ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການ ລາວ ຄາດວ່າ ຈະປະເຊີນໜ້າ ກັບການຂາດ ດຸນການຄ້າ ຫຼາຍກວ່າ 2 ຕື້ໂດລາ ໃນປີ 2015-2016


ປະຊາຊົນຄົນໜຶ່ງ ກຳລັງເຕີມນ້ຳມັນໃສ່ລົດຂອງລາວ
ປະຊາຊົນຄົນໜຶ່ງ ກຳລັງເຕີມນ້ຳມັນໃສ່ລົດຂອງລາວ

ທາງການລາວຄາດວ່າ ຈະປະເຊີນກັບການຂາດດຸນການຄ້າຕ່າງ ປະເທດຄິດເປັນມູນຄ່າ ລວມຫຼາຍກວ່າ 2,000 ລ້ານໂດລາ ໃນຕະ ຫຼອດແຜນການປີ 2015-2016 ທີ່ຄາດວ່າ ຈະມີ ມູນຄ່າການຄ້າ ລວມກວ່າ 9,000 ລ້ານໂດລາ.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ຖະແຫລງວ່າ ລັດຖະບານລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດ ໃນຕະຫຼອດໄລຍະແຜນການປີ 2015-2016 ໄວ້ໃນມູນຄ່າລວມເກີນກວ່າ 9,000 ລ້ານໂດລາສະຫະລັດ ໂດຍໃນນີ້ຈະເປັນ ການສົ່ງສິນຄ້າອອກຂອງລາວໃນມູນຄ່າ 3,000 ກວ່າລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກ ຕ່າງປະເທດຫຼາຍກວ່າ 5,000 ລ້ານໂດລາ ຊຶ່ງຖ້າຫາກການດຳເນີນແຜນການເປັນໄປຕາມ ເປົ້າໝາຍທີ່ວາງໄວ້ ກໍຈະເຮັດໃຫ້ທາງການລາວສາມາດຄວບຄຸມການຂາດດຸນການຄ້າຕ່າງ ປະເທດໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 2,000 ລ້ານໂດລາ ໃນຕະຫຼອດແຜນການປີ 2015-2016.

ກ່ອນໜ້ານີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຄາດວ່າການຄ້າຕ່າງປະເທດຂອງ ລາວ ໃນຊ່ວງແຜນການປີ 2014-2015 ຈະມີມູນຄ່າລວມເຖິງ 9,441 ລ້ານໂດລາ ໂດຍ ລາວ ກໍ ຍັງເປັນຝ່າຍຂາດດຸນການຄ້າຢູ່ເລື້ອຍມາ ເພາະ ລາວ ໄດ້ສົ່ງອອກສິນຄ້າໃນມູນຄ່າ 3,801 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າ 5,640 ລ້ານໂດລາ ເຮັດໃຫ້ ລາວ ຂາດດຸນການຄ້າໃນມູນຄ່າລວມເຖິງ 1,839 ລ້ານໂດລາ ແລະ ປະເທດທີ່ໄດ້ປຽບການ ຄ້າຕໍ່ ລາວ ຫຼາຍທີ່ສຸດກໍຄືປະເທດ ໄທ.

ທາງດ້ານກະຊວງການຄ້າຂອງ ໄທ ກໍໄດ້ຄາດໝາຍວ່າການຄ້າລະຫວ່າ ໄທ ກັບ ລາວ ຈະມີ ມູນຄ່າລວມຫຼາຍກວ່າ 5,770 ລ້ານໂດລາໃນຕະຫຼອດປີ 2015 ຊຶ່ງໃນນີ້ຈະເປັນການສົ່ງສິນ ຄ້າ ໄທ ໄປ ລາວ ໃນມູນຄ່າລວມຫຼາຍກວ່າ 4,460 ລ້ານໂດລາໂດຍເພີ່ມຂຶ້ນເຖິງ 10.6 ເປີ ເຊັນ ເມື່ອທຽບກັບປີ 2014 ແລະ ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມ 1,310 ລ້ານໂດລາ ໂດຍຫຼຸດລົງຫຼາຍກວ່າ 7 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາຊຶ່ງຈະເຮັດ ໃຫ້ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ຫຼາຍກວ່າ 3,150 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ທາງການ ໄທ ກໍຍັງຄາດໝາຍດ້ວຍວ່າຈະໄດ້ປຽບດຸນການຄ້າຕໍ່ ລາວ ເພີ່ມ ຂຶ້ນເປັນ 5,000​ ລ້ານໂດລາໃນປີ 2017 ຊຶ່ງກໍເປັນຜົນຈາກການຕົກລົງ ລະຫວ່າງ ກະຊວງ ການຄ້າຂອງ ໄທ ແກັບກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ທີ່ຈະເພີ່ມມູນຄ່າ ການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ດັ່ງກ່າວໂດຍໃນນີ້ກໍຄາດ ໝາຍວ່າຈະເປັນການສົ່ງສິນຄ້າ ໄທ ໄປ ລາວ ໃນມູນຄ່າລວມເຖິງ 6,500 ລ້ານໂດລາ ໃນ ຂະນະທີ່ ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມພຽງ 1,500 ລ້ານໂດລາເທົ່ານັ້ນ.

ທາງດ້ານທ່ານ ທະນະໂຊດ ໂຊດບຸນສັກ ຮອງປາທານຫໍການຄ້າຈັງຫວັດມຸກດາຫານ ເຊື່ອ ໝັ້ນວ່າມີຄວາມເປັນໄປໄດ້ສູງທີ່ມູນຄ່າການຄ້າລະຫວ່າງ ໄທ ກັບ ລາວ ຈະເພີ່ມຂຶ້ນຢ່າງ ຕໍ່ເນື່ອງຖ້າຫາກວ່າໄດ້ມີການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ ດັ່ງທີ່ທ່ານໄດ້ອະທິບາຍ ວ່າ

“ເມື່ອກ່ອນເຮົາບໍ່ມີສະພານ ມູນຄ່າການຄ້າຊາຍແດນເຮົາແຕ່ 2 ໝື່ນກວ່າລ້ານ ແຕ່ພໍເຮົາມີສະພານມູນຄ່າການຄ້າຊາຍແດນເຮົາເຕີບໂຕ ແສນລ້ານບາດ ສະ ແດງວ່າຈິກຊໍທີ່ສຳຄັນທີ່ສຸດກໍຄືອົງປະກອບຂອງໂຄງສ້າງພື້ນຖານຕ່າງໆ ຢ່າງ ເຊັ່ນສະໜາມບິນ ຫຼື ສະຖານີລົດໄຟກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີຄວາມຈຳ ເປັນຕ້ອງສ້າງຈິງໆ ກໍຄືເລື່ອງຂອງສະຖານີຂົນສົ່ງສິນຄ້າຂະໜາດໃຫຍ່ແລ້ວ ກໍ ເລື່ອງຂອງສະຖານີຂົນສົ່ງຜູ້ໂດຍສານນານາຊາດແຫ່ງທີ 2.”

ການຕົກລົງທີ່ຈະເພີ່ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານໂດລາພາຍໃນປີ 2017 ໄດ້ມີຂຶ້ນ ໃນໂອກາດສານປະຊຸມແຜນຄວາມຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ລາວ ກັບກະຊວງການຄ້າຂອງ ໄທ ຄັ້ງທີ 6 ຢູ່ທີ່ບາງກອກ ຖືເປັນມູນຄ່າການຄ້າທີ່ເພີ່ມ ຂື້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ ລາວ-ໄທ ມີມູນຄ່າການຄ້າລະຫວ່າງກັນ ຫຼາຍກວ່າ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າ ໄທ ໂດຍ ລາວ ໃນມູນຄ່າ 4,032.55 ລ້ານໂດລາ ແລະ ລາວ ສົ່ງສິນຄ້າໄປ ໄທ ໃນມູນຄ່າ 1,410.56 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ໃນມູນຄ່າລວມເຖິງ 2,621.99 ລ້ານໂດລາ.

XS
SM
MD
LG