ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເຈົ້າໜ້າທີ່ລາວ ກວດສອບ ການໃຊ້ຈ່າຍ ງົບປະມານ ໃນ 524 ເປົ້າໝາຍ ແລະພົບ ພຶດຕິກຳສໍ້ລາດ ຫຼາຍຢ່າງ


ກອງ​ປະ​ຊຸມ ຕໍ່​ຕ້ານ​​ສໍ້​ລາດ​ບັງ​ຫລວງ ຂອງ​ກຸ່ມອ​າ​ຊ່ຽນ
ກອງ​ປະ​ຊຸມ ຕໍ່​ຕ້ານ​​ສໍ້​ລາດ​ບັງ​ຫລວງ ຂອງ​ກຸ່ມອ​າ​ຊ່ຽນ
ອົງການກວດກາແຫ່ງລັດ ໄດ້ທຳການກວດສອບການໃຊ້ຈ່າຍງົບ
ປະມານໃນ 524 ເປົ້າໝາຍໃນລະຍະ 3 ປີທີ່ຜ່ານມາໂດຍພົບວ່າ
ການສໍ້ລາດບັງຫຼວງ ໄດ້ເຮັດໃຫ້ເກີດ ການເສຍຫາຍໄປຢ່າງຫຼວງ
ຫລາຍ.


ອົງການກວດກາແຫ່ງລັດລາຍງານວ່າໃນຊ່ວງປີ 2011-2013 ທີ່
ຜ່ານມາໄດ້ດຳເນີນການກວດສອບການຈັດຕັ້ງປະຕິບັດແຜນການ ແລະການໃຊ້ຈ່າຍງົບປະມານໃນໜ່ວຍງານຂອງລັດຖະບານລາວ
ຈຳນວນທັງໝົດ 524 ເປົ້າໝາຍດ້ວຍກັນ ໂດຍໃນນີ້ ເປັນການກວດສອບ ຕາມປົກກະຕິຈຳ
ນວນ 430 ເປົ້າໝາຍ ແລະເປັນການກວດສອບ ຕາມຄຳສັ່ງ ຈາກສູນກາງພັກປະຊາຊົນປະ ຕິວັດລາວຈຳນວນ 94 ເປົ້າໝາຍ.

ໂດຍຜົນຈາກການກວດສອບດັ່ງກ່າວ ນອກຈາກຈະພົບວ່າການສໍ້ລາດບັງຫຼວງຍັງມີທ່າອຽງ ເພີ່ມຂື້ນຢ່າງຕໍ່ເນື່ອງ ແລະເກີດຂື້ນ ໃນທຸກວົງການຂອງລັດຖະບານລາວແລ້ວ ກໍຍັງໄດ້ເຮັດ ໃຫ້ເກີດຄວາມເສຍຫາຍທາງດ້ານງົບປະມານໄປຢ່າງຫຼວງຫຼາຍອີກດ້ວຍ ຊຶ່ງກໍຄືໄດ້ມີການ ກວດພົບ ການເສຍຫາຍ ທາງດ້ານງົບປະມານ ໃນມູນຄ່າ ຫລາຍກວ່າ 48,180 ຕື້ກີບ ກັບ 3,243,000 ໂດລາ ແລະ 3,468,000 ບາດ.

ແຕ່ຢ່າງໃດກໍຕາມອົງການກວດສອບແຫ່ງລັດກໍສາມາດເກັບກູ້ຄືນມາໄດ້ໃນມູນຄ່າ 19,649 ຕື້ກີບ ກັບ 776,000 ໂດລາ ແລະສາມາດຢຶດຊັບສິນກັບຄືນມາໄດ້ໃນຮູບແບບຂອງລົດຍົນ ອີກຈຳນວນນຶງ ແຕ່ວ່າໃນສ່ວນທີ່ເຫລືອນັ້ນກໍຄົງຈະເປັນການຍາກຢ່າງຍິ່ງທີ່ຈະສາມາດຢຶດ ແລະເກັບຄືນມາໄດ້ ຈຶ່ງເຫລືອພຽງແຕ່ການດຳເນີນຄະດີຕາມກົດໝາຍຕໍ່ຜູ້ກະທຳຄວາມຜິດ ຕໍ່ໄປຈົນເຖິງທີ່ສຸດເທົ່ານັ້ນ.

ແຜນທີ່ ດັດຊະນີການສໍ້ລາດບັງຫຼວງ ຂອງອົງການຄວາມໂປ່ງໃສສາກົນ
ແຜນທີ່ ດັດຊະນີການສໍ້ລາດບັງຫຼວງ ຂອງອົງການຄວາມໂປ່ງໃສສາກົນ
ກ່ອນໜ້ານີ້ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparen-
cy International ທີ່ໄດ້ສຳຫລວດຄວາມຄິດເຫັນ ຂອງບັນດາ
ນັກທຸລະກິດ ທີ່ມີຕໍ່ສະພາບຂອງການສໍ້ລາດບັງຫລວງໃນ 177
ປະເທດທົ່ວໂລກນັ້ນ ໄດ້ຈັດໃຫ້ລາວ ຢູ່ໃນອັນດັບທີ 140 ໃນປີ
2013 ທີ່ຜ່ານມາ ຊຶ່ງລາວໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ
ນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວ ໃນລະດັບ 26 ຄະ
ແນນຈາກ 100 ຄະແນນເຕັມ.

​ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າ ຈະຖືເປັນ ລະດັບ
ຄວາມໄວ້ວາງໃຈທີ່ຕ່ຳຫຼາຍກໍຕາມ ຫາກແຕ່ກໍນັບເປັນລະດັບ
ທີ່ດີກ່ວາປີ 2012 ທີ່ຜ່ານມາ ຢ່າງເຫັນໄດ້ຊັດ ເພາະວ່າ ໃນປີ
2012 ນັ້ນ ລາວ ຖືກຈັດໃຫ້ຢູ່ໃນອັນດັບທີ 160 ແລະໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ
ນັກທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວ ພຽງແຕ່ 21 ຄະແນນ ເທົ່ານັ້ນ ຊຶ່ງກໍໝາຍ ຄວາມວ່າ ການສໍ້ລາດບັງຫລວງໃນລາວມີທ່າອຽງລຸດລົງໃນສາຍຕາຂອງນັກທຸລະກິດຊາວ ຕ່າງປະເທດໃນລາວນັ້ນເອງ.

ຊຶ່ງສາເຫດທີ່ສຳຄັນປະການນຶງທີ່ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈຫລາຍຂື້ນດັ່ງກ່າວກໍ ຍ້ອນວ່າ ໄດ້ມີການປາບປາມການສໍ້ລາດບັງຫລວງ ຢ່າງເຂັ້ມງ້ວດຫລາຍຂື້ນ ໂດຍທີ່ ທ່ານ
ທອງສີ ອ້ວນລາສີ ຮອງປະທານ ອົງການກວດກາແຫ່ງລັດ ຖະແຫລງຢືນຢັນວ່າ ໄດ້ມີການ ກວດກາພົບການປະຕິບັດໜ້າທີ່ໂດຍບໍ່ສຸດຈະລິດຂອງບັນດາພະນັກງານລັດທີ່ເຮັດໃຫ້ເກີດ
ການເສຍຫາຍທາງດ້ານລາຍຮັບງົບປະມານ ຂອງລັດຖະບານລາວຫລາຍຂື້ນ ຢ່າງຕໍ່ເນື່ອງ
ດັ່ງທີ່ທ່ານທອງສີ ໄດ້ຖະແຫລງຊີ້ແຈງວ່າ

“ປີ 2012-2013 ນີ້ ທັງຢູ່ສູນກາງ ແລະທ້ອງຖິ່ນ ໄດ້ດຳເນີນການກວດກາລວມມີ 104 ເປົ້າໝາຍ ພົບເຫັນການເສຍຫາຍ 80 ກ່ວາຕື້ກີບ ໃນນີ້ ເກັບກູ້ຄືນໄດ້ຈຳນວນນຶ່ງ ແລະ
ກໍມີຜູ້ທຳພິດ 472 ຄົນພວກທີ່ທຳພິດດັ່ງກ່າວແມ່ນໄດ້ຖືກດຳເນີນຄະດີຕາມລະບຽບກົດ
ໝາຍ”


ທ.ນ. ວຽງທອງ ສີພັນດອນ
ທ.ນ. ວຽງທອງ ສີພັນດອນ
ກ່ອນໜ້ານີ້ ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດ
ສອບແຫ່ງລັດສະເໜີລາຍງານວ່າສະເພາະໃນແຜນການປີ 2010-
2011 ໄດ້ກວດພົບການໃຊ້ຈ່າຍງົບປະມານທີ່ບໍ່ເປັນໄປຕາມແຜນ
ການ ທັງຍັງເປັນການໃຊ້ຈ່າຍນອກບັນຊີຄິດເປັນມູນຄ່າລວມເຖິງ
1,933.33 ຕື້ກີບ ຫລືປະມານ 254 ລ້ານໂດລາ.

ໂດຍການໃຊ້ຈ່າຍນອກບັນຊີດັ່ງກ່າວແບ່ງເປັນໃນດ້ານແຜນການ
ງົບປະມານລາຍຮັບ 416.58 ຕື້ກີບ ແລະ ໃນດ້ານແຜນການງົບ
ປະມານລາຍຈ່າຍ 1,516.75 ຕື້ກີບ ຊຶ່ງທຽບໄດ້ກັບ 2.9% ຂອງ ລາຍຮັບທີ່ຈັດເກັບໄດ້ທັງໝົດແລະ 9.84% ຂອງລາຍຈ່າຍທີ່ປະ
ຕິບັດໄດ້ທັງມົດເທົ່ານັ້ນກໍຕາມ ຫາກແຕ່ກໍຕ້ອງຖືວ່າ ເປັນການຮົ່ວໄຫຼຂອງງົບປະມານລາຍ ຮັບແລະລາຍຈ່າຍທີ່ເພີ່ມຂື້ນຈາກແຜນການປີ 2009-2010 ໃນລະດັບທີ່ສູງພໍສົມຄວນທັງ
ຍັງເປັນການສະແດງໃຫ້ເຫັນເຖິງ ການປະຕິບັດໜ້າທີ່ຢ່າງບໍ່ສຸດຈະລິດ ຂອງບັນດາພະນັກ
ງານລັດຖະບານອີກດ້ວຍ.
XS
SM
MD
LG