ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພິ​ທີ​ເຊັນ​ສັນ​ຍາ ສ້າງ​ທາງ​ດ່ວນ​ ໂດຍ​ບໍ​ລິ​ສັດ​ຈີນ ໃນ ສ​ປ​ປ ລາວ


​ພິ​ທິ​ລົງ​ນາມ​ ​ສ້າງ​ທາງດ່ວນ​ໂດຍ​ບໍ​ລິ​ສັດ​ຈີນ ໃນ​ ສ​ປ​ປ ລາວ.
​ພິ​ທິ​ລົງ​ນາມ​ ​ສ້າງ​ທາງດ່ວນ​ໂດຍ​ບໍ​ລິ​ສັດ​ຈີນ ໃນ​ ສ​ປ​ປ ລາວ.

ທາງ​ການ​ລາວ ສົ່ງ​ເສີມ​ບໍ​ລິ​ສັດ​ຈີນ​ໃນ​ການ​ລົງ​ທຶນ​ກໍ່​ສ້າງ​ທາງ​ດ່ວນ 3 ໂຄງ​ການ ທີ່​ເຊື່ອມ​ຕໍ່​ຈາກ​ນະ​ຄອ​ບ​ວຽງ​ຈັນ ໄປ​ບໍ່​ເຕັນ ແລະ​ປາກ​ເຊ ຮວມ​ເຖິງ​ທາງ​ດ່ວນ​ທີ່​ເຊື່ອມ​ຕໍ່​ຈາກ​ຫ້ວຍ​ຊາຍ​ໄປ​ບໍ່​ເຕັນ ຊຶ່ງ ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທາງ​ການ​ລາວ ສົ່ງ​ເສີມ​ບໍ​ລິ​ສັດ​ຈີນ ​ໃນ​ການ​ລົງ​ທຶນ​ກໍ່​ສ້າງ​ທາງ​ດ່ວນ 3 ໂຄງ​ການ ທີ່​ເຊື່ອມ​ຕໍ່​ຈາກ​ນະ​ຄອ​ບ​ວຽງ​ຈັນ ໄປ​ບໍ່​ເຕັນ ແລະ​ປາກ​ເຊ ຮວມ​ເຖິງ​ທາງ​ດ່ວນ ​ທີ່​ເຊື່ອມ​ຕໍ່​ຈາກ​ຫ້ວຍ​ຊາຍ​ໄປ​ບໍ່​ເຕັນ.

ທ່ານ​ບົວ​ຄົງ ນາມ​ມະ​ວົງ ເຈົ້າ​ແຂວງ ແລະ​ເລ​ຂາພັກ​ແຂວງ​ບໍ່​ແກ້ວ ຖະ​ແຫຼງວ່າ ການ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງລ່າງ​ໃນ​ແຂວງ​ບໍ່​ແກ້ວ ກຳ​ລັງ​ດຳ​ເນີນ​ການ​ຢ່າງ​ຕັ້ງ​ໜ້າ ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ເສັ້ນ​ທາງເບ​ຕົງ​ຈຳ​ນວນ 11 ເສັ້ນ​ທາງ ​ພາຍ​ໃນ​ເຂດ​ໂຕ​ເມືອງ​ຫ້ວຍ​ຊາຍ ທີ່​ຄາດ​ວ່າ​ຈະ​ກໍ່​ສ້າງ​ເສັດ​ໃນ​ປີ 2020 ເຊັ່ນ​ດຽວ​ກັນ ​ກັບ​ການ​ພັດ​ທະ​ນາ​ສະ​ໜາມ​ບິນ ​ທີ່​ຄືບ​ໜ້າ​ແລ້ວ 53 ເປີ​ເຊັນ ຂອງ​ແຜນ​ການ ແລະ​ການ​ກໍ່​ສ້າງ​ທາງ​ປູ​ຢາງ​ເຊື່ອມ​ຕໍ່​ລ​ະ​ຫວ່າງ​ເມືອງ​ປາກ​ທາ ກັບ​ເມືອງ​ທ່າ​ອຸ​ດົມ ທີ່​ຄືບ​ໜ້າ​ແລ້ວ 47 ເປີ​ເຊັນ ທັງ​ຍັງ​ໄດ້​ຕົກ​ລົງ​ກັບ​ບໍ​ລິ​ສັດ​ຈາກ​ຈີນ​ກ່ຽວ​ກັບ​ການ​ລົງ​ທຶນ​ກໍ່​ສ້າງ​ທາງ​ດ່ວນ​ເຊື່ອ​ມ​ຕໍ່​ເມືອງ​ຫ້ວຍ​ຊາຍ ກັບ​ດ່ານ​ບໍ່​ເຕັນ ຊຶ່ງ​ບໍ​ລິ​ສັດ​ຈາກ​ຈີນ​ຈະ​ເປັນ​ຜູ້​ລົງ​ທຶນ ແລະ​ຈະ​ລົງ​ມື​ກໍ່​ສ້າງ​ໂຕ​ຈິງພາຍ​ໃນ​ປີ 2020 ນີ້ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ບົວ​ຄົງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ອັນ​ທີ່​ສຳ​ຄັນ​ນີ້​ແມ່ນ​ພວກ​ຂ້າ​ພະ​ເຈົ້າ ໄດ້​ສຸມ​ໃສ່​ເສັ້ນ​ທາງ 11 ເສັ້ນ ​ຢູ​ໃນ​ໂຕ​ເມືອງ ທີ່​ວ່າ​ປູ​ເບ​ຕົງ​ກຳ​ລັງ​ດຳ​ເນີນ​ຢູ່ ​ອັນ​ທີ 2 ລະ​ແມ່ນ​ກໍ່​ສ້າງ​ສະ​ໜາມ​ບິນ ມາ​ຮອດ​ດຽວ​ນີ້​ກະ​ໄດ້​ສຳ​ເລັດ 53 ເປີ​ເຊັນແລ້ວ ​ກະ​ຄາດ​ວ່າ​ຮອດ​ເດືອນ​ສິບ​ເອັດ 2020 ນີ້​ຈະ​ສຳ​ເລັດ ​ວັນ​ທີ 3 ແມ່ນ​ການ​ກໍ່​ສ້າງ​ເສັ້ນ​ທາງ​ເມືອງ​ປ​າກ​ທາ ໄປ​ຫາ​ທ່າ​ອຸ​ດົມ ເປັນ​ທາງ​ປູ​ຢາງ​ກະ​ໄດ້ 47 ເປີ​ເຊັນ ນອກ​ຫັ້ນ​ກະ​ແມ່ນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ລ​ະ​ດົມ​ໃຫ້​ເບື້ອງ​ຈີນ​ຫັ້ນ ​ໄດ້​ມາ​ສຳ​ຫຼວດ ແລ​ະ​ກ້າວ​ໄປ​ເຖິງ​ການ​ກໍ່​ສ້າງ​ທາງ​ດ່ວນ​ຈາກ​ຫ້ວຍ​ຊາຍ ໄປ​ຫາ​ບໍ່​ເຕັນ​ໃນ​ປີ 2020 ຈະ​ໃຫ້​ມັນ​ໄດ້​ດຳ​ເນີນ​ການ​ກໍ່​ສ້າງ.”

ສຳ​ລັບ​ທາງ​ດ່ວນ​ຈາກ​ຫ້ວຍ​ຊາຍ​ໄປ​ຫາ​ບໍ່​ເຕັນດັ່ງ​ກ່າວ​ນີ້ ຈະ​ມີ​ໄລ​ຍະ​ທາງ​ຍາວ 181 ກິ​ໂລ​ແມັດ ທີ່​ຈະ​ກໍ່​ສ້າງ​ຄູ່​ຂະ​ໜານ​ກັບ​ເສັ້ນ​ທາງ R3 ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ບໍ່​ເຕັນ​ກັບ​ຫ້ວຍ​ຊາຍ​ຢູ່​ແລ້ວ ແຕ່​ກໍ​ເປັນ​ເສັ້ນ​ທາງ​ທີ່​ມີ​ພຽງ 2 ຊ່ອງ​ຈາ​ລະ​ຈອນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ບໍ່​ສະ​ດວກວ່ອງ​ໄວ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ​ການ​ໂດຍ​ສານ ດ້ວຍ​ເຫດ​ນີ້​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ຂອງ​ລາວ ຈຶ່ງ​ໄດ້​ຕົກ​ລົງ​ກັນກັບ​ບໍ​ລິ​ສັດ Yunnan Sunny ກໍ່​ສ້າງ​ຂົວ-ທາງ​ຈຳ​ກັດ​ ຈາກ​ຈີນ ໃຫ້​ເປັນ​ຜູ້​ລົງ​ທຶນ​ກໍ່​ສ້າງ​ທາງ​ດ່ວນ​ດັ່ງ​ກ່າວນີ້​ ໃນ​ຮູບ​ແບບ BOT ຄື​ການ​ກໍ່​ສ້າງ ແລະ​ເກັບ​ເອົາ​ຜົນ​ປະ​ໂຫຍດຈົນ​ຄົບ​ອາ​ຍຸ​ສັນ​ຍາ ແລ້ວ​ຈຶ່ງໂອນໂຄງ​ການ​ໃຫ້​ເປັນ​ຂອງ​ລັດ​ຖະ​ບານ​ລາວ​ຕໍ່​ໄປ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການ​ກໍ່​ສ້າງ​ທາງ​ດ່ວນ​ອີກ 2 ເສັ້ນ​ທາງ​ໃນ​ລາວ​ທີ່​ບໍ​ລິ​ສັດ​ຈາກ​ຈີນ​ໄດ້​ຮັບ​ອະ​ນຸ​ຍາດ​ການ​ລົງ​ທຶນ​ໃນ​ຮູບ​ແບບ BOT ຈາກ​ລັດ​ຖະ​ບານ​ລາວ ກໍ​ຄື​ທາງ​ດ່ວນ​ນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ-ບໍ່​ເຕັນ ແລະ​ທາງ​ດ່ວນ​ນະ​ຄອນຫຼວງວຽງ​ຈັນ-ສະຫ​ວັນ​ນະ​ເຂ​ດ-ປາກ​ເຊ.

ສຳ​ລັບ​ທາງ​ດ່ວນ​ນະ​ຄອນຫຼວງ​ວຽງ​ຈັນ-ວັງ​ວຽງ-ບໍ່​ເຕັນ​ນັ້ນ ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ Yunnan ວິ​ສະ​ວະ​ກຳ ແລະ​ກໍ່​ສ້າງ​ຈາກ​ຈີນ ເມື່ອ​ປີ 2018 ອັນ​ເປັນ​ສ່ວນ​ນຶ່ງ ​ໃນ​ແຜນ​ການ​ໜຶ່ງ​ແລວ-ໜຶ່ງ​ເສັ້ນ​ທາງ (One Belt-One Road) ໂດຍ​ການ​ກໍ່​ສ້າງ​ຊ່ວງ​ທີ 1 ຈາກວຽງ​ຈັນ​ໄປ​ວັງ​ວຽງ ​ມີໄລ​ຍ​ະ​ທາງ 113.5 ກິ​ໂລ​ແມັດ ກວ້າງ 23 ແມັດ ມີ 4 ຊ່ອງ​ທາງ​ຈາ​ລະ​ຈອນ ທີ່​ຂະ​ໜານ​ກັບ​ຖະ​ໜົນ​ເລກ 13 ເໜືອ ດ້ວຍ​ທຶນ​ກໍ່​ສ້າງ 1,300 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃນຮູບ​ແບບ BOT ກໍ​ຄື​ບໍ​ລິ​ສັດ​ເປັນ​ຜູ້​ລົງ​ທຶນ ແລະ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ຄ່າ​ທຳ​ນຽມ​ທາງ ແລ້ວ​ຈຶ່ງ​ໂອນ​ໃຫ້​ລັດ​ຖະ​ບານ​ລາວ ເມື່ອ​ຄົບອາ​ຍຸ​ສຳ​ປະ​ທານ 30 ປີ ໂດຍ​ເລີ້ມ​ຈາກ​ປີ 2021 ເປັນ​ຕົ້ນ​ໄປ ແລະ​ພ້ອມ​ກັນ​ນີ້ ​ບໍ​ລິ​ສັດ​ຈາ​ກ​ຈີນ ກໍ​ຈະ​ດຳ​ເນີນ​ການ​ກໍ່​ສ້າງ​ຕໍ່​ໄປ​ຈົນ​ເຖິງ​ດ່ານ​ບໍ່​ເຕັນ​ໃຫ້​ສຳ​ເລັດ​ພາຍ​ໃນ​ປີ 2025 ທີ່​ຄູ່​ຂະ​ໜານ​ໄປ​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ນັ້ນ​ເອງ.

ນອກ​ຈາກ​ນັ້ນ ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ໄດ້​ຄັດ​ເລືອກ​ເອົາ​ບໍ​ລິ​ສັດ China Yunnan Sunny Road ແລະ​ບໍ​ລິ​ສັດ China Road&Bridge ຈາກ​ຈີນ​ກັບ​ບໍ​ລິ​ສັດ​ດວງ​ຈະ​ເລີນ​ພັດ​ທະ​ນາ​ຈຳ​ກັດ ແລະ​ບໍ​ລິ​ສັດ​ພູ​ສີກໍ່​ສ້າງ ແລະ​ພັດ​ທະ​ນາ​ຈຳ​ກັດ (ມະ​ຫາ​ຊົນ) ບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ ໃຫ້​ເປັນ​ຜູ້​ລົງ​ທຶນ​ກໍ່​ສ້າງ​ທາງ​ດ່ວນ​ເຊື່​ອມ​ຕໍ່​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ ​ໄປ​ເມືອງ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ໂດຍ​ເປັນ​ການ​ລົງ​ທຶນ​ແບບ BOT ທີ່​ມີ​ໄລ​ຍະ​ເວ​ລາ​ໃນ​ການ​ເກັບເອົາ​ຜົນ​ປະ​ໂຫຍດ 30 ປີ ເຊັ່ນ​ກັນ ​ທັ້ງ​ນີ້ ທາງ​ດ່ວນ​ນະ​ຄອນ​ຫຼວງ​ວຽງ​ຈັນ-ປາກ​ເຊ ຈະ​ມີ​ຂະ​ໜາດ​ກວ້າງ 23 ແມັດ 4 ຊ່ອງ​ຈາ​ລະ​ຈອນ ແຕ່​ລະ​ຊ່ອງ​ຈາ​ລະ​ຈອນກວ້າງ 3.5 ແ​ມັດ ແລະ 2 ຂ້າງ​ທາງ ກວ້າງ 4.5 ແມັດ ມີ​ໄລ​ຍະ​ທາງ​ຍາວ​ທັງ​ໝົດ 580 ກິ​ໂລ​ແມັດ ໂດຍ​ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວ​ເສັດ​ໃນ​ປີ 2025.

XS
SM
MD
LG