸດ ລາຍງານວ່າ ໃນ 5 ປີຜ່ານມາ ສານປະຊາຊົນລາວ ໄດ້ຮັບການຟ້ອງຮ້ອງຄະດີແພ່ງແລະອາຍາ ຈຳນວນທັງໝົດ 37,840 ກໍລະນີ ເພີ້ມຂຶ້ນເຖິງ 9.81 ເປີເຊັນ ທຽບໃສ່ໄລຍະ 5 ປີກ່ອນໜ້າ ໂດຍຄະດີແພ່ງເພີ້ມຂຶ້ນຫຼາຍກວ່າຄະດີອາຍາ ແລະໃນນີ້ ກໍປາກົດວ່າ ຄະດີຢ່າຮ້າງລະຫວ່າງສາມີ-ພັນລະຍາ ໄດ້ກວມເອົາເກີນກວ່າ 90 ເປີເຊັນ ຂອງຄະດີທັງໝົດທີ່ເປັນຄວາມຂັດແຍ້ງໃນຄອບຄົວນັ້ນ.

ທາງດ້ານອົງການສະຫະປະຊາຊາດເພື່ອການລົບລ້າງທຸກການກະທຳທີ່ເປັນການເລືອກປະຕິບັດຕໍ່ເພດຍິງ ຫຼື CEDAW ລາຍງານວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ຄືສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ມີການຢ່າຮ້າງເພີ້ມຂຶ້ນ ຊຶ່ງຈາກການສຳຫຼວດດ້ວຍການສຳພາດແມ່ຍິງລາວ ຈຳນວນ 3,000 ກວ່າຄົນທີ່ອາຍຸ 15 ຫາ 64 ປີ ພົບວ່າ ຫຼາຍກວ່າ 50 ເປີເຊັນ ຖືກກະທຳຮຸນແຮງຕໍ່ຮ່າງກາຍແລະຈິດໃຈ ໂດຍຜູ້ເປັນສາມີຫຼືຄົນຮັກ ແລະກວ່າ 75 ເປີເຊັນຂອງແມ່ຍິງລາວ ທີ່ຖືກກະທຳຮຸນແຮງດັ່ງກ່າວ ຍັງຄົງມີອາການບາດເຈັບຢູ່ເລື້ອຍມາຈົນເຖິງປັດຈຸບັນນີ້.

ນອກຈາກນັ້ນ ບັນຫາຄ່າຄອງຊີບ ແລະຄ່າໃຊ້ຈ່າຍຕ່າງໆ ພາຍໃນຄົວເຮືອນ ທີ່ປັບຕົວສູງຂຶ້ນ ນັບມື້ ກໍນັບເປັນອີກສາເຫດນຶ່ງທີ່ເຮັດໃຫ້ເກີດການຢ່າຮ້າງ ລະຫວ່າງສາມີກັບພັນລະຍາ ໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບຄົວຢ່າງເຕັມສ່ວນ ຂອງຜູ້ເປັນສາມີ ກໍຍັງໄດ້ສົ່ງຜົນກະທົບເຖິງສະຖານະພາບຂອງຜູ້ເປັນພັນລະຍາທີ່ຕ້ອງດິ້ນຮົນໃນການລ້ຽງດູລູກໂດຍລຳພັງອີກດ້ວຍ ທັງນີ້ ຈາກການເກັບຂໍ້ມູນພາກສະໜາມເມື່ອບໍ່ນານມານີ້ ເຮັດໃຫ້ທາງການລາວ ປະເມີນວ່າ ມີແມ່ຍິງລາວ ຫຼາຍກວ່າ 15,340 ຄົນທີ່ຂາຍບໍລິການທາງເພດເປັນອາຊີບ ໂດຍສ່ວນໃຫຍ່ ກໍຄືແມ່ຍິງລາວ ທີ່ຢ່າຮ້າງກັບສາມີນັ້ນເອງ.

XS
SM
MD
LG