ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ດຳເນີນມາດຕະການ ສະກັດກັ້ນ ແລະ ປ້ອງກັນ ບໍ່ໃຫ້ນັກຮຽນໄປຫຍຸ້ງກັບຢາເສບຕິດ


ໂຮງຮຽນໃນລາວ ໄດ້ປິດພາກຮຽນປະຈຳສົກປີ 2017 ແລ້ວ ດັ່ງນັ້ນ ທາງການລາວ ຈຶ່ງໄດ້ມອບໝາຍໃຫ້ກະຊວງສຶກສາ ດຳເນີນມາດຕະການສະກັດກັ້ນ ແລະປ້ອງກັນ ບໍ່ໃຫ້ນັກຮຽນ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ.
ໂຮງຮຽນໃນລາວ ໄດ້ປິດພາກຮຽນປະຈຳສົກປີ 2017 ແລ້ວ ດັ່ງນັ້ນ ທາງການລາວ ຈຶ່ງໄດ້ມອບໝາຍໃຫ້ກະຊວງສຶກສາ ດຳເນີນມາດຕະການສະກັດກັ້ນ ແລະປ້ອງກັນ ບໍ່ໃຫ້ນັກຮຽນ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ.

ທາງການລາວ ດຳເນີນມາດຕະການປ້ອງກັນ ບໍ່ໃຫ້ນັກຮຽນເຂົ້າໄປຫຍຸ້ງກ່ຽວກັບຢາ
ເສບຕິດ ດ້ວຍການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອໃຫ້ນັກຮຽນເຂົ້າຮ່ວມ
ກິດຈະກຳໃນຕະຫຼອດຊ່ວງປິດພາກຮຽນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາ ຢືນຢັນວ່າ ຄະນະລັດຖະບານ
ລາວ ໄດ້ມອບໝາຍໃຫ້ກະຊວງສຶກສາ ດຳເນີນມາດຕະການສະກັດກັ້ນ ແລະປ້ອງກັນ
ບໍ່ໃຫ້ນັກຮຽນເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ໃນຕະຫຼອດຊ່ວງປິດພາກຮຽນປະຈຳ
ສົກປີ 2017 ນີ້ ດ້ວຍການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະໂຄງການພິເສດ
ຕ່າງໆ ໃຫ້ໄດ້ໃນທົ່ວປະເທດ ທັງນີ້ ໂດຍໃຫ້ປະສານງານກັບກະຊວງຖະແຫລງຂ່າວ
ວັດທະນະທຳ ແລະທ່ອງທ່ຽວ ທັງຂັ້ນສູນກາງ ແລະຂັ້ນແຂວງດ້ວຍ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງ ຢືນຢັນວ່າ:

“ໂດຍສະເພາະກະແມ່ນວ່າ ຢາກໃຫ້ເຂົາເຈົ້າມາເຮັດກິດຈະກຳ ຫຼືວ່າມາຮຽນເພີ່ມ
ວິຊາ ຄອມພິວເຕີ ບໍ່ ພາສາອັງກິດ ວິຊາເລກ ວິຊາຟີສິກສ໌ ວິຊາເຄມີ ຢູ່ສູນ ICT
ຂອງພະແນກສຶກສາທິການ ແລະກິລາ ແຂວງ ເພື່ອວ່າ ບໍ່ໃຫ້ນັກຮຽນຫັ້ນ ໄປຫຼິ້ນ
ຫຼືວ່າ ໄປພົວພັນກັບສິ່ງທີ່ບໍ່ດີ ວ່າຊັ້ນຊະ ແລ້ວກະນອກຈາກນັ້ນ ນ້ອງນັກຮຽນຄົນໃດ
ຖ້າຫາກມີເວລາ ຫຼືວ່າມີໂອກາດ ແລ້ວກະມີພອນສະຫວັນ ຈະໄດ້ເຂົ້າຮ່ວມກ່ຽວກັບ
ກິດຈະກຳຂອງພະແນກຖະແຫລງຂ່າວ-ວັດທະນະທຳແຂວງ ເພິ່ນໄດ້ຈັດຂຶ້ນ ໂດຍ
ສະເພາະແມ່ນ ການໄປສະແດງຄວາມຮູ້ ຄວາມສາມາດ ຫຼືວ່າ ທັກສະຫັ້ນນ່ະ ໃນ
ການຮ້ອງເພງບໍ່ ໃນການຟ້ອນບໍ່.”

ເຍົາວະຊົນລາວ ທີ່ເຂົ້າໄປພົວພັນ ກັບການຄ້າຢາເສບຕິດ ຖືກເຈົ້າໜ້າທີ່ ຈັບກຸມໄດ້ ພ້ອມດ້ວຍຂອງກາງ
ເຍົາວະຊົນລາວ ທີ່ເຂົ້າໄປພົວພັນ ກັບການຄ້າຢາເສບຕິດ ຖືກເຈົ້າໜ້າທີ່ ຈັບກຸມໄດ້ ພ້ອມດ້ວຍຂອງກາງ

ກ່ອນໜ້ານີ້ ທາງການຈີນ ກໍໄດ້ຕົກລົງໃຫ້ການຊ່ອຍເຫຼືອ ໃນການສ້າງຕັ້ງສູນປູກຈິດ
ສຳນຶກທາງດ້ານເທັກໂນໂລຈີ ທີ່ທັນສະໄໝ ສຳລັບເຍົາວະຊົນລາວ ໂດຍຈະນຳໃຊ້
ງົບປະມານສຳລັບການກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆ
ຢ່າງຄົບຊຸດ ຄິດເປັນມູນຄ່າລວມເຖິງ 10 ລ້ານໂດລາ ທີ່ເປັນການຊ່ອຍເຫຼືອ ຈາກ
ທາງການຈີນທັງໝົດ ໂດຍຕົວອາຄານຈະຕັ້ງຢູ່ຕໍ່ໜ້າພິພິທະພັນ ແລະຮູບຫລໍ່ຂອງ
ທ່ານໄກສອນ ພົມວິຫານ ໃນນະຄອນວຽງຈັນ ໂດຍສູນປູກຈິດສຳນຶກດັ່ງກ່າວນີ້ ຈະມີ
ບົດບາດຢ່າງສຳຄັນໃນການເສີມສ້າງບົດບາດຂອງເຍົາວະຊົນລາວ ໃຫ້ມີຕໍ່ສັງຄົມລາວ
ດ້ວຍການຈັດກິດຈະກຳອັນຫລາກຫລາຍ ເພື່ອໃຫ້ເປັນເວທີສຳລັບ ການສະແດງອອກ
ເຖິງຄວາມສາມາດ ຂອງເຍົາວະຊົນລາວ ໃນທຸກໆດ້ານທີ່ແນໃສ່ການປູກຈິດສຳນຶກ
ໃຫ້ເຍົາວະຊົນລາວ ຕໍ່ຕ້ານຢາເສບຕິດເປັນສຳຄັນ.

ເຍົາວະຊົນລາວ ທີ່ຕິດຢາເສບຕິດ ໄດ້ເຂົ້າຮັບການບຳບັດ ແລະສຶກສາອົບຮົມ ທີ່ສູນບຳບັດ ໃນນະຄອນວຽງຈັນ ກ່ອນຈະຖືກປ່ອຍໂຕກັບຄືນສູ່ບ້ານເກີດ.
ເຍົາວະຊົນລາວ ທີ່ຕິດຢາເສບຕິດ ໄດ້ເຂົ້າຮັບການບຳບັດ ແລະສຶກສາອົບຮົມ ທີ່ສູນບຳບັດ ໃນນະຄອນວຽງຈັນ ກ່ອນຈະຖືກປ່ອຍໂຕກັບຄືນສູ່ບ້ານເກີດ.

ທັງນີ້ ໂດຍຈາກການສຳຫລວດກ່ຽວກັບສະພາວະການຊົມໃຊ້ຢາເສບຕິດໃນລາວ
ພົບວ່າ ມີເຍົາວະຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງ
ສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ໃນປັດຈຸບັນນີ້.

ທາງດ້ານພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ
ຄວາມສະຫງົບ ໄດ້ຖະແຫລງຢືນຢັນວ່າ ໃນຮອບ 1 ປີ ຜ່ານມາສາມາດດຳເນີນຄະດີ
ຢາເສບຕິດໄດ້ 2,508 ກໍລະນີ ໃນນີ້ໄດ້ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້
3,700 ກວ່າຄົນ ຮວມຜູ້ຕ້ອງຫາເພດຍິງ 558 ຄົນ ແລະທຽບໃສ່ປີກ່ອນໜ້ານີ້ ກໍປາກົດ
ວ່າ ການດຳເນີນຄະດີຢາເສບຕິດ ໄດ້ເພີ່ມຂຶ້ນເຖິງ 250 ຄະດີ.

ແກ້ງຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄດ້ພ້ອມກັບຂອງການ ຫຼາຍລາຍການ.
ແກ້ງຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄດ້ພ້ອມກັບຂອງການ ຫຼາຍລາຍການ.

ສ່ວນຂອງກາງທີ່ຢຶດໄດ້ຈາກການຈັບກຸມນັ້ນ ປະກອບດ້ວຍຢາບ້າ 1,862.87 ກິໂລ
ກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອສ໌ 144.66 ກິໂລກຣາມ ກັນຊາແຫ້ງ
425.46 ກິໂລກຣາມ ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ ແກ່ນ
ຝິ່ນ 25 ກິໂລກຣາມ ເຄື່ອງອັດຢາບ້າ 7 ເຄື່ອງ ເຄື່ອງອົບຢາບ້າ 1 ເຄື່ອງ ເຄື່ອງຂົ້ວ
ຢາບ້າ 3 ເຄື່ອງ ເຄື່ອງບົດຢາບ້າ 1 ເຄື່ອງ ຫົວເຊື້ອນ້ຳຫອມ 560 ຊຸດ ລົດຍົນ 97 ຄັນ
ລົດຈັກ 136 ຄັນ ແລະອື່ນໆ.

ສ່ວນກົມໃຫຍ່ຕຳຫຼວດລາວ ໄດ້ລາຍງານວ່າ ໃນຊ່ວງກັນຍາ 2016 ເຖິງມັງກອນ
2017 ສາມາດມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກ້ງ ແລະຈັບກຸມຜູ້ຕ້ອງຫາ
ໄດ້ 33 ຄົນ ໃນນີ້ຮວມເຖິງຜູ້ຕ້ອງຫາ 5 ຄົນ ທີ່ເປັນສະມາຊິກແກ້ງຂອງທ້າວໄຊຊະນະ
ແກ້ວພິມພາ ທັງຍັງສາມາດຈັບກຸມ ທ້າວຄອນປະສົງ ສຸກກະເສີມ ຫຼື ຊຽງເທີ ນັກຄ້າ
ຢາເສບຕິດດລາຍໃຫຍ່ທີ່ສຸດໃນລາວ ໄດ້ເມື່ອວັນທີ 10 ມັງກອນ 2017 ຫຼື ກ່ອນທີ່
ທາງການຕຳຫຼວດໄທຈະຈັບກຸມ ທ້າວໄຊຊະນະ ໄດ້ໃນວັນທີ 19 ມັງກອນ 2017
ທີ່ຜ່ານມາ.

XS
SM
MD
LG