ທ່ານ ບົວລີ ມິລັດຕະນະເພັງ ຄະນະຮັບຜິດຊອບກວດກາຄຸ້ມ
ຄອງການທ່ອງທ່ຽວໃນເຂດເມືອງວັງວຽງ ແຂວງວຽງຈັນ ຖະ
ແຫຼງຢືນຢັນວ່າ ຮ້ານກິນດື່ມ ແລະບໍລິການນັກທ່ອງທ່ຽວ 24
ແຫ່ງ ໃນເຂດເມືອງວັງວຽງ ໄດ້ຖືກຄໍາສັ່ງໃຫ້ປິດກິດຈະການ
ເປັນການຊົ່ວຄາວເມື່ອບໍ່ນານມານີ້ ໂດຍມີສາເຫດມາຈາກການ
ທີ່ຮ້ານກິນດື່ມ ແລະບໍລິການນັກທ່ອງທ່ຽວດັ່ງກ່າວໄດ້ພາກັນ
ດໍາເນີນກິດຈະການຢ່າງບໍ່ຖືກຕ້ອງຕາມກົດລະບຽບ ທີ່ທາງການ
ລາວໄດ້ວາງອອກ.
ຍິ່ງໄປກວ່ານັ້ນ ການດໍາເນີນການຂອງຮ້ານກິນດື່ມ ແລະບໍລິການ
ນັກທ່ອງທ່ຽວເຫຼົ່ານີ້ ຍັງມີລັກສະນະທີ່ເປັນອັນຕະລາຍຕໍ່ຊີວິດ
ແລະຮ່າງກາຍຂອງນັກທ່ອງທ່ຽວອີກດ້ວຍ ຕົວຢ່າງກໍຄືການຂາຍ
ເຫຼົ້າທີ່ມີສ່ວນຜະສົມຂອງສານກ່ອມປະສາດ ຫຼືຢາເສບຕິດແລະ
ກິດຈະ ກໍາທີ່ໃຫ້ບໍລິການແກ່ນັກທ່ອງທ່ຽວ ເຊັ່ນການໂຫນເຊືອກແລ້ວໂດດລົງນໍ້າຊອງນັ້ນ ກໍບໍ່ມີຄວາມປອດໄພ ຈົນເປັນເຫດເຮັດໃຫ້ນັກທ່ອງທ່ຽວບາດເຈັບ ແລະເສຍຊີວິດໄປແລ້ວຈໍານວນນຶ່ງ.
ແຕ່ຢ່າງໃດກໍຕາມ ທ່ານ ບົວລີ ກໍຢືນຢັນວ່າຮ້ານກິນດື່ມແລະບໍລິ
ການນັກທ່ອງທ່ຽວເຫຼົ່ານີ້ຈະ ສາມາດກັບຄືນມາເປີດບໍລິການໄດ້
ອີກເທື່ອໃໝ່ ກໍຕໍ່ເມື່ອປະຕິບັດຕາມກົດລະບຽບຂອງທາງການ
ລາວໄດ້ຢ່າງຄົບຖ້ວນແລ້ວ. ທັງນີ້ກໍເນື່ອງຈາກວ່ າຖືເປັນພາກ
ສ່ວນທີ່ສໍາຄັນທີ່ສ້າງລາຍຮັບໃຫ້ ກັບເມືອງວັງວຽງໄດ້ເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ໂດຍຈາກການລາຍງານຂອງຜະແນກທ່ອງທ່ຽວ
ກໍໄດ້ລະບຸວ່າ ນັບແຕ່ເດືອນຕຸລາ ປີຜ່ານມາເຖິງເດືອນມິຖຸນາປີນີ້ ມີນັກທ່ອງທ່ຽວຊາວຕ່າງ
ຊາດເກືອບນຶ່ງແສນຄົນ ທີ່ເດີນທາງໄປເມືອງວັງວຽງ ແລະພາກບໍລິການສາມາດສ້າງລາຍ
ຮັບ ໄດ້ຫຼາຍກວ່າ 53 ຕື້ກີບ.
ຫາກແຕ່ວ່າ ເຂດທີ່ຖືວ່າພາກບໍລິການແລະທ່ອງທ່ຽວມີການຂະຫຍາຍຕົວຫຼາຍທີ່ສຸດ ໃນລາວນັ້ນກໍຄືນະຄອນວຽງຈັນ ໂດຍໃນຕະຫຼອດປີ 2011 ທີ່ຜ່ານມານັ້ນ ກໍປາກົດວ່າມີນັກ
ທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 1,164,000 ຄົນ ທີ່ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນ ເຂດນະຄອນວຽງຈັນ ຫຼືເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບກັບປີ 2010.
ຍິ່ງໄປກວ່ານັ້ນ ດ້ວຍການຂະຫຍາຍຕົວໃນລະດັບດັ່ງກ່າວນີ້ ກໍຍັງເຮັດໃຫ້ເຊື່ອວ່າ ໃນຕະ
ຫຼອດປີ 2012 ນີ້ ຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນເຂດນະ
ຄອນວຽງຈັນ ຫຼາຍກວ່າ 1.7 ລ້ານຄົນ ຫຼືຄິດເປັນອັດຕາຂະຫຍາຍຕົວທີ່ເພີ່ມຂຶ້ນຈາກປີ
2011 ເກີນກວ່າ 40% ຊຶ່ງກໍຈະເຮັດໃຫ້ທຸລະກິດພາກບໍລິການແລະທ່ອງທ່ຽວໃນເຂດນະ
ຄອນວຽງຈັນ ມີເງິນຕາຕ່າງປະເທດໄຫຼເຂົ້າສູ່ລະບົບທຸລະກິດຄິດເປັນມູນຄ່າລວມເຖິງ
165 ລ້ານໂດລາ ເນື່ອງຈາກວ່າໃນຕະຫຼອດປີ 2012 ນີ້ ເປັນປີການທ່ອງທ່ຽວລາວ ຫຼື
Visit Lao Year ນັ້ນ ເອງ.
ສ່ວນກ່ຽວກັບການຕຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບ
ປີການທ່ອງທ່ຽວລາວດັ່ງກ່າວນີ້ ທ່ານຄໍາປະດິດ ເຂັມມານິດ ຫົວ
ໜ້າຜະແນກການທ່ອງທ່ຽວນະຄອນວຽງຈັນ ກໍໄດ້ໃຫ້ການຊີ້ແຈງ
ວ່າ:
"ພື້ນຖານຮອງຮັບພວກເຮົາກໍໄດ້ເອົາໃຈໃສ່ໃນການພັດທະ
ນາໂຄງການຕ່າງໆ ຕິດພັນກັບທິດນໍາຂອງການນໍານະ
ຄອນຫຼວງວຽງຈັນ ໃນການປະຕິບັດນະໂຍບາຍ 6 ສ. ກໍ
ຄືການສ້າງພື້ນຖານໂຄງຫລ່າງຂອງຕົວເມືອງຫັ້ນ ເພື່ອໃຫ້
ສະຖານທີ່ຕ່າງໆ ຫັ້ນໄດ້ກາຍເປັນທີ່ຮອງຮັບແລະຮັບໃຊ້
ບໍລິການຂອງສັງຄົມ ກໍຄືນັກທ່ອງທ່ຽວ ບໍ່ວ່າຈະເປັນຮ້ານຄ້າ ຮ້ານຂາຍ ກໍຄືສະ ຖານທີ່ພັກຜ່ອນແບບສາທາ ລະນະ ໃຫ້ມີຫຼາຍບ່ອນເພີ່ມຂຶ້ນ."
ທາງດ້ານກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວຂອງລາວ ກໍໄດ້ຕັ້ງເປົ້າໝາຍ
ທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດເພື່ອໃຫ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນ ລາວໃຫ້ໄດ້ບໍ່ໜ້ອຍກວ່າ 2.6 ລ້ານຄົນ ໃນຕະຫຼອດປີ 2012 ນີ້ ໂດຍໄດ້ມີການດໍາເນີນງານ
ເພື່ອຕຽມຄວາມພ້ອມທັງໃນດ້ານໂຮງແຮມຮ້ານອາຫານ ສະຖານທີ່ທ່ອງທ່ຽວ ແລະການບໍ
ລິການຕ່າງໆ ສໍາລັບຮອງຮັບປີທ່ອງທ່ຽວລາວໃຫ້ໄດ້ຢ່າງມີປະສິດທິພາບ ແລະໃຫ້ເປັນທີ່
ປະທັບໃຈຂອງນັກທ່ອງທ່ຽວຊາວຕ່າງຊາດອີກດ້ວຍ.
ໃນປັດຈຸບັນນີ້ ທົ່ວປະເທດລາວມີໂຮງແຮມ 357 ແຫ່ງ, ບ້ານພັກ 1,127 ແຫ່ງ, ຮ້ານອາຫານ 1,246 ແຫ່ງ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ ແລະວັດທະນະທໍາ 1,493 ແຫ່ງ.

ເບິ່ງຄວາມເຫັນ (11)
ໂຫລດຄວາມເຫັນ ຕື່ມອີກ