ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຈັດຕັ້ງບໍລິສັດ ຄຸ້ມຄອງລາຄາຮັບຊື້ຢາງ ພາລາຈາກຊາວກະສິກອນ ໃນແຂວງຫຼວງນໍ້າທາ


ກອງປະຊຸມທຸລະກິດລາວ-ຈີນ ທີ່ຈັດຂຶ້ນໃນເດືອນ ພຶດສະພາ, 2011
ກອງປະຊຸມທຸລະກິດລາວ-ຈີນ ທີ່ຈັດຂຶ້ນໃນເດືອນ ພຶດສະພາ, 2011

ທາງການລາວຈະຈັດຕັ້ງບໍລິສັດຂຶ້ນມາ ເພື່ອໃຫ້ການຄຸ້ມຄອງລາຄາຢາງພາລາຂອງຊາວ ກະສິກອນໃນແຂວງຫຼວງນໍ້າທາ ເນື່ອງຈາກໃນໄລຍະທີ່ຜ່ານມາ ພວກເຂົາເຈົ້າຖືກບັນດາ ພໍ່ຄ້າກົດລາຄາຮັບຊື້.

ທ່ານ ວັນໄຊ ຈັນທະສອນ ຫົວໜ້າແຜນອຸດສາຫະກໍາ ແລະການຄ້າ ແຂວງ ຫຼວງນໍ້າທາ
ໄດ້ຖະແຫຼງຍອມຮັບວ່າ ຊາວກະສິກອນທີ່ປູກຢາງພາລາໃນແຂວງຫຼວງນໍ້າທາ ໄດ້ຖືກເອົາ
ປຽບ ຈາກບັນດາພໍ່ຄ້າຄົນກາງ ດ້ວຍການກົດລາຄາຮັບຊື້ນໍ້າຢາງພາລາມາໂດຍຕະຫຼອດ.
ເນື່ອງຈາກວ່າ ປັດຈຸບັນນີ້ ຍັງຄົງບໍ່ມີການກໍາໜົດລາຄາກາງ ທັງຍັງບໍ່ມີໜ່ວຍງານຂອງລັດ
ຖະບານ ທີ່ຈະຮັບຜິດຊອບວຽກງານໃນການໃຫ້ການຊ່ວຍເຫຼືອ ແລະຄຸ້ມຄອງບັນດາຊາວ
ກະສິກອນ ທີ່ປູກຢາງພາລາອີກດ້ວຍ.

ຊຶ່ງດ້ວຍບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ທາງການແຂວງ ຫຼວງນໍ້າທາ ໂດຍແມ່ນພະແນກການ
ອຸດສາຫະກໍາ ແລະການຄ້າ ໄດ້ສະເໜີແນວທາງໄປຍັງກະຊວງອຸດສາຫະກໍາ ແລະການຄ້າ ເພື່ອອະນຸຍາດຈັດຕັ້ງບໍລິສັດຂຶ້ນມາ ເພື່ອໃຫ້ການຄຸ້ມຄອງ ແລະຮັບປະກັນລາຄາຮັບຊື້ ນໍ້າ
ຢາງພາລາຈາກຊາວກະສິກອນ ໃນແຂວງຫຼວງນໍ້າທາແລ້ວໃນຂະນະນີ້ ໂດຍຄາດໝາຍວ່າ
ທາງການກະຊວງ ຈະໃຫ້ການອະນຸມັດໃນໝໍ່ໆນີ້.

ສວນຢາງພາລາທີ່ຊາວກະສິກອນລາວປູກ ເພື່ອຂາຍໃຫ້ບໍລິສັດ ຮັບຊື້ຢາງທັງຂອງລາວແລະຕ່າງປະເທດ
ສວນຢາງພາລາທີ່ຊາວກະສິກອນລາວປູກ ເພື່ອຂາຍໃຫ້ບໍລິສັດ ຮັບຊື້ຢາງທັງຂອງລາວແລະຕ່າງປະເທດ

ທ່ານ ວັນໄຊ ບອກດ້ວຍວ່າ
ບໍລິສັດທີ່ຈະຈັດຕັ້ງຂຶ້ນດັ່ງ
ກ່າວບໍ່ພຽງແຕ່ຈະໃຫ້ການ
ຮັບປະກັນ ແລະຄຸ້ມຄອງລາ
ຄາຮັບຊື້ນໍ້າຢາງພາລາຈາກ
ຊາວກະສິກອນເທົ່ານັ້ນ.
ຫາກແຕ່ຍັງຈະມີບົດບາດ
ສໍາຄັນ ໃນການພັດທະນາ
ຄຸນນະພາບ ແລະເພີ່ມຜົນ
ຜະລິດນໍ້າຢາງພາລາໃຫ້
ສູງຂຶ້ນອີກດ້ວຍ ດັ່ງທີ່ ທ່ານ ວັນໄຊ ໄດ້ໃຫ້ການຊີ້ແຈງວ່າ

ໂຕນີ້ຖ້າຫາກວ່າເຮົາເຮັດໄດ້ຫັນນະ ມັນກໍຈະຊ່ວຍປະຊາຊົນ ເຮັດໃຫ້ພວກ
ເຂົາເຈົ້າມີຄວາມຮູ້ໃນດ້ານນີ້ນີ່, ເຮັດໃຫ້ຕົ້ນຢາງພາລາມີອາຍຸການຍືນນານ,
ຄຸນຄ່າມັນກະຊິສູງຂຶ້ນ ແລະອັນສອງມາ ຖ້າວ່າເຮົາເຮັດໄດ້ໂຕນີ້ ມັນກໍ່ຈະ ເຮັດໃຫ້ການເອົາປຽບລະຫວ່າງບໍລິສັດຜູ້ຊື້ຂາຍປະຊາຊົນເຮົານີ້ ດ້ານລາຄາ
ຫັນນະ ມັນກະສິຫຼຸດຜ່ອນລົງ ແລະພ້ອມນັ້ນໄທເຮົາກະອາດສິມີກອງທຶນສົ່ງ
ເສີມ ເພື່ອວ່າຊ່ວຍເຂົາເຈົ້າໃນເວລາຖືກບັນຫາທີ່ເກີດຂຶ້ນຕໍ່ສວນຢາງພາລາ

ແຕ່ຢ່າງໃດກໍຕາມ ແຂວງຫລວງນໍ້າທາ ຍັງຈະຕ້ອງປະເຊີນກັບບັນຫາຂາດແຄນແຮງ
ງານໃນການປາດຢາງພາລາ ເນື່ອງຈາກວ່າ ແຂວງຫລວງນໍ້າທາ ນັບເປັນພື້ນທີ່ ທີ່ກຸ່ມ
ນັກທຸລະກິດຈາກຈີນ ໄດ້ພາກັນເຂົ້າໄປລົງທຶນປູກຢາງພາລາເປັນພື້ນທີ່ທໍາອິດເມື່ອ
10 ກວ່າປີມາແລ້ວ. ມາເຖິງປັດຈະບັນນີ້ກໍປາກົດວ່າ ກວ່າ 40% ຂອງພື້ນທີ່ປູກຢາງພາ
ລາທັງໝົດທີ່ກວ້າງກວ່າ 30 ພັນເຮັກຕານັ້ນ ສາມາດປາດເອົານໍ້າຢາງໄດ້ແລ້ວ. ສ່ວນທີ່ ເຫລືອກໍຈະສາມາດປາດເອົານໍ້າຢາງໄດ້ທັງໝົດນັບຈາກຕົ້ນປີ 2015 ເປັນຕົ້ນໄປ.

ການເຊັນສັນຍາສໍາປະທານ ໂຄງການປູກສວນຢາງລະຫວ່າງ ລາວກັບຈີນໃນປີ 2009
ການເຊັນສັນຍາສໍາປະທານ ໂຄງການປູກສວນຢາງລະຫວ່າງ ລາວກັບຈີນໃນປີ 2009

ຫາກແຕ່ວ່າ ບັນຫາກໍຄື ແຮງງານທີ່ມີຢູ່ໃນປັດຈຸບັນນີ້
ສາມາດທີ່ຈະຂີດເອົານໍ້າຢາງພາລາໄດ້ພຽງໃນເນື້ອທີ່
ບໍ່ເກີນ 8,000 ເຮັກຕາເທົ່ານັ້ນ ໃນຂະນະທີ່ພື້ນທີ່ປູກ
ຢາງພາລາທັງໝົດໃນແຂວງຫລວງນໍ້າທາ ກໍຍັງມີທ່າ
ອ່ຽງທີ່ຈະເພີ້ມຂຶ້ນອີກຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ
ພື້ນທີ່ປູກຢາງພາລາທີ່ກ້ວາງກວ່າ 30,000 ເຮັກຕາ
ນັ້ນ ຈະຕ້ອງໃຊ້ແຮງງານຫຼາຍກວ່າ 60,000 ຄົນ
ພາຍໃນປີ 2015 ແລະເມື່ອປະກອບກັບ ພາຍໃນ
ແຂວງເອງ ກໍສາມາດຝຶກອົບຮົມແຮງງານຂີດຢາງພາລາໄດ້ຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ຈະຕ້ອງປະເຊີນກັບບັນຫາຂາດແຄນແຮງງານຂີດຢາງພາລາ ຢ່າງຫຼີກລ່ຽງ
ບໍ່ໄດ້.

ຖ້າຫາກວ່າ ທາງການແຂວງຫລວງນໍ້າທາ ບໍ່ສາມາດທີ່ຈະຕອບສະໜອງແຮງງານດັ່ງກ່າວ ໄດ້ຢ່າງພຽງພໍກັບຄວາມຕ້ອງການທີ່ເປັນຈິງນັ້ນ ຈຶ່ງມີຄວາມເປັນໄປໄດ້ສູງ ທີ່ບັນດານັກ
ທຸລະກິດຈາກຈີນ ຈະແກ້ໄຂບັນຫາຂາດແຄນແຮງງານດັ່ງກ່າວດ້ວຍການນໍາເຂົ້າແຮງງານ
ຈາກຈີນ.

XS
SM
MD
LG