ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຍັງຈະສືບຕໍ່ ການກັກບໍລິເວນ 14 ວັນ ສຳລັບຄົນລາວ ແລະຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວ


ພວກນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວ ກຳລັງໄດ້ຮັບການກວດກາຫາ Covid-19 ໂດຍເຈົ້າໜ້າທີ່ລາວ.
ພວກນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວ ກຳລັງໄດ້ຮັບການກວດກາຫາ Covid-19 ໂດຍເຈົ້າໜ້າທີ່ລາວ.

ລັດຖະບານລາວ ຍັງຈະສືບຕໍ່ການກັກບໍລິເວນເປັນເວລາ 14 ວັນສຳລັບຄົນລາວແລະຊາວຕ່າງຊາດທີ່ເດີນທາງເຂົ້າມາໃນລາວ ເພື່ອຄວບຄຸມແລະສະກັດກັ້ນບໍ່ໃຫ້ໄວຣັສ Covid-19 ເຂົ້າມາາລະບາດໃນລາວອີກເທື່ອໃໝ່.

ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫລງວ່າ ຄະນະສະເພາະກິດເພື່ອການປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສ Covid-19 ຍັງຈະສືບຕໍ່ມາດຕະການກັກບໍລິເວນເປັນເວລາ 14 ວັນສຳລັບຄົນລາວ ແລະຊາວຕ່າງຊາດທຸກຄົນ ທີ່ເດີນທາງມາລາວໃນໄລຍະນີ້ ທັງຍັງບໍ່ມີກຳນົດທີ່ແນ່ນອນດ້ວຍວ່າ ຈະສາມາດຢຸດການດຳເນີນມາດຕະການດັ່ງກ່າວໄດ້ເມື່ອໃດ ເພາະວ່າ ພະຍາດໄວຣັສ Covid-19 ຍັງມີການລະບາດຢູ່ໃນຫລາຍໆປະເທດທົ່ວໂລກ ຈຶ່ງເຮັດໃຫ້ຄະນະສະເພາະກິດ ຍັງຄົງນຳໃຊ້ມາດຕະການເຂັ້ມງວດໃນການຄວບຄຸມ ແລະກວດກາສຸຂະພາບຂອງທຸກຄົນທີ່ເດີນທາງເຂົ້າມາໃນລາວ ເພື່ອເປັນການຄວບຄຸມ ແລະສະກັດກັ້ນບໍ່ໃຫ້ໄວຣັສ Covid-19 ກັບເຂົ້າມາໃນລາວອີກເທື່ອໃໝ່ ດັ່ງທີ່ທ່ານລັດຕະນະໄຊ ໃຫ້ການຢືນຢັນວ່າ:

“ທາາງຄະນະສະເພາະກິດ ໃນແຕ່ລະແຂວງ ຮວມທັງສູນກາງນີ້ ໄດ້ກຳນົດໄວ້ແລ້ວ ໝາຍຄວາມວ່າ ຍັງຈະມີກາານເກັບຕົວຢ່າງ ແລ້ວກະຕິດຕາມເປັນໄລຍະ 14 ວັນ ຖ້າຫາກວ່າ ໃນໄລຍະ 14 ວັນ ຫາກບໍ່ມຫຍັງ ແລະຜົນກວດກາບໍ່ພົບເຊື້ອ ກະໝາຍຄວາມວ່າ ຜູ້ກ່ຽວນີ້ ກໍສາມາດອອກຈາກໂຮງແຮມ ຫຼືວ່າ ສູນດັ່ງກ່າວໄປດຳລົງຊີວິດຫຼືວ່າ ປະຕິບັດໜ້າທີ່ໄດ້ ມາດຕະການນີ້ ກໍຍັງຈະໄດ້ສືບຕໍ່ແຫລະ ເພາະວ່າ ປະເທດໃກ້ຄຽງນີ້ ຍັງມີກໍລະນຢູ່ ສະນັ້ນ ເຮົາກໍຮູ້ວ່າ ສະພາບຂອງບ້ານເຮົານີ້ ກະແມ່ນນຳເຂົ້າເຊື້ອງທັງໝົດ.”

ພ້ອມກັນນີ້ ຄະນະສະເພາະກິດ ກໍຍັງສືບຕໍ່ມາດຕະການໂຈະການອອກວີຊາໃຫ້ຊາວຕ່າງຊາດໂດຍທົ່ວໄປ ແລະໃຫ້ຈັດຕັ້ງປະຕິບັດຄຽງຄູ່ກັນກັບການປິດດ່ານຊາຍແດນໃນທົ່ວປະເທດ ທີ່ຕິດຕໍ່ກັບປະເທດເພື່ອນບ້ານຕໍ່ໄປ ໂດຍຍົກເວັ້ນໃຫ້ສະເພາະນັກການທູດ ແລະພະນັກງານບໍລິສັດຕ່າງຊາດຫຼືອົງການສາກົນທີ່ມີຄວາມຈຳເປັນເທົ່ານັ້ນ ຈຶ່ງຈະອອກວີຊາ ແລະອະນຸຍາດໃຫ້ເດີນທາງເຂົ້າມາໃນລາວ ໄດ້ເປັນແຕ່ລະກໍລະນີໆໄປ.

ນອກຈາກນີ້ ມາດຕະການນຶ່ງທີ່ທາງການລາວໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄລຍະຜ່ານມາກໍຄືການກວດສຸຂະພາບຂອງແຮງງານຕ່າງຊາດທຸກຄົນທີ່ເດີນທາງມາຈາກປະເທດທີ່ມີການແຜ່ລະບາດຂອງໄວຣັສ Covid-19 ໂດຍຖ້າຫາກກວດພົບວ່າ ມີອາການເປັນໄຂ້ ກໍຈະສົ່ງຕົວໄປຍັງສະຖານທີ່ກັກກັນເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການໄຂ້ນັ້ນ ກໍຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກເພື່ອເຝົ້າລະວັງອາການເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກທີ່ໄປກວດເບິ່ງອາການຂອງລູກຈ້າງທີ່ຖືກກັກບໍລິເວນດັ່ງກ່າວອີກດ້ວຍ ດັ່ງທີ່ທ່ານ ລັດຕະນະໄຊ ໄດ້ໃຫ້ການຢືນຢັນວ່າ:

ຜູ້ປະກອບການທຸລະກິດຕ່າງໆ ທີ່ມີກຳມະກອນຈາກປະເທດທີມີການລະບາດ ເມື່ອກັບເຂົ້າມາລາວແລ້ວຈະຕ້ອງໄດ້ຜ່ານມາດຕະການວັດແທກອຸນຫະພູມ ຖ້າວ່າບໍ່ພົບ ພາກສ່ວນດັ່ງກ່າວນີ້ ຕ້ອງໄດ້ກັກກັນ 14 ວັນອາດຈະຢູ່ໃນຫໍພັກທີ່ຖືກຈັດສັນໃຫ້ ຈາກບໍລິສັດສະໜອງເຄື່ອງແທກອິນຟາເຣດພົກພາຫັ້ນ ສະບູ ເຈລລ້າງມື າາຜ້າປິດປາກ ປິດດັງນີ້ ໃຫ້ແກ່ຄົນງານ ແລ້ວກະພະແນກສາທາລະນະສຸກຂອງພວກເຮົາ ຈະສົ່ງທີມແພດໄປອົບຮົມໃຫ້ ແລ້ວກະໄປຕິດຕາມກວດກາຈົນກວ່າໄລຍະ 14 ວັນ ນີ້ຜ່ານພົ້ນໄປ.”

ທັງນີ້ ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະງົບເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານແລະປະຊາຊົນລາວຢ່າງເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດກໍຈະຖືກສົ່ງຕົວໄປກັກບໍລິເວນຢູ່ສູນຮອງຮັບໃນແຕ່ລະແຂວງເປັນເວລາ 14 ວັນໂດຍບໍ່ມີການຍົກເວັ້ນ ຊຶ່ງນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາກໍປາກົດວ່າ ມີແຮງງານລາວທີ່ເດີນທາງກັບມາຈາກໄທຫລາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ມີແຮງງານລາວທຳງານຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ຫາກແຕ່ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນໄທ ປະເມີນວ່າ ມີແຮງງານລາວຢູ່ໃນໄທກວ່າ 6 ແສນຄົນໃນນີ້ເປັນແຮງງານຜິດກົດໝາຍກວ່າ 330,000 ຄົນ ແລະເກີນກວ່າ 60 ເປີເຊັນ ເປັນເພດຍິງ.

ນອກຈາກນີ້ ໃນລາວຍັງມີແຮງງານຕ່າງຊາດ 29,825 ຄົນທີ່ໄດ້ຮັບອະນຸຍາດແລະຊຳລະຄ່າທຳນຽມ ເພື່ອທຳງານຢ່າງຖືກຕ້ອງຕາມກົນໝາຍ ໃນຂະນະທີ່ ສະຫະພັນກຳມະບານລາວ ກໍລາຍງານວ່າ ມີແຮງງານຕ່າງຊາດ 34,928 ຄົນ ທີ່ຍັງບໍ່ທັນຊຳຫລະຄ່າທຳນຽມໃນການອອກບັດອະນຸຍາດທຳງານຢ່າງຖືກຕ້ອງ ໂດຍສ່ວນໃຫຍ່ກໍແມ່ນແຮງງານທີ່ມາຈາກຈີນ ແລະຫວຽດນາມ ທີ່ຍັງມີການລະບາດຂອງໄວຣັສ Covid-19 ດ້ວຍນັ້ນ ຈຶ່ງນັບເປັນປັດໄຈສ່ຽງທີ່ໄວຣັສ Covid-19 ຈະເລັດລອດເຂົ້າມາລະບາດໃນລາວ ໄດ້ເຊັ່ນກັນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG