ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ


ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ
ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ

ງານສະເຫຼີມ​ສະຫຼອງສິນລະປິນລາວ​ໃນ​ສະຫະລັດ​ຄັ້ງ​ນີ້ ແມ່ນ​ຈັດ​ຂຶ້ນ​ໂດຍ​ກຸ່ມ​ຈັດ​ຕັ້ງ​ຂອງ​ນັກວິຊາການ​ລາວ​ແຫ່ງ​ລັດ Illinois ຫຼື Lao Prefessionals of Illinois ເພື່ອ​ໃຫ້​ກຽດ​ແກ່​ບັນດາສິນລະປິນ​ລາວ​ໃນ​ທົ່ວ​ສະຫະລັດ​ ຜູ້​ທີ່​ມີ​ຜົນ ງານ​ດີ​ເດັ່ນ​ແລະ​ໄດ້​ນຳ​ຊື່​ສຽງ​ມາສູ່​ຕົວ​ເອງ ຄອບຄົວ​ແລະ​ປະຊາ​ຄົມ​ລາວ​ໃຫ້​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ລາວ​ທົ່ວ​ໂລກ ຊຶ່ງ​ງານ​ຄັ້ງ​ນີ້​ໄດ້ຈັດ​ຂຶ້ນ​ໃນວັນ​ທີ່ 20-21 ສິງຫາຜ່ານ​ມາ​ນີ້ ທີ່ Hemmens Culture Center ຊຶ່ງ​ເປັນ​ສູນວັດທະນະທຳ ຂອງ​ເມືອງ Elgin, ລັດ Illinois ຊຶ່ງ​ປະທານຮ່ວມ ອາ​ລຸນ ​ໂກ​ທິ​ເສນ ​ແລະ​ເກ​ດສະນາ ວິ​ໄລ​ລັກ​ ກ່າວກັບວີໂອເອ ວ່າ:

ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ
ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ

ອາ​ລຸນ ​ໂກ​ທິ​ເສນ: “ດີ​ໃຈທີ່​ໄດ້​ ເຫັນ​ຄົນ​ລາວ​ມາ​ຊ່ອຍ​ກັນ​ແລະ​ມາ​ຮວມກັນ​ໃນ​ບ່ອນ​ດຽວ​. ​ໄດ້​ຍິນ​ຂ່າວ​ທີ່​ດີອີກທີ່ວ່າ ອ້າຍ​ທະວີ​ສຸກ​ລາວ​ໄດ້​ລາງ​ວັນ ບໍ່​ແມ່ນ​ສຳ​ຫຼັບ​ຄົນ​ລາວ, ແຕ່ເພື່ອ​ຄົນລາວທັງ​ໝົດ. ການ​ທີ່​ເຮົາ​ເຮັດ​ຂຶ້ນ​ມາ​ນີ້​ແມ່ນພູມ​ໃຈ ​ເຮົາ​ເຮັດ​ມາ​ນີ້​ ກໍ​ ເພື່ອສະໜັບ​ສຳ​ໜູນ​ສິນລະປິນ ​ທີ່​ເປັນ​ຄົນ​ລາວ​ທີ່​ວ່າ ​ໄດ້​ເປັນ​ນັກ​ຮ້ອງ, ນັກ​ແຕ້ມ​ຮູບແລະ​ວ່າ​ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຈະ​ມີ​ປາກ​ມີ​ສຽງ​…

ເກດສະຫນາ ວິໄລລັກ: “…ດີ​ໃຈທີ່​ນີ້ເປັນຄັ້ງແລກທີ່ທຸກໆສິນລະປິນ ບໍ່ວ່ານັກຮ້ອງ, ເພງນັກແຕ່ງເພງ ມືກ້ອງເບາະ, fashion designer, ເຂົ້າມາຮວມກັນ…
ເກດສະໜາຢາກຂໍຮ້ອງໃຫ້ພໍ່ແມ່ພີ່ນ້ອງໃຫ້ຮູ້ສຶກວ່າຄົນລາວເຮົາທົ່ວໂລກມີ
talent ມີຄວາມສາມາດທີ່ເຮັດໄດ້ ເພາະສະນັ້ນທຸກສິ່ງທຸກຢ່າງທີ່ພວກຂະນ້ອຍ
ເຮັດນີ້ ກໍແມ່ນວ່າພູມໃຈທີ່ເປັນຄົນລາວ.

ງານ​ສະຫຼອງ​ແລະ​ຈັດ​ສະ​ແດງ​ນັ້ນ​ໄດ້​ແບ່ງ​ອອກ​ເປັນ​ສອງ​ມື້​ຄື: ມື້​ວັນ​ສຸກ​ໄດ້​ມີ​ການບັນ
ລະ​ຍາຍ​ແລະ​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ນັກວິຊາການ​ທາງ​ດ້ານ​ສິນ ​ເກືອບ​ວ່າທຸກ
ຂະ​ແໜງອັນ​ມີ: ນັກ​ຂຽນ,ນັກສະ​ແດງ​ລະຄອນ​ເວທີ, ນັກ​ອອກ​ແບບ​ເສື້ອຜ້າ, ນັກເຮັດ
ກາ​ຕູນ, ນັກ​ຟ້ອນ, ນັກ​ຮ້ອງ​ໝໍ​ລຳ, ຊ່າງ​ພາບ​ຈົນ​ຮອດນັກ​ສ້າງ​ໜັງ​ທີ່​ໄດ້​ມາ​ຮວບ​ຕົວ​ກັນ
ໃນ​ສູນວັດທະນະທຳ​ແຫ່ງ​ນີ້.

ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ
ງານ​ສະເຫຼີມສະຫຼອງ​ສິນລະປິນລາວ​ ໃນ​ສະຫະລັດ

ສ່ວນ​ວັນ​ສະ​ແດງ​ຫຼັກໆ​ນັ້ນ ກໍ​ແມ່ນ​ວັນ​ທີ່ 21 ວັນ​ເສົາ ຊຶ່ງ​ກໍ​ໄດ້​ມີ​ການ​ປະກອບສ່ວນ​ຂອງ ຫຼາຍໆ​ຄະນະ​ນາດ​ຕະສິນ​ຂອງ​ລາວຣວມທັງ​ໃນ​ເຂດ​ທ້ອງ​ຖິ່ນ​ແລະ​ຕ່າງ​ລັດອັນ​ມີ:
ຄະນະ​ຟ້ອນ​ຂອງ​ກຸ່ມ​ເຍົາວະ​ຊົນ​ເຂດ​ເມືອງ Elgin, ຄະນະ
ຈຳປາທອງ ເມືອງ Rockfort,
ລັດ Illinois ສ່ວນ​ມາ​ຈາກ​ຕ່າງ
ລັດ​ກໍມີ​ຄະນະນາ​ດຕະສິນ​ຈາກ IOWA ​ແລະ​ຄະນະ​ຟ້ອນກິນນະ​ລີ ຂອງ​ມູນນິທິ​ມໍຣະດົກ ລາວ ສາຂາ Seattle, ລັດ Washington. ນອກຈາກນັ້ນກໍມີ​ການສະ​ແດງການ​ຮ້ອງ​ລຳ ທຳ​ເພງ​ ຈາກ​ຫຼາຍ​ນັກ​ຮ້ອງ​ທັງ​ຮຸ້ນ​ອະ​ວຸ​ໂສ, ເກົ່າ​ແລະ​ໃໝ່, ທັງ​ໝໍ​ລຳ​ ໝໍແຄນພື້ນ​ບ້ານ
ແລະນັກ​ຮ້ອງ​ແນວ​ໃໝ່​ນຳ​ອີກ ​ພ້ອມ​ດຽວ​ກັນ​ນີ້​ກໍ​ໄດ້​ມີ​ການສະ​ແດງ​ແບບ​ເສື້ອ​ຜ້າ​ເຄື່ອງນຸ່ງ​ຫົ່ມ​ ຊຶ່ງ​ສ້າງ​ຄວາມ​ສະນຸກ​ສະໜາ​ນ​ໃຫ້​ງານ​ຢ່າງ​ຄຶ​ກຄື້ນ ເຊີ​ນຟັງຮັບ​ຟັງ​ການ​ສຳພາດທັງ​ໝົດ​ໄດ້​ເລີຍ​ ເພື່ອຈະໄດ້ຮູ້ວ່າ ມີ​ໃຜ​ແດ່​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄ່ຳຄືນນັ້ນ.

XS
SM
MD
LG