ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການລາວ ວາງແຜນການ ຈະສັກຢາວັກຊີນ ກັນໄວຣັສ COVID-19 ໃຫ້ເດັກອາຍຸຕໍ່າກວ່າ 18 ປີໃນຕົ້ນປີ 2022


ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນລາວ
ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນລາວ

ທາງການ ລາວ ວາງແຜນການຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ເດັກອາຍຸຕໍ່າກວ່າ 18 ປີໃນຕົ້ນປີ 2022 ເພາະເປັນກຸ່ມທີ່ມີຄວາມສ່ຽງສູງໃນການລະບາດຮອບທີ 3 ຂອງໄວຣັສ COVID-19 ໃນ ລາວ.


ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບຖະແຫຼງຢືນຢັນວ່າບັນ ຫາການລະບາດຂອງໄວຣັສ COVID-19 ທີ່ປະຊາຊົນ ລາວ ບັນດາເຜົ່າປະເຊີນຢູ່ໃນປັດຈຸບັນນີ້ນັບເປັນການລະບາດຮອບທີ 3 ທີ່ມີລະດັບຄວາມຮຸນແຮງຫຼາຍກວ່າ 2​ ຮອບກ່ອນໜ້ານີ້ ເພາະວ່າເປັນໄວຣັສຊະນິດກາຍພັນທີ່ເອີ້ນວ່າ ແດລຕ້າ ທີ່ສາມາດຕິດຕໍ່ໄດຢ່າງວ່ອງໄວ ແລະ ແຜ່ລະບາດໄດ້ຢ່າງກວ້າງຂວາງກວ່າໄວຣັສ COVID-19 ຊະນິດອື່ນໆ ສະນັ້ນເພື່ອເປັນການປ້ອງກັນ ແລະ ຮັກສາຊີວິດຂອງປະຊາຊົນ ລາວ ຈາກການລະບາດຂອງໄວຣັສດັ່ງກ່າວ ຈຶ່ງຈະຕ້ອງເລັ່ງສັກຢາວັກຊີນໃຫ້ກັບປະຊາຊົນ ລາວ ໃຫ້ໄດ້ຕາມເປົ້າໝາຍ 50 ເປີເຊັນຂອງປະຊາກອນ ລາວ ໃນທ້າຍປີ 2021 ນີ້ ແລະ ເພີ່ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນ ລາວ ໃນປີ 2022 ທັງຍັງຈະຕ້ອງເພີ່ມເປົ້າໝາຍການສັກຢາວັກຊີນໃຫ້ກັບເຍົາວະຊົນທີ່ອາຍຸລະຫວ່າງ 12-17 ປີຫຼືກຸ່ມເດັກນ້ອຍທີ່ອາຍຸຕໍ່າກວ່າ 18 ປີອີກດ້ວຍ ດັ່ງທີ່ທ່ານ ພອນປະເສີດ ໄດ້ໃຫ້ການຢືນຢັນວ່າ

“ເນື່ອງຈາກວ່າໃນປີ 2022 ນີ້ເຮົາຍັງມີແຜນທີ່ຈະຂະຫຍາຍກຸ່ມເປົ້າໝາຍອອກໄປຕື່ມໂດຍສະ ເພາະແມ່ນກຸ່ມເປົ້າໝາຍທີ່ມີອາຍຸ 12-17 ປີເດະ ຊຶ່ງຫຼາຍປະເທດເຂົາເຈົ້າກະໄດ້ເລີ່ມຈັດຕັ້ງປະຕິ ບັດແລ້ວ ສະນັ້ນ ສປປ ລາວ ຂອງໝວດເຮົານີ້ກໍຈະໄດ້ເອົາເຂົ້າແຜນໃນປີ 2022 ເພາະສະນັ້ນໝວດເຮົານີ້ກະໄດ້ວາງແຜນກ່ຽວກັບເລື່ອງການຊອກຫາທຶນຮອນ ເປັນການລະດົມຊອກຫາວັກຊີນ ເພື່ອໃຫ້ກຸ່ມເປົ້າໝາຍດັ່ງກ່າວໄດ້ເຂົ້າເຖິງການສັກວັກຊີນຄືກັນກັບກຸ່ມເປົ້າໝາຍ 18 ປີຂຶ້ນໄປຫັ້ນແຫຼະ.”

ນອກຈາກນີ້ເນື່ອງຈາກນະຄອນຫຼວງວຽງຈັນເປັນເຂດທີ່ມີປະຊາຊົນ ລາວ ຕິດໄວຣັສ COVID-19 ຫຼາຍທີ່ສຸດໃນ ລາວ ປະກອບກັບໃນປັດຈຸບັນນີ້ໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງ ຂວາງດ້ວຍແລ້ວ ກໍຍັງເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສ COVID-19 ໃຫ້ປະຊາຊົນ ລາວ ໃນນະຄອນຫຼວງວຽງຈັນ ໃຫ້ໄດ້ບໍ່ຫນ້ອຍກວ່າ 80 ເປີເຊັນຂອງປະຊາກອນທັງໝົດໃນນະຄອນຫຼວງວຽງຈັນ ພາຍໃນທ້າຍປີ 2021 ນີ້ອີກດ້ວຍ ເພາະວ່າເປັນເຂດທີ່ມີຄວາມສ່ຽງສູງກວ່າເຂດແຂວງອື່ນໆໃນລາວນັ້ນເອງ.

ນັບຕັ້ງແຕ່ເດືອນກຸມພາ 2020 ຫາຕົ້ນເດືອນສິງຫາ 2021 ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດທີ່ປະກອບສ່ວນເຂົ້າໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ເປັນຢາປິ່ນປົວຄິດເປັນມູນຄ່າລວມ 88.34 ຕື້ກີບ, 76.25 ລ້ານໂດລາ, 23.71 ລ້ານບາດ, 13.45 ລ້ານຢວນ, 248.67 ລ້ານເຢນ, 431.33 ລ້ານດົ່ງ ແລະ ເງິນຊ່ວຍເຫຼືອຈາກສັງຄົທມລາວກວ່າ 20 ຕື້ກີບ ທີ່ໄດ້ນຳໃຊ້ແລ້ວ 6 ຕື້ກີບຈຶ່ງຍັງເຫຼືອອີກ 14 ຕື້ກີບກັບ 5.85 ລ້ານໂດລາ ແລະ 8.1 ລ້ານບາດທີ່ສາມາດນຳໃຊ້ໄດ້ໃນປັດຈຸບັນນີ້.

ທັງນີ້ໂດຍນານາຊາດ ແລະ ອົງການອະນາໄມໂລກ (WHO) ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດ ຖະບານ ລາວ ດ້ານຢາວັກຊີນກັນໄວຣັສ COVID-19 ສະເພາະໃນປີ 2021 ຄິດເປັນຈຳນວນລວມກັນ 7.5 ກວ່າລ້ານໂດສທີ່ພຽງພໍສຳລັບການສັກໃຫ້ປະຊາຊົນ ລາວ 3.7 ລ້ານຄົນຫຼື 50 ເປີ ເຊັນຂອງປະຊາກອນ ລາວທັງໝົດ ຫາກແຕ່ສຳລັບເປົ້າໝາຍທີ່ຈະສັກຢາວັກຊີນດັ່ງກ່າວໃຫ້ເພີ່ມ ຂຶ້ນເປັນ 70 ເປີເຊັນຂອງປະຊາກອນທັງໝົດໃນປີ 2022 ນັ້ນ ລັດຖະບານ ລາວ ຈະຕ້ອງຈັດຫາດ້ວຍຕົນເອງ ເພາະວ່ຍັງບໍ່ມີການຊ່ວຍເຫຼືອ.

ແຕ່ຢ່າງໃດກໍຕາມລັດຖະບານລາວ ຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກ WHO ແລະ ນານາຊາດເພີ່ມຂຶ້ນອີກໂດຍທີ່ຜ່ານມາລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫລືອໃນດ້ານຢາວັກຊີນກັນໄວຣັສ COVID-19 ແກ່ລັດຖະບານລາວແລ້ວ 6 ຄັ້ງ ທີ່ມີຈໍານວນລວມກັນເຖິງ 2,902,000 ໂດສ, ສ່ວນ WHO ກໍໃຫ້ການຊ່ວຍເຫລືອ 232,620 ໂດສ ແລະ ລັດຖະບານສະຫະລັດອາເມຣິກາໄດ້ໃຫ້ການຊ່ວຍເຫລືອຢາວັກຊີນ Johnson & Johnson ຜ່ານໂຄງການ COVAX ຂອງ WHO ກວ່າ 1 ລ້ານໂດສ ແລະອີກວ່າ 1,43 ໂດສເປັນການຊ່ວຍເຫລືອຈາກອອສເຕຣເລຍ, ອັງກິດ, ຍີ່ປຸ່ນ. ສ່ວນລັດຖະບານ ຣັດເຊຍ ນັ້ນໃຫ້ການຊ່ວຍເຫຼືອ 32,000 ໂດສ ໂດຍນັບຈາກວັນທີ 11 ເມສາ 2021 ເປັນຕົ້ນມາຈຳນວນຄົນ ລາວ ທີ່ຕິດໄວຣັສ COVID-19 ໄດ້ເພີ່ມຂຶ້ນຈາກ 49 ຄົນເປັນກວ່າ 21,000 ຄົນໃນວັນທີ 24 ກັນຍາ 2021 ສ່ວນປະຊາຊົນ ລາວ ທີ່ໄດ້ຮັບການສັກຢາວັກຊີນເຂັມທີ 1 ກັບເຂັມທີ 2 ແລ້ວນັ້ນກໍມີຈຳນວນກວ່າ 2.87 ລ້ານຄົນ ກັບ 1.96 ລ້ານຄົນຕາມລຳດັບ.

XS
SM
MD
LG