ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຈົ້າໜ້າທີ່ລາວ ຈະລົງໂທດຄົນເຂົ້າເມືອງຜິດກົດໝາຍ ຫຼັງຈາກກວດຫາໂຄວິດ-19 ແລ້ວ


ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໂຄວິດ-19 ໃນ ສປປ ລາວ.
ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໂຄວິດ-19 ໃນ ສປປ ລາວ.

ທາງການລາວຈະດຳເນີນຄະດີ ແລະລົງໂທດທຸກຄົນທີີ່ລັກລອບເດີນທາງເຂົ້າມາລາວ
ໂດຍຜິດກົດໝາຍ ໂດຍການລົງໂທດດັ່ງກ່າວ ຈະມີຂຶ້ນພາຍຫຼັງທີ່ໄດ້ຜ່ານ ການກວດ
ຫາເຊື້ອໄວຣັສໂຄວິດ-19 ແລ້ວນັ້ນ ຊຶ່ງຊົງລິດ ໂພນເງິນມີລາຍງານ ຈາກບາງກອກ.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າ ການ
ລະບາດຂອງພະຍາດໄວຣັສ COVID-19 ໃນປະເທດເພື່ອນບ້ານ ໂດຍສະເພາະແມ່ນ
ປະເທດມຽນມາ ແລະໄທນັ້ນ ໄດ້ເປັນຜົນເຮັດໃຫ້ມີການລັກລອບເດີນທາງເຂົ້າມາໃນ
ລາວໂດຍຜິດກົດໝາຍເພີ້ມຂຶ້ນນັບມຶ້ ໂດຍເຫັນໄດ້ຈາກ ກໍລະນີແຮງງານລາວໃນໄທ
ແລະກໍລະນີຂອງຊາວຈີນໃນມຽນມາ ທ່ີ່ລັກລອບ ເດີນທາງເຂົ້າມາລາວ ເພື່ອທີ່ຈະກັບ
ຄືນໄປປະເທດຈີນ ອັນເຮັດໃຫ້ປະຊາຊົນ ລາວມີ ຄວາມສ່ຽງທີ່ຈະຕິດເຊື້ອໄວຣັສ
COVID-19 ຈາກແຮງງານລາວ ແລະ ຊາວຈີນ ທີ່ລັກລອບເດີນທາງເຂົ້າມາໃນລາວ
ໂດຍຜິດກົດໝາຍດັ່ງກ່າວ ສະ ນັ້ນເພື່ອເປັນການສະກັດກັ້ນບັນຫາ ຈຶ່ງຈະຕ້ອງດຳເນີນ
ຄະດີ ແລະລົງໂທດ ຕາມກົດໝາຍກັບທຸກບຸກຄົນທີ່ໄດ້ລັກລອບເຂົ້າມາໃນລາວ ໂດຍ
ຜິດກົດໝາຍນັ້ນ ດັ່ງທີ່ທ່ານພູທອນ ໄດ້ໃຫ້ການຢືນຢັນວ່າ:

"ຕ້ອງໄດ້ກວດກາຢ່າງເຄັ່ງຄັດຕໍ່ພາກສ່ວນກ່ຽວຂ້ອງ ເປັນຕົ້ນແມ່ນຜູ້ນຳພາທາງລັກລອບ
ເຂົ້າເມືອງຜິດກົດໝາຍ ບັນດາໂຮງແຮມ ເຮືອນພັກ ຜູ້ຂົນສົ່ງ ຫຼືຜູ້ອຳ ນວຍຄວາມສະ
ດວກທີ່ເຂົ້າເຄືອຂ່າຍໃນການກະທຳຜິດຕໍ່ກົດໝາຍ ຜິດຕໍ່ລະບຽບ ວິໄນ ແລະມາດຕະ
ການທີ່ຄະນະສະເພາະກິດ ວາງອອກແລະ ກໍຕ້ອງສືບຕໍ່ຈຳ ກັດບໍລິເວນຜູ້ສຳພັດໃກ້ຊິດ
ຈົນຄົບ 14 ມື້ ສະນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງໃຫ້ການຮ່ວມມື ເປັນຫູເປັນຕາ
ຊ່ວຍເຈົ້າໜ້າທີ່ ເພື່ີອຕິດຕາມເອົາຜູ້ລັກລອບເຂົ້າເມືອງມາກວດຫາເຊື້ອພະຍາດ COVID-
19 ກ່ອນຈະພິຈາລະນາດຳເນີນ ການຕາມກົດໝາຍ."

ທ່ານພູທອນ ຢືນຢັນອີກວ່າ ລາວຍັງມີຄວາມສ່ຽງທີ່ຈະປະເຊີນກັບການລະບາດ ຂອງໄວ
ຣັສ COVID-19 ໂດຍສະເພາະແມ່ນຢູ່ເຂດຊາຍແດນຕິດຕໍ່ກັບປະເທດ ເພື່ອນບ່້ານນັ້ນ
ດັ່ງກໍລະນີຂອງຊາວຈີນ 2 ຄົນ ທີ່ຕິດເຊື້ອໄວຣັສ COVID-19 ຈາກເມືອງທ່າຂີ້ເຫລັກໃນ
ມຽນມາ ແລ້ວກໍໄດ້ພາກັນລັກລອບເດີນທາງເຂົ້າມາພັກ ອາໄສຢູ່ໃນເຂດເສດຖະກິດພິ
ເສດສາມຫລ່ຽມຄຳ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະເດີນທາງຕໍ່ໄປຍັງເຂດເສດຖະກິດ
ສະເພາະ ບໍ່ເຕັນແດນງາມ ທີ່ແຂວງຫຼວງ ນໍ້າທາ ໃນຊ່ວງວັນທີ 24 ພະຈິກ ຫາ 2 ທັນວາ
2020 ທີ່ຜ່ານມາ ຊຶ່ງຖືກ ເຈົ້າໜ້າທີ່ຕຳຫຼວດຈີນຈັບກຸມໂຕໃນຂະນະທີ່ລັກລອບເດີນທາງ
ຈາກລາວ ເຂົ້າໄປ ໃນແຂວງຢູນານຂອງຈີນນັ້ນ ໄດ້ສົ່ງຜົນເຮັດໃຫ້ທາງການລາວ ຕ້ອງມີ
ຄຳສັ່ງໃຫ້ ປິດເຂດເສດຖະກິດທັງ 2 ແຫ່ງດັ່ງກ່າວ ເກືອບ 1 ເດືອນ ເພື່ອກວດຮ່າງກາຍ
ຂອງຜູ້ທີ່ມີຄວາມສ່ຽງ ທີ່ຈະໄດ້ຮັບຫຼືຕິດເຊື້ອໄວຣັສ COVID-19 ຈາກຊາວຈີນ ທັງ 2 ຄົນ
ດັ່ງກ່າວຈຳນວນ 286 ຄົນ ສ່ວນໃນຕົ້ນເດືອນກຸມພາ 2021 ກໍມີ ແຮງງານ ລາວ 1 ຄົນທີ່
ຕິດເຊື້ອ COVID-19 ຈາກໄທ ທີ່ລັກລອບເດີນທາງ ກັບຄືນມາລາວ.

ຄະນະສະເພາະກິດເພື່ອການປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງເຊື້ອໄວ
ຣັສ COVID-19 ໄດ້ເພີ້ມຄວາມເຂັ້ມງວດເຂົ້າໃນການກວດສຸຂະພາບ ຄົນລາວ ແລະ
ຊາວຕ່າງຊາດທຸກຄົນ ທີ່ເດີນທາງເຂົ້າມາລາວ ໃນໄລຍະນີ້ ໂດຍ ສະເພາະແມ່ນຢູ່ທີ່ດ່ານ
ຊາຍແດນທີ່ຕິດຕໍ່ກັບປະເທດເພື່ອນບ້ານນັ້ນ ຖືເປັນເຂດ ທີ່ຈະຕ້ອງເຂັ້ມງວດເປັນພິ
ເສດເພາະວ່າໄດ້ກວດພົບຜູ້ຕິດເຊື້ອໄວຣັສ

COVID-19 ລາຍໃໝ່ 14 ຄົນ ໃນວັນທີ 23 ພະຈິກ 2020 ໃນນີ້ເປັນຜູ້ຕິດເຊື້ອສັນຊາດ
ລາວ 1 ຄົນ ແລະຊາວຕ່າງຊາດ 13 ຄົນ ທີ່ເດີນທາງເຂົ້າມາລາວ ໂດຍ ຜ່ານດ່ານຊາຍ
ແດນ ຈຶ່ງເຮັດໃຫ້ຕ້ອງເພີ້ມມາດຕາການເຂັ້ມງວດດັ່ງກ່າວ.

ກ່ອນໜ້ານີ້ຄະນະສະເພາະກິດ ໄດ້ໃຫ້ການຜ່ອນຜັນ ແລະອຳນວຍຄວາມສະດວກໃຫ້
ກັບບັນດານັກທຸລະກິດ ແລະນັກທ່ອງທ່ຽວຊາວຕ່າງຊາດ ທີ່ຕ້ອງການ ເດີນທາງເຂົ້າມາ
ພົວພັນທາງທຸລະກິດ ແລະທ່ອງທ່ຽວລາວໂດຍມີເງື່ອນໄຂວ່າ ຈະຕ້ອງເປັນການເດີນທາງ
ມາລາວ ດ້ວຍຖ້ຽວບິນເຊົ່າເໝົາລໍາເທົ່ານັ້ນ ທັງຈະ ຕ້ອງເປັນປະເທດທີ່ບໍ່ມີບັນຫາການ
ລະບາດຂອງໄວຣັສ COVID-19 ຢູ່ພາຍ ໃນຊຸມຊົນອີກດ້ວຍ ພ້ອມກັນນີ້ຄະນະສະເພາະ
ກິດ ຍັງໄດ້ເຫັນດີບໍ່ກັກກັນບໍລິ ເວນເປັນເວລາ 14 ວັນ ສຳລັບຄົນລາວ ແລະຊາວຕ່າງ
ຊາດ ທີີກວດບໍ່ພົບໄວ ຣັສ COVID-19 ຫຼັງຈາກທີ່ເດີນທາງເຂົ້າມາລາວ ແລະຜ່ານການ
ກວດ ຫາ ເຊື້ອໄວຣັສ COVID-19 ເປັນເວລາ 48 ຊົ່ວໂມງແລ້ວນັ້ນ ທາງການລາວກໍ ອະ
ນຸຍາດໃຫ້ກັກກັນບໍລິເວນ 14 ວັນ ຢູ່ທີ່ເຮືອນພັກຂອງຕົນໄດ້ ແລະຫຼັງ ຈາກນັ້ນ ຈຶ່ງຈະສາ
ມາດເດີນທາງ ເພື່ອການພົວພັນທາງທຸລະກິດໃນລາວໄດ້ ຕາມປົກກະຕິ ໂດຍນັບແຕ່
ເດືອນກຸມພາ ປີ 2020 ເປັນຕົ້ນມາ ມີຜູ້ຕິດເຊື້ອ ໄວຣັສ COVID-19 ໃນລາວຈຳນວນ
45 ຄົນຈາກການກວດສຸຂະພາບຮ່າງ ກາຍຂອງຄົນລາວ ແລະຊາວຕ່າງຊາດທີ່ເດີນທາງເ
ຂົ້າມາລາວຈຳນວນເກີນກວ່າ 1 ແສນຄົນ ແລະຍັງຈະຕ້ອງດຳເນີນມາດຕະການຄວບຄຸມ
ຢ່າງເຂັ້ມງວດຕໍ່ໄປ.

XS
SM
MD
LG