ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ​​ຢືນຢັນ​ທີ່​ຈະ​ສືບ​ຕໍ່ ໃຫ້ການ​ຮ່ວມ​ມື​ ກັບ​ສະຫະລັດ ເພື່ອຊອກຫາ ຊາກກະດູກ ທະຫານ ສຫລ


ພິທີຈັດສົ່ງຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານສະຫະລັດ ຈຳນວນນຶ່ງ ທີ່ກູ້ເອົາມາໄດ້ຢູ່ໃນລາວ ແລະ ຖືກສົ່ງກັບຄືນໄປ ສະຫະລັດເປັນທີ່ຮຽບຮ້ອຍ.
ພິທີຈັດສົ່ງຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານສະຫະລັດ ຈຳນວນນຶ່ງ ທີ່ກູ້ເອົາມາໄດ້ຢູ່ໃນລາວ ແລະ ຖືກສົ່ງກັບຄືນໄປ ສະຫະລັດເປັນທີ່ຮຽບຮ້ອຍ.

ທາງ​ການ​ລາວ ໃຫ້ການ​ຢືນຢັນ​ທີ່​ຈະ​ສືບ​ຕໍ່ ການ​ຮ່ວມ​ມື​ ກັບ​
ທາງ​ການ​ສະຫະລັດ ​ເຂົ້າ​ໃນ​ການ​ຊອກ​ຫາ​ຊາກ​ກະດູກ ​ແລະ
ສິ່ງ​ເສດ​ເຫຼືອຂອງ​ທະຫານ​ອາ​ເມຣິກັນ ທີ່​ຫາຍ​ສາບ​ສູນ​ ໃນ
​ປາງ​ສົງຄາມ​ອິນ​ໂດ​ຈີນ​ຢູ່​ໃນ​ລາວ.

ການ​ຢືນຢັນ​ທີ່​ຈະ​ສືບ​ຕໍ່​ໃຫ້ການ​ຮ່ວມ​ມື ກັບ​ສະຫະລັດ​ອາ​ເມຣິກາ ​ເຂົ້າ​ໃນ​ການ​ຊອກ​ຫາ​
ກະດູກ ​ແລະ ສິ່ງ​ເສດ​ເຫຼືອຂອງ​ທະຫານ​ອາ​ເມຣິກັນ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​
ອິນ​ໂດ​ຈີນ ຫຼື MIA ຢູ່​ໃນ​ລາວ ​ໄດ້​ມີ​ຂຶ້ນ​ໃນ​ໂອ​ກາດ ທີ່​ຄະນະ​ຂອງ ທ່ານ​ນາງ Ann Mills-
Griffiths ປະທານ​ຄະນະ​ກຳມະການ​ສັນນິບາດ​ແຫ່ງ​ຊາດ ຂອງ​ຄອບຄົວ​ຊະ​ເລີຍ​ສົງຄາມ
​ແລະ​ ທະຫານ​ອາ​ເມຣິກັນ ທີ່​ຫາຍ​ສາບ​ສູນ​ໄປ​ ໃນ​ປາງ​ສົງຄາມ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ ​ໄດ້​ເດີນທາງ​ຢ້ຽມ​ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ເມື່ອບໍ່​ນານ​ມາ​ນີ້.

ໂດຍ​ຄະນະ​ຂອງ​ ທ່ານ​ນາງ Griffiths ​ໄດ້​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຂອງ​ ທ່ານ​ທອງລຸນ
ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ທ່ານ​ພົງສະຫວັດ ບຸບຜາ ລັດຖະມົນຕີ​ປະຈຳ​ສຳນັກງານ​ປະທານ​ປະ​ເທດ ທ່ານ​ຫຽມ ພົມມະ​ຈັນ ລັດຖະມົນຕີ​ວ່າການ ​ກະຊວງ​ງ​ໄປສະນີ ​ແລະ​ໂທລະ​ຄົມມະນາຄົມ ​ແລະ ພົນ​ໂທ ຈັນສະໝອນ ຈັນ​ຍະ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ຍັງ​ເດີນທາງ​ໄປ​ກວດ​ຢ້ຽມ​ພື້ນ​ທີ່​ ປະຕິບັດ​ງານ​ສຳ​ຫລວດ ​ເພື່ອ​ຊອກ​ຫາກ​ະດູກ ​ແລະ ສິ່ງ​ເສດ​ເຫຼືອຂອງ MIA ຢູ່​ໃນ​ເຂດ​ເມືອງ
​ເຊ​ໂປ​ນ ​ແລະ ​ເມືອງ​ວີລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ຄະນະ​ສຳ​ຫລວດ​ຂອງ​ສະຫະລັດ ສາມາດ​ນຳ​ໃຊ້​ຍານພາຫະນະ ​ເພື່ອ​ຂົນ​ສົ່ງ​ເຄື່ອງມື ​ແລະ​ອຸປະກອນ​ຕ່າງໆ ​ໄປ​ພື້ນ​ທີ່​ເປົ້າໝາຍ ທັງ​ຍັງ​ອະນຸຍາດ​ໃຫ້​ຄະນະ​ສຳ​ຫລວດ​ຂອງ​ສະຫະລັດ ສາມາດ​ຕັ້ງຄ້າຍ​ພັກ​ຢູ່​ໃນ​ບໍລິ​ເວນ ທີ່​ທຳ​ການ​ຂຸດ​ຄົ້ນໄດ້​ ເປັນຄັ້ງທຳ​ອິດນັບ​ແຕ່​ປີ 2014 ​ເປັນຕົ້ນມາ ດ້ວຍ​ເຫດ​ນີ້ ຈຶ່ງ​ຖື​ເປັນ​ບາດກ້າວ​ໃໝ່​ຂອງ​ການ​ຮ່ວມ​ມື​ໃນ​ການ​ຄົ້ນຫາ MIA ຂອງ​ສະຫະລັດ ຢູ່​ໃນ​ລາວ.

ພະນັກງານຄົ້ນຫາຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານ ສຫລ ທີ່ຫາຍສາບສູນ ໃນປາງສົງຄາມ ຂອງທາງການ ສຫລ ຈຳນວນນຶ່ງ ກຳລັງຫາມສິ່ງເສດເຫຼືອສ່ວນນຶ່ງຂຶ້ນມາ ໃນແຂວງເຊກອງ.
ພະນັກງານຄົ້ນຫາຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານ ສຫລ ທີ່ຫາຍສາບສູນ ໃນປາງສົງຄາມ ຂອງທາງການ ສຫລ ຈຳນວນນຶ່ງ ກຳລັງຫາມສິ່ງເສດເຫຼືອສ່ວນນຶ່ງຂຶ້ນມາ ໃນແຂວງເຊກອງ.

ທາງ​ການ​ລາວ ​ແລະ ສະຫະລັດ ​ໄດ້​ເລີ້ມ​ການ​ຮ່ວມ​ມື​ໃນ​ການ​
ຊອກ​ຫາ MIA ຢູ່​ໃນ​ລາວ ນັບ​ຕັ້ງ​ແຕ່ປີ 1982 ​ເປັນຕົ້ນມາ ​ແລະ
​ໃນ​ປັດຈຸບັນ ​ໄດ້​ຄົ້ນພົບ​ແລ້ວ 270 ກໍລະນີ​ຈາກ​ທັງ​ໝົດ 575
ກໍລະນີ ຈຶ່ງ​ຍັງ​ເຫຼືອ 305 ກໍລະນີ ທີ່​ທາງ​ການ​ທັງ​ສອງ​ຝ່າ​ຍ ຈະ​
ຮ່ວມ​ກັນ​ສຳ​ຫລວດ ​ແລະ​ຊອກ​ຫາ​ຕໍ່​ໄປ ​ໂດຍ​ຈະ​ຕ້ອງ​ໃຊ້​ລະຍະ
​ເວລາ​ອີກ​ຍາວ​ນານ ​ເທົ່າ​ໃດ​ນັ້ນ ຍັງ​ບໍ່​ສາມາດ​ກຳນົດ​ໄດ້​ເລີຍ
​ຈົນ​ເຖິງ​ທຸກ​ມື້​ນີ້.

ການຊອກ​ຫາ MIA ຢູ່​ໃນ​ລາວ​ຖື​ເປັນ 1 ​ໃນ 5 ​ໂຄງການ ​ທີ່​ທາງ
​ການ​ສະຫະລັດ ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ທີ່​ຈະ​ເສີມ​ສ້າງ​
ຄວາມ​ຮ່ວມ​ມື​ກັບ​ທາງ​ການ​ລາວ ​ໂດຍ​ອີກ 4 ​ໂຄງການ​ ທີ່​ເຫຼືອນັ້ນ
ກໍ​ຄື​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ໃນ​ລາວ ການ​ພັດທະນາ​ ລະບົບ​ກົດໝາຍ ​ແລະ ສິດ​ທິມະນຸດ ການ​ອະນຸລັກ​ສິ່ງແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ ຊີວະ​ນານາ​ພັນ ການ​ເສີມ​ຂະຫຍາຍ​ມູນ​ຄ່າ​ການ​ຄ້າ ​ແ​ລະການ​ລົງທຶນ ດັ່ງ​ທີ່​ ທ່ານ Daniel Clune ​ເອກ​ອັກ
ຄະ​ລັດຖະທູດ​ສະຫະລັດ ປະຈຳ​ສປປ ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ທຳ​ອິດ ກໍ​ຄື​ພວກ​ບັນຫາ ທີ່​ເກີດ​ມາ​ຈາກ​ສົງຄາມ​ຫວຽດນາມ ກໍ​ຄື ການ​ຊອກ​ຄົ້ນ
ຫາ​ຊາກ​ກະດູກ ຂອງ​ພວກ​ທະຫານ​ອາ​ເມຣິກັນ ທີ່​ຫາຍ​ສາບ​ສູນ​ໄປ ​ໃນ​ປາງ​ສົງ
ຄາມ ​ແລະ​ ການ​ເກັບ​ກູ້​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກ​ໃນ​ລາວ. ບຸລິ​ມະ​ສິດ​ສູງ​ອີກ​ອັນ​
ນຶ່ງ ຈະ​ແມ່ນ ການ​ສົ່ງ​ເສີມ​ເລື້ອງ​ສິດ​ທິມະນຸດ ​ແລະ​ ການ​ປົກຄອງ​ດ້ວຍ​ຕົວ​ບົດ​
ກົດໝາຍ ການ​ສືບ​ຕໍ່​ຮ່ວມ​ມື​ກັນ​ໃນ​ດ້ານ​ສຸຂະພາບ ດ້ານ​ຕໍ່ຕ້ານ​ຢາ​ເສບ​ຕິດ ​ແລະ
ດ້ານ​ສິ່ງ​ແວດລ້ອມ ຮວມທັງ​ຄວາມ​ພະຍາຍາມ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່ ​ໃນ​ການ​
ຄວບ​ຄຸມພະ​ຍາດຕິ​ດ​ແປດ​ຮ້າຍ​ແຮງ. ທ້າຍ​ສຸດ ການ​ເພີ້​ມທະວີ​ການ​ຄ້າ ​ແລະ
ການ​ລົງທຶນຂອງ​ສະຫະລັດ ກໍ​ຖື​ວ່າ ​ເປັນ​ບຸລິມະສິດ ຄື​ກັນ.”

​ໂດຍ​ກ່ອນ​ໜ້າ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​ໃນ​ການ
​ສຶກສາ​ອົບຮົມ ​ເພື່ອ​ການ​ປ້ອງ​ກັນ​ໄພ​ອັນຕະລາຍ​ຈາກ​ລະ​ເບີດ UXO ສຳ​ຫລັບ​ນັກຮຽນ
​ໃນ​ພື້ນ​ທີ່ 15 ​ເມືອງ​ໃນ​ເຂດ 9 ​ແຂວງ​ທີ່​ມີ​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ຢ່າງ​ໜາ​ແໜ້ນ ​ເຊັ່ນ
ເມືອງ​ນ້ຳບາກ ​ໃນ​ແຂວງ​ຫລວງ​ພະ​ບາງ ​ເມືອງ​ຫ່ຽມ ​ແລະ​ ເມືອງ​ວຽງ​ໄຊ ​ໃນ​ແຂວງຫົວພັນ
​ເມືອງ​ຄຳ ​ແລະ ​ເມືອງ​ໜອງ​ແຮດ ​ໃນ​ເຂດ​ແຂວງ​ຊຽງ​ຂວາງ ສ່ວນ​ອີກ 10 ​ເມືອງ​ ທີ່​ເຫຼືອ
ກໍ​ຢູ່​ໃນ​ແຂວງ ​ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ​ເຊ​ກອງ ອັດ​ຕະປື ​ແລະ ຈຳປາ​ສັກ.

ທາງ​ການ​ສະຫະລັດ ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທາງ​ການ​ລາວ ​ໃນ​ໂຄງການ​ດັ່ງກ່າວ​ນີ້
ນັບ​ແຕ່​ປີ 1996 ​ເປັນຕົ້ນມາ ພາຍ​ໃຕ້​ເປົ້າໝາຍ​ເພື່ອລົດ​ຈຳນວນ ຜູ້​ທີ່​ໄດ້​ຮັບ​ເຄາະ​ ຈາກ​
ລະ​ເບີດ UXO ​ໃຫ້​ນ້ອຍ​ລົງ ​ໂດຍ​ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ ​ໄດ້​ໃຫ້ການ​ສຶກສາ​ອົບຮົມ​ແກ່
​ນັກຮຽນ​ໃນ​ລາວ ​ໄດ້​ແລ້ວຫຼາຍກວ່າ 228,000 ຄົນ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ມີ​ຄູ-
ອາ​ຈານຫຼາຍກວ່າ 9,000 ຄົນ ທີ່​ໄດ້​ຜ່ານ​ການເຝິກອົບຮົມ​ຄວາມ​ຮູ້​ ກ່ຽວ​ກກັບ​ການປ້ອງ
​ກັນ​ໄພ​ອັນຕະລາຍ​ຈາກ​ລະ​ເບີດ UXO ດັ່ງ​ກ່າວ.

ການ​ລົດ​ຈຳນວນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ນັບ​ເປັນ​ເປົ້າໝາຍ​ທີ 9 ຂອງ
ສະຫັດສະວັດ ການ​ພັດທະນາ​ໃນ​ລາວ ​ທີ່​ຕ້ອງການ​ຈະ​ລົດ​ຈຳນວນ ​ຜູ້​ທີ່​ໄດ້​ຮັບ​ເຄາະ
​ຈາກ​ລະ​ເບີດ UXO ລົງ​ຈາກ 300 ຄົນ ​ໃນ​ແຕ່ລະ​ປີ​ໃຫ້​ຢູ່​ໃນ​ລະດັບ​ບໍ່​ເກີນ 56 ຄົນ ພາຍ​
ໃນ​ປີ 2020 ​ໂດຍ​ການ​ດຳ​ເນີນ​ໂຄງການ​ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ​ໄດ້ປະສົບ​ຜົນສຳ​ເລັດ
​ເກີນ​ຄາດໝາຍ ​ເພາະ​ສາມາ​ດລົດ​ຈຳນວນ ​ຜູ້​ທີ່​ໄດ້​ຮັບ​ເຄາະ​ລົງຈາກ 300 ກໍລະນີ ​ໃນ​ປີ
2008 ​ເຫຼືອພຽງ 30 ກວ່າ​ກໍລະນີ​ຕໍ່​ປີ​ເທົ່າ​ນັ້ນ ນັບ​ແຕ່​ປີ 2013 ​ເປັນຕົ້ນມາ.

XS
SM
MD
LG