ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຮຽກຮ້ອງຂໍໃຫ້ຕຳຫຼວດໄທ ສົ່ງໂຕຜູ້ຊາຍໄທ 2 ຄົນ ທີ່ເປັນສາເຫດຕົ້ນຕໍ ການລະບາດຂອງໄວຣັສ ໂຄວິດ-19 ໃນລາວ


ເຈົ້າໜ້າທີ່ຕຳຫຼວດ ປກສ ແລະເຈົ້າໜ້າທີ່ທະຫານ ຂີ່ເຮືອລາດຕະເວນແຄມຝັ່ງແມ່ນ້ຳຂອງ ເພື່ອສະກັດກັ້ນການລັກລອບຂ້າມເຂົ້າມາໃນປະເທດຢ່າງຜິດກົດໝາຍ.
ເຈົ້າໜ້າທີ່ຕຳຫຼວດ ປກສ ແລະເຈົ້າໜ້າທີ່ທະຫານ ຂີ່ເຮືອລາດຕະເວນແຄມຝັ່ງແມ່ນ້ຳຂອງ ເພື່ອສະກັດກັ້ນການລັກລອບຂ້າມເຂົ້າມາໃນປະເທດຢ່າງຜິດກົດໝາຍ.

ທາງການລາວ ຮຽກຮ້ອງຂໍໃຫ້ຕຳຫຼວດໄທ ສົ່ງໂຕຜູ້ຊາຍໄທ 2 ຄົນທີ່ເປັນສາເຫດຕົ້ນຕໍການລະບາດຂອງໄວຣັສ ໂຄວິດ-19 ໃນລາວ ເພື່ອນໍາໂຕຜູ້ຕ້ອງຫາທັງ 2 ມາດຳເນີນຄະດີອາຍາ ແລະລົງໂທດຢູ່ໃນລາວ ຊົງຣິດ ໂພນເງິນມີລາຍງານຈາກບາງກອກ.

ພັນໂທ ວີລະພົນ ໄພບູນ ຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ນະຄອນວຽງຈັນ ຖະແຫລງວ່າ ທ່າງການຕຳຫຼວດລາວ ປະສານງານກັບທາງການຕຳຫຼວດໄທໃນໄວໆນີ້ ເພື່ອຂໍໃຫ້ດຳເນີນການສົ່ງໂຕຜູ້ຕ້ອງຫາເພດຊາຍສັນຊາດໄທ 2 ຄົນໃຫ້ທາງການຕຳຫຼວດລາວ ດຳເນີນຄະດີອາຍາແລະລົງໂທດຢູ່ໃນລາວ ເພາະວ່າ ຜູ້ຕ້ອງຫາສັນຊາດໄທທັງ 2 ຄົນດັ່ງກ່າວ ມີສ່ວນກ່ຽວຂ້ອງໂດຍກົງໃນການເຮັດໃຫ້ເກີດການລະບາດຂອງໄວຣັສ ໂຄວິດ-19 ຮອບໃໝ່ຢູ່ໃນລາວ ດ້ວຍການລັກລອບເດີນທາງເຂົ້າມາທ່ຽວສະຖານບັນເທີງຕ່າງໆ ທັງໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ ໃນຊ່ວງວັນທີ 7-15 ເມສາທີ່ຜ່ານມາ ໂດຍມີພະນັກງານລັດ ແລະຄົນລາວໃຫ້ການຊ່ອຍເຫຼືອອຳນວຍຄວາມສະດວກໃນການກະທຳດັ່ງກ່າວດ້ວຍ ສຳລັບຜູ້ຕ້ອງຫາສັນຊາດໄທ 2 ຄົນ ທາງການລາວໂດຍກະຊວງປ້ອງກັນຄວາມສະຫງົບ (ປກສ) ຈະໄດ້ປະສານງານກັບທາງການຕຳຫຼວດໄທ ເພື່ອຂໍໃຫ້ດຳເນີນການສົ່ງໂຕຜູ້ຕ້ອງຫາທັງ 2 ຄົນມາດຳເນີນຄະດີຕາກົດໝາຍຂອງລາວດ້ວຍ ດັ່ງທີ່ພັນໂທວີລະພົນ ໄດ້ໃຫ້ການຢືນຢັນວ່າ:

“ຄົນຕ່າງປະເທດແມ່ນເຂົ້າ-ອອກບໍ່ຖືກຕ້ອງຕາມດ່ານການເຂົ້າ-ອອກ ທີ່ທາງການອະນຸຍາດ ແນ່ນອນກໍຕ້ອງມີຄວາມຜິດຢ່າງແນ່ນອນ ພາຍຫລັງທີ່ເຂົ້າມາແລ້ວ ກໍຕ້ອງໄດ້ເຂົ້າສູ່ສູນຈຳກັດບໍລິເວນ ອັນນີ້ ພວກເຮົາຈະມີຂັ້ນຕອນຢູ່ແລ້ວ ທາງຂັ້ນເທິງກະຊວງປ້ອງກັນຄວາມສະຫງົບ ເພິ່ນຈະມີສິດ ໜ້າທີ່ ພາລະບົດບາດ ອັນນີ້ຈະເປັນຂັ້ນຕອນຂອງເຈົ້າໜ້າທີ່ ແນ່ນອນພວກເຮົາຈະມີວິທີການ ເລື້ອງການປະສານງານຢູ່ແລ້ວ.”

ໂດຍໃນປັດຈຸບັນ ທາງການຕຳຫຼວດໄທ ໄດ້ຄວບຄຸມໂຕຜູ້ຕ້ອງຫາສັນຊາດໄທທັງ 2 ຄົນດັ່ງກ່າວໄວ້ດຳເນີນຄະດີຕາມກົດໝາຍໄທໃນ 3 ຂໍ້ຫາດ້ວຍກັນ ກໍຄືການເດີນທາງເຂົ້າ-ອອກປະເທດໂດຍຜິດກົດໝາຍ ການຊ່ອຍເຫຼືອຊາວຕ່າງຊາດເພື່ອໃຫ້ເດີນທາງເຂົ້າປະເທດໄທ ໂດຍຜິດກົດໝາຍ ແລະການປົກປິດຂໍ້ມູນກ່ຽວກັບການຕິດເຊື້ອໂຣກອັນເປັນສາເຫດທີ່ເຮັດໃຫ້ເກີດການແຜ່ລະບາດຂອງພະຍາດຕິດຕໍ່ໃນວົງກວ້າງຢ່າງຮຸນແຮງ ກໍຄືການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໃນລາວແລະໄທນັ້ນ.

ແມ່ຍິງລາວ ໄດ້ລັກລອບນຳພາຜູ້ຊາຍໄທ 2 ຄົນ ເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ.
ແມ່ຍິງລາວ ໄດ້ລັກລອບນຳພາຜູ້ຊາຍໄທ 2 ຄົນ ເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ.

ກ່ອນໜ້ານີ້ ທາງການຕຳຫຼວດລາວ ກໍໄດ້ຄວບຄຸມໂຕຜູ້ຕ້ອງຫາເພດຍິງລາວ 2 ຄົນທີ່ເປັນສາເຫດຕົ້ນຕໍການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະໃໝ່ໄວ້ເພື່ອດຳເນີນຄະດີຕາມກົດໝາຍອາຍາແລ້ວ ໂດຍແມ່ຍິງລາວ 2 ຄົນ ໄດ້ລັກລອບນຳພາຜູ້ຊາຍໄທ 2 ຄົນ ເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ ກໍຄື ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ນຳພາຄົນໄທເຂົ້າມາລາວ ກັບ ນາງມອນມີນາ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວຢູ່ໃນນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7-15 ເມສາຜ່ານມາ ຊຶ່ງຖ້າຫາກວ່າສານປະຊາຊົນລາວ ໄດ້ຕັດສິນວ່າ ມີຄວາມຜິດຕາມມາດຕາ 199 ຂອງກົດໝາຍອາຍາ ກໍຄືເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນລາວ ກໍຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະປັບໃໝຕັ້ງແຕ່ 10 ລ້ານກີບເຖິງ 70 ລ້ານກີບ.

ນອກຈາກນີ້ ທາງການລາວ ກໍຍັງໄດ້ອອກຄຳສັ່ງໃຫ້ປົດນາຍຕຳຫຼວດ 2 ຄົນອອກຈາກຕຳແໜ່ງອີກດ້ວຍ ກໍຄື ຮ້ອຍເອກພູໄຊ ສີສະຫວັນ ຕຳຫຼວດສື່ສານປະຈຳແຂວງສະຫວັນນະເຂດ ກັບຮ້ອຍໂທສອນອາໄລ ໂພທິລາດ ນາຍຕຳຫຼວດປະຈຳເມືອງສອງຄອນ ເພາະວ່າ ມີສ່ວນພົວພັນໃນການລັກລອບນຳພາຄົນໄທທັງ 2 ຄົນເຂົ້າມາໃນລາວໂດຍເຮືອຂ້າມຝັ່ງແມ່ນໍ້າຂອງລະຫວ່າງ ລາວ-ໄທນັນ ຈຶ່ງເຮັດໃຫ້ທາງການລາວ ໄດ້ເພີ້ມມາດຕະການເຂັ້ມງວດ ດ້ວຍການກັກເຮືອຂອງປະຊາຊົນໄວ້ທັງໝົດ ດັ່ງທີ່ ທ່ານພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ພວກຂ້າພະເຈົ້າກະໄດ້ວາງກໍາລັງທະຫານ-ຕຳຫຼວດເອົາເຮືອລົງໃນການເຄືອນໄຫວລາດຕະເວນຢູ່ຕາມຊາຍແດນ ຕາມແຄມແມ່ນ້ຳຂອງຫັ້ນ ຊຶ່ງມີກວມເອົາ 6 ເມືອງເນາະ 98 ບ້ານແລະມີເຮືອ 2,951 ລຳ ທັງໝົດກະໄດ້ເອົາຂຶ້ນບົກ ແລ້ວກະໃສ່ກະແຈລ໊ອກໄວ້ ບໍ່ໃຫ້ໄປເຄືອນໄຫວ.”

ການລະບາດຂອງໄວຣັສ ໂຄວິດ-19 ທີ່ເພິ້ນຂຶ້ນຢ່າງວ່ອງໄວໄດ້ເຮັດໃຫ້ລັດຖະບານລາວ ປິດດ່ານຊາຍແດນແລະຫ້າມການເດີນທາງໃນທົ່ວປະເທດນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ແລະສະພາບການໃນປັດຈຸບັນ ກໍຍັງບໍ່ດີຂຶ້ນ ທັງຄາດວ່າ ຈະມີຜູ້ຕິດໄວຣັສ ໂຄວິດ-19 ເກີນກວ່າ 2,000 ຄົນພາຍໃນເດືອນພຶດສະພານີ້ ເພາະວ່າ ການລະບາດຂອງໄວຣັສ ໂຄວິດ-19 ໃນປັດຈຸບັນໄດ້ເຂົ້າໄປໃນລະດັບຊຸມຊົນແລ້ວ ຈຶ່ງເຮັດໃຫ້ຕ້ອງຂະຫຍາຍການຈັດຕັ້ງປະຕິບັດມາດຕະການຄວບຄຸມຢ່າງເຂັ້ມງວດຕໍ່ໄປອີກຈົນເຖິງວັນທີ 4 ມິຖຸນາ 2021.

XS
SM
MD
LG