ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ ອອສເຕຣເລຍ ເຊື້ອສາຍລາວ ສົ່ງເສີມ ໃຫ້ຄົນໄປສັກຢາກັນໄວຣັສ COVID-19


ເຈົ້າໜ້າທີ່ຊ່ວຍເຫຼືອປະຊາຊົນທີ່ກຳລັງລຽນແຖວຢູ່ນອກສູນການສັກຢາວັກຊີນກັນ COVID-19 ຢູ່ສວນກິລາໂອລິມປິກ ຊິດນີ. 16 ສິງຫາ, 2021.
ເຈົ້າໜ້າທີ່ຊ່ວຍເຫຼືອປະຊາຊົນທີ່ກຳລັງລຽນແຖວຢູ່ນອກສູນການສັກຢາວັກຊີນກັນ COVID-19 ຢູ່ສວນກິລາໂອລິມປິກ ຊິດນີ. 16 ສິງຫາ, 2021.

ລັດຖະບານ ອອສເຕຣເລຍ ແມ່ນກຳລັງເລັ່ງໂຄສະນາໃຫ້ປະຊາຊົນໄປສັກຢາວັກຊີນກັນ COVID-19, ໃນຂະນະທີ່ປະເທດດັ່ງກ່າວມີຜູ້ຕິດເຊື້ອໃໝ່ 2,525 ກໍລະນີໃນວັນທີ 8 ຕຸລາມື້ນີ້, ອີງຕາມໜັງສືພິມ The Sydney Morning Herald.

ໃນອາທິດທີ່ແລ້ວນີ້ພວກຕໍ່ຕ້ານຢາວັກຊີນຈຳນວນນຶ່ງໄດ້ອອກມາປະທ້ວງ, ກໍ່ການຈະລາຈົນຕໍ່ໜ້າສຳນັກງານໃຫຍ່ຂອງສະຫະພັນແຮງງານໃນນະຄອນ ແມລເບິນ ລັດ ວິກຕໍເຣຍ ຈົນກໍ່ໃຫ້ເກີດການປະທະກັນ ແລະ ຈັບກຸມຜູ້ປະທ້ວງ ອີງຕາມອົງການຂ່າວ NPR ຂອງ ສະຫະລັດ.

ລັດຖະບານ ອອສເຕຣເລຍ ໄດ້ປະກາດໃນເວັບໄຊ້ຂອງເຂົາເຈົ້າວ່າ ຢາວັກຊີນຕ້ານ COVID-19 ແມ່ນວິທີທີ່ມີປະສິດທິພາບທີ່ສຸດເພື່ອຫຼຸດຜ່ອນການຕາຍ ແລະ ການເຈັບປ່ວຍໜັກຍ້ອນການຕິດເຊື້ອໂຣກນັ້ນ.

ແມ່ຍິງ ລາວ ຄົນນຶ່ງທີ່ອາໄສຢູ່ນະຄອນ ຊິດນີ ໄດ້ບອກວີໂອເອພາກພາສາ ລາວ ໂດຍຂໍບໍ່ອອກຊື່ວ່າ ລາວໄດ້ຕິດ COVID-19 ແຕ່ຢາວັກຊີນໄດ້ຊ່ວຍໃຫ້ລາວບໍ່ມີອາການແຮງ ແລະ ປັດຈຸບັນນີ້ໄດ້ຫາຍດີແລ້ວ.

“ທຳອິດຫັ້ນບໍ່ສະບາຍຕັ້ງແຕ່ວັນທີ 16 ພຸ້ນ, ທຳອິດກະໄປການຢູ່. ຕອນມາບ້ານກະຮູ້ສຶກວ່າຄີງຮ້ອນ, ກະຫາຍໃຈໄດ້ທຳມະດາ ບໍ່ເຈັບຄໍບໍ່ຫຍັງ ມີແຕ່ຕື່ມເຊົ້າມາຂີ້ມູກຍ້ອຍໜ້ອຍນຶ່ງ ລະກະໄອ, ໄອແຫ້ງຫັ້ນນະ ດົນໆໄອເທື່ອນຶ່ງ. ໄຄແຕ່ໝົດທຸກຄົນຢູ່ເຮືອນນີ້ສັກສອງເຂັມໝົດ.”

ລາວໄດ້ກ່າວຕື່ມວ່າ ຜົວ ແລະ ລູກຊາຍຂອງລາວກໍຕິດເຊື້ອຄືກັນ, ມີແຕ່ໄອ ແຕ່ບໍ່ມີໄຂ້, ບໍ່ມີໃຜເມື່ອຍ. ກວດເບິ່ງລະດັບອົກຊີເຈັນກໍປົກກະຕິ, 98, 99 ເປີເຊັນ. ລາວເວົ້າວ່າລາວໄດ້ໄປແລ່ນອອກກຳລັງກາຍຢູ່ຫຼັງບານປະມານ 3 ມື້ກໍຫາຍດີ.

XS
SM
MD
LG