ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາວ ມີ​ພະ​ນັກ​ງານກວດ​ກາ ທີ່​ສໍ້​ລາດ ​ເຮັດ​ໃຫ້​​ມີ​ການ​ລັກ​ນ້ຳ​ມັນເຂົ້າ ຫຼາຍ​ຂຶ້ນ


ົ​ລົດ​ຂົນ​ສົ່ງ​ນ້ຳ​ມັນຈາກ​ປະ​ເທດ​ຈີນ ເຂົ້າ​ມາ ສ​ປ​ປ ລາວ.
ົ​ລົດ​ຂົນ​ສົ່ງ​ນ້ຳ​ມັນຈາກ​ປະ​ເທດ​ຈີນ ເຂົ້າ​ມາ ສ​ປ​ປ ລາວ.

ທາງການລາວມີພະນັກງານກວດກາ ທີ່ປະຕິບັດໜ້າທີ່ໂດຍທຸດຈະລິດເພີ້ມຂຶ້ນນັບມື້ໄດ້
ກາຍເປັນຊ່ອງທາງໃຫ້ມີການສວຍໂອກາດລັກລອບນຳເຂົ້ານ້ຳມັນ ໂດຍບໍ່ເສຍພາສີ
ອາກອນເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງ ຊົງ​ລິດ ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ.

ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ປະ​ທານ​ຄະ​ນະ​ກວດ​ກາ​ພັກ​ລັດ ຖະ​ແຫຼງວ່າ ໄດ້​ມີ​ການກວດ​ກາ​ບໍ​ລິ​ສັດ​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຕ່າງ​ປະ​ເທດ​ຈຳ​ນວນ 20 ກວ່າ​ບໍ​ລິ​ສັດ​ໃນ​ປີ 2019 ຜ່ານ​ມາ ຊຶ່ງ​ພົບ​ວ່າ​ຍັງ​ມີ​ການ​ລັກ​ລອບ​ນຳ​ເຂົ້າ​ນ້ຳ​ມັນ​ຈາກຕ່າງ​ປະ​ເທດ ​ໂດຍ​ບໍ່​ເສຍ​ພາ​ສີອາ​ກອນ​ຢ່າງ​ຖືກ​ຕ້ອງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ​ທີ່​ເປັນ​ກາ​ນ​ຮ່ວມ​ມື​ກັນ​ລະ​ຫວ່າງ​ບໍ​ລິ​ສັດ​ນຳ​ເຂົ້າ​ນ້ຳ​ມັນກັ​ບ​ພະ​ນັກ​ງານ​ລັດ ທີ່​ຮັບ​ຜິດ​ຊອບ ​ໃນ​ການກວດ​ກາການນຳ​ເຂົ້າ​ນ້ຳ​ມັນ​ ຈາກ​ຕ່າງ​ປະ​ເທດ​ດັ່ງ​ກ່າວ ຊຶ່ງກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ສູນ​ເສຍ​ລາຍ​ຮັບໄຢ່າງ​ຫຼວງ​ຫຼາຍ​ທັງ​ຍັງ​ເປັນ​ບັນ​ຫາ​ທີ່ມີທ່າ​ອ່ຽງ​ຢ່າງ​ຮຸນ​ແຮງ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ດັ່ງ​ທີ່​ທ່ານບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸມ​ວຽກ​ງານກວດ​ກາ​ແຫ່ງ​ຊາດປະ​ຈຳ​ປີ 2020 ວ່າ:

ການກວດ​ກາບັນ​ດາ​ບໍ​ລິ​ສັດ​ນຳ​ເຂົ້ານ້ຳ​ມັນ​ໃນ​ທົ່ວ​ປະ​ເທດ 20 ກວ່າ​ບໍ​ລິ​ສັດ​ກ່ຽວ​ກັບ​ການ​ຫລົບລ່ຽງ​ພາ​ສີ ແຕ່​ວ່າ​ກໍ​ມີ​ຜູ້​ວິ​ພາກວິ​ຈານ​ໄປ​ນຳ​ວ່າ ການ​ໄລ່​ລຽງ​ກໍ​ຍັງ​ມີບໍ​ລິ​ສັດທີ່​ໄລ່ລ່ຽງແບບ​ລວມໆ ສົມ​ຮູ້​ຮ່ວມ​ຄິດ​ກັນ​ລະ​ຫວ່າງ​ຜູ້​ນຳ​ເຂົ້າ​ນ້ຳ​ມັນ​ກັບ​ຜູ້​ທີ່​ເປີດ​ປະ​ຕູ ບາງ​ເທື່ອ​ໄລ່​ລ່ຽງ​ກັນ​ໝົດ ອັນ​ນີ້​ອັນ​ຕະ​ລາຍ​ແທ້ໆ ການ​ສໍ້​ລາດ​ບັງ​ຫຼວງ ການ​ສວຍ​ໃຊ້​ໜ້າ​ທີ່​ຂອງ​ພະ​ນັກ​ງານ ສະ​ມາ​ຊິກ​ພັກ​ຂອງ​ໄ​ທ​ເຮົາ ມັນ​ກໍ​ຢູ່​ໃນ​ລະດັບ​ປານ​ນັ້ນ​ພູ້​ນ​ເດ.”

ທັ້ງ​ນີ້​ໂດຍ​ການ​ລັກ​ລອບ​ດັ່ງ​ກ່າວ ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈ​າກ​ສ່ວນ​ຕ່າງ​ຂອງ​ລ​າຄານ້ຳ​ມັນ​ເຊື້ອ​ໄຟ​ທີ່​ບໍ່​ໄດ້​ເສຍ​ພາ​ສີ​ອາ​ກອນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ ໃນ​ອັດ​ຕາ 39 ເປີ​ເຊັນ ສຳ​ລັບ​ນ້ຳ​ມັນ​ແອັດ​ຊັງ​ພິ​ເສດ 34 ເປີ​ເຊັນ ສຳ​ລັບ​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດ​າ ແລະ 24 ເປີ​ເຊັນ ສຳ​ລັບ​ນ້ຳ​ມັນກາ​ຊວນ​ນັ້ນ ຊຶ່ງ​ເມື່ອ​ປະ​ກອບ​ກັບ​ການກວດກ​າ​ທີ່​ບໍ່​ເຂັ້ມ​ງວດ ທັງ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ດ້ວຍແລ້ວ​ຈຶ່ງ​ເຮັດ​ໃຫ້​ມີ​ການ​ລັກ​ລອບ​ຄ້າ​ນ້ຳ​ມັນ​ເ​ກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ທີ່​ຮູ້​ກັນ​ເປັນ​ການ​ພາຍ​ໃນລະ​ຫວ່າງ​ຜູ້​ຊື້ ຫຼື​ເຈົ້າ​ຂອງ​ປໍ້​າ​ກັບ​ຜູ້​ນຳ​ເຂົ້າ​ນ້ຳ​ມັນ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ​ໃຫ້​ການ​ຢືນ​ຢັນ​ວ່າ:

ຈາກ​ການ​ສອບ​ຖາມ​ເຈົ້າ​ຂອງ​ປ້ຳ ບາງ​ປ້ຳ​ນີ້​ກະ​ແມ່ນ​ເຈົ້າ​ຂອງ​ປ້ຳ​ສະ​ໝັກ​ໃຈ​ຊື້​ມາ​ເອງ ບາງ​ປ້ຳ​ກະ​ບໍ່​ຮູ້ເລື້ອງ ກະ​ແມ່ນ​ວ່າ​ທາງ​ບໍ​ລິ​ສັດ​ໃຫຍ່​ຫັ້ນ ​ມັນ​ມີ​ສອງ​ແງ່​ເນາະ ມັນ​ຈະ​ບໍ່​ແມ່ນ​ວ່າສະ​ເພາະ​ແຕ່​ບໍ​ລິ​ສັດ ຫຼື​ວ່າສະ​ເພາະ​ແຕ່​ເຈົ້າ​ຂອງ​ປ້ຳ ມັນ​ເປັນ​ທັງ​ສອງ​ແງ່​ເນາະ ອັນ​ນີ້​ໜີ້​ເພາະ​ວ່າ​ກະ​ມີ ແຕ່​ລະ​ມື້​ມັນ​ຈະ​ມີຜູ້​ຕິດຕໍ່​ຂ​າຍ​ນໍ້​າ​ມັນ ໂດຍ​ສະ​ເພາະ​ລະ​ແມ່ນ​ລູກ​ຄ້າ​ລາຍ​ໃຫຍ່ ໃຊ້​ລົດ​ຮຸ່ນ​ໃດ​ລະ​ແກ່​ເປັນ​ຟຸ້ຍເປັນ​ຟຸ້ຍ​ໄປ​ຂາຍ ໃຫ້​ລາ​ຄາ​ຖືກ ມີ​ກຳ​ໄລ​ລະ​ກະ​ຊື້ເປັນ​ແນວ​ນັ້ນ​ເປັນ​ແນວ​ນັ້ນ​ດຽວ​ນີ້.

ໂດຍ​ລາ​ຄາ​ຈຳ​ໜ່າຍ​ນ້ຳ​ມັນ​ໃນ​ລາວ​ຈະ​ແຕກ​ຕ່າງ​ກັນ​ຕາມ​ໄລ​ຍ​ະ​ທາງ​ໃກ້-ໄກ​ຂອງ​ການ​ຂົນ​ສົ່ງ​ກໍ​ຄື​ລາ​ຄາ​ຈຳ​ໜ່າຍ​ນ້ຳ​ມັນ​ແອັດ​ຊັງ​ພິ​ເສດ ແອັດ​ຊັງ​ທຳ​ມະ​ດາ ແລະ​ກາ​ ຊວນ​ຢູ່​ເຂດ​ນະ​ຄອນ​ຫຼວງວຽງ​ຈັນ ແລະ​ແຂວງວ​ວຽງ​ຈັນນັ້ນ​ຈະ​ມີ​ລາ​ຄາ​ຈຳ​ໜ່າຍ​ທີ່​ຖືກກວ່າ​ຢູ່​ແຂວງ​ອື່ນໆ​ລະ​ຫວ່າງ 30 ກີບ ​ເຖິງ 760 ກີບ​ຕໍ່​ລິດ ເຊັ່ນ​ທີ່​ແຂວງ​ພົງ​ສາ​ລີ​ ເປັນ​ເຂດ​ທີ່​ນ້ຳ​ມັນ​ມີ​ລາ​ຄາ​ຈຳ​ໜ່າຍ​ສູງ​ທີ່​ສຸດ​ໃນ​ລາວ.

ສ່ວນເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ເປີດ​ເຜີຍ​ວ່າ​ການ​ອະ​ນຸ​ຍາດ​ໃຫ້​ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເພື່ອຕອບ​ສະ​ໜອງ​ໃຫ້​ກັບ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຕ່າງ​ຊາດ​ໃນ​ລາວ​ນັ້ນ ເຮັດ​ໃຫ້​ມີ​ການ​ລັກ​ລອບ​ຂົນ​ສົ່ງ​ນ້ຳ​ມັນ​ເຂົ້າ​ມາ​ໃນ​ລາວເພີ້ມ​ຂຶ້ນ ເພາະ​ບໍ​ລິ​ສັດ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ດັ່ງ​ກ່າວ​ສາ​ມາດ​ຂົນ​ສົ່ງ​ນ້ຳ​ມັນ​ເຂົ້າ​ມາ​ໃນ​ລາວ​ໄດ້​ເຖິງ 16 ດ່ານ​ຊາຍ​ແດນ​ ເຮັດ​ໃຫ້​ການກວດກ​າ​ໄດ້​ບໍ່​ທົ່ວ​ເຖິງ ທັງ​ຍັງ​ປ​າ​ກົດ​ວ່າ​ມີກ​ານ​ລັກ​ລອບ​ຂົນ​ນ້ຳ​ມັນ​ຄຸນ​ນະ​ພາບ​ຕ່ຳ​ເຂົ້າ​ມາ​ຈຳ​ໜ່າຍ​ໃນ​ລາວ​ອີກ​ດ້ວຍ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ ຢືນ​ຢັນ​ວ່າ​ການ​ຊົມ​ໃຊ້​ນ້ຳ​ມັນ​ເພີ້ມ​ຂຶ້ນ ເຮັດ​ໃຫ້​ລາວປະ​ເຊີນ​ກັບ​ການ​ຂາດດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ເພີ້ມ​ຂຶ້ນ​ທຸກ​ປີ ເຊັ່ນ​ໃນ​ປີ 2019 ປາ​ກົດ​ວ່າ​ລາວ​ຂາດ​ດຸນ​ບັນ​ຊີ​ການ​ສຳ​ລະ​ເງິນ​ເກີນກວ່າ 15 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລ​ວມ (GDP) ສ່ວນ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຫຼາຍກວ່າ 1,960 ລ້ານ​ລິດ ເພີ້ມ​ຂຶ້ນກວ່າ 12 ເປີ​ເຊັນ ທຽບ​ກັບ​ປີ 2018 ນັ້ນ ຍັງ​ບໍ່​ລວມ​ເຖິງ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຈີນກວ່າ 100 ລ້ານ​ລິດ​ເພື່ອ​ສະ​ໜອງ​ໃຫ້​ການ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ແຕ່​ຢ່າງ​ໃດ.

XS
SM
MD
LG