ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ປ້ອງກັນການຮົ່ວໄຫລ ຂອງ ຂໍ້ສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ


ບັນດານັກສຶກສາ ລາວ ກຳລັງສອບເສັງ ເພື່ອເຂົ້າຮຽນຕໍ່ ໃນມະຫາວິທະຍາໄລແຫ່ງຊາດ
ບັນດານັກສຶກສາ ລາວ ກຳລັງສອບເສັງ ເພື່ອເຂົ້າຮຽນຕໍ່ ໃນມະຫາວິທະຍາໄລແຫ່ງຊາດ

ທາງການລາວປ້ອງກັນການຮົ່ວໄຫລ ຂອງຂໍ້ສອບເສັງເພື່ອເຂົ້າສຶກສາຕໍ່ໃນມະຫາວິທະ ຍາໄລແຫ່ງຊາດ ດ້ວຍການກັກບໍລິເວນ ແລະຕັດຂາດການສື່ສານກັບພາຍນອກ ຂອງ ບັນດາກຳມະການຜູ້ອອກຂໍ້ສອບ.

ທ່ານຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະາໄລແຫ່ງຊາດ ຖະແຫລງຢືນຢັນວ່າ ການສອບເສັງເພື່ອສຶກສາຕໍ່ລະດັບປະລິນຍາຕີ ໃນມະຫາວິທະ ຍາໄລແຫ່ງຊາດ ປະຈຳປີ 2016-2017 ນີ້ ມີນັກຮຽນສະໝັກສອບເສັງຈຳນວນທັງໝົດ 15,000 ກວ່າຄົນ ຈາກທົ່ວປະເທດ ໂດຍໃນນີ້ ກໍຈະມີນັກຮຽນທີ່ມີຄະແນນສອບສູງສຸດ ພຽງ 3,476 ຄົນເທົ່ານັ້ນ ທີ່ຈະຜ່ານການຄັດເລືອກໃຫ້ເຂົ້າສຶກສາຕໍ່ ໃນມະຫາວິທະຍາ ໄລແຫ່ງຊາດລາວ ທີ່ ນະຄອນຫຼວງວຽງຈັນ ໃນປີນີ້.

ບັນດາກຳມະການຜູ້ອອກຂໍ້ສອບ ທີ່ປະກອບດ້ວຍອາຈານ ແລະນັກວິຊາການ ຜູ້ຊົງຄຸນວຸດທິ
ບັນດາກຳມະການຜູ້ອອກຂໍ້ສອບ ທີ່ປະກອບດ້ວຍອາຈານ ແລະນັກວິຊາການ ຜູ້ຊົງຄຸນວຸດທິ

ທ່ານຄຳຜົງ ບອກວ່າ ການສອບເສັງໄດ້ມີຂຶ້ນ ໃນວັນທີ 11 ສິງຫາ ໂດຍຈະປະກາດຜົນ ການສອບເສັງໄດ້ ຢ່າງເປັນທາງການໃນວັນທີ 15 ກັນຍາ ແລະກ່ອນໜ້ານີ້ ເພື່ອເປັນ ການປ້ອງກັນການຮົ່ວໄຫລ ຂອງຂໍ້ສອບເສັງສຳລັບປີນີ້ ທາງການລາວກໍໄດ້ທຳການ ກັກບໍລິເວນບັນດາກຳມະການຜູ້ອອກຂໍ້ສອບ ທີ່ປະກອບດ້ວຍອາຈານ ແລະນັກວິຊາ ການຜູ້ຊົງຄຸນວຸດທິ ຈຳນວນຫຼາຍສິບຄົນ ໄວ້ໃນເຮືອນຮັບຮອງຂອງລັດຖະບານ ທັງຍັງ ຕັດຂາດການສື່ສານກັບຄອບຄົວ ແລະພາຍນອກຢ່າງເດັດຂາດອີກດ້ວຍ.

ທ່ານຄຳຜົງ ຍອມຮັບວ່າ ການດຳເນີນມາດຕະການດັ່ງກ່າວ ເປັນຜົນທີ່ສືບເນື່ອງຈາກ ການຮົ່ວໄຫລຂອງຂໍ້ສອບເສັງປາຍພາກຮຽນທີ 2 ສຳລັັບນັກຮຽນທີ່ຈະຈົບຊັ້ນມັດທະ ຍົມປີທີ 7 ທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ ຊຶ່ງກໍໄດ້ເປັນສາເຫດ ທີ່ເຮັດໃຫ້ລັດຖະ ມົນຕີວ່າການ ກະຊວງສຶກສາທິການ ແລະກິລາ ຕ້ອງມີຄຳສັ່ງໃຫ້ຍົກເລີກການສອບເສັງ ດັ່ງກ່າວ ໃນທົ່ວປະເທດເມື່ອທ້າຍເດືອນມິຖຸນາ 2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການດຳເນີນການສືບສວນ-ສອບສວນ ໃນລະຍະທີ່ຜ່ານມາ ກໍຍັງ ບໍ່ສາມາດທີ່ຈະພິສູດໄດ້ວ່າ ການຮົ່ວໄຫລຂອງຂໍ້ສອບດັ່ງກ່າວ ໄດ້ເກີດຂຶ້ນຈາກການ ກະທຳຂອງພະນັກງານລັດຖະບານ ໃນພາກສ່ວນໃດແທ້ກໍຕາມ ຫາກແຕ່ກໍເຮັດໃຫ້ ທາງການລາວ ຕ້ອງມີການປັບປຸງທັງລະບົບການອອກຂໍ້ສອບ ແລະການຄວບຄຸມ ການສອບເສັງໃໝ່ທັງໝົດ ດັ່ງທີ່ ທ່ານນາງສີສຸກ ວົງວິຈິດ ຫົວໜ້າກຳມະກົມມັດທະຍົມ ສຶກສາ ກະຊວງສຶກສາທິການ ໄດ້ໃຫ້ການຊີ້ແຈງວ່າ:

“ກະຊວງສຶກສາທິການ ແລະກິລາ ກະຊວງປ້ອງກັນຄວາມສະຫງົບ ແລະກະຊວງ ໄປສະນີ ໂທລະຄົມ ແລະການສື່ສານ ໄດ້ປຶກສາຫາລືກັນ ກ່ຽວກັບວິທີການດ້ານ ແລະສະກັດກັ້ນປາກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນການສອບເສັງຈົບຊັ້ນ ມັດທະຍົມເປັນທີ່ຮຽບຮ້ອຍໄປແລ້ວເນາະ ເພື່ອຮັບປະກັນໃຫ້ແກ່ຄວາມໂປ່ງໃສເນາະ ຫຼືວ່າບໍ່ໃຫ້ຂໍ້ສອບນັ້ນ ຮົ່ວໃນການຈັດຕັ້ງສອບເສັງ ພວກຂ້າພະເຈົ້າກໍໄດ້ ມີຄະນະ ກຳມະການໜຶ່ງໄດ້ຄັດເລືອກຫົວບົດສອບເສັງ ແລະຈັດພິມຫົວບົດ ສອບເສັງຢູ່ໃນ ສູນສອບເສັງເນາະ.”

ບັນດານັກສຶກສາ ລາວ ຮັບໃບປະລິນຍາ ຫຼັງຈາກທີ່ໄດ້ຮຽນຈົບ
ບັນດານັກສຶກສາ ລາວ ຮັບໃບປະລິນຍາ ຫຼັງຈາກທີ່ໄດ້ຮຽນຈົບ

ກ່ອນໜ້ານີ້ ເວັບໄຊ ໂທລະໂຄ່ງດັອດຄອມໃນລາວ ໄດ້ເປີດເຜີຍຂໍ້ມູນໂດຍອ້າງ ແຫລ່ງ ຂ່າວພາຍໃນກະຊວງປ້ອງກັນຄວາມສະຫງົບພາຍໃນ ວ່າ ທາງການກະຊວງສຶກສາ ທິການ ແລະກິລາ ໄດ້ມີຄຳສັ່ງໃຫ້ຍົກເລີກການສອບເສັງ ເພື່ອຈົບການສຶກສາ ໃນຊັ້ນ ມັດທະຍົມ ປີທີ 7 ໃນທົ່ວປະເທດ ເມື່ອວັນທີ 26 ມິຖຸນາ ທີ່ຜ່ານມາ ເພາະກວດພົບວ່າ ໄດ້ມີການຮົ່ວໄຫລ ຂອງຂໍ້ສອບເກີດຂຶ້ນ ຢ່າງກວ້າງຂວາງ ທັງໃນເຂດນະຄອນຫຼວງ ວຽງຈັນ ແລະເຂດຕ່າງແຂວງໃນທົ່ວປະເທດ.

ໂດຍສຳລັບໃນສົກຮຽນ ປະຈຳປີ 2015-2016 ກໍມີນັກຮຽນທີ່ສອບເສັງ ເພື່ອຈົບຊັ້ນ ມັດທະຍົມປີທີ 7 ຈຳນວນ 58,000 ກວ່າຄົນ ໃນນີ້ ເປັນນັກຮຽນເພດຍິງ 26,900 ກວ່າ ຄົນ ແລະນອກຈາກມະຫາວິທະຍາໄລແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ກໍຍັງມີມະຫາວິ ທະຍາໄລ ສຸພານຸວົງ ທີ່ແຂວງຫຼວງພະບາງ ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ ທີ່ຮອງຮັບນັກສຶກສາໄດ້ລວມກັນອີກ 8,000 ກວ່າຄົນ ໂດຍຍັງບໍ່ລວມນັກສຶກສາ ໃນລະບົບໂຄວຕ້າຫຼືທຶນຮຽນເກັ່ງອີກ 1,859 ຄົນແຕ່ຢ່າງໃດ.

XS
SM
MD
LG