ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຈະລົງໂທດ ພະນັກງານລັດ ແລະພາກເອກກະຊົນ ທີ່ເຄື່ອນໄຫວ ຢ່າງຜິດກົດໝາຍ


ກອງປະຊຸມ ທົ່ວປະເທດ ກ່ຽວກັບ ແຜນສືບຕໍ່ແກ້ໄຂ ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ
ກອງປະຊຸມ ທົ່ວປະເທດ ກ່ຽວກັບ ແຜນສືບຕໍ່ແກ້ໄຂ ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ

ທາງການລາວ ຈະດຳເນີນມາດຕະການຢ່າງເຂັ້ມງວດເຂົ້າໃນການລົງໂທດ ຕໍ່ບັນດາ
ພະນັກງານລັດ ກັບພາກເອກກະຊົນ ທີ່ໄດ້ຮັບຜົນປະໂຫຍດ ຈາກການຊ່ອຍເຫຼືອຊາວ
ຕ່າງຊາດ ໃຫ້ລັກລອບທຳງານຢູ່ໃນລາວ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະສະຫວັດດີການ
ສັງຄົມ ຢືນຢັນວ່າ ການຈັດຕັງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ
62/ນຍ ວ່າດ້ວຍການອຳນວຍຄວາມສະດວກ ໃຫ້ແກ່ການຂຶ້ນທະບຽນ ແລະອອກບັດ
ອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດໃນລາວ ທີ່ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ກັບກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນຮັບຜິດຊອບ
ຮ່ວມກັນ ນັບແຕ່ປີ 2016 ເປັນຕົ້ນມາ ຍັງຈະສືບຕໍ່ການຈັດຕັ້ງປະຕິບັດຢ່າງເຂັ້ມງວດ
ໃນປີ 2019 ເພື່ອເຮັດໃຫ້ສາມາດຂຶ້ນທະບຽນແຮງງານຕ່າງຊາດ ໃຫ້ໄດ້ຢ່າງຄົບຖ້ວນ
ເພາະໃນໄລຍະຜ່ານມາ ປາກົດວ່າ ມີແຮງງານຕ່າງຊາດ 29,825 ຄົນ ທີ່ໄດ້ຮັບອະນຸ
ຍາດ ແລະຊຳລະຄ່າທຳນຽມການທຳງານໃນລາວ ຢ່າງຖືກຕ້ອງຕາມກົດໝາຍ.

ແຕ່ຢ່າງໃດກໍຕາມ ສະຫະພັນກຳມະບານລາວ ກໍເຊື່ອວ່າ ມີແຮງງານຕ່າງຊາດຫຼາຍກວ່າ
50,000 ຄົນ ທີ່ທຳງານຢູ່ໃນລາວ ຈຶ່ງຍັງມີແຮງງານຕ່າງຊາດອີກ ກວ່າ 21,000 ຄົນ ທີ່
ຍັງບໍ່ຊຳລະຄ່າທຳນຽມການອອກບັດອະນຸຍາດທຳງານໃນລາວ ຢ່າງຖືກຕ້ອງ ທີ່ມີອັດຕາ
ຄ່າທຳນຽມ 3 ລ້ານ 6 ແສນກີບຕໍ່ຄົນຕໍ່ປີ ຊຶ່ງກະຊວງແຮງງານ ແລະສະຫວັດດີການ
ສັງຄົມ ກັບກະຊວງປ້ອງກັນຄວາມສະຫງົບ ຈະຕ້ອງຕິດຕາມຮ່ວມກັນ ເພື່ອນຳພາເອົາ
ແຮງງານຕ່າງຊາດເຫຼົ່ານີ້ ເຂົ້າສູ່ລະບຽບກົດໝາຍຂອງລາວ ໃຫ້ໄດ້ຢ່າງຄົບຖ້ວນ ດ້ວຍ
ການປະສານງານຢ່າງໃກ້ຊິດ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງກໍຍັງຈະລົງໂທດພະນັກ
ງານລັດ ແລະພາກເອກກະຊົນ ທີ່ມີສ່ວນໄດ້ຮັບຜົນປະໂຫຍດ ຈາກການຊ່ອຍເຫຼືອ
ແຮງງານຕ່າງຊາດໃນລາວດ້ວຍ ດັ່ງທີ່ ທ່ານຄຳແພງ ຢືນຢັນວ່າ:

“ອົງການປົກຄອງ ແຂວງ-ນະຄອຫຼວງວຽງຈັນ ເປັນເຈົ້າການໃນການຊີ້ນຳ ຕິດຕາມ
ແລະຊຸກຍູ້ອົງການປົກຄອງຂັ້ນເມືອງ ນະຄອນ ແລະຂະແໜງການລັດ ອ້ອມຂ້າງ
ແຂວງ ກ່ຽວກັບການເອົາໃຈໃສ່ ຄຸ້ມຄອງການເຄື່ອນໄຫວຂອງຄົນຕ່າງປະເທດ ຢູ່
ພາຍໃນແຂວງຂອງຕົນ ສຶກສາອົບຮົມ ປະຕິບັດວິໄນ ຫຼືລົງໂທດຕໍ່ ພະນັກງານ
ເຈົ້າໜ້າທີ່ຂອງລັດ ບຸກຄົນ ນິຕິບຸກຄົນ ແລະປະຊາຊົນ ຢູ່ໃນເມືອງ ນະຄອນຂອງຕົນ
ທີ່ບໍ່ເອົາໃຈໃສ່ປະຕິບັດໜ້າທີ່ ຫຼືຈົງໃຈເຮັດໃຫ້ມີຄົນຕ່າງປະເທດ ເຄື່ອນໄຫວບໍ່
ຖືກຕ້ອງ ຕາມກົດໝາຍ.”

ທາງການລາວ ໄດ້ປະຕິບັດການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວ ໃຫ້ແກ່ຄົນຕ່າງປະເທດ ນັບຕັງແຕ່ປີ ເດືອນທັນວາ 2015 ເປັນຕົ້ນມາ
ທາງການລາວ ໄດ້ປະຕິບັດການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວ ໃຫ້ແກ່ຄົນຕ່າງປະເທດ ນັບຕັງແຕ່ປີ ເດືອນທັນວາ 2015 ເປັນຕົ້ນມາ

ສ່ວນທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ຄຸນນະພາບຟີມືແຮງງານ
ລາວ ຍັງຫ່າງໄກຈາກລະດັບມາດຕະຖາສາກົນ ໃນທຸກໆດ້ານ ຊຶ່ງເຮັດໃຫ້ຈຳເປັນຈະ
ຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຂອງແຮງງານລາວ
ໃຫ້ສາມາດແຂ່ງຂັນໃນຕະຫຼາດແຮງງານຕ່າງປະເທດ ຢ່າງແທ້ຈິງ ເພາະວ່າ ໃນປັດຈຸ
ບັນນີ້ ແຮງງານລາວ ໄດ້ຕົກຢູ່ໃນສະພາບທີ່ບໍ່ສາມາດແຂ່ງຂັນກັບແຮງງານຕ່າງຊາດໄດ້
ໃນທຸກໆດ້ານ ຈຶ່ງເຮັດໃຫ້ໄດ້ຮັຮບຄ່າຈ້າງໃນອັດຕາທີ່ຕ່ຳນັ້ນເອງ.

ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາແຮງງານຈາກປັດຈຸບັນ ເຖິງປີ
2020 ໄວ້ວ່າ ຈະພັດທະນາແຮງງານມີຝີມືໃຫ້ໄດ້ 658,000 ຄົນ ເພື່ອສະໜອງໃຫ້ແກ່
ບໍລິສັດຕ່າງຊາດໃນລາວ ໃຫ້ໄດ້ຢ່າງພຽງພໍ ທັງຍັງຈະສ້າງມາດຕະຖານຝີມືແຮງງານ
ໃນ 25 ສາຂາອາຊີບ ພ້ອມທັງທົດສອບ ແລະອອກໃບຢັ້ງຢືນມາດຕະຖານຝີມືແຮງງານ
ໃນ 27 ສາຂາອາຊີບໃຫ້ແຮງງານລາວ 12,500 ກວ່າຄົນ ເພື່ອໃຫ້ສາມາດໄປທຳງານ
ໄດ້ ໃນທຸກປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນ ຊຶ່ງໃນປີ 2018 ທາງການລາວ
ສາມາດສ້າງວຽກເຮັດງານທຳໃນປະເທດໄດ້ 15,025 ຄົນ ແລະສົ່ງແຮງງານໄປຕ່າງ
ປະເທດ 129,044 ຄົນ.

ທາງດ້ານ ອົງການແຮງງານສາກົນ ຫຼື ILO ລະບຸວ່າ ລັດຖະບານລາວ ຈະຕ້ອງສົ່ງເສີມ
ພາກເອກກະຊົນ ເພື່ອໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາ ລະດັບສູງໃຫ້ຫຼາຍ
ຂຶ້ນ ເພາະວ່າ ການທີ່ລັດຖະບານລາວ ບໍ່ມີງົບປະມານນັ້ນ ເຮັດໃຫ້ບໍ່ສາມາດຮອງຮັບ
ກັບຈຳນວນນັກສຶກສາ ທີ່ເພີ້ມຂຶ້ນຢ່າງໄວວາ ເຊັ່ນຢູ່ໃນຂັ້ນມະຫາວິທະຍາໄລແຫ່ງຊາດ
ລາວ ກໍສາມາດຮອງຮັບນັກສຶກສາໄດ້ 11,000 ຄົນ ໃນແຕ່ລະປີ ແຕ່ກໍປາກົດວ່າ ມີນັກ
ຮຽນ ທີ່ຈົບຊັ້ນມັດທະຍົມປາຍ ຈຳນວນຫຼາຍກວ່າ 6 ໝື່ນຄົນ ໃນແຕ່ລະປີ.

XS
SM
MD
LG