ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າຈະຍົກເວັ້ນຄ່າ ທໍານຽມວິຊ່າ ໃຫ້ແກ່ຄົນລາວ ໃນຕ່າງປະເທດ


ຊາວລາວຈາກຕ່າງປະເທດກຸ່ມນຶ່ງ ທີ່ກັບຄືນເມືອຢາມບ້ານເກີດເມືອງນອນໃນລະຫວ່າງງານມະຫະກໍາ ຊີເກມສ໌ ຖ່າຍຮູບຮ່ວມກັບ ທ່ານບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີລາວ ໃນເດືອນທັນວາ 2009
ຊາວລາວຈາກຕ່າງປະເທດກຸ່ມນຶ່ງ ທີ່ກັບຄືນເມືອຢາມບ້ານເກີດເມືອງນອນໃນລະຫວ່າງງານມະຫະກໍາ ຊີເກມສ໌ ຖ່າຍຮູບຮ່ວມກັບ ທ່ານບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີລາວ ໃນເດືອນທັນວາ 2009

ທາງການລາວຍົກເວັ້ນຄ່າທໍານຽມວິຊ່າໃຫ້ແກ່ຄົນລາວໃນຕ່າງປະເທດທີ່ເກີດຢູ່ໃນລາວ ທຸກ ຄົນທີ່ຕ້ອງການຈະ ເດີນທາງກັບຄືນໄປຢ້ຽມຢາມປະເທດບ້ານເກີດ ເມືອງນອນຂອງຕົນ.

ກົມພົວພັນຄົນລາວໃນຕ່າງປະເທດ, ກະຊວງການຕ່າງ
ປະເທດຂອງລາວ ລາຍງານວ່າການຍົກເວັ້ນຄ່າທໍານຽມ
ວິຊ່າໃຫ້ແຫ່ຄົນລາວໃນຕ່າງປະເທດທີ່ຕ້ອງການຈະເດີນ
ທາງກັບຄືນມາຢ້ຽມຢາມຍາດຕິພີ່ນ້ອງຢູ່ໃນປະເທດລາວ
ໄດ້ມີຜົນບັງຄັບໃຊ້ຢ່າຍເປັນທາງການນັບຕັ້ງປີນີ້ເປັນຕົ້ນ
ມາແລ້ວ.

ຊຶ່ງກໍຄືການຍົກເວັ້ນທໍານຽມວິຊ່າໃຫ້ກັບຄົນລາວໃນຕ່າງ
ປະເທດທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ ແລະມີອາຍຸຕໍ່າກວ່າ
15 ປີ ທີ່ຂໍວິຊ່າຈາກສະຖານກົງສູນລາວ ລວມທັງຍັງຈະ
ໄດ້ຮັບການຍົກເວັ້ນຄ່າທໍານຽມໃນການຂໍຕໍ່ວິຊ່າໃນການ ຢູ່ໃນລາວຕໍ່ໄປ ພາຍຫລັງຈາກ ຄົບກຳໜົດ 90 ວັນອີກດ້ວຍ.

ດ່ານກວດຄົນເຂົ້າອອກ ເມືອງທີ່ຂົວມິດຕະພາບ ທີ່ຕໍ່ນະຄອນວຽງຈັນໃສ່ ກັບໜອງຄາຍ
ດ່ານກວດຄົນເຂົ້າອອກ ເມືອງທີ່ຂົວມິດຕະພາບ ທີ່ຕໍ່ນະຄອນວຽງຈັນໃສ່ ກັບໜອງຄາຍ

ມາດຕະການດຽວກັນນີ້ກໍຍັງໃຊ້ກັບນັກບວດ ແລະຄົນພິການ
ອີກດ້ວຍຊຶ່ງກໍເຊັ່ນດຽວກັນກັບ ຄົນລາວໃນຕ່າງປະເທດທຸກ
ຄົນທີ່ ຂໍວິຊ່າຈາກສະຖານທູດ ຫລືສະຖານກົງສູນລາວໃນ
ຕ່າງປະເທດນັ້ນ ບໍ່ຕ້ອງເສຍຄ່າທຳນຽມວິຊ່າ ແລະການຂໍ
ຕໍ່ວິຊ່າດັ່ງກ່າວ ແຕ່ຖ້າຫາກວ່າໄດ້ຮັບວິຊ່າຢູ່ດ່ານກວດຄົນ
ເຂົ້າເມືອງທີ່ອານຸຍາດໃຫ້ຢູ່ໃນລາວໄດ້ 60 ວັນນັ້ນ ກໍຍັງ
ຕ້ອງເສຍຄ່າທຳນຽມໃນອັດຕາ 30 ໂດລາ ແລະຖ້າຫາກ
ວ່າ ຈະຂໍຕໍ່ວິຊ່າກໍຈະໄດ້ຮັບສ່ວນລົດຈາກ 2 ໂດລາເປັນ 1
ໂດລາຕໍ່ມື້.

ທາງການລາວເຊື່ອວ່າມາດຕະການດັງກວ່ານີ້ຈະເຮັດໃຫ້ຄົນລາວໄນຕ່າງປະເທດພາກັນເດີນ
ທາງກັບຄືນມາຢ້ຽມຢາມ ປະເທດລາວຫຼາຍນັບມື້ ພ້ອມກັນນັ້ນ ກໍ່ຍັງຄາດຫວັງດ້ວຍວ່າຄົນ ລາວໃນຕ່າງປະເທດຈະປະກອບສ່ວນຢ່າງສໍາຄັນເຂົ້າໃນການສ້າງສາພັດທະນາປະເທດລາວ
ໃຫ້ຈະເລີນກ້າວໜ້າຢ່າງເທົ່າທັນກັບຕ່າງປະເທດໄດ້ໃນອານາຄົດ.

ທັງນີ້ກໍເນື່ອງຈາກວ່າຄົນລາວຢູ່ຕ່າງປະເທດນັ້ນແມ່ນມີຄວາມພ້ອມທາງເງິນທຶນ ແລະຄວາມ
ຮູ້ຄວາມສາມາດ ໃນດ້ານວິທະຍາການສະໄໝໃໝ່ທີ່ສາມາດຈະກັບມາຊ່ວຍສ້າງສາພັດທະນາ ຊາດລາວໃຫ້ມີຄວາມຈະເລີນກ້າວໜ້າໄດ້ ດັ່ງທີ່ທ່ານ ຈູມມະລີ ໄດ້ໃຫ້ການເນັ້ນຢໍ້າວ່າ:

ພິທີປິດງານມະຫາກຳຊີເກມທີ່ນະຄອນວຽງຈັນ ໃນປີ 2009
ພິທີປິດງານມະຫາກຳຊີເກມທີ່ນະຄອນວຽງຈັນ ໃນປີ 2009

ໂດຍຍຶດໝັ້ນໃນແນວທາງ
ສ້າງຄວາມສາມັກຄີປອງ
ດອງຂອງທົ່ວປວງຊົນລາວ
ເວລາໃດພັກເຮົາກໍຖືວ່າ ພີ່
ນ້ອງເຊື້ອຊາດລາວຢູ່ຕ່າງ
ປະເທດ ຍັງເປັນສ່ວນໜຶ່ງ
ຂອງວົງຂະນາຍາດແຫ່ງຊາດ
ສະນັ້ນ ຈິ່ງຍິນດີຕ້ອນຮັບຜູ້
ທີ່ມີນໍ້າໃຈຮັກຊາດ ຮັກ
ບ້ານ
ເກີດເມືອງນອນໄດ້
ອ່ວຍໜ້າ
ມາຫາປະເທດຊາດ
ໃຫ້ປະ
ກອບສ່ວນດ້ວຍສະ
ຕິບັນຍາ
ເຫື່ອແຮງ ແລະ
ທືນຮອນ ເຂົ້າໃນການສ້າງສາປະຕິພູມຮ່ວມກັນກັບຄົນລາວຢູ່ ພາຍໃນປະເທດ”.

ກ່ອນໜ້ານີ້ທ່ານ ຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ
ໄດ້ໃຫ້ການຢືນຢັນວ່າ ທາງການລາວຈະໃຫ້ການສະໜັບສະໜູນສົ່ງເສີມ ແລະອໍານວຍຄວາມ
ສະດວກ ໃນທຸກໆດ້ານແກ່ຄົນລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບຄືນມາລາວ
ເຊັ່ນ: ການອໍານວຍຄວາມສະດວກໃນການເດີນທາງໄປ-ມາ, ການແຕ່ງດອງລະຫວ່າງຄົນ
ລາວ ໃນກັບຄົນລາວນອກປະເທດ, ການກັບມາຢູ່ລາວຢ່າງຖາວອນ, ການອໍານວຍຄວາມ
ສະດວກໃນດ້ານນິຕິກໍາ ຫຼືການອະນຸຍາດໃຫ້ມີສິດໃນທີ່ດິນ ແລະບ່ອນຢູ່ອາໄສເປັນຕົ້ນ.

ນິຕິ​ກຳ​ທີ່​ສຳຄັນ​ອີກ​ອັນ​ນຶ່ງທີ່ທາງ​ການກະຊວງການຕ່າງປະເທດຂອງລາວໄດ້ດຳເນີນ
ການຮ່າງຮຽບຮ້ອຍແລ້ວ ແລະຍັງລໍຖ້າພຽງການອະນຸມັດຈາກນາຍຍົກລັດຖະມົນຕີຢ່າງ
ເປັນທາງການເທົ່ານັ້ນໃນຂະນະນີ້ ກໍ​ຄືດຳລັດວ່າ​ດ້ວຍ​ການໃຫ້ກໍາມະສິດໃນການ​ຖື​ຄອງ
ແລະເປັນເຈົ້າຂອງທີ່ດິນໃນລາວແກ່ຄົນລາວໃນຕ່າງປະເທດທີ່ຢາກຈະກັບຄືນມາຢູ່ລາວ
ຢ່າງຖາວອນຫລືວ້ຢູ່ແບບໄລຍະຍາວນັ້ນເອງ.

ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດທີ່ກັບຄືນ ເມືອຮ່ວມງານສະເຫລີມສະຫລອງວັນສະຖາປະນາ ນະຄອນຫລວງວຽງຈັນຄົບຮອບ 450 ປີໄດ້ເຂົ້າ ພົບສະມາຊິກສະພາແຫ່ງຊາດລາວທີ່ຕຶກສະພາ ແຫ່ງຊາດໃນນະຄອນວຽງຈັນ, ເດືອນພະຈິກ 2010.
ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດທີ່ກັບຄືນ ເມືອຮ່ວມງານສະເຫລີມສະຫລອງວັນສະຖາປະນາ ນະຄອນຫລວງວຽງຈັນຄົບຮອບ 450 ປີໄດ້ເຂົ້າ ພົບສະມາຊິກສະພາແຫ່ງຊາດລາວທີ່ຕຶກສະພາ ແຫ່ງຊາດໃນນະຄອນວຽງຈັນ, ເດືອນພະຈິກ 2010.

ທາງການ​ລັດຖະບານ​ລາວ​ໄດ້​
ປະກາດການ​ດຳ​ເນີນນະໂຍ
ບາຍ​ເພື່ອ​ດຶງ​ດູດ​ເອົາ​ຄົນ​ລາວ
ໃນຕ່າງປະ​ເທດກັບຄືນມາລາວ
ນັບ​ແຕ່​ທ້າຍ​ປີ 2009 ​ເປັນຕົ້ນ
ມາ ໂດຍເຫດການທີ່ສຳຄັນທີ່
ຄົນ​ລາວ​ໃນ​ຕ່າງປະເທດໄດ້ມີ
ໂອກາດ​ປະກອບສ່ວນດ້ວຍໃນ
ໄລຍະຜ່ານມານັ້ນ ກໍຄືການ
ເປັນເຈົ້າພາບຈັດຊີເກມ ຄັ້ງ
ທີ 25 ໃນປີ 2009 ແລະ
ການສະເຫລີມສະຫລອງ
450 ປີຂອງນະຄອນວຽງຈັນ ໃນປີ 2010.

XS
SM
MD
LG