ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະດຳເນີນຄະດີ ເພື່ອລົງໂທດທາງອາຍາ ກັບແມ່ຍິງລາວ 2 ຄົນ ທີ່ເປັນສາເຫດຕົ້ນຕໍ ການລະບາດຂອງໂຄວິດ-19 ຮອບໃໝ່


ນາງມອນມະນີ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວ-ຊາຍໄທສອງຄົນ ທີ່ນຳເອົາເຊື້ອໄວຣັສເຂົ້າມາຕິດແປດ ປະຊາຊົນ ໃນເຂດນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7 ຫາ 15 ເມສາ 2021 ທີ່ຜ່ານມາ.
ນາງມອນມະນີ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວ-ຊາຍໄທສອງຄົນ ທີ່ນຳເອົາເຊື້ອໄວຣັສເຂົ້າມາຕິດແປດ ປະຊາຊົນ ໃນເຂດນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7 ຫາ 15 ເມສາ 2021 ທີ່ຜ່ານມາ.

ທາງການລາວຈະດຳເນີນຄະດີເພື່ອລົງໂທດທາງອາຍາກັບແມ່ຍິງລາວ 2 ຄົນທີ່ເປັນສາເຫດຕົ້ນຕໍໃນການການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະໃໝ່ ດ້ວຍການລັກລອບນຳພາ 2 ຊາຍໄທເຂົ້າມາທ່ຽວໃນລາວ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ພັນໂທວີລະພົນ ໄພບູນ ຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ນະຄອນວຽງຈັນ ຖະແຫລງວ່າ ທາງການຕຳຫຼວດລາວໄດ້ຄວບຄຸມຕົວແມ່ຍິງລາວ 2 ຄົນທີ່ເປັນສາເຫດຕົ້ນຕໍການລະບາດຂອງໄວຣັສໂຄວິດ-19 ໃນໄລຍະໃໝ່ໄວ້ເພື່ອດຳເນີນຄະດີຕາມກົດໝາຍອາຍາແລ້ວ ໂດຍໃນປັດຈຸບັນຜູ້ກ່ຽວທັງສອງຍັງຢູ່ໃນລະຫວ່າງການຖືກກັກບໍລິເວນເປັນເວລາ 14 ວັນພາຍຫລັງໄດ້ຮັບການຮັກສາແລະປິ່ນປົວຈົນຫາຍຈາກການຕິດພະຍາດໄວຣັສໂຄວິດ-19 ແລ້ວນັ້ນ ແລະເມື່ອຄົບກຳນົດດັ່ງກ່າວ ຈຶ່ງຈະດຳເນີນການສອບສວນເພື່ອສະຫລຸບເປັນສຳນວນໃຫ້ໄອຍະການຟ້ອງຮ້ອງຕໍ່ສານປະຊາຊົນຕໍ່ໄປ ດັ່ງທີ່ ພັນໂທວີລະພົນ ຢືນຢັນວ່າ:

“ກ່ຽວກັບກໍລະນີຜູ້ຕິດເຊື້ອກໍລະນີທີ 59 ກະຄືນາງຕິນ່າ ຊຶ່ງເປັນຜູ້ທີ່ພາເອື້ອຍຮັກແລະຄົນໄທ ໄປທ່ຽວໃນສະຖານທີ່ສາທາລະນະຕ່າງໆ ທີ່ພາໃຫ້ເກີດການລະບາດຂອງເຊື້ອໂຄວິດເຂົ້າສູ່ຊຸມຊົນເປັນວົງກວ້າງ ຊຶ່ງສ້າງຜົນເສຍຫາຍໃຫ້ແກ່ເສດຖະກິດແລະສັງຄົມຂອງ ສປປ ລາວ ຕໍ່ການກະທຳດັ່ງກ່າວ ເຫັນວ່າ ເປັນການກະທຳ ທີ່ແຕະຕ້ອງເຖິງມາດຕາ 199 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ທາງເຈົ້າໜ້າທີ່ ປກສ ຈະໄດ້ສືບຕໍ່ດຳເນີນການສືບສວນສອບສວນຜູ້ກ່ຽວແລະພັກພວກເພື່ອສະຫລຸບສຳນວນຄະດີແລະສົ່ງໃຫ້ໄອຍະການຖະແຫລງໃຫ້ສານຕັດສິນຕາມຂັ້ນຕອນຂອງລະບຽບກົດໝາຍ.”

ໂດຍແມ່ຍິງລາວ 2 ຄົນທີ່ລັກລອບນຳພາຜູ້ຊາຍໄທ 2 ຄົນເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆ ໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ ກໍຄື ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ນຳພາຄົນໄທເຂົ້າມາລາວ ກັບນາງມອນມະນີ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວໃນເຂດນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7 ຫາ 15 ເມສາ 2021 ທີ່ຜ່ານມາ ຊຶ່ງຖ້າຫາກວ່າ ສານປະຊາຊົນ ໄດ້ຕັດສິນວ່າ ມີຄວາມຜິດຕາມມາດຕາ 199 ຂອງກົດໝາຍອາຍາ ກໍຄືເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນລາວນັ້ນ ກໍຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະປັບໃໝຕັ້ງແຕ່ 10 ລ້ານກີບເຖິງ 70 ລ້ານກີບ ສ່ວນຜູ້ຊາຍໄທ 2 ຄົນ ທີ່ລັກລອບເດີນທາງກັບຄືນໄປໄທ ແລະຖືກທາງການໄທຈັບກຸມໄດ້ແລ້ວນັ້ນ ທາງການລາວ ກໍຈະດຳເນີນການຕາມຂໍ້ຕົກລົງລະຫວ່າງ ລາວ-ໄທ ເພື່ອຂໍໃຫ້ທາງການໄທສົ່ງຕົວຜູ້ກ່ຽວທັງ 2 ໃຫ້ກັບທາງການລາວໃນສະຖານະຂອງການສົ່ງຜູ້ຮ້າຍຂ້າມແດນຕໍ່ໄປ.

ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ລັກລອບນຳພາຄົນໄທເຂົ້າມາລາວຢ່າງຜິດກົດໝາຍ ຊຶ່ງຊາຍສອງຄົນນີ້ ຕິດເຊື້ອໄວຣັສມາແລ້ວ ແລະພາກັນໄປທ່ຽວໃນເຂດສະຫວັດນະເຂດແລະນະຄອນວຽງຈັນຈຶ່ງເປັນສາເຫດເຮັດໃຫ້ເກີດການລະບາດຮອບໃໝ່.
ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ລັກລອບນຳພາຄົນໄທເຂົ້າມາລາວຢ່າງຜິດກົດໝາຍ ຊຶ່ງຊາຍສອງຄົນນີ້ ຕິດເຊື້ອໄວຣັສມາແລ້ວ ແລະພາກັນໄປທ່ຽວໃນເຂດສະຫວັດນະເຂດແລະນະຄອນວຽງຈັນຈຶ່ງເປັນສາເຫດເຮັດໃຫ້ເກີດການລະບາດຮອບໃໝ່.

ນອກຈາກນີ້ ທາງການລາວກໍຍັງໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການສະກັດກັ້ນ ການລັກລອບເດີນທາງໄປ-ມາລະຫວ່າງປະຊາຊົນລາວໄທ-ໃນເຂດ 2 ຝັ່ງແມ່ນ້ຳຂອງດ້ວຍການຫ້າມເດີນເຮືອຢ່າງເດັດຂາດໃນໄລຍະນີ້ ດັ່ງທີ່ ທ່ານບຸນເພັງ ສີນະວົງພອນ ເຈົ້າເມືອງເມືອງຫາດຊາຍຟອງ ນະຄອນວຽງຈັນ ໄດ້ຢືນຢັນວ່າ:

“ຈຸດໃຫຍ່ໆ ອັນນຶ່ງ ແມ່ນທາງສີຖານໃຕ້ ແຖວຫາດກັນຊາ ແຖວບ້ານຮ້ອມ ອັນນີ້ເປັນຈຸດທີ່ຄົນມັກຂ້າມໄປ-ຂ້າມມາ ຍ້ອນວ່າ ຄວາມເຄີຍຊິນຂອງປະຊາຊົນສອງຝັ່ງນີ້ ມີການໄປມາຫາສູ່ກັນ ສະນັ້ນ ຕໍ່ບັນຫານີ້ ພວກເຮົາກະໄດ້ເອົາກຳລັງລົງໄປ ເພື່ອຕິດຕາມຢ່າງໃກ້ຊິດ ແລະພວກເຮົານີ້ ກະໄດ້ມອບໝາຍໃຫ້ຄະນະພັກທີ່ລົງຊີ້ນຳແຕ່ລະກຸ່ມນັ້ນ ໄດ້ເອົາແຈ້ງການລົງໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນແລ້ວ ກໍຊາວປະມົງຮັບຊາບ ແລ້ວກະພ້ອມກັນຈັດຕັ້ງປະຕິບັດ.”

ສ່ວນ ທ່ານພູທອນ ເມືອກງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫລງວ່າ ການແຜ່ລະບາດຂອງໄວຣັສ ໂຄວິດ-19 ທີ່ເພີ້ມຂຶ້ນຢ່າງໄວວາທີ່ເຮັດໃຫ້ລັດຖະບານຕ້ອງປະຕິບັດມາດຕະການປິດດ່ານຊາຍແດນແລະຫ້າມການເດີນທາງໄປ-ມາໃນທົ່ວປະເທດ ນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ແລະໃນປັດຈຸບັນນີ້ ສະພາບການກໍຍັງບໍ່ດີຂຶ້ນ ທັງຍັງຄາດວ່າ ຈະມີຜູ້ຕິດໄວຣັສ ໂຄວິດ-19 ເກີນກວ່າ 2,000 ຄົນ ພາຍໃນເດືອນພຶດສະພານີ້ ຈຶ່ງເຮັດໃຫ້ຈະຕ້ອງມີການຂະຫຍາຍເວລາໃນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວຕໍ່ໄປ ເຖິງວັນທີ 20 ພຶດສະພາ 2021 ຫລັງຈາກນັ້ນ ຈຶ່ງຈະພິຈາລະນາວ່າ ຈະມີມາດຕະການແນວໃດຕໍ່ໄປ ແຕ່ສຳລັບໃນດ້ານການຮັກສາຜູ້ຕິດໄວຣັສນັ້ນ ກໍມີໂຮງໝໍມິດຕະພາບ-ໂຮງໝາເສດຖາ-ໂຮງໝໍ 103 ທີ່ຮອງຮັບຄົນປ່ວຍໄດ້ 216 ຄົນເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງໄດ້ຈັດກຽມໂຮງໝໍພາກສະໜາມ 4 ແຫ່ງໃນນະຄອນວຽງຈັນ ທີ່ສາມາດຮອງຮັບຄົນປ່ວຍໄດ້ລວມກັນເຖິງ 1,600 ຄົນ.

ພ້ອມກັນນີ້ ການລະບາດຢ່າງວ່ອງໄວຂອງໄວຣັສໂຄວິດ-19 ດັ່ງກ່າວກໍຍັງເຮັດໃຫ້ລັດຖະບານລາວ ຕ້ອງການຈະໄດ້ຮັບການຊ່ອຍເຫຼືອດ້ານຢາວັກຊີນກັນໄວຣັສໂຄວິດ-19 ເພີ້ມຂຶ້ນອີກດ້ວຍ ເພາະລັດຖະບານລາວ ສາມາດສະໜອງງົບປະມານເພື່ອຈັດຊື້ວັກຊີນໄດ້ພຽງ 20 ເປີເຊັນຂອງຄວາມຕ້ອງການທັງໝົດເທົ່ານັ້ນ.

XS
SM
MD
LG