ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອ​ສ​ເຕ​ຣ​ເລຍ ອະ​ນຸ​ຍາດ​ໃຫ້​ພັກ​ການ ໄດ້​ເຖິງ 2 ປີ ໃນລະຫວ່າງການລະບາດ ຂອງໄວຣັສໂຄວິດ-19


ຍານາງສີສຸວັນນີ ສີທຳມະຣາ ລູກສາວກົກ ແລະສາມີ ອາໄສຢູ່ໃນເມືອງຫາດຊາຍເໜືອ ຫຼື Northern Beaches ໃນເຂດນະຄອນຊິດນີ ລັດນິວເຊົາເວລສ໌ ປະເທດອອສເຕຣເລຍ.
ຍານາງສີສຸວັນນີ ສີທຳມະຣາ ລູກສາວກົກ ແລະສາມີ ອາໄສຢູ່ໃນເມືອງຫາດຊາຍເໜືອ ຫຼື Northern Beaches ໃນເຂດນະຄອນຊິດນີ ລັດນິວເຊົາເວລສ໌ ປະເທດອອສເຕຣເລຍ.

ຍານາງສີສຸວັນນີ ສີທຳມາຣາ ອາໄສຢູ່ໃນເມືອງຫາດຊາຍເໜືອ ຫຼື Northern Beaches ຢູ່ໃນເຂດນະຄອນຊິດນີ ລັດນິວເຊົາເວລສ໌ ປະເທດອອສເຕຣເລຍ ແລະເປັນພະນັກງານຂອງເມືອງດັ່ງກ່າວ ໂດຍມີໜ້າທີ່ຮັບຜິດຊອບດ້ານງົບປະມານ ຊຶ່ງໃນລະຫວ່າງເກີດການລະບາດ ຂອງພະຍາດໂຄວິດ-19 ໃນເດືອນມິຖຸ ນາ ປີ 2019 ເປັນຕົ້ນມາ ຍານາງກ່າວວ່າ ໄດ້ເຮັດວຽກຢູ່ບ້ານ ມາໄລຍະນຶ່ງ ຕໍ່ມາຫົກເດືອນການລະບາດຂອງໄວຣັສໂຄໂຣນາຫລຸດລົງແລ້ວກໍໄດ້ກັບຄືນໄປເຮັດວຽກ ໃນຫ້ອງການເປັນເວລາປະມານສອງເດືອນ ແລະໃນລະຫວ່າງທີ່ເຮັດວຽກຢູ່ໃນຫ້ອງການ ຍານາງຖືພາຄັ້ງທຳອິດ ຍານາງຈຶ່ງໄດ້ຂໍລາພັກວຽກ ເພື່ອຄວາມປອດໄພ ແລ້ວຫົວໜ້າຫ້ອງການ ກໍອະນຸຍາດໃຫ້ຍານາງລາພັກ ໄດ້ເຖິງສອງປີ ຊຶ່ງຍານາງໄດ້ອະທິບາຍໃຫ້ວີໂອເອຟັງວ່າ:

“ຕອນຢູ່ຫ້ອງການແມ່ນບໍ່ ແລະກະລົມກັບນາຍ ວ່າສິຂໍພັກ 12 ເດືອນ ຫຼື 6 ເດືອນ ຈັ່ງຊີ້ນ່າ ເຂົາເຈົ້າຈຶ່ງກະເບິ່ງວ່າ ສິຫາຄົນມາແທນຕຳແໜ່ງນີ້ແບບນານປານໃດ ແມ່ນເບາະ ກະເລີຍບອກວ່າ 12 ເດືອນ ເຂົາກະບອກວ່າ ອະນຸມັດ ແລະຖ້າວ່າເຈົ້າຢາກໄດ້ຕື່ມອີກ 12 ເດືອນ ເຈົ້າຕ້ອງມາບອກໃໝ່ຈັ່ງຊີ້ຫັ້ນນາ”

ຍານາງກ່າວອີກວ່າ ທາງການຈ່າຍເງິນເດືອນເວລາພັກການສະເພາະການຖືພາ 18 ອາທິດ ໄລຍະເວລາພັກສ່ວນເກີນນັ້ນ ທາງການບໍ່ຈ່າຍເງິນເດືອນໃຫ້ ຖືວ່າພັກການໂດຍບໍ່ໄດ້ຮັບເງິນເດືອນ. ພ້ອມກັນນັ້ນ ເມື່ອໃດຍານາງກັບຄືນໄປເຮັດວຽກ ຕຳແໜ່ງຂອງຍານາງກໍຍັງຖືກຮັກກສາໄວ້ໃຫ້ຍານາງຄືເກົ່າ. ໃນປັດຈຸບັນນີ້ ຍານາງກ່າວໃຫ້ຟັງອີກວ່າ ການລະບາດຂອງໄວຣັສສາຍພັນໃໝ່ໂອໄມຄຣອນ ຍັງສູງຂຶ້ນຢ່າງຕໍ່ເນື່ອງ ແລະມີ 49 ຄົນໄດ້ເສຍຊີວິດຕໍ່ວັນຢູ່ໃນລັດນິວເຊົາ​ເວລ.

XS
SM
MD
LG