ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງ​ການ​ລາວ​ໄດ້​ເພີ່ມ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂົ້າ​ປະ​ຈຳ​ການ​ໃນ 7 ແຂວງ​


ກອງ​ປະ​ຊຸມ​ຂອງ​​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2020
ກອງ​ປະ​ຊຸມ​ຂອງ​​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2020

ທາງ​ການ​ລາວ​ໄດ້​ເພີ່ມ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂົ້າ​ປະ​ຈຳ​ການ​ໃນ 7 ແຂວງ​ທີ່​ລວມ​ເຖິງ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ດ້ວຍ ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ຮັບ​ປະ​ກັນ​ການ​ຮັກ​ສາ​ຄວາມ​ສ​ະ​ຫງົບ​ໃຫ້​ໄດ້​ເຖິງ 100 ເປີ​ເຊັນ​ເຕັມ.

ພົນ​ຈັດ​ຕະ​ວາ ໜູ​ໃບ ອິນ​ທິ​ສານ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ສຳ​ມະ​ໂນ​ຄົວ ແລະ ກໍ່
​ສ້າ​ງ​ຮາກ​ຖານ​ໃນ​ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຖະ​ແຫຼງວ່າ​ເພື່ອ​ເປັນ​ການ​ຮັບ​ປະ​ກັນ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ຮຽບ​ຮ້ອຍ​ພາຍ​ໃນ ລາວ ໃຫ້​ໄດ້​ເຖິງ 100 ເປີ​ເຊັນ​ເຕັມ​ນັ້ນ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຈັດ​ສົ່ງ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄປ​ປະ​ຈຳ​ການ​ເພີ່ມ​ຂຶ້ນ​ໃນ 7 ແຂວງ​ທີ່​ລວມ​ເຖິງ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ດ້ວຍ ໂດຍ​ໄດ້​ຈັດ​ຕັ້ງ​ເປັນ 11 ກອງ​ກຳ​ລັງ​ທີ່​ຮັບ​ຜິດ​ຊອບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທຸກ​ຮູບ​ແບບ​ເພື່ອ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ​ລາວ ລວມ​ເຖິງ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນດ້ວຍ​ການ​ກວດ​ກາ​ທຸກ​ການ​ເຄື່ອ​ນ​ໄຫວ​ໃນ​ສັງ​ຄົມ​ລາວ​ຢ່າງ​ໃກ້​ຊິດ ແລະ​ ເຂັ້ມ​ງວດ​ດັ່ງ​ທີ່​ພົນ​ຈັດ​ຕະ​ວາ ໜູ​ໃບ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ໄດ້​ຫັນ​ເອົາ​ກຳ​ລັງ​ລົງ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງປະ​ຈຳ​ຢູ່ 6 ແຂວງ ແລະ 1 ນະ​ຄອນຫຼວງ ລວມ​ທັງ​ໝົດ​ມີ​ຢູ່ 11 ກອງ​ລົງ​ກໍ່​ສ້າງ​ຮາກ​ຖານ​ປະ​ຈຳ​ຈຸດຫຼໍ່​ແຫຼມ​ຕ່າງໆ ເອົາ​ໃຈ​ໃສ່​ວຽກ​ງານ​ຄຸ້ມ​ຄອງ​ສຳ​ມະ​ໂນ​ຄົວ ກຳ​ແໜ້ນ​ການ​ຄຸ້ມ​ຄອງ​ເໜັງ​ຕີງ​-ປ່ຽນ​ແປງ​ຂອງ​ພົນ​ລະ​ເມືອງ ປະ​ຕິ​ບັດ​ຕາມ 4 ເນື້ອ​ໃນ 4 ຄາດ​ໝາຍທີ່​ຕິດ​ພັນ​ກັບ 3 ສ້າງ. ສາ​ມາດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ທາງ​ດ້ານ​ການ​ເມືອງ, ປົກ​ປັກ​ຮັກ​ສາ​ໄດ້​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ, ກຳ​ໄດ້​ເປົ້າ​ໝາຍ​ຕ່າງໆ​ຢູ່​ໃນ​ກຸ່ມ​ບ້ານ, ຈັດ​ແບ່ງ​ປະ​ເພດ​ເປົ້າ​ໝາຍ​ເພື່ອ​ຄຸ້ມ​ຄອງ​ສົມ​ທົບ​ພາກ​ສ່ວນ​ກ່ຽວ​ຂ້ອງ​ສະ​ໜອງ​ຂໍ້​ມູນ​ໃຫ້​ພາກ​ສ່ວນ​ອື່ນໆ ເພື່ອ​ຕີ​ຖອຍ​ຂະ​ບວນ​ການ​ຫຍໍ້​ທໍ້​ຕ່າງໆ.”

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ 2 ໜ້າ​ທີ່​ຄື​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ຊຶ່ງ​ຮັບ​ຜິດ​ຊອບ​ໂດຍກອງ​ທັບ​ປະ​ຊາ​ຊົນ ລາວ ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ ເພື່ອ​ເຮັດ​ໃຫ້​ສາ​ມາດ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ດ້ວຍ​ການ​ກຳ​ຈັດ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທີ່​ຕໍ່​ຕ້ານ​ອຳ​ນາດ​ພັກ ແລະ ລັດ​ຖະ​ບານ ລາວ ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ 7 ແຂວງ​ເປົ້າ​ໝາຍ​ກໍ​ຄື​ແຂວງວຽງ​ຈັນ, ໄຊ​ສົມ​ບູນ, ຊຽງ​ຂວາງ, ຫຼວງ​ພະ​ບາງ, ອຸ​ດົມ​ໄຊ, ບໍ​ລິ​ຄຳ​ໄຊ ແລະ ນະ​ຄອນຫຼວງວຽງ​ຈັນ ທີ່​ຍັງ​ປາ​ກົດ​ມີ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ກຳ​ລັງ​ຕິດ​ອາ​ວຸດ​ທີ່​ເປັນ​ການ​ຕໍ່​ຕ້ານ​ອຳ​ນາດ​ພັກ-ລັດ​ຢູ່​ເລື້ອຍ​ມາ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ລັດ​ຖະ​ບານ​ລາວ​ໄດ້​ກຳ​ນົດ​ໃຫ້​ງົບ​ປະ​ມານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ເປັນ​ງົບ​ປະ​ມານ​ທີ່​ປິດ​ລັບ​ທັງ​ຍັງ​ບໍ່​ຕ້ອງ​ສະ​ແດງ​ລາຍ​ລະ​ອຽດ​ການ​ໃຊ້​ຈ່າຍ​ຕໍ່​ສະ​ພາ​ແຫ່ງ​ຊາດ​ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ​ອີກ​ດ້ວຍ ເນື່ອງ​ຈາກ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ດັ່ງ​ກ່າວ​ຖື​ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຈຶ່ງ​ຕ້ອງ​ມີ​ການ​ປິດ​ລັບ ແລະ ບໍ່​ຕ້ອງ​ສະ​ແດງ​ລາຍ​ງານ​ຢ່າງ​ເປີດ​ເຜີຍ​ຕໍ່​ໜ່ວຍ​ງານ​ໃດ ນອກ​ຈາກ​ການ​ສະ​ແດງ​ລາຍ​ງານ​ປິດ​ລັບ​ຕໍ່​ພັກ-ລັດ ແລະ ສະ​ພາ​ແຫ່ງ​ຊາດ​ລາວ​ເທົ່າ​ນັ້ນ ພ້ອມ​ກັນ​ນີ້​ການ​ຈັດ​ສັນ​ງົບ​ປະ​ມານ​ໃຫ້​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ຍັງ​ຖື​ເປັນ​ບູ​ລິ​ມະ​ສິດ​ອັນ​ດັບ​ທີ 1 ຂອງ​ພັກ ແລະ ລັດ​ຖະ​ບານ​ລາວ​ອີກ​ດ້ວຍ.

ທັງນີ້ໂດຍສະຖາບັນ Global Fire Power ໄດ້ຈັດລະດັບກຳລັງ ແລະ ອາ ວຸດຂອງກອງທັບປະຊາຊົນລາວໃຫ້ຢູ່ອັນດັບ 121 ຈາກ 142 ປະເທດທົ່ວ ໂລກໃນປີ 2022 ມີກຳລັງທະຫານປະຈຳການ 75,000 ກວ່າຄົນ ເຮືອບິນທະ ຫານ 32 ລຳ, ລົດຖັງ ແລະ ລົດຫຸ້ມເກາະ 330 ຄັນ, ປືນໃຫຍ່ກັບລະບົບຕໍ່ສູ້ເຮືອບິນ 185 ເຄື່ອງ, ເຮືອລາດຕະເວນ 40 ລຳ ແລະ ໄດ້ຮັບການຈັດສັນງົບປະມານເກີນກວ່າ 82​ ລ້ານໂດລາ ຊຶ່ງລວມງົບປະມານທີ່ຈັດສັນໃຫ້ການປ້ອງ ກັນຄວາມສະຫງົບພາຍໃນດ້ວຍກໍ່ຄືເຈົ້າໜ້າທີ່ຕຳຫຼວດຫຼືພະນັກງານປ້ອງກັນຄວາມສະຫງົບ ທີ່ມີຈຳນວນຫຼາຍກວ່າ 65,000 ຄົນໃນທົ່ວປະເທດ ຊຶ່ງເປັນກຳລັງສຳຄັນໃນການປາບປາມການຄ້າຢາເສບຕິດຂ້າມຊາດໃນ ລາວ ທີ່ເປັນຂະບວນການທີ່ຂະຫຍາຍໃຫຍ່ຂຶ້ນນັບມື້ນັ້ນ.

ສ່ວນກອງທັບປະຊາຊົນລາວກໍໄດ້ປະຕິບັດການສະກັດກັ້ນການເຄື່ອນໄຫວທີ່ເປັນບໍລະປັກຕໍ່ພັກລັດຢ່າງຕໍ່ເນື່ອງໃນຕະຫຼອດ 5 ປີທີ່ຜ່ານມາ ໂດຍສ້າງຕັ້ງບ້ານປ້ອມໝັ້ນໄດ້ 717 ບ້ານ ແລະ ສ້າງຕັ້ງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານທັງໄດ້ວາງກຳລັງທະຫານປະຈຳການຢູ່ 27 ຈຸດໃນ 190 ບ້ານ,​ 2​7 ເມືອງໃນເຂດ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍການສ້າງຕັ້ງ 8 ກອງພັນໃຫຍ່ເພື່ອຍົກລະດັບທິດສະດີການເມືອງ ແລະ ແນວຄິດ ລວມເຖິງການຍົກລະດັບໂຮງຮຽນຂຶ້ນເປັນວິທະຍາຄານ 5 ແຫ່ງໃນ 5 ແຂວງເພື່ອການຝຶກແອບສິລະປະຍຸດ ແລະ ຍຸດທະວິທີໃນການປາບປາມການກໍ່ເຫດການບໍ່ສະ ຫງົບ ຊຶ່ງ​ສະ​ພາ​ແຫ່ງ​ຊາດ​ລາວໄດ້​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍຊາຍແດນ​ແຫ່ງ​ຊາດ ເມື່ອ​ທ້າຍ​ປີ 2021 ໂດຍ​ແນ​ໃສ່​ການ​ເພີ່ມ​ລະ​ດັບປະ​ສິດ​ທິ​ພາບ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ທຸກ​ຮູບ​ແບບ​ຢູ່​ຊາຍ​ແດນ​ລາວ​ກັບ​ເພື່ອນ​ບ້ານ ທີ່​ລວມ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ປາ​ສະ​ຈາກ​ບັນ​ຫາ​ອາ​ຊະ​ຍາ​ກຳ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

XS
SM
MD
LG