ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວ ກະກຽມຄວາມພ້ອມ ສຳລັບ ປີແຫ່ງການທ່ອງທ່ຽວ ລາວ 2018


ກອງປະຊຸມ ຖະແຫລງຂ່າວ ກ່ຽວກັບສະພາບສົ່ງເສີມ ຕະຫຼາດການທ່ອງທ່ຽວ
ກອງປະຊຸມ ຖະແຫລງຂ່າວ ກ່ຽວກັບສະພາບສົ່ງເສີມ ຕະຫຼາດການທ່ອງທ່ຽວ

ທາງການລາວ ກະກຽມຄວາມພ້ອມໃນທຸກໆດ້ານ ສຳລັບຮອງຮັບປີການທ່ອງທ່ຽວ
ລາວ ໃນປີ 2018 ໂດຍຈະເນັ້ນໜັກ ການທ່ອງທ່ຽວແບບອະນຸລັກ ທັງໃນດ້ານ
ທຳມະຊາດ ແລະວັດທະນະທຳອັນດີງາມ.

ທ່ານອຸ່ນທວງ ຂາວພັນ ລັດຖະມົນຕີຊ່ວຍວ່າການ ກະຊວງກະຖະແຫລງຂ່າວ ວັດທະ
ນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ການກະກຽມຄວາມພ້ອມໃນດ້ານຕ່າງໆ
ເພື່ອຮອງຮັບປີການທ່ອງທ່ຽວລາວ ທີ່ກຳນົດ ຈະມີຂຶ້ນໃນຕະຫຼອດປີ 2018 ກຳລັງ
ດຳເນີນໄປ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ການກຽມຄວາມພ້ອມດ້ານບຸກຄະລາກອນ
ສະຖານທີ່ທ່ອງທ່ຽວ ໂຮງແຮມ ບ້ານພັກ ຮ້ານອາຫານ ສິ່ງອຳນວຍຄວາມສະດວກຕ່າງໆ
ຮວມເຖິງຄວາມປອດໄພໃນການເດີນທາງທ່ອງທ່ຽວໃນລາວດ້ວຍນັ້ນ ຖືເປັນວຽກງານ
ທີ່ລັດຖະບານລາວ ໃຫ້ຄວາມສຳຄັນເປັນບຸລິມະສິດ ທີ່ຈະຕ້ອງດຳເນີນການ ໃຫ້ໄດ້
ມາດຕະຖານສາກົນ.

ສະຖານທ່ອງທ່ຽວຕ່າງໆ ໃນແຂວງຫລວງພະບາງ
ສະຖານທ່ອງທ່ຽວຕ່າງໆ ໃນແຂວງຫລວງພະບາງ

ທັງນີ້ ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວ ຊາວ
ຕ່າງຊາດ ໃຫ້ໄດ້ 5 ລ້ານຄົນ ໃນຕະຫຼອດປີ 2018 ດ້ວຍການສົ່ງເສີມການທ່ອງທ່ຽວ
ແບບອະນຸລັກ ໃນດ້ານທຳມະຊາດ ແລະວັດທະນະທຳອັນດີງາມຂອງຊາດລາວ ຊຶ່ງ
ຕໍ່ເປົ້າໝາຍດັ່ງກ່າວນີ້ ກໍຍັງໄດ້ຮັບການສະໜັບສະໜຸນສົ່ງເສີມ ຈາກນັກທຸລະກິດໄທ
ທີ່ມອງວ່າ ເປັນເອກກະລັກ ແລະສິ່ງທີ່ດີງາມຂອງຊາດລາວ ທີ່ຈະສາມາດດຶງດູດເອົາ
ນັກທ່ອງທ່ຽວໄດ້ຕາມເປົ້າໝາຍທີ່ວາງໄວ້ ດັ່ງທີ່ທ່ານພູເມກ ມະໂນພິບູນ ປະທານ
ບໍລິສັດ Lao Amazing Travel ທ່ອງທ່ຽວຈຳກັດ ໄດ້ໃຫ້ທັດສະນະວ່າ:

“ບໍ່ວ່າ ຈະເປັນທຳມະຊາດທີ່ງົດງາມ ການແຕ່ງໂຕ ຜູ້ຍິງກໍນຸ່ງສິ້ນສວຍງາມ ອັນນີ້
ເປັນອັນທີ່ໜ້າສົ່ງເສີມ ອາຫານແບບລາວ ກໍແຊບ ເຮົາກໍຄວນຈະນຳມາສົ່ງເສີມ
ຫຼາຍໆຢ່າງຮວມໄປເຖິງວັດທະນະທຳ ປະເພນີ ການຫຼິ້ນ ການເຕັ້ນບັດສະລົບ
ອັນຕ່າງໆນີ້ ກໍເປັນວັດທະນະທຳ ທີ່ເຮົາຢາກຈະນຳເອົາມາສົ່ງເສີມ ເຮົາຈະນຳ
ເລື່ອງຂອງ ວັດທະນະທຳ ປະເພນີມາໃຫ້ຄົນ ບໍ່ວ່າ ຈະເປັນຄົນລາວ ຫຼືຄົນໄທ
ຫຼືຕ່າງປະເທດ ທີ່ມາທ່ຽວທີ່ນີ້ ໄດ້ເຫັນ.”

ນ້ຳຕົກຕາດຄອນພະເພັງ ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ
ນ້ຳຕົກຕາດຄອນພະເພັງ ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ

ທັງນີ້ ລັດຖະບານລາວ ກໍໄດ້ມອບໝາຍໃຫ້ທາງການແຂວງຈຳປາສັກ ດຳເນີນການ
ຈັດຕັ້ງປະຕິບັດແຜນການ ພັດທະນາດ້ານການທ່ອງທ່ຽວຢ່າງຢືນຢົງ ເພື່ອການພັດ
ທະນາ ແຂວງຈຳປາສັກ ເປັນສູນກາງການທ່ອງທ່ຽວ ແບບອະນຸລັກຂອງອາຊ່ຽນ
ໃຫ້ໄດ້ ດ້ວຍການພັດທະນາດ້ານບຸກຄະລາກອນ ສະຖານທ່ອງທ່ຽວທຳມະຊາດ ແລະ
ວັດທະນະທຳ ໃນແຂວງໃຫ້ໄດ້ມາດຕະຖານອາຊ່ຽນ ແລະສາກົນ.

ກ່ອນໜ້ານີ້ ກອງປະຊຸມໂຕະມົນລະດັບລັດຖະມົນຕີ ດ້ານການທ່ອງທ່ຽວຂອງອາຊ່ຽນ
ຊຶ່ງເປັນສ່ວນນຶ່ງຂອງງານມະຫະກຳການທ່ອງທ່ຽວແບບອະນຸລັກຂອງອາຊ່ຽນ ທີ່ຈັດ
ຂຶ້ນຢູ່ເມືອງປາກເຊ ແຂວງຈຳປາສັກ ເມື່ອເດືອນມິຖຸນາ 2016 ທີ່ຜ່ານມາ ກອງປະຊຸມ
ໄດ້ມີມະຕິຮັບຮອງເອົາ ຖະແຫລງການຮ່ວມປາກເຊ ທີ່ໄດ້ວາງເປົ້າໝາຍ ທີ່ຈະເຊື່ອມ
ໂຍງການທ່ອງທ່ຽວແບບອະນຸລັກໃນອາຊ່ຽນໃຫ້ເປັນຮູບປະທຳໄວທີ່ສຸດ.

ໂດຍທາງການລາວໄດ້ສະເໜີໃຫ້ກອງປະຊຸມຮັບຮອງເອົານ້ຳຕົກຕາດຄອນພະເພັງ
ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ
ແລະຖືເປັນຈຸດທີ່ໂດດເດັ່ນທີ່ຈະພັດທະນາໃຫ້ເປັນເຂດທ່ອງທ່ຽວແບບອະນຸລັກຂອງ
ອາຊ່ຽນ ເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາໃນອາຊ່ຽນ ແລະລາວໃຫ້ຫຼາຍຂຶ້ນ
ນັບມື້.

ທັງນີ້ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ວາງເປົ້າໝາຍຈະດຶງ
ດູດເອົາຊາວຕ່າງຊາດໃຫ້ເດີນທາງເຂົ້າມາທ່່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ
ໂດຍສະເພາະແມ່ນປີ 2020 ທີ່ເປັນປີສິ້ນສຸດ ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ນັ້ນ ລັດຖະບານລາວ ກໍໄດ້
ວາງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ
ແລະຈະເຮັດໃຫ້ພາກທຸລະກິດການທ່ອງທ່ຽວ ແລະພາກບໍລິການໃນລາວ ມີລາຍຮັບ
ຫຼາຍກວ່າ 953 ລ້ານໂດລາ ໃນປີ 2020 ດັ່ງກ່າວ.

ທັງນີ້ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ໃຫ້ໄດ້ຢ່າງແທ້ຈິງນັ້ນ ທາງການ
ລາວ ກໍໄດ້ວາງແຜນການພັດທະນາໃນ 3 ດ້ານ ດ້ວຍກັນຄື ການຄຸ້ມຄອງການທ່ອງ
ທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະສະຖານ
ບໍລິການຕ່າງໆ ທີ່ສະດວກສະບາຍ ແລະການຮັບປະກັນຄວາມປອດໄພ ໃຫ້ກັບນັກ
ທ່ອງທ່ຽວ ໃຫ້ໄດ້ຢ່າງຄັກແນ່ ໂດຍຊາວຕ່າງຊາດເດີນທາງເຂົ້າໄປໃນລາວ 4 ລ້ານ
1 ແສນຄົນ ໃນປີ 2014 ແລະ 4 ລ້ານ 6 ແສນຄົນ ໃນປີ 2015 ແຕ່ກໍລົດລົງ ເປັນ 4
ລ້ານ 2 ແສນຄົນ ໃນປີ 2016 ຕາມລຳດັບ.

XS
SM
MD
LG