ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໒ ກັນຍາ ໒໐໒໔

ລັດຖະບານລາວ ຈະພິຈາລະນາຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃນໄວໆນີ້ ໃນຂະນະທີ່ແຮງງານລາວ ຍັງພາກັນເດີນທາງໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ


ແຮງງານລາວ ທີ່ເຮັດວຽກໃນໂຮງງານຕັດຫຍິບ ປີ 2020.
ແຮງງານລາວ ທີ່ເຮັດວຽກໃນໂຮງງານຕັດຫຍິບ ປີ 2020.

ລັດຖະບານລາວຈະພິຈາຣະນາການເພີ້ມອັດຕາຄ່າຈ້າງຂັ້ນຕ່ຳໃຫ້ສອດຄ່ອງກັບສະພາບການຕົວຈິງ ໃນໄວໆນີ້. ສ່ວນແຮງງານລາວກໍຍັງເດີນທາງໄປເຮັດວຽກຢູ່ຕ່າງປະເທດ ເພີ້ມຂຶ້ນເລື່ອຍໆ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ນັກທຸລະກິດລາວໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ເປີດເຜີຍວ່າ ພາກທຸລະກິດເອກະຊົນໃນລາວ ຍັງຈະປະເຊີນກັບບັນຫາການຂາດແຄນແຮງງານທີ່ຮຸນແຮງຂຶ້ນ. ທັງນີ້ ກໍຍ້ອນວ່າ ຄົນງານລາວ ສ່ວນໃຫຍ່ ຍັງເດີນທາງ ໄປເຮັດວຽກ ຢູ່ຕ່າງປະເທດ ເພີ້ມຂຶ້ນເລື້ອຍໆ ໂດຍສະເພາະ ປະເທດໄທ ແລະ ເກົາຫລີໃຕ້. ເປັນຈຸດໝາຍປາຍທາງທີ່ຄົນງານລາວເດີນທາງໄປຫາວຽກເຮັດຫລາຍທີ່ສຸດ. ເພາະອັດຕາຄ່າຈ້າງແມ່ນສູງກວ່າຢູ່ລາວຫຼາຍເທົ່າ. ຈືງເຮັດໃຫ້ແຮງງານລາວມີລາຍຮັບພຽງພໍກັບລາຍຈ່າຍປະຈຳວັນ ແລະ ຍັງສາມາດສົ່ງເງິນກັບໄປລ້ຽງຄອບຄົວຢູ່ລາວໄດ້ອີກດ້ວຍ. ດັງທີ່ນັກທຸລະກິດລາວ ໄດ້ຢືນຢັນວ່າ:
“ເຮັດວຽກຍູ່ພາຍໃນ ສະເລ່ຍຕໍ່ເດືອນໄດ້ພຽງແຕ່ 2-3 ລ້ານ ຫຼື 4-5 ລ້ານກີບເປັນຍ່າງຫຼາຍ ສ່ວນຜູ້ທີ່ໄປເຮັດວຽກຢູ່ຕ່າງປະເທດ ສະເລ່ຍຕໍ່ເດືອນແມ່ນ 7 ລ້ານ – 8 ລ້ານ ຫຼື 10 ລ້ານກີບ ສະເພາະຢູ່ ສາທາລະ ນະລັດເກົາຫຼີ ສະເລ່ຍຕໍ່ເດືອນແມ່ນປະມານ 30 ລ້ານ ຫາ 40 ລ້ານກີບ. ສຳຫລັບເງື່ອນໄຂຂອງຜູ້ທີ່ໄປນັ້ນ ສ່ວນຫລາຍກະແມ່ນຊາວໜຸ່ມທີ່ມີອາຍຸລະຫວ່າງ 25 ຫາ 35 ປີ.”

ສ່ວນທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫລງ​ວ່າ​ຄະນະ​ກຳມະການ​ໄຕພາຄີ ​ທີ່​ປະກອບ​ດ້ວຍ​ສະຫະພັນ​ກຳມະບານ ສະພາການຄ້າແລະອຸດສາຫະກຳແຫ່ງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຮ່ວມກັນພິຈາລະນາການຂຶ້ນຄ່າຈ້າງຂັ້ນຕ່ຳໃຫ້ແຮງງານໃນລາວໃນໄວໆນີ້. ​ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ປານ​ໃດ. ເພາະ​ຕ້ອງ​ລໍຖ້າ​ການ​ນຳ​ສະ​ເໜີ​ຂອງ​ແຕ່ລະ​ຝ່າຍ​ໃນ​ອົງການ​ໄຕພາຄີ ດັ່ງ​ທີ່ທ່ານ​ນາງ​ໃບ​ຄຳ ຢືນຢັນວ່າ:

“ກ່ຽວ​ກັບ​ການ​ພິ​ຈາ​ລະ​ນາ​ເພີ່ມ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ພວກ​ເຮົາ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ໃນການເຮັດວຽກກັບອົງການໄຕພາຄີ ​ເຊິ່ງ​ແມ່ນ ​ອົງການຜູ້​ຕ່າງຫນ້າຂອງຜູ້ອອກແຮງງານ​ແລະ ອົງການຕ່າງຂອງຜູ້ໃຊ້ແຮງງານ ສະພາການຄ້າແລະ ອຸດສາຫະ ກຳແຫ່ງຊາດ ແລະ ສະຫະພັນກຳມະບານລາວຂັ້ນສູນກາງ ແລະ ມີການປຶກສາຫາລືກັບບັນດາກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງ ແລະການປັບຂຶ້ນຄ່າຈ້າງຂັ້ນຕ່ຳນີ້. ພວກເຮາກະຄາດວ່າຈະໄດ້ສະເຫນີຕ່ອລັດຖະບານໃນການຮັບຮອງເອາອັດຕາຄ່າຈ້າງຂັ້ນຕ່ຳໃນອັດຕາໃໝ່ໃນໄວໆນີ້.”

ທັ້ງນີ້ລັດຖະບານໄທກຳລັງພິຈາລະນາແຜນການຂື້ນຄ່າຈ້າງຂັ້ນຕ່ຳເປັນ 400 ບາດ ຕໍ່ມື້ ນັບແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ, ເຊິ່ງຈະເປັນການເພີ່ມຄ່າຈ້າງໃຫ້ຄົນງານທັງໝົດ ລວມທັງຄົນງານລາວ, ມຽນມາ ແລະ ກຳພູຊາ ທີ່ເຮັດວຽກຢູ່ໃນປະເທດໄທຢ່າງຖືກກົດໝາຍ ນອກຈາກ​ນັ້ນ ​ຍັງ​ໄດ້​ຫຼຸດ​ຄ່າ​ທຳນຽມ VISA ສຳລັບ​ຄົນ​ງານ​ລາວ, ມຽນມາ, ກຳປູ​ເຈຍ​ທີ່​ເຮັດ​ວຽກ​ຢູ່​ໄທ​ຢ່າງ​ຖືກ​ກົດໝາຍ ຄືໄດ້​ຫຼຸດ​ລົງ​ຈາກ 2,000 ບາດ ເຫຼືອ​ພຽງ 500 ບາດ​ເທົ່າ​ນັ້ນ, ຈຶ່ງ​ຄາດ​ວ່າ​ຈະ​ມີ​ຄົນ​ງານ​ລາວ, ມຽນມາ, ກຳປູ​ເຈຍ ​ເດີນ ທາງ​ໄປ​ເຮັດ​ວຽກ​ຢູ່​ໄທ​ຕື່ມ​ອີກ. ໃນນັ້ນລວມທັງຄົນງານລາວດ້ວຍ. ດັ່ງນັ້ນ, ຈືງເຮັດໃຫ້ພາກການຜະລິດໃນລາວປະສົບກັບປັນຫາການຂາດແຄນແຮງງານຫຼາຍກວ່າ 800,000 ຄົນໃນປັດຈຸບັນ.

ສ່ວນທ່ານ ຊະນິນ ຊະລິດສາພົງ, ສະມາຊິກສະພາການຄ້າແຫ່ງຊາດໄທ ຢືນຢັນວ່າອົງການນາຍຈ້າງທີ່ປະກອບດ້ວຍ 92 ສະມາຄົມທີ່ຕາງໜ້າໃຫ້ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ 15,000 ກວ່າແຫ່ງທີ່ມາຈາກ 76 ແຂວງໃນທົ່ວປະເທດໄທ ໄດ້ຍື່ນຈົດໝາຍເຖິງລັດຖະມົນຕີວ່າການກະຊວງແຮງງານໄທ. ເພື່ອສະແດງຄວາມຄັດຄ້ານຕໍ່ແຜນການຂອງລັດຖະບານໄທທີ່ຈະເພີ່ມອັດຕາຄ່າແຮງງານຕ່ຳຢູ່ໄທຈາກ 345 ບາດເປັນ 400 ບາດຕໍ່ວັນແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ. ດ້ວຍເຫດຜົນວ່າ ການຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຜູ້ປະກອບການ SME ໃນໄທ. ເນື່ອງຈາກວ່າມັນຈະເພີ່ມຄ່າໃຊ້ຈ່າຍໃນການຜະລິດຜະລິດຕະພັນ. ພ້ອມກັນນັ້ນ, ລາຍຮັບຂອງຜູ້ປະກອບການ SME ຍັງບໍ່ທັນເພີ່ມຂຶ້ນເລີຍ. ຜົນໄດ້ຮັບແມ່ນຕ້ອງປະເຊີນໜ້າກັບສະພາບການສູນເສຍ ແລະ ໃນທີ່ສຸດແມ່ນຕ້ອງຍຸດກິດຈະການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG