ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປປ ລາວ ປິດຊາຍແດນ ແລະປິດເມືອງ ທົ່ວປະເທດ ເພື່ອປ້ອງກັນໂຄວິດ-19


ໜ່ວຍກວດກາສະເພາະະກິດ ໂຄວິດ-19 ໃນ ສປປ ລາວ.
ໜ່ວຍກວດກາສະເພາະະກິດ ໂຄວິດ-19 ໃນ ສປປ ລາວ.

ລັດຖະບານລາວປິດຊາຍແດນ ແລະຫ້າມການເດີນທາງໃນທົ່ວປະເທດ ເພື່ອສະກັດກັ້ນ
ການລະບາດຂອງໄວຣັສ COVID-19 ທີ່ເພີ້ມຂຶ້ນຢ່າງໄວວາ ອັນເຮັດໃຫ້ຕ້ອງການວັກ
ຊີນກັນໄວຣັສ COVID-19 ເພີ້ມຂຶ້ນດ້ວຍຊຶ່ງ ຊົງລິດ ໂພນເງິນ ມີ ລາຍງານຈາກບາງກອກ.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນສຸກ ຖະແຫຼງວ່າ ການແຜ່ລະບາດຂອງໄວຣັສ COVID-19 ທີ່ເພີ້ມຂຶ້ນຢ່າງໄວວາອັນເຮັດໃຫ້ລັດ ຖະບານຕ້ອງປະຕິບັດມາດຕະການປິດດ່ານຊາຍແດນ ແລະຫ້າມການເດີນທາງໄປ ມາໃນທົ່ວປະເທດ ນັບແຕ່ວັນທີ 22 ເມສາ ປີ 2021 ເປັນຕົ້ນມາ ແລະໃນປັດຈຸ ບັນ ສະພາບການກໍຍັງບໍ່ດີຂຶ້ນ ໂດຍຄາດວ່າຈະມີຜູ້ຕິດໄວຣັສ COVID-19 ໃນ ລາວເກີນກວ່າ 2,000 ຄົນ ໃນເດືອນພຶດສະພານີ້ ຈຶ່ງເຮັດໃຫ້ຕ້ອງມີການຂະ ຫຍາຍເວລາ ໃນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນີ້ຕໍ່ໄປອີກຈົນເຖິງທ້າຍ ເດືອນພຶດສະພາ ປີ 2021 ແລະຫຼັງຈາກນັ້ນຈະມີການພິຈາລະນາອີກເທື່ອນຶ່ງວ່າ ຈະມີມາດຕະການແນວໃດຕໍ່ໄປ ດັ່ງທີ່ທ່ານພູທອນ ໄດ້ໃຫ້ການຢືນຢັນວ່າ:

“ໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນໝົດລໍາຈາກປະເທດໃນຂົງເຂດ ທີີ່ມີການລະ ບາດພະຍາດໂຄວິດ-19 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະຢ້ຽມຢາມໃຫ້ ແກ່ຄົນຕ່າງປະເທດ ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນ ສືບຕໍ່ປິດດ່ານສາ ກົນສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ຍົກເວັ້ນພົນລະເມືອງລາວ ຊາວຕ່າງ ປະເທດທີ່ມີຄວາມຈຳເປັນຮີບດ່ວນ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສຳລັບການຂົນສົ່ງສິນຄ້າ ແມ່ນສາມາດເຂົ້າອອກໄດ້ຕາມປົກກະຕິ.

ພ້ອມກັນນີ້ການລະບາດຢ່າງໄວວາຂອງໄວຣັສ COVID-19 ດັ່ງກ່າວກໍຍັງເຮັດໃຫ້
ລັດຖະບານລາວຕ້ອງການຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ
COVID-19 ເພີ້ມຂຶ້ນອີກດ້ວຍ ເພາະລັດຖະບານລາວສາມາດຕອບສະໜອງງົບ
ປະມານເພື່ອການຈັດຊຶ້ວັກຊີນໄດ້ພຽງ 20 ເປີເຊັນ ຂອງຄວາມຕ້ອງການທັງໝົດ
ເທົ່ານັ້ນ ຈຶ່ງຕ້ອງເພີ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ ຊຶ່ງທີ່ ຜ່ານ
ມາ ລັດຖະບານຈີນກໍໄດ້ໃຫ້ການຊ່ວຍເຫຼືອລາວແລ່້ວ 4 ຄັ້ງ ທີີ່ມີຈຳນວນ ວັກຊີນ
ຮວມກັນເຖິງ 1,402.000 ໂດສ ກັບ 132,000 ໂດສ ແລະ 2,000 ໂດສ ທີ່ເປັນ
ການຊ່ວຍເຫຼືອຈາກອົງການອະນາໄມໂລກ ແລະລັດຖະບານຣັດເຊຍຕາມລຳດັບ.

ທັ້ງນີ້ ທ່ານພອນປະເສີດ ອຸນາພົນ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ຖະແຫຼງວ່າການສັກຢາວັກຊີນກັນໄວຣັສ COVID-19 ໃນລາວຈະຈັດຕັ້ງປະຕິບັດ ໃຫ້ໄດ້ເຖິງ 70 ເປີເຊັນ ຂອງປະຊາກອນລາວທັງໝົດໃນປີ 2023 ເພາະລັດ ຖະບານລາວມີງົບປະມານຈຳກັດ ຈຶ່ງຕ້ອງເພີ່ງພາການຊ່ວຍເຫຼືອຈາກຕ່າງປະເທດ ເປັນດ້ານຫລັກ ໂດຍໃນປີ 2021 ນີ້ຄາດວ່າຈເະສາມາດສັກຢາວັກຊີນກັນໄວຣັສ COVID-19 ໃຫ້ກັບພະນັກງານລັດ ແລະປະຊາຊົນລາວ 1.5 ລ້ານຄົນ ໃນ 6 ກຸ່ມດ້ວຍກັນ ດັ່ງທີ່ທ່ານພອນປະເສີດ ໃຫ້ການຢືນຢັນວ່າ:

“ກຸ່ມທີ 1 ກະແມ່ນພະນັກງານຢູ່ໃນຂົງເຂດຂົນສົ່ງມວນຊົນ ກຸ່ມທີ 2 ນີ້ກະ ແມ່ນຜູ້ປະກອບການທ່ອງທ່ຽວ ໂຮງແຮມ ບ້ານພັກ ກຸ່ມທີ 3 ນີ້ກະແມ່ນຜູ້່ປະ ກອບການໃນຕະຫຼາດຂາຍຍົກ ຂາຍຫຍ່ອຍ ຫ້າງຊັບພະສິນຄ້າ ຮ້ານອາຫານ ກຸ່ມທີ 4 ກໍແມ່ນຂົງເຂດການເງິນ ການທະນາຄານ ກຸ່ມທີ 5 ຄູອາຈານ ແພດໝໍ ໃນທາງການລັດແລະເອກກະຊົນ ແລະກຸ່ມທີ 6 ກະແມ່ນຂົງເຂດໄຟຟ້າ ນໍ້າປະ ປາ ຊຶ່ງເປັນຂົງເຂດເສດຖະກິດຄໍຫອຍເສດຂອງຖະກິດສັງຄົມຂອງພວກເຮົາ ຈະຕ້ອງໄດ້ໄປເຂົ້າຮັບການສັກຢາວັກຊີນ”

ທາງການລາວໄດ້ວາງເປົ້າໝາຍຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ ປະຊາຊົນລາວໃຫ້ໄດ້ 3.5 ລ້ານຄົນ ຫຼື 70 ເປີເຊັນ ຂອງປະຊາກອນລາວທີ່ຢູ່ໃນ ກຸ່ມສ່ຽງດ້ວຍຫວັງວ່າຈະໄດ້ຮັບການຊ່ວຍເຫຼືອເພີ້ມຂຶ້ນອີກຈາກທາງລັດຖະບານຈີນ ອົງການອະນາໄມໂລກ ແລະບັນດາປະເທດບໍລິຈາກນັ້ນ ໂດຍສະເພາະແມ່ນການ ຊ່ວຍເຫຼືອຈາກອົງການອະນາໄມໂລກ ໃນຖານະທີ່ລາວກໍ ເປັນ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ COVID-19 ສຳລັບ ປະຊາຊົນລາວ 1.4 ລ້ານຄົນ ຫຼື 20 ເປີເຊັນ ຂອງປະຊາປະຊາກອນລາວທັງ ໝົດ ໂດຍເມື່ອຮວມກັບການຊ່ວຍເຫຼືອລາວໄດ້ຮັບແລ້ວນັ້ນ ຈຶ່ງຍັງເຫຼືອອີກເກືອບ 6 ລ້ານໂດສ ທີ່ລັດຖະບານລາວຈະຕ້ອງຈັດຫາໃຫ້ໄດ້ພາຍໃນ 2 ປີ ຈຶ່ງຈະພຽງພໍ ສຳລັບການສັກຢາວັກຊີນໃຫ້ກັບ 70 ເປີເຊັນຂອງປະຊາກອນລາວ ທີ່ຢູ່ໃນກຸ່ມ ສ່ຽງດັ່ງກ່າວ ໃຫ້ໄດ້ຢ່າງຄົບຖ້ວນໃນປີ 2023 ໂດຍຄາດວ່າຈະຕ້ອງໃຊ້ງົບປະ ມານຫຼາຍກວ່າ 100 ລ້ານສະຫະລັດ ເພື່ອການຈັດຊື້ຢາວັກຊີນກັນໄວຣັສ COVID-19 ດັ່ງກ່າວ

ທັ້ງນີ້ນັບຈາກເດືອນມີນາ ປີ 2021 ເປັນຕົ້ນມາ ທາງການລາວໄດ້ສັກຢາວັກຊີນກັນໄວຣັສ
COVID-19 ໃຫ້ກັບພະນັກງານລັດ ແລະປະຊາຊົນລາວກຸ່ມສ່ຽງໄດ້ ແລ້ວ 210,000 ກວ່າ
ຄົນ ແຕ່ກໍຄິດເປັນພຽງ 13.6 ເປີເຊັນ ຂອງເປົ້າໝາຍຕະ ຫຼອດປີ 2021 ທີ່ໄດ້ວາງ
ເປົ້າໝາຍທີ່ຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ພະນັກງານລັດ ແລະປະຊາຊົນ
ລາວທີ່ໄດ້ວາງເປົ້າໝາຍທີ່ຈະຊັກຢາວັກຊີນກັນ ໄວຣັສໂຄວິດ COVID-19 ໃຫ້ພະນັກ
ງານລັດແລະປະຊາຊົນລາວໃຫ້ໄດ້ເຖິງ 1.5 ລ້ານຄົນ ຊຶ່ງການທີ່ຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ແທ້ນັ້ນ ທາງການ ລາວກໍຈະຕ້ອງສັກຢາວັກຊີນກັນໄວຣັສ COVID-19
ໃຫ້ກັບປະຊາຊົນລາວໃຫ້ ໄດ້ຫຼາຍກວ່າ 160,000 ຄົນ ຕໍ່ເດືອນໃນຕະຫຼອດໄລຍະ 8
ເດືອນ ທີ່ເຫຼືອຂອງປີ 2021 ນີ້ນັ້ນເອງ.

XS
SM
MD
LG