ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການລາວ ຈະອະນຸຍາດໃຫ້ຖ້ຽວບິນເຊົ່າເໝົາລຳ ຈາກປະເທດທີ່ບໍ່ມີການລະບາດຂອງເຊື້ອໄວຣັສ ໂຄວິດ-19 ເຂົ້າມາໃນປະເທດໄດ້


ເຮືອບິນສາຍການບິນລາວ ໄດ້ນຳເອົາຜູ້ໂດຍສານ ບິນລົງຈອດທີ່ສະໜາມບິນສາກົນ ວັດໄຕ ໃນນະຄອນຫຼວງວຽງຈັນ.
ເຮືອບິນສາຍການບິນລາວ ໄດ້ນຳເອົາຜູ້ໂດຍສານ ບິນລົງຈອດທີ່ສະໜາມບິນສາກົນ ວັດໄຕ ໃນນະຄອນຫຼວງວຽງຈັນ.

ທາງການລາວຈະອະນຸຍາດໃຫ້ທ້ຽວບິນເຊົ່າເໝົາລຳຈາກປະເທດທີ່ບໍ່ມີການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໃຫ້ສາມາດນຳພາບັນດານັກທຸລະກິດ-ນັກທ່ອງທ່ຽວເດີນທາງເຂົ້າມາລາວໄດ້ ໃນໄວໆນີ້.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫລງວ່າ ຄະນະສະເພາະກິດ ເພື່ອການປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສ ໂຄວິດ-19 ໄດ້ພິຈາລະນາເຫັນດີໃນຫລັກການກ່ຽວກັບມາດຕະການຜ່ອນຜັນແລະອຳນວຍຄວາມສະດວກໃຫ້ກັບບັນດານັກທຸລະກິດ ແລະນັກທ່ອງທ່ຽວຊາວຕ່າງຊາດທີ່ຕ້ອງການຈະເດີນທາງເຂົ້າມາເພື່ອພົວພັນທາງທຸລະກິດແລະທ່ອງທ່ຽວໃນລາວ ເປັນກໍລະນີພິເສດໃນໄວໆນີ້ ໂດຍມີເງື່ຶອນໄຂວ່າ ຈະຕ້ອງເປັນການເດີນທາງມາລາວດ້ວຍຖ້ຽວບິນທີ່ເຊົ່າເໝົາລຳເທົ່ານັ້ນ ແລະຈະຕ້ອງເປັນປະເທດທີ່ບໍ່ມີບັນຫສການລະບາດຂອງໄວຣັສ ໂຄວິດ-19 ຢູ່ພາຍໃນຊຸມຊົນອີກດ້ວຍ.

ພ້ອມກັນນີ້ ຄະນະສະເພາະກິດ ຍັງໄດ້ເຫັນດີໃນຫລັກການທີ່ຈະບໍ່ກັກກັນບໍລິເວນເປັນເວລາ 14 ວັນ ສຳລັບຄົນລາວ ແລະຊາວຕ່າງຊາດ ທີ່ກວດບໍ່ພົບເຊື້ອໄວຣັສ ໂຄວິດ-19 ພາຍຫລັງຈາກທີ່ເດີນທາງເຂົ້າມາໃນລາວ ແລະຜ່ານການກວດຫາເຊື້ອໄວຣັສ ໂຄວິດ-19 ເປັນເວລາ 48 ຊົ່ວໂມງແລ້ວນັ້ນ ທາງການລາວ ຈຶ່ງຈະອະນຸຍາດໃຫ້ຄົນລາວ ແລະຊາວຕ່າງຊາດດັ່ງກ່າວໃຫ້ສາມາດກັກກັນບໍລິເວນ 14 ວັນຢູ່ທີ່ເຮືອນ ຫຼືທີ່ພັກຂອງຕົນ ແລະຫລັງຈາກນັ້ນ ຈຶ່ງຈະສາມາດເດີນທາງເພື່ອການພົວພັນທາງທຸລະກິດຫຼືທ່ອງທ່ຽວໃນລາວ ໄດ້ຢ່າງເປັນປົກກະຕິ ດັ່ງທີ່ ທ່ານພູທອນ ໄດ້ໃຫ້ການຢືນຢັນວ່າ:

“ເຫັນດີທາງດ້ານຫລັກການໃຫ້ເປີດຖ້ຽວບິນເໝົາລຳສຳລັບປະເທດທີ່ບໍ່ມີການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນ ເຫັນດີທາງດ້ານຫລັກການຕໍ່ການສະເໜີປະຕິບັດມາດຕະການຜ່ອນຜັນການຈຳກັດບໍລິເວນສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນຊຸມຊົນໂດຍໃນເວລາເຂົ້າມາໃຫ້ກວດຫາເຊື້ອ ແລ້ວກະລໍຖ້າຜົນກວດໃນໄລຍະ 48 ຊົ່ວໂມງ ຖ້າບໍ່ພົບເຊື້ອ ຈຶ່ງສາມາດໄປຈຳກັດບໍລິເວນຕໍ່ຢູ່ໃນທີ່ພັກຂອງສະຖານທີ່ເຮັດວຽກຂອງເຂົາເຈົ້າ ຫຼືວ່າ ຈຳກັດບໍລິເວນຢູ່ເຮືອນຂອງຕົນເອງ.”

ບັນດາພະນັກງານແພດ ສະແກນເບິ່ງອຸນຫະພູມຂອງບັນດາຜູ້ໂດຍສານທີ່ເດີນທາງເຖິງສະໜາມບິນວັດໄຕໃນນະຄອນຫຼວງວຽງຈັນ.
ບັນດາພະນັກງານແພດ ສະແກນເບິ່ງອຸນຫະພູມຂອງບັນດາຜູ້ໂດຍສານທີ່ເດີນທາງເຖິງສະໜາມບິນວັດໄຕໃນນະຄອນຫຼວງວຽງຈັນ.

ທັງນີ້ ໂດຍເຖິງແມ່ນວ່າ ລາວ ຈະບໍ່ພົບຜູ້ຕິດເຊື້ອໄວຣັສ ໂຄວິດ-19 ລາຍໃໝ່ ນັບຈາກເດືອນເມສາ 2020 ເປັນຕົ້ນມາແລ້ວກໍຕາມ ແຕ່ການທີ່ຍັງມີການລະບາດໃນທົ່ວໂລກ ຈຶ່ງເຮັດໃຫ້ລັດຖະບານລາວ ຍັງຕ້ອງດຳເນີນມາດຕະການຄວບຄຸມຢ່າງເຂັ້ມງວດຢູ່ເລື້ອຍມາ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດການລົງທຶນໃນລາວ ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດຊາວຕ່າງຊາດນັ້ນ ຄືພາກສ່ວນທີ່ຖືກກະທົບຢ່າງຮຸນແຮງທີ່ສຸດ ເພາະວ່າ ພວກເຂົາເຈົ້າບໍ່ສາມາດຈະເດີນທາງມາລາວໄດ້ຕາມປົກກະຕິ ແລະເພື່ອເປັນການບັນເທົາບັນຫາດັ່ງກ່າວ ທັງຍັງແນໃສ່ການເສີມສ້າງໃຫ້ບັນຍາກາດທາງທຸລະກິດການລົງທຶນໃນລາວ ໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄວທີ່ສຸດນັ້ນ ຄະນະສະເພາະກິດ ຍັງໄດ້ມີການພິຈາລະນາ ຈະອະນຸຍາດໃຫ້ບັນດານັກທຸລະກິດຊາວຕ່າງຊາດ ສາມາດເດີນທາງເຂົ້າມາໃນລາວ ໂດຍຜ່ານຊ່ອງທາງດ່ວນ Business Fast Track ໄດ້ອີກດ້ວຍ ດັ່ງທີ່ ທ່ານພູທອນ ຢືນຢັນວ່າ:

“ຊ່ອງທາງອັນນຶ່ງເພິ່ນວ່າ Resident Track ກະໝາຍຄວາມວ່າ ເຂົ້າມາແລ້ວຕ້ອງຈຳກັດ 14 ວັນ ບໍ່ມີເຊື້ອແລ້ວຈັ່ງໄປເຄືອນໄຫວໄດ້ ອັນນີ້ເປັນປົກກະຕິທີ່ເຮົາເຮັດຢູ່ແລ້ວ ອັນທີສອງເພິ່ນເອີ້ນວ່າ Business Track ເປັນຊ່ອງທາງສີຂຽວຫຼືຊ່ອງທາງໄວ ມາແລ້ວ ກວດຫາເຊື້ອບໍ່ພົບ ແລ້ວໄປເຄືອນໄຫວໄດ້ໂລດ ອັນນີ້ມັນມີຂໍ້ຈຳກັດບ່ອນວ່າ ກ່ອນເພິ່ນມາເພິ່ນຕ້ອງຈຳກັດຕົນເອງກ່ອນວ່າພາຍໃນ 14 ວັນ ເພິ່ນບໍ່ໄດ້ຕິດເຊື້ອແລ້ວ ແລະກວດບໍ່ພົບເຊື້ອແລ້ວຈັ່ງມາ ບິນຕ້ອງບິນຕົງ ບໍ່ຕ້ອງບິນໄປຜ່ານປະເທດທີ່ມີການລະບາດ ແລະປະເທດທີ່ເພິ່ນຈະມານັ້ນ ບໍ່ມີການລະບາດເປັນວົງກວ້າງ ກະສາມາດປະຕີິບັດເສັ້ນທາງ Business Track”

ສ່ວນທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ຖະແຫລງວ່າ ບໍລິສັດຕ່າງຊາດ ເຂົ້າມາລົງທຶນໃນລາວພຽງ 23 ໂຄງການ ທີ່ມີມູນຄ່າລວມ 2,064 ລ້ານໂດລາ ເທົ່ານັ້ນໃນ 6 ເດືອນຕົ້ນປີ 2020 ລົດລົງກວ່າ 78 ເປີເຊັນ ທຽບກັບໄລຍະດຽວກັນໃນປີ 2019 ທາງດ້ານອົງການທ່ອງທ່ຽວໂລກ ຄາດການວ່າ ທຸລະກິດພາກບໍລິການແລະທ່ອງທ່ຽວໃນລາວ ຈະສູນເສຍລາຍຮັບ ຄິດເປັນມູນຄ່າເກີນກວ່າ 700 ລ້ານໂດລາໃນປີ 2020 ແລະຫວັງວ່າ ພາກບໍລິການແລະທ່ອງທ່ຽວໃນລາວ ຈະຟື້ນຕົວໃນປີ 2021 ເມື່ອສາມາດຄຸມການລະບາດຂອງ ໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ.

XS
SM
MD
LG