ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີກໍາມະກອນຕ່າງດ້າວ ກ່ວາ 2 ແສນຄົນ ທໍາງານຢ່າງຜິດກົດໝາຍ ຢູ່ລາວ


ການສະຫລອງປີໃໝ່ຈີນທີ່ບ້ານແຫ່ງນຶ່ງໃນລາວ ຊຶ່ງມີແຮງງານຕ່າງດ້າວຈີນ ເຂົ້າຮ່ວມນໍາຢ່າງຫລວງຫລາຍ
ການສະຫລອງປີໃໝ່ຈີນທີ່ບ້ານແຫ່ງນຶ່ງໃນລາວ ຊຶ່ງມີແຮງງານຕ່າງດ້າວຈີນ ເຂົ້າຮ່ວມນໍາຢ່າງຫລວງຫລາຍ

ທາງການລາວຍອມຮັບວ່າ ມີແຮງງານຕ່າງດ້າວ ທີ່ລັກລອບເຮັດວຽກໂດຍຜິດກົດໝາຍ ຢູ່ໃນລາວ ຫຼາຍກວ່າ 200,000 ຄົນ ໂດຍໃນຈໍານວນດັ່ງກ່າວນີ້ ສ່ວນໃຫຍ່ເປັນແຮງ ງານຈາກຫວຽດນາມ, ຈີນ ແລະໄທ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ
ໃນປັດຈຸບັນນີ້ ມີແຮງງານຕ່າງດ້າວຢູ່ໃນລາວ ຈໍານວນທັງໝົດຫຼາຍກວ່າ 230,000 ຄົນ
ຊຶ່ງຈາກການເກັບກໍາຂໍ້ມູນໃນໄລຍະ 1 ປີທີ່ຜ່ານມາ ກໍພົບວ່າ ແຮງງານຕ່າງດ້າວສ່ວນ
ໃຫຍ່ນັ້ນ ເດີນທາງມາຈາກປະເທດຫວຽດນາມ, ຈີນ ແລະໄທ ຕາມລໍາດັບ ທັງຍັງສໍາຫຼວດ
ພົບວ່າ ໃນຈໍານວນແຮງງານຕ່າງດ້າວເຫຼົ່ານີ້ ກໍຄິດເປັນຫຼາຍກວ່າ 90% ທີ່ເປັນແຮງງານ
ທີ່ລັກລອບເຮັດວຽກຢູ່ລາວໂດຍຜິດກົດໝາຍ ຊຶ່ງກໍໝາຍຄວາມວ່າ ມີກໍາລັງແຮງງານ
ຕ່າງດ້າວ ພຽງແຕ່ 21,000 ກວ່າຄົນເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນລາວ
ຢ່າງຖືກຕ້ອງ.

ໂຮງງານຜະລິດເຫລັກຂອງຈີນ ຢູ່ແຂວງຄໍາມ່ວນຊຶ່ງເປັນບ່ອນນຶ່ງ ທີ່ໄດ້ ນໍາແຮງງານຈີນທີ່ມີສີມືຈໍານວນນຶ່ງ ເຂົ້າມາເຮັດວຽກຢູ່ໃນນັ້ນ
ໂຮງງານຜະລິດເຫລັກຂອງຈີນ ຢູ່ແຂວງຄໍາມ່ວນຊຶ່ງເປັນບ່ອນນຶ່ງ ທີ່ໄດ້ ນໍາແຮງງານຈີນທີ່ມີສີມືຈໍານວນນຶ່ງ ເຂົ້າມາເຮັດວຽກຢູ່ໃນນັ້ນ

ທັງນີ້ກໍເນື່ອງຈາກວ່າ ແຮງ
ງານລາວສ່ວນໃຫຍ່ໃນປັດ
ຈຸບັນນີ້ ເປັນແຮງງານທີ່ບໍ່
ມີຝີມື ຈຶ່ງບໍ່ສາມາດທີ່ຈະ
ຕອບສະໜອງຄວາມຕ້ອງ
ການດ້ານແຮງງານຂອງບັນ
ດາບໍລິສັດຕ່າງຊາດ ທີ່ລົງທືນ
ຢູ່ໃນລາວໄດ້ຢ່າງພຽງພໍ ຈຶ່ງ
ເຮັດໃຫ້ບັນດາບໍລິສັດຕ່າງ
ຊາດ ຕ້ອງພາກັນແກ້ໄຂບັນ
ຫາ ດ້ວຍການນໍາເຂົ້າແຮງ
ງານມີຝີມືຈາກຕ່າງປະເທດ
ເປັນດ້ານຫຼັກ.

ຕໍ່ກໍລະນີດຽວກັນນີ້ ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍໄດ້ຖະແຫຼງຍອມຮັບວ່າ ການທີ່ທາງການລາວມີຂໍ້ຈໍາກັດ ໃນດ້ານການພັດທະນາຝີມືແຮງງານນັ້ນ ນັບເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້
ບໍ່ສາມາດຕອບສະໜອງແຮງງານມີຝີມື ໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວ
ໄດ້ຢ່າງພຽງພໍ.

ຍີ່ງໄປກວ່ານັ້ນ ການບໍລິຫານ ແລະການຄຸ້ມຄອງແຮງງານພາຍໃນລາວ ແລະແຮງງານ
ຕ່າງດ້າວໃນລາວ ກໍຍັງປະຕິບັດໄດ້ຢ່າງບໍ່ທົ່ວເຖິງ ແລະຂາດປະສິດທິພາບໃນທຸກໆດ້ານ
ອີກດ້ວຍ ດັ່ງທີ່ ທ່ານນາງ ອ່ອນຈັນ ໄດ້ຖະແຫຼງຍອມຮັບໃນຕອນນຶ່ງວ່າ:

ກົນໄກປະສານງານ ແລະການຄຸ້ມຄອງແຮງງານລາວ ແລະແຮງງານຕ່າງ
ປະເທດ
ທີ່ມາເຮັດວຽກໃນລາວ ຍັງບໍ່ທັນເປັນລະບົບລະບຽບ ແລະມີຄວາມ
ເຂັ້ມແຂງເທົ່າທີ່ຄວນ
ການພັດທະນາຝີມືແຮງງານຂອງພວກເຮົາ ຍັງບໍ່ທັນ
ກວ້າງຂວາງ ການສະໜອງກໍາລັງແຮງງານໃນບາງຂົງເຂດ
ບໍ່ທັນໄດ້ຕາມ
ການຮຽກຮ້ອງຕ້ອງການຂອງຫົວໜ່ວຍແຮງງານຕົວຈິງ
ເປັນຕົ້ນແມ່ນ
ໂຄງການລົງທຶນຂະໜາດໃຫຍ່ ຍ້ອນຂາດຂໍ້ມູນຂ່າວສານດ້ານແຮງງານ
ໃນລະບົບ ແລະ ນອກລະບົບ
ບໍ່ທັນຊັດເຈນ.

ນອກຈາກນັ້ນ ທາງການລາວຍັງໄດ້ຄາດໝາຍວ່າ ຄວາມຕ້ອງການແຮງງານໃນລາວ ຈະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 5 ປີຕໍ່ໄປນີ້ ຊຶ່ງເຮັດໃຫ້ທາງການລາວ ຈະຕ້ອງເລັ່ງດໍາເນີນການພັດທະນາຝີມືແຮງງານລາວ ໃຫ້ໄດ້ເຖິງ 3.3 ລ້ານຄົນ ດັ່ງ
ທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ໄດ້ຢືນຢັນວ່າ:

ໂດຍຄາດຄະເນຄວາມຕ້ອງການດ້ານແຮງງານ ໃນຫ້າປີຕໍ່ໜ້າ ມີປະມານ
3
.3 ລ້ານຄົນ ພ້ອມກັນກັບການຈັດຫາວຽກເຮັດ ງານທໍາໃຫ້ແກ່ກໍາລັງແຮງ
ງານ
ໄດ້ເຂົ້າສູ່ຕະຫຼາດແຮງງານໃໝ່ຢ່າງພຽງພໍ.ດັ່ງນັ້ນພັກ ແລະລັດຖະບານ ໄດ້ຖືເອົາວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ເປັນ
ປັດ
ຈທີ່ສໍາຄັນໃນການພັດທະນາ.

ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ
ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ

ແຕ່ຢ່າງໃດກໍຕາມ ທາງ
ການລາວກໍຄາດໝາຍວ່າ
ຈະສາມາດພັດທະນາຝີມື
ແຮງງານ ແລະສ້າງວຽກ
ໃຫ້ແກ່ປະຊາຊົນລາວໄດ້
ປະມານ 276,828 ຄົນ
ນັບຈາກປັດຈຸບັນເຖິງປີ
2015 ໂດຍໃນຕໍາແໜ່ງ
ງານເຫຼົ່ານີ້ ກໍຍັງຈະເປັນ
ແຮງງານທີ່ມີຝີມື ເປັນທີ່
ຍອມຮັບຂອງບັນດາບໍລິສັດ
ຕ່າງຊາດ ທີ່ລົງທຶນຢູ່ ໃນລາວອີກດ້ວຍ.

ຫາກແຕ່ວ່າໃນໄລຍະ 1 ປີ ທີ່ຜ່ານມາ ທາງການລາວ ກໍສາມາດພັດທະນາແຮງງານມີຝີມື
ໄດ້ 44,000 ກວ່າຄົນ ຫຼື ຄິດເປັນພຽງແຕ່ 15% ຂອງແຜນການສ້າງວຽກເຮັດງານທໍາ
ຈົນເຖິງປີ 2015 ດັ່ງກ່າວ ເທົ່ານັ້ນ ຊຶ່ງກໍໝາຍຄວາມວ່າ ທາງການລາວຈະສາມາດບັນລຸ
ເປົ້າໝາຍທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງດໍາເນີນການພັດທະນາແຮງງານ
ມີຝີມື ໃຫ້ໄດ້ບໍ່ໜ້ອຍກວ່າ 55,3000 ຄົນ ໃນແຕ່ລະປີນັ້ນເອງ.

XS
SM
MD
LG