ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຕ້ອງການເງິນຊ່ວຍເຫລືອຈາກຕ່າງປະເທດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກໃນລາວ


ພາບເດັກນ້ອຍທີ່ໄດ້ຮັບການອົບຮົມສິດສອນໃຫ້ຮູ້ຈັກອັນຕະລາຍຂອງ UXO ແລະວິທີຫລີກລ້ຽງອຸປະຕິເຫກໃນການຖືກລະເບີດ ດັ່ງກ່າວ
ພາບເດັກນ້ອຍທີ່ໄດ້ຮັບການອົບຮົມສິດສອນໃຫ້ຮູ້ຈັກອັນຕະລາຍຂອງ UXO ແລະວິທີຫລີກລ້ຽງອຸປະຕິເຫກໃນການຖືກລະເບີດ ດັ່ງກ່າວ

ລັດຖະບານລາວ ຕ້ອງການຄວາມຊ່ວຍເຫຼືອດ້ານງົບປະມານຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານ ໂດລາ ສຳລັບໃຊ້ໃນການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ຫລື UXO ທີ່ຍັງຕົກຄ້າງຢ່າງຫລວງຫລາຍໃນລາວ, ຊົງລິດ ໂພນເງິນມີລາຍງານມາສະເໜີທ່ານຈາກບາງກອກ.

ທ່ານປະເດີມພອນ ສຸນທະນີ, ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການສໍາຫລວດ ແລະເກັບກູ້ລະເບີດ ບໍ່ທັນແຕກ ຫລື UXOທີ່ຍັງຕົກຄ້າງ ຢູ່ໃນລາວເຊິ່ງເປັນການຮ່ວມມືລະຫວ່າງລັດຖະບານລາວກັບນາໆຊາດ ໄລຍະທີສາມທີ່ເລີ້ມ ລົງມືຈັດຕັ້ງປະຕິບັດ ນັບແຕ່ປີ 2017 ເປັນຕົ້ນມາ ແລະຈະເສັດສິ້ນລົງໃນທ້າຍປີ 2021 ໄດ້ໃຫ້ຄວາມສໍາຄັນ ກັບການຂະຫຍາຍການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ເປັນພິເສດ ຊຶ່ງໃນ ນີ້ ລວມທັງການຮ່ວມມືກັບລັດຖະບານສະຫະລັດອາເມຣິກາອີກດ້ວຍ ເພາະໝັ້ນໃຈວ່າ ຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ ແລະຈະເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ລັດຖະບານລາວ ໄດ້ວາງອອກໃນສາມດ້ານຄື: ດ້ານການໂຄສະນາອົບຮົມກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກແນ່ໃສ່ການຫຼຸດຜ່ອນ ອຸປະຕິເຫດທີ່ເກີດຈາກ UXO ລົງເປັນອັດຕາສະເລ່ຍ 40 ກໍລະນີ ຕໍ່ປີ, ການຝຶກອົບຮົມໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກຫຼາຍກ່ວາ 20.000 ຄົນ ແລະສ້າງວຽກເຮັດງານທຳຖາວອນໃຫ້ພວກເຂົາເຈົ້າຢ່າງຄົບຖ້ວນ ທັງຍັງຈະດໍາເນີນການກວດກາ ແລະເກັບກູ້ UXO ໃນພື້ນທີ່ພັດທະນາບູລິມະສິດ ຫລາຍກວ່າ 400 ຈຸດສຸມໃຫ້ສໍາເລັດຢ່າງຄົບຖ້ວນໃນປີ 2021 ນີ້ອີກດ້ວຍ.

ທັງນີ້ລັດຖະບານ ລາວ ໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາຕ້ານລະເບີດລູກຫວ່ານສາກົນທີ່ໄດ້ລົງນາມຢ່າງເປັນທາງການທີ່ນະຄອນຫຼວງ ອອສໂລ ຂອງປະເທດ ນໍເວ ໃນທ້າຍປີ 2008 ແລະ ໃຫ້ສັດຕະຍາບັນຕົ້ນປີ 2009 ເຮັດໃຫ້ລັດຖະບານ ລາວ ມີພັນທະຕ້ອງປະຕິບັດຕາມສົນທິສັນຍານັບຈາກວັນທີ 1​ ສິງຫາ 2010 ເປັນຕົ້ນມາຊຶ່ງກໍນັບເປັນແນວທາງນຶ່ງທີ່ລັດຖະບານສາມາດໃຊ້ເປັນໂອກາດໃນການເສີມສ້າງການຮ່ວມມືເພື່ອດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອນຳໃຊ້ໃນການແກ້ໄຂບັນຫາລະເບີດ UXO ໃນ ລາວ ທີ່ກໍານົດໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນ ການສ້າງວຽກເຮັດງານທໍາ ໃກ້ແກ່ປະຊາຊົນທີ່ຖືກກະທົບຈາກລະະເບີດ UXO ຊຶ່ງໄດ້ທົດລອງຈັດຕັ້ງ ປະຕິລັດໃນບາງແຂວງແລ້ວນັ້ນ ກໍປາກົດວ່າໄດ້ຮັບຜົນດີ ດັ່ງທີ່ທ່ານປະເດີມພອນໄດ້ໃຫ້ການຢືນຢັນວ່າ:

“ອັນນຶ່ງ ກະແມ່ນຍຸດທະສາດກ່ຽວກັບການປົກປ້ອງສັງຄົມ ແລະອັນນຶ່ງກະແມ່ນຍຸດທະສາດ ກ່ຽວກັບ ການສົ່ງເສີມວຽກເຮັດງານທໍາໃນຊົນນະບົດ ເຊິ່ງພວກເຮົາໄດ້ມີການທົດລອງຢູ່ບາງແຂວງ ກໍເຫັນວ່າປະຊາຊົນຢູ່ເຂດຊົນນະບົດໄດ້ຮັບການຍົກລະດັບທາງດ້ານຊີວິດການເປັນຢູ່, ມີວຽກເຮັດງານທໍາ ມີ ຊີວິດດີຂຶ້ນ, ແລະດຽວນີ້ພວກເຮົາ ກຳລັງມີການລິເລີ່ມ ກຽມຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວນັ້ນ ອັນສຳຄັນຫລະແມ່ນ ມັນຕິດພັນກັບແຫລ່ງທຶນທີ່ຈະມາປະຕິບັດເຊິ່ງຜູ້ໃຫ້ທຶນທັງຫລາຍຈະຊ່ວຍກະຊວງແຮງງານ ກໍຄືລັດຖະບານລາວຕໍ່ບັນຫາດັ່ງກ່າວ."

ໃນປີ 2019-2020 ລັດຖະບານ ລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 75.5 ລ້ານໂດລາ ໃນນີ້ກໍລວມເຖິງການຊ່ວຍເຫຼືອຈາກລັດຖະບານສະຫະລັດ ອາເມຣິກາ 9.2 ລ້ານໂດລາ ຊຶ່ງແບ່ງເປັນ 1.7 ລ້ານໂດລາ ນຳໃຊ້ເພື່ອເຮັດໃຫ້ການສຳຫຼວດທີ່ບໍ່ແມ່ນວິຊາການໃນ 950 ບ້ານທີ່ແຂວງພາກໃຕ້ມີປະສິດທິພາບສູງຂຶ້ນ ທັງຍັງໄດ້ສຳຫຼວດແບບວິຊາການໃນ 338 ບ້ານ ດ້ວຍເປົ້າ ໝາຍເພື່ອເກັບກູ້ລະເບີດ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນໃນເຂດດັ່ງກ່າວ.

ນອກຈາກນີ້ ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ 4.5 ລ້ານໂດລາເພື່ອການສຳຫຼວດ ແລະ ເກັບກູ້ລະເບີດ UXO ທີ່ເມືອງ ເຊໂປນ, ເມືອງ ພິນ, ເມືອງ ວິລະບູລີ ແລະ ເມືອງ ນອງ ແຂວງສະ ຫວັນນະເຂດ ໃນປີ 2019 ແລະ ການຊ່ວຍເຫຼືອ 3 ລ້ານໂດລາເພື່ອນຳໃຊ້ໃນການເກັບກູ້ລະເບີດ UXO ໃນເຂດ 94 ບ້ານທີ່ເມືອງ ໜອງແຮດ, ເມືອງ ຄູນ ແລະ ເມືອງ ຜາໄຊ ແຂວງຊຽງຂວາງ. ນັບແຕ່ປີ 1995 ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ ລາວ ເຖິງ 230 ລ້ານໂດລາ ເພື່ອໃຊ້ໃນການສໍາຫລວດ ແລະເກັບກູ້ລະເບີດ UXO ຢ່າງຄົບຊຸດ ຊຶ່ງມີສ່ວນເຮັດໃຫ້ຜູ້ໄດ້ຮັບໄພອັນຕະລາຍຈາກ UXO ຫລຸດລົງ ຈາກ 119 ຄົນໃນປີ 2010 ເຫລືອພຽງແຕ່ 25 ຄົນໃນປີຜ່ານມາ. ສ່ວນການເກັບກູ້ລະເບີດ UXO ນັບແຕ່ປີ 2017 ເປັນຕົ້ນມາ ກໍສາມາດເກັບກູ້ UXO ອອກຈາກພື້ນທີ່ໄດ້ 432 ກິໂລແມັດມົນທົນ, ທຳລາຍລະເບີດ UXO ຫຼາຍກວ່າ 1.6 ລ້ານໜ່ວຍ ຫຼື 2 ເປີເຊັນຂອງລະເບີດ UXO ທີ່ຕົກຄ້າງໃນລາວ.

XS
SM
MD
LG