ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຮ່າງກົດໝາຍສະບັບໃໝ່ ເພື່ອນຳໃຊ້ ໃນການຄວບຄຸມ ພຶດຕິກຳຂອງເຍົາວະຊົນ ໃນສື່ສັງຄົມ


ສູນກາງຊາວໜຸ່ມປະຕິວັດລາວ ຈັດກອງປະຊຸມຢູ່ທີ່ຖ້ຳເມືອງວຽງໄຊ ແຂວງຫົວພັນ.
ສູນກາງຊາວໜຸ່ມປະຕິວັດລາວ ຈັດກອງປະຊຸມຢູ່ທີ່ຖ້ຳເມືອງວຽງໄຊ ແຂວງຫົວພັນ.

ທາງການລາວ ຈັດທຳຮ່າງກົດໝາຍສະບັບໃໝ່ ເພື່ອນຳໃຊ້ໃນການຄວບຄຸມພຶດຕິກຳຂອງເຍົາວະຊົນໃນສື່ສັງຄົມ Online ໂດຍແນໃສ່ການສະກັດກັ້ນການເຄື່ອນໄຫວທີ່ຫວັງທຳລາຍພັກ-ລັດຖະບານລາວ.

ເຈົ້າໜ້າທີ່ຂັ້ນສູງໃນສູນກາງຊາວໜຸ່ມປະຕິວັດລາວ ເປີດເຜີຍວ່າ ການຮ່າງກົດໝາຍສະບັບໃໝ່ວ່າດ້ວຍຊາວໜຸ່ມ ໄດ້ດຳເນີນການແລ້ວສຳເສັດເມື່ອບໍ່ນານມານີ້ ແລະຈະສະເໜີເຂົ້າສູ່ການພິຈາລະນາ-ຮັບຮອງ ໃນກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວ ທີ່ຈະມີຂຶ້ນໃນຊ່ວງເດືອນມິທຸນາ 2020 ໂດຍຮ່າງກົດໝາຍສະບັບດັ່ງກ່າວນີ້ ຈະໃຫ້ຄວາມສຳຄັນເປັນພິເສດໃນການຄຸ້ມຄອງບົດບາດໜ້າທີ່ຂອງຊາວໜຸ່ມລາວໃນໄລຍະໃໝ່ ໂດຍແນໃສ່ການສົ່ງເສີມໃຫ້ຊາວໜຸ່ມລາວ ປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຫລາຍຂຶ້ນ ທັງນີ້ ດ້ວຍການປັບປຸງການຈັດຕັ້ງຂອງສູນກາງຊາວໜຸ່ມປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງເພີ້ມຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ຢືນຢັນວ່າ:

“ພວກເຮົາໄດ້ເອົາໃຈໃສ່ແມ່ນວຽກງານທາງດ້ານການປັບປຸງການຈັດຕັ້ງເຮັດໃຫ້ການຈັດຕັ້ງເຂັ້ມແຂງ ກໍຄືພວກເຮົາພວມສຸມໃສ່ໃນການສ້າງກົດໝາຍສະບັບໃໝ່ ຄືກົດໝາຍວ່າດ້ວຍຊາວໜຸ່ມ ຊຶ່ງຈະເອົາເຂົ້າຜ່ານສະພາແຫ່ງຊາດ ໃນສະໄໝກອງປະຊຸມເທື່ອທີ 9 ໃນເດືອນ 6 ຫຼືວ່າເດືອນມິຖຸນາ ທີ່ຈະມາເຖິງນີ້ ຫາກກົດໝາຍດັ່ງກ່າວນີ້ ຖືກຮັບຮອງກໍຈະເປັນກົດໝາຍໃນການປົກປ້ອງສິດທິຜົນປະໂຫຍດຂອງຊາວໜຸ່ມທຸກສາຂາອາຊີບເປັນຢ່າງດີ.”

ທາງດ້ານເຈົ້າໜ້າທີ່ໃນອົງການພັນທະມິດສື່ມວນຊົນໃນເອເຊຍຕະເວັນອອກສຽງໃຕ້ (SEAPA) ໄດ້ໃຫ້ຂໍ້ສັງເກດວ່າ ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ກໍຄືກົດໝາຍທີ່ເປັນສ່ວນປະກອບຂອງກົດໝາຍວ່າດ້ວຍຄະນະຊາວໜຸ່ມລາວ (ສະບັບປັບປຸງ) ທີ່ປະກາດບັງຄັບໃຊ້ຢ່າງເປັນທາງການໃນວັນທີ 14 ມິຖຸນາ 2017 ເປັນຕົ້ນມານັ້ນ ເພາະເຫັນວ່າ ການທີ່ຊາວໜຸ່ມລາວ ໄດ້ຕິດຕໍ່ພົວພັນ ແລະແລກປ່ຽນຂໍ້ມູນຂ່າວສານກັບພາຍນອກດ້ວຍລະບົບສື່ສັງຄົມ Online ຫຼາຍຂຶ້ນນັ້ນຍ່ອມຈະສົ່ງຜົນກະທົບຕໍ່ແນວຄວາມຄິດ-ຄວາມເຊື່ອຂອງຊາວໜຸ່ມລາວ ທີ່ມີຕໍ່ການນຳຂອງພັກ-ລັດຖະບານບາວຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນການວິພາກວິຈານການຈັດຕັ້ງປະຕິບັດແຜນການພັດທະນາຕ່າງໆຂອງລັດຖະບານລາວ ທີ່ບໍ່ເປັນໄປຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ນັ້ນ ຖືເປັນກໍລະນີບັນຫາທີ່ພັກ-ລັດຖະບານລາວໄດ້ດຳເນີນມາດຕະການຄວບຄຸມ ແລະກວດກາຢ່າງໃກ້ຊິດ ທັງຍັງໄດ້ດຳເນີນຄະດີ ແລະລົງໂທດຜູ້ທີ່ວິພາກວິຈານພັກ-ລັດຖະບານລາວຢ່າງເດັດຂາດອີກດ້ວຍ.

ໂດຍເຫັນໄດ້ຈາກກໍລະນີທີ່ສານປະຊາຊົນ ແຂວງຈຳປາສັກໄດ້ພິພາກຕັດສິນລົງງໂທດຈຳຄຸກ 5 ປີ ແລະປັບໃໝ 20 ລ້ານກີບ ນາງຮວຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ອາຍຸ 30 ປີ ມີອາຊີບຄ້າຂາຍຢູ່ທີ່ເມືອງໂພນທອງ ແຂວງຈຳປາສັກ ຜູ້ທີ່ມີຊື່ສຽງໃນສື່ສັງຄົມ Online ໃນລາວທີ່ຖືກຈັບກຸມ ເມື່ອວັນທີ 12 ກັນຍາ 2019 ໂດຍຜູ້ກ່ຽວຖືກກ່າວຫາວ່າ ໄດ້ທຳຄວາມຜິດດ້ວຍການໂຄສະນາຕ້ານພັກ-ລັດ ທີ່ເປັນຄວາມຜິດຕາມກົດໝາຍອາຍາ ມາດຕາ 117 ໂດຍສຳລັບພັກ-ລັດຖະບານລາວ ແລ້ວຖືວ່າ ເປັນມາດຕະການທີ່ຈຳເປັນຕໍ່ໍການຮັກສາຄວາມສະຫງົບໃນສັງຄົມລາວເປັນສຳຄັນ ແລະເປັນຄວາມຮັບຜິດຊອບີ່ປະຊາຊົນລາວຈະຕ້ອງປະກອບສ່ວນດ້ວຍການເປັນຫູ-ເປັນຕາໃຫ້ພັກ-ລັດຖະບານລາວນັ້ນເອງ.

ທັງນີ້ ເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ ຢືນຢັນວ່າ ນາງຮວຍເຮືອງ ຮັບສາລະພາບວ່າ ໄດ້ທຳຄວາມຜິດຕາມທີ່ຖືກກ່າວຫາຈິງ ອີກທັງຍັງໄດ້ໃຫ້ຂໍ້ມູນສຳຄັນທີ່ກ່ຽວກັບການພົວພັນກັບກຸ່ມຄົນບໍ່ດີ ທັງພາຍໃນລາວ ແລະຕ່າງປະເທດອີກດ້ວຍ ໂດຍໃນປັດຈຸບັນນີ້ ນາງໝວຍ ໄດ້ຖືກກັກຂັງຢູ່ທີ່ສະຖານຄຸມຂັງຂອງທາງການແຂວງຈຳປາສັກ.

ກ່ອນໜ້ານີ້ ສານປະຊາຊົນນະຄອນວຽງຈັນ ໄດ້ຕັດສິນໃສ່ໂທດແກ່ຊາວໜຸ່ມລາວ 3 ຄົນ ເມື່ອເດືອນເມສາ 2017 ຂໍ້ຫາໃສ່ຮ້າຍປ້າຍສີພັກ-ລັດ ໃນສື່ Online ກໍຄື ທ້າວສົມພອນ ພິມມະສອນ ອາຍຸ 29 ປີ ຈຳຄຸກ 20 ປີ ປັບໃໝ 200 ລ້ານກີບ ທ້າວສຸການ ໃຈທັດ ອາຍຸ 32 ປີ ຈຳຄຸກ 16 ປີ ປັບໃໝ 106 ລ້ານກີບ ແລະນາງຫລອດຄຳ ທຳມວົງ ອາຍຸ 30 ປີ ຈຳຄຸກ 12 ປີ ປັບໃໝ 110 ລ້ານກີບ.

XS
SM
MD
LG