ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເຈົ້າໜ້າທີ່ລາວ ບໍ່ສາມາດຄວບຄຸມ ລາຄາສິນຄ້າໄດ້ ເພາະສ່ວນໃຫຍ່ ເປັນສິນຄ້ານຳເຂົ້າ


ສິນຄ້ານຳເຂົ້າໃນ ສປປ ລາວ.
ສິນຄ້ານຳເຂົ້າໃນ ສປປ ລາວ.

ທາງການລາວບໍ່ສາມາດທີ່ຈະຄວບຄຸມ ລາຄາສິນຄ້າອຸບປະໂພກບໍລິໂພກໄດ້ ໃນ ການຈັດຕັ້ງປະຕິບັດໂຕຈິງ ເພາະສີິນຄ້າສ່ວນໃຫຍ່ ນຳເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດໃນລາວ ກໍມີຕົ້ນທຶນການຜະລິດສູງ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານນັນຕາ ສານຸວົງ ຮອງຫົວໜ້າແຜນອຸດສາຫະກໍາ ແລະການຄ້ານະຄອນຫຼວງ ວຽງຈັນ ຖະແຫຼງຍອມຮັບວ່າ ລາຄາສິນຄ້າອຸບປະໂພກບໍລິໂພກໄດ້ປັບໂຕສູງຂຶ້ນ ຢ່າງຕໍ່ເນື່ອງ ໂດຍພາກສ່ວນທີ່ຮັບຜິດຊອບນັ້ນບໍ່ສາມາດທີ່ຈະດຳເນີນມາດຕະການ ແຊກແຊງ ເພື່ອຄວບຄຸມລາຄາໄດ້ ໃນການຈັດຕັ້ງປະຕິບັດໂຕຈິງ ຍ້ອນວ່າສິນຄ້າສ່ວນໃຫຍ່ ນຳເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດຢູ່ໃນລາວກໍຍັງມີຕົ້ນທຶນ ການຜະລິດສູງ ເພາະວ່າ ລາວຍັງຕ້ອງນໍາເຂົ້າປັດໄຈການຜະລິດທີ່ສຳຄັນ ຈາກ ຕ່າງປະເທດເຊັ່ນ ນໍ້າມັນ ອາຫານສັດ ແລະເຄື່ອງມື ອຸບປະກອນໃນການຜະລິດ ສິນຄ້າຕ່າງໆນັ້ນ ໂດຍການນຳເຂົ້າສິນຄ້າດັ່ງກ່າວກໍຍັງສົ່ງຜົນກະທົບເຮັດໃຫ້ເງິນກີບອ່ອນຄ່າລົງ ທຽບໃສ່ເງິນຕາຕ່າງປະເທດອີກດ້ວຍ ດັ່ງທີ່ທ່ານນັນຕາ ໃຫ້ການ ຢືນຢັນວ່າ:

“ປະເທດລາວແມ່ນປະເທດນຶ່ງ ທີ່ນຳເຂົ້າສິນຄ້າເປັນສ່ວນໃຫຍ່ ເຖິງວ່າຈະຜະລິດພາຍໃນ ສິ້ນສ່ວນປະກອບກໍຍັງແມ່ນນໍາເຂົ້າ ໂດຍສະເພາະນຶ່ງສາເຫດຫລັກ ກະແມ່ນມາຈາກອັດຕາການແລກປ່ຽນໃນປັດຈຸບັນນີ້ ອັນທີສອງກະລະແມ່ນລາຄານໍ້າ ມັນເຊື້ອໄຟ ມີການປັບຂຶ້ນຖືືວ່າໃນ 6 ເດືອນ 7 ເດືອນມານີ້ ຖືວ່າການປັບຂຶ້ນ ລາຄານໍ້າມັນມີເຖິງ 12 ຄັ້ງ ລະກະທົບໃສ່ປັດໄຈໃນການຂົນສົ່ງ ໂດຍສຸດທ້າຍນີ້ ກະແມ່ນຄ່າໄຟຟ້ າກະເພີ້ມຂຶ້ນຈາກນັ້ນຈຶ່ງເຮັດໃຫ້ຕົ້ນທຶນຂອງການຜະລິດສູງຂຶ້ນ."

ສ່່ວນທ່ານວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະ ກຳແລະການຄ້າກໍຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ຮຽກຮ້ອງຂໍຄວາມຮ່ວມ ມື ຈາກວິສະຫະກິດການຄ້າໃນທົ່ວປະເທດໃຫ້ປະກອບສ່ວນເຂົ້າໃນມາດຕະການ ຮັບມືກັບການລະບາດ ຂອງພະຍາດໄວຣັສໂຄວິດ-19 ດ້ວຍການຊ່ວຍຮັບປະກັນ ດ້ານສະບຽງອາຫານ ແລະເຄື່ອງອຸບປະໂພກບໍລິໂພກ ທີ່ຈຳເປັນໃນຊີວິດປະຈຳ ວັນສຳລັບປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ໃຫ້ໄດ້ບໍ່ຕໍ່າກວ່າ 2 ເດືອນ ໂດຍສະເພາະແມ່ນສະບຽງອາຫານ ແລະສິນຄ້າອຸບປະໂພກບໍລິໂພກ ທີ່ລາວຜະ ລິດໄດ້ ຍັງບໍ່ພຽງພໍກັບຄວາມຕ້ອງການ ພາຍໃນປະເທດນັ້ນ ຍິ່ງຈະຕ້ອງໄດ້ຮັບ ການຮ່ວມມືຈາກວິສະຫະກິດການຄ້າຂາອອກຂາເຂົ້າ ເປັນກໍລະນີພິເສດ.

ທັງນີ້ກະຊວງອຸດສາຫະກຳ ແລະການຄ້າໄດ້ຈັດຕັ້ງໜ່ວຍສະເພາະກິດ ເພື່ອຄວບ ຄຸມລາຄາສີິນຄ້າໃນທ່າມກາງການລະບາດຂອງໄວຣັສໂຄວິດ-19 ຕາມຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 15 ທີ່ຕ້ອງການຈະຫລຸດຜ່ອນຜົນກະທົບຕໍ່ຊີວິດການ ເປັນຢຸູ່ຂອງປະຊາຊົນທີ່ເກີດຈາກການສວຍໂອກາດປັບຂຶ້ນລາຄາສິນຄ້າຂອງບັນດາ ພໍ່ຄ້າຄົນກາງ ແລະເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບຢ່າງແທ້ຈິງ ໜ່ວຍສະເພາະກິດສຸດນີ້ ກໍຍັງມີອຳນາດລົງໂທດຕໍ່ພໍ່ຄ້າ ທີ່ສວຍໂອກາດດັ່ງກ່າວ ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ສູງໃນກະຊວງອຸດສາຫະກຳ ແລະການຄ້າໄດ້ຫ້ການຢືນ ຢັນວ່າ:

“ຄະນະອັນນີ້ໜີ້ມີໜ້າທີ່ຕິດຕາມ ກວດກາຄຸ້ມຄອງລາຄາ ພ້ອມນີ້ກໍໃຫ້ດໍາເນີນມາດ ຕະການປັບໃໝລົງໂທດ ຕໍ່ຜູ້ທີ່ກັກຕຸນ ຂຶ້ນລາຄາສິນຄ້າອຸບປະໂພກບໍລິໂພກ ເປັນ ຕົ້ນ ຜ້າປິດປາກ ນໍ້າຢາລ້າງມື ຢາປົວພະຍາດ ອຸບປະກອນການແພດ ເຂົ້າ ອາຫານ ນໍ້າດື່ມ ແລະອື່ນໆຢ່າງເດັດຂາດ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກ ບົດແນະນຳ ຂອງຄະນະສະເພາະກິດ ຄຳແນະນຳຂອງກະຊວງສາທາລະນະສຸກແລະ ບັນດາມິຕິກໍາ ມາດຕະການອື່ນໆຂອງຄະນະສະເພາະກິດ ຂອງແຜນການກ່ຽວ ຂ້ອງຢ່າງເຂັ້ມງວດ."

ທັງນີ້ໂດຍລັດຖະບານລາວໄດ້ກຳນົດຈຳໜ່າຍສິນຄ້າອຸບປະໂພກບໍລິໂພກທີ່ຈຳ ເປັນ ໄວ້ຫຼາຍລາຍການດ້ວຍກັນ ເຊັ່ນ ເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກໍານົດລາຄາຈຳໜ່າຍໄວ້ ທີ່ລະດັບ 9,000 ກີບ ແລະ 8,000 ກີບ ຕໍ່ກິໂລກຣາມ ເຂົ້າຈ້າວຊະນິດພິເສດ ແລະທຳມະດາລຄາ 10,000 ກີບ ກັບ 8,000 ກີບ ຕໍ່ ກິໂລກຣາມ ຊີ້ນງົວ ຄວາຍ ປະເພດ 1 ແລະ 2 ລາຄາ 70,000 ກີບ ແລະ 65,000 ກີບ ຕໍ່ກິໂລກຣາມ ຊີ້ນໝູປະເພດ 1 ກັບ 2 ລາຄາ 40,000 ກີບ ແລະ 35,000 ກີບ ຕໍ່ກິໂລກຣາມ ໄຂ່ໄກ່ເບີ 1 ແລະເບີ 2 ລາຄາ ແຕະລະ 35,000 ກີບ ແລະ 30,000 ກີບ ສ່່ວນໄຂ່ໄກ່ເບີ 3-4-5 ແຕ່ລະບໍ່ເກີນ 28,000 ກີບ ຊີ້ນໄກ່ພັນ ໄກ່ລາດລາຄາ 25,000 ກີບ ແລະ 50,000 ກີບ ຕໍ່ກິໂລກຣາມ ປານິນ ປາດຸກ 25,000 ກີບຕໍ່ກິໂລກຣາມ ໝີ່ໄວໄວ ໝີ່ຍໍາຍໍາ 45,000 ພັນກີບຕໍ່ແກັດ ເປັນຕົ້ນ ຫາກແຕ່ວ່າລາຄາຂາຍຈິງນັ້ນສູງກວ່າລາຄາ ທີ່ກຳນົດດັ່ງກ່າວນີ້.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຢືນຢັນ ວ່າການທີ່ລາວຜະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງ ຄືສາເຫດສຳຄັນທີ່ເຮັດໃຫ້ ການຫລຸດຜ່ອນຄວາມຍາກຈົນປະຕິບັດບໍ່ໄດ້ຕາມແຜນການ ຊຶ່ງເຫັນໄດ້ຈາກປະ ຊາຊົນລາວ 632,909 ຄົນ ທີີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຄືມີລາຍບໍ່ເຖິງ 1.9 ໂດລາສະຫະລັດ ຕໍ່ຄົນຕໍ່ວັນ ຄິດເປັນ 9 ເປີເເຊັນ ຂອງປະຊາກອນລາວ ສ່ວນການລະບາດຂອງໄວຣັສໂຄວິດ-19 ຍັງເຮັດໃຫ້ບັນຫາຍາກຈົນເພີ້ມຂຶ້ນຈາກ 18.3 ເປີເຊັນ ໃນປີ 2019 ເປັນ 21.4 ເປີເຊັນຂອງປະຊາກອນລາວໃນປັດຈຸ ບັນນີ້.

XS
SM
MD
LG