ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຄາດ​ວ່າ​ ຈະ​ມີ​ ຕ່າງປະເທດ ​ຫຼາຍ​ກວ່າ 5 ​ແສນ​ຄົນ​ ເດີນທາງ​ໄປ​ ຫຼວງ​ພະ​ບາງ ​ໃນ​ປີ 2015


ສະຖານທີ່ທ່ອງທ່ຽວທີ່ມີສື່ສຽງໃນ ຫຼວງພະບາງ.
ສະຖານທີ່ທ່ອງທ່ຽວທີ່ມີສື່ສຽງໃນ ຫຼວງພະບາງ.

ທາງ​ການ​ ລາວ ຄາດ​ວ່າ​ຈະ​ມີ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 5 ​ແສນ​ຄົນ​ເດີນທາງ​ໄປ​ທ່ອງ​ທ່ຽວທີ່​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ ​ໃນ​ປີ 2015 ​ແລະ ຈະ​ເຮັດ​ໃຫ້​ມີ​ລາຍ​ຮັບ​ຈາກ​ການທ່ອງ ທ່ຽວ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 48 ​ເປີ​ເຊັນ.

ພະ​ແນ​ກຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ ລາຍ​ງານ​ວ່າ​ໃນໄລ​ຍະ 9 ​ເດືອນ​ຂອງ​ປີ 2015 ນີ້​ມີ​ຊາວ​ຕ່າງ​ຊາດ​ເຖິງ 470,279 ຄົນ​ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ ​ໂດຍ​ເຮັດ​ໃຫ້​ທາງ​ການ​ແຂວງ​ຫຼວງ​ພະ​ບາງ ມີ​ລາຍ​ຮັບ​ຈາກ​ພາສີ ​ແລະ ຄ່າ​ທຳ​ນຽ​ມຕ່າງໆ​ຈາກ​ການ​ບໍລິການ​ດ້ານ​ກາ​ນທ່ອງ​ທ່ຽວ​ໃນ​ມູນ​ຄ່າ​ລວມ 137,305 ​ໂດ​ລາ​ເຊິ່ງ​ເພີ່ມ​ຂຶ້ນ​ຈາ​ກ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014 ຄິດ​ເປັນ​ອັດຕາ​ສະ​ເລ່ຍຫຼາຍ​ວ່າ 48 ​ເປີ​ເຊັນ.

​ໂດຍ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້​ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ແຂວງ ຫຼວງ​ພະ​ບາງ ​ໄດ້​ຄາດ ໝາຍ​ວ່າ​ໃນ​ຕະຫຼອດ​ປີ 2015 ນີ້​ຈະ​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ​ມໍລະດົກ​ໂລກ​ຫຼວງ​ພະ​ບາງ​ຫຼາຍ​ກວ່າ 5 ​ແສນ​ຄົນ ​ແລະ ຈະ​ເຮັດ​ໃຫ້​ທາງ​ການ​ແຂວງ​ ຫຼວງ​ພະ​ບາງ ​ມີ​ລາຍ​ຮັບ​ຈາກ​ພາສີ ​ແລະ ຄ່າ​ທຳນຽ​ມຕ່າງໆ​ຈາກ​ການ​ໃຫ້​ບໍລິການ​ດ້ານ​ການທ່ອງທ່ຽວ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍ​ກວ່າ 163,450 ທັງ​ຍັງ​ຈະ​ເຮັດ​ໃຫ້​ລາຍ​ຮັບ​ໃນ​ພາກ​ການ​ຄ້າ ​ແລະ ບໍລິການ​ຄິດ​ເປັນ​ສັດສ່ວນ​ເຖິງ 85 ​ເປີ​ເຊັນ​ຂອງ​ຍອດ​ຜະ​ລິດ​ຕະພັນລວມ (GDP) ອີກ​ດ້ວຍ

ບັາດານັກທ່ອງທ່ຽວໃສ່ບາດຍາມເຊົ້າໃຫ້ກັບຄູບາທີ່ແຂວງ ຫຼວງພະບາງ
ບັາດານັກທ່ອງທ່ຽວໃສ່ບາດຍາມເຊົ້າໃຫ້ກັບຄູບາທີ່ແຂວງ ຫຼວງພະບາງ

ທັງ​ນີ້​ໂດຍສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້ຊາວ​ຕ່າ​ງຊາດ​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ ຫຼວງ​ພະ​ບາງ​ ​ເພີ່ມ​ຂຶ້ນ​ນັບ​ມື້​ກໍ​ຍ້ອນ​ວ່າ​ຊາວ ຫຼວງ​ພະ​ບາງ ຍັງ​ສາມາດ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ໄດ້​ຢ່າງ​ຄົບ​ຖ້ວນ​ທັງ​ຍັງ​ສາມາດ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ ຂອງ​ອົງການ UNESCO ທີ່​ວ່າ​ດ້ວຍ​ການ​ຮັກ​ສາ​ຖານະ​ຂອງ​ການ​ເປັນ​ມໍລະດົກ​ໂລກ​ໄດ້​ຢ່າງ​ຄົບຖ້ວນ ດັ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ແຂວງ ຫຼວງ​ພະ​ບາງ ​ໄດ້​ຢືນຢັນ​ວ່າ

“ບັນຫາ​ນີ້​ເປັນ​ບັນຫາ​ທີ່​ວ່າ ຫຼວງ​ພະ​ບາງ ​ເຮົາ​ຈະ​ຕ້ອງ​ແກ້​ ຢູ່​ປະຈຳບໍ່​ວ່າ​ແຕ່ລະ​ເດືອນ ບໍ່​ວ່າ​ແຕ່ລະ​ປີ ຫຼື​ວ່າ​ແຕ່​ລະ​ພາກສ່ວນ ​ເນື່ອງ​ຈາກ​ວ່າ​ ຫຼວງ​ພະ​ບາງ ​ເຮົາ​ນີ້​ປຽບ​ເໝືອນ​ວ່າ​ເຄິ່ງໜຶ່ງ​ກະ​ແມ່ນ​ຂອງ​ເຮົາ ​ເຄິ່ງໜຶ່ງ​ເປັນ​ຂອງ​ສາກົນ ​ເພາະວ່າ​ມີ​ສົນທິສັນຍາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍ​ລະ​ດົກ ສະ​ນັ້ນການ ກໍ່ສ້າງ​ຕຶກ​ອາຄານ​ຕ່າງໆ ຕ້ອງ​ໄດ້​ຮັກສາ​ຮີດຄອງອັນ​ດີງາມ​ຂອງ​ພໍ່​ແມ່ ປະຊາຊົນ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ເອົາ​ວຽກ​ງານ​ສຶກສາ​ອົບ​ຮົມ​ໃຫ້​ປະຊາຊົນ​ຢູ່​ໃນ​ຕົວ​ເມືອງ​ຫຼື​ວ່າ​ໃນ​ທົ່ວ​ແຂວງ ຮູ້​ວ່າ ຫຼວງ​ພະ​ບາງ ​ເຮົາ​ເປັນ​ເມືອງ​ມໍລະດົກ​ແລ້ວ​ຕ້ອງ​ຮັກສາ​ລະບຽບ ຫຼື​ວ່າ​ສົນທິ ສັນຍາ​ກັບ​ອົງການ UNESCO”

ທາງດ້ານ​ອົງການ UNESCO ກໍ​ໄດ້​ປະກາດ​ໃຫ້​ ວັດຊຽງທອງ ​ໃນ​ແຂວງ ຫຼວງພະ​ບາງ ​ເປັນ​ສະຖານ​ທີ່​ສຳຄັນ​ທີ່​ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ຂອງ​ການ​ອະນຸລັກ​ມໍ​ລະ​ດົກ​ທີ່​ດີ​ເດັ່ນ​ຂອງ​ໂລກ​ປະຈຳ​ປີ 2015 ຢ່າງ​ເປັນ​ທາງ​ການ​ເມື່ອບໍ່​ດົນ​ມາ​ນີ້ ​ໂດຍ​ຖື​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ ສາດ​ຂອງ ລາວ ທີ່​ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ລະດັບ​ໂລກ​ດັ່ງກ່າວ​ນີ້.

​ໂດຍ​ອົງ​ການ UNESCO ​ໃຫ້ເຫດຜົນ​ວ່າການ​ບູລະ​ນາ​ ວັດ​ຊຽງ​ທອງ ຖືກ​ເປັນ​ການ​ອະນຸ ລັກ​ມໍລະດົກ​ໂລກ ທາງ​ດ້ານ​ວັດທະນະທຳ​ທີ່​ມີ​ຄຸນຄ່າ​ແຫ່ງ​ໜຶ່ງ​ໃນ​ພາກ​ພື້ນ​ເອ​ເຊຍ - ​ປາຊີ​ຟິກ ​ແລະ ຖື​ເປັນ 1 ​ໃນ 12 ສະຖານ​ທີ່​ສຳຄັນ​ໃນ 5 ປະ​ເທ​ດທີ່​ໄດ້​ຮັບ​ລາງວັນ​ຊະນະ​ເລີດ ​
ໃນ​ສາຂາ​ດຽວ​ກັນກໍ​ຄື ອິນ​ເດຍ, ຈີນ, ອອສ​ເຕຣ​ເລຍ, ​ໄທ ​ແລະ ລາວ ຕາມ​ລຳດັບ.

ກ່ອນ​ໜ້າ​ນີ້ The Wanderlust Magazine ເຊິ່ງ​ເປັນ​ວາລະສານ​ດ້ານ​ການ​ທ່ອງ​ທ່ຽວ​ຊັ້ນ​ນຳ​ຂອງ​ໂລກໃນ​ປະ​ເທດ​ອັງກິດ ສະ​ເໜີ​ລາຍ​ງານ​ວ່າ ບັນ​ດາ​ສະມາຊິກ​ຂອງ​ວາລະສານ​ພາ ກັນ​ຈັດ​ໃຫ້​ເມືອງ​ມໍລະດົກ​ໂລກ​ ຫຼວງ​ພະ​ບາງ ​ເປັນ​ເມືອງ​ທີ່​ເປັນຕາ​ທ່ອງ​ທ່ຽວ​ທີ່​ສຸດ​ເປັນ ອັນ​ດັບ​ໜຶ່ງ​ຂອງ​ໂລກໃນ​ປີ 2015 ນີ້ດ້ວຍ​ຄະ​ແນນທີ່​ຄິດ​ເປັນ​ອັດ​ຕາສະ​ເລ່ຍ 97.14 ​ເປີ​ເຊັນ ຂອງ​ຈຳນວນ​ສະມາ​ຊິ​ກທັງໝົດທີ່​ໄດ້​ປະກອບ​ຄວາມ​ເຫັນ​ເຂົ້າ​ໃນ​ການ​ສຳ​ຫຼວດ ສ່ວນ​ອັນ ດັບ​ທີ 2 ​ແລະ ​3 ກໍ​ຄື​ເມືອງ​ພຸກາມ​ ​ໃນ​ສະຫະພາບ ມຽນມາ ​ແລະ Stockholm ຂອງ​ປະ​ເທດ ສວີ​ເດັນ ທີ່​ໄດ້​ຮັບ​ຄະ​ແນນ​ຄິ​ດ​ເປັນອັດຕາສະ​ເລ່ຍ 95 ​ເປັນ​ເຊັນ ​ແລະ 94.74 ​ເປີ​ເຊັນ​ຕາມ​ລຳດັບ.

​ໂດຍ​ການຈັດ​ອັນ​ດັບ​ດັ່ງກ່າວ​ນີ້ ນັບ​ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ ​ໄດ້​ຮັບ​ການ​ຈັດ​ອັນ​ດັບ​ໃຫ້​ເປັນ​ເມືອງ​ທີ່ເປັນຕາ​ທ່ອງທ່ຽວ​ທີ່​ສຸດ​ໃນໂລກ ຫຼັງ​ຈາກ​ທີ່​ໄດ້​ເສຍແຊັ​ມປ໌ ​ໄປ​ໃຫ້​ເມືອງ​ພຸ​ກາມ​ເມື່ອ​ປີ 2009 ​ແລະ ປີ 2014 ​ແລ້ວ​ກັບ​ຄື​ນ​ມາ​ຄອງແຊັ​ມປ໌​ໃນ​ໄລ​ຍະ​ປີ 2010 ຫາ 2012 ຈຶ່ງ​ມີ​ພຽງ​ແຕ່​ໃນ​ປີ 2013 ​ເທົ່າ​ນັ້ນ​ທີ່​ເມືອງ​ຫຼວງ​ພະ​ບາງ ​ໄດ້​ຫຼຸດ​ຈາກ 10 ອັນ​ດັບ​ຂອງ​ເມືອງ​ທີ່​ເປັນຕາ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ.

ສຳລັບ​ໃນ​ປີ 2015 ນີ້​ທາງ​ການ​ແຂວງ ຫຼວງ​ພະ​ບາງ ກໍ​ຍັງ​ຈະ​ຈັດ​ງານ​ສະ​ເຫຼີ​ມສະຫຼອງ ​ໃນ​ໂອກາດ​ເມືອງ ຫຼວງ​ພະ​ບາງ​ໄດ້​ຮັບ​ສະຖານະ​ເປັນ​ມໍລະດົກ​ໂລກ ຄົບຮອບ 20 ປີ​ທີ່​ຈະ​ມີຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 7 ຫາ 9 ທັນວາ 2015 ​ເພື່ອ​ເປັນ​ການສະ​ແດງ​ເຖິງ​ການ​ຮັກສາ​ສະຖານະ​ຂອງ​ເມືອງ​ມໍລະດົກ​ໂລກ​ໄດ້​ຢ່າງ​ໜັກ​ແໜ້ນ​ນັ້ນ​ເອງ.

XS
SM
MD
LG