ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ໂດຍປະທານປະເທດ ໄດ້ອະນຸມັດການໃຫ້ສັນຊາດລາວ ແກ່ຊາວຫວຽດນາມ 4,664 ຄົນ ທີ່ຫາກິນຢູ່ໃນລາວ


ທາງການລາວ ໂດຍປະທານປະເທດ ໄດ້ອະນຸມັດການໃຫ້ສັນຊາດລາວ ແກ່ຊາວຫວຽດນາມ ຫຼາຍພັນຄົນ ທີ່ຫາກິນຢູ່ໃນລາວ.
ທາງການລາວ ໂດຍປະທານປະເທດ ໄດ້ອະນຸມັດການໃຫ້ສັນຊາດລາວ ແກ່ຊາວຫວຽດນາມ ຫຼາຍພັນຄົນ ທີ່ຫາກິນຢູ່ໃນລາວ.

ທາງການລາວ ໂດຍປະທານປະເທດ ໄດ້ອະນຸມັດການໃຫ້ສັນຊາດລາວ ແກ່ຊາວຫວຽດນາມ 4,664 ຄົນ ທີ່ຫາກິນຢູ່ໃນລາວ ທັງຈະອອກລັດຖະດຳລັດ ເພື່ອອະນະຍາດໃຫ້ຄົນລາວນອກ ກັບມາຢູ່ລາວຢ່າງຖາວອນດ້ວຍ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາ ເພື່ອການລົບລ້າງບັນຫາຍາກຈົນໃນລາວ ຍັງມີປະສິດທິພາບຕ່ຳ ຊຶ່ງນອກຈາກຈະເປັນຍ້ອນບັນຫາຂາດແຄນດ້ານງົບປະມານແລ້ວ ກໍຍັງມີບັນຫາຂາດແຄນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ໃນດ້ານການບໍລິຫານແລະປະສານງານ ລະຫວ່າງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອີກດ້ວຍ ໂດຍສະເພາະແມ່ນຢູ່ເຂດຊາຍແດນລາວ ທີ່ຕິດຕໍ່ກັບຫວຽດນາມນັ້ນ ກໍຍັງພົບດ້ວຍວ່າ ບັນດານາຍບ້ານສ່ວນຫຼາຍບໍ່ຮູ້ໜັງສື ແລະນາຍບ້ານຈຳນວນນຶ່ງ ກໍຍັງເປັນຄົນເຊື້ອຊາດຫວຽດນາມ ທີ່ບໍ່ຮູ້ແລະບໍ່ເຂົ້າໃຈພາສາລາວເລີຍ ແຕ່ດ້ວຍການພົວພັນແລະຮ່ວມມືແບບພິເສດ ລະຫວ່າງລາວ-ຫວຽດນາມ ຈຶ່ງເຮັດໃຫ້ທາງການລາວ ຫວຽດນາມ ໄດ້ດຳເນີນການສຳຫຼວດປະຊາກອນທີ່ອາໄສຢູ່ໃນຕະຫຼອດແນວເຂດຕິດຕໍ່ຊາຍແດນລະຫວ່າງ 2 ປະເທດ ໃນປີ 2023 ທີ່ຜ່ານມາ ແລະໄດ້ຕົກລົງແກ້ໄຂບັນຫາຮ່ວມກັນໄດ້ເປັນສ່ວນໃຫຍ່ແລ້ວ ຊຶ່ງໃນນີ້ລວມເຖິງການທີ່ປະທານປະເທດລາວ ໄດ້ອະນຸມັດໃຫ້ສັນຊາດລາວ ແກ່ຊາວຫວຽດນາມ 4,664 ຄົນດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໃຫ້ການຢືນຢັນວ່າ:

“ຈຳນວນພົນລະເມືອງ ສປປ ລາວ 7,257,000 ກວ່າຄົນ ຍິງ 3,617,000 ກວ່າຄົນ ໄດ້ຈົດທະບຽນແລະອອກໃບຢັ້ງຢືນການເກີດ 62,057 ຄົນ ຍິງ 30,867 ຄົນ ການເສຍຊີວິດ 13,302 ຄົນ ຍິງ 5,532 ຄົນ ໄດ້ສັງລວມການຍົກຍ້າຍຂອງພົນລະເມືອງເປັນຈຳນວນ 12,712 ຄົນ ໃນນັນ ແມ່ນໄດ້ມອບໃບຢັ້ງຢືນການໃຫ້ສັນຊາດແກ່ພົນລະເມືອງຫວຽດນາມ ທີ່ຕັ້ງຖິ່ນຖານລຽບຊາຍແດນເບື້ອງ ສປປ ລາວ 4,664 ຄົນ.”

ພ້ອມກັນນີ້ ທາງການລາວ ຍັງໄດ້ຈັດທຳຮ່າງກົດໝາຍວ່າດ້ວຍການອະນຸຍາດໃຫ້ຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດໃຫ້ສາມາດກັບຄືນມາຢູ່ລາວໄດ້ຢ່າງຖາວອນດ້ວຍ ຊຶ່ງຄາດວ່າ ຈະບັນຈຸເຂົ້າສູ່ວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດລາວ ເພື່ອລົງມະຕິຮັບຮອງ ແລະສະເໜີຕໍ່ປະທານປະເທດ ເພື່ອລົງນາມອະນຸມັດຢ່າງເປັນທາງການພາຍໃນປີ 2024 ນີ້ ເນື່ອງຈາກເປັນເປົ້າໝາຮຍສຳຄັນຂອງພັກ ແລະລັດຖະບານລາວ ທີ່ຕ້ອງການໃຫ້ຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດນັ້ນກັບຄືນມາລາວ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດນັ້ນເອງ ດັ່ງທີ່ ທ່ານຄຳໄຫລ ສີປະເສີດ ຮອງປະທານສູນກາງແນວລາວ ສ້າງຊາດ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານເຮົາ ຍາມໃດ ກະໃຫ້ຄວາມສຳຄັນຕໍ່ຄຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແລະຖືເປັນພາກສ່ວນນຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້ ທັງເປັນກຳລັງແຮງໃນການປົກປັກຮັກສາແລະພັດທະນາປະເທດຊາດ ໃນນຶ່ງປີຜ່ານມາ ບັນດາກຳມະການທີ່ປຶກສາ ແລະຜູ້ຮ່ວມງານຂອງສູນກາງແນວລາວ ສ້າງຊາດແລະພີ່ນ້ອງຄົນເຊົ້າຊາດລາວ ຢູ່ຕ່າງປະເທດໄດ້ເຂົ້າຮ່ວມຂະບວນການຮັກບ້ານເກີດ ສຳເລັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ທີ່ກັບນມາດຳລົງຊີວິດຖາວອນແລະດຳເນີນທຸລະກິດ ຢູ່ ສປປ ລາວ.”

ແຕ່ຢ່າງໃດກໍຕາມ ທາງການກະຊວງປ້ອງກັນຄວາມສະຫງົບ ກໍໄດ້ອອກຄຳສັ່ງເຖິງກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ເພື່ອໃຫ້ເພີ້ມຄວາມເຂັ້ມງວດເຂົ້າໃນການດຳເນີນມາດຕະການຄວບຄຸມແລະກວດກາທຸກການເຄື່ອນໄຫວຂອງປະຊາຊົນລາວ ບັນດາເຜົ່າແລະຊາວຕ່າງຊາດຢູ່ເຂດຊາຍແດນລາວ ກັບປະເທດເພື່ອນບ້ານຢ່າງໃກ້ຊິດ ລວມເຖິງການກວດກາການເນຊື່ອຖືໃນສາສະໜາ ທີ່ມີຫລັກຄຳສອນທີ່ບໍ່ສອດຄ້ອງກັບແນວທາງຂອງພັກປະຊາຊົນປະຕິວັດລາວດ້ວຍ ແລະຖ້າຫາກກວດພົບວ່າ ໄດ້ມີການເຄື່ອນໄຫວໃນລັກສະນະດັ່ງກ່າວ ກໍໃຫ້ສາມາດຈັບກຸມໄດ້ໃນທັນທີ ແລະຄວບຄຸມຕົວຜູ້ກ່ຽວເຂົ້າສູ່ຂະບວນການສຶກສາອົບຮົມ ເພື່ອໃຫ້ສັນຍາວ່າ ຈະບໍ່ເຄືອນໄຫວໃນລັກສະນະດັ່ງກ່າວອີກ ຈຶ່ງປະປ່ອຍຜູ້ກ່ຽວກັບຄືນໄປສູ່ພູມລຳເນົາ ຊຶ່ງການດຳເນີນງານດັ່ງກ່າວ ຖືເປັນສ່ວນນຶ່ງໃນແຜນການສ້າງບ້ານ ແລະເມືອງສາມັກຄີປອງດອງ ທີ່ຮັບຜິດຊອບໂດຍສູນກາງແນວລາວສ້າງຊາດ ທີ່ໄດ້ຮັບຮອງຄອບຄົວສາມັກຄີຈຳນວນ 1,370,539 ຄອບຄົວ ບ້ານສາມັກຄີປອງດອງ 6,605 ບ້ານ ແລະເມືອງສາມັກຄີປອງດອງ 26 ເມືອງ.

ສ່ວນກະຊວງປ້ອງກັນປະເທດລາວ ລາຍງານວ່າ ການຈັດຕັ້ງປະຕິບັດຍຸທະສາດ 2 ໜ້າທີ່ຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໂດຍກອງທັບປະຊາຊົນລາວ ນັບແຕ່ປີ 2000 ເປັນຕົ້ນມານັ້ນ ເຮັດໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄັກແນ່ ທັງຍັງສາມາດຄວບຄຸມ ແລະຈຳກັດການເຄື່ອນໄຫວຂອງກຸ່ມກຳລັງປະກອບອາວຸດທີ່ຕ້ານອຳນາດຂອງລັດຖະບານລາວ ໄດ້ຢ່າງສິ້ນເຊິງແລ້ວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG