ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດລາວ ຢູ່ ອາເຈັນຕິນາ ​ສະຫຼອງ ວັນ​ຄົບຮອບ ທີ່​ຊາວ​ລາວ ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ ຢູ່​ທີ່ນັ້ນ


ປະຊາຊົນຊາວລາວ ທີ່ອາໄສຢູ່ໃນປະເທດອາເຈັນຕີນາ ພາກັນໄປເຮັດບຸນກິນທານ ທີ່ວັດລາວ ຣັດຕະນະຣັງສີຍາຣາມ ໃນເມືອງ ໂປຊາດາສ ແຂວງມີໂຊເນສ ປະເທດອາເຈັນຕິນາ.
ປະຊາຊົນຊາວລາວ ທີ່ອາໄສຢູ່ໃນປະເທດອາເຈັນຕີນາ ພາກັນໄປເຮັດບຸນກິນທານ ທີ່ວັດລາວ ຣັດຕະນະຣັງສີຍາຣາມ ໃນເມືອງ ໂປຊາດາສ ແຂວງມີໂຊເນສ ປະເທດອາເຈັນຕິນາ.

ຊາວ​ລາວ​ໃນ​ປະ​ເທດ​ອາ​ເຈັນ​ຕິ​ນາ ໄດ້​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ ທີ່​ວັດ​ລາວ
​ຣັດ​ຕະ​ນະ​ຣັງ​ສີ​ຍາ​ຣາມ ໃນ​ເມືອງ​ໂປ​ຊາ​ດາ​ສ ແຂວງ​ມີ​ໂຊ​ເນ​ສ ປະ​ເທດອາ​ເຈັນ​ຕິ​ນາ
ເມື່ອ​ວັນ​ທ້າຍ​ສັບ​ປະ​ດາ​ຜ່ານ​ມານີ້.

ພະ​ອາ​ຈານ​ສົມ​ສັກ ອິນ​ທະ​ວິ​ໄລ ທີ່​ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີ​ຍາ​ຣາມ ໃນ​ເມືອງໂປ​ຊາ​ດາ​ສ
ກ່າວວ່າ ການ​ສະ​ເຫຼີມ​ສະ​ຫຼອງ​ຂອງ​ຄົນ​ລາວ ທີ່​ປະ​ເທດ​ອາ​ເຈັນ​ຕິ​ມາ ແມ່ນຈັດ​ຂຶ້ນ​ ໃນ
​ກາງ​ເດືອນ​ກຸມ​ພາ ຂອງ​ທຸກໆ​ປີ ຊຶ່ງ​ພະ​ອາ​ຈານ​ສົມ​ສັກ ກ່າວ​ກ່ຽວ​ກັບເລື້ອງນີ້​ຕື່ມ​ວ່າ:

ພະ​ອາ​ຈານ​ສົມ​ສັກ​ຍັງ​ເວົ້າ​ວ່​າ ປີນີ້ ມີ​ຄົນ​ມາ​ຮ່ວມ​ບໍ່​ຫຼາຍ​ເທົ່າ​ກັບ​ປີ​ກາຍ ແລະອາດ​ຈະ​ເປັນ
​ຍ້ອນ​ໃນ​ປີ​ໜ້ານີ້ ທາງວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີ​ຍາ​ຣາມ​ແຫ່ງ​ ເມືອງໂປ​ຊາດາ​ສ ຈະ​ມີ​ການ
​ສະ​ຫຼອງ​ໃຫຍ່ ສົມ​ໂພດ​ພະ​ພຸ​ທ​ຮູບ ທີ່​ຄາດ​ວ່າ​ຈະ​ມີ​ຄົນ​ມາຈາກ​ຫຼາຍໆ ​ປະ​ເທດ​ເຂົ້າ​ຮ່ວມ.

ນອກຈາກ ສະຫະລັດແລ້ວ ກໍຍັງມີອີກຫຼາຍໆປະເທດ ເຊັ່ນຝຣັ່ງ ການາດາ ແລະ
ອອສເຕຣເລຍ ຮັບເອົາພວກອົບພະຍົບລາວທີ່ພາກັນຫຼົບໜີຈາກ ປະເທດໃນປີ 1975
ແລະ ນອກນັ້ນ ກໍຍັງມີອີກຫຼາຍໆປະເທດ ທີ່ຄົນລາວ ບໍ່ ເຄີຍໄດ້ຍິນຊື່ມາກ່ອນ ໄດ້ອ້າ
ແຂນຕ້ອນຮັບອົບພະຍົບລາວ ແລະນຶ່ງໃນນັ້ນ ກໍແມ່ນປະເທດອາເຈັນຕີນາ.

​ຊາວລາວຈຸ​ດັ່ງ​ກ່​າວ ແມ່ນສ່ວນນຶ່ງຂອງອົບພະຍົບອິນໂດຈີນ ທີ່ອາເຈັນຕິນາ ໄດ້ຮັບເອົາ
ແລະອີງຕາມການບອກເລົ່າ ຂອງອົບພະຍົບແລ້ວ ຊາວລາວໄດ້ເລີ້ມທະຍອຍໄປເຖິງ
ນະຄອນຫຼວງ ບູແອນົສ ແອເຣັສ ໃນເດືອນມັງກອນ ປີ 1980 ແລະ 2 ອາທິດ ຫຼັງຈາກນັ້ນ
ຊາວລາວສ່ວນນຶ່ງກໍໄດ້ຖືກສົ່ງໄປເມືອງໂປຊາດາສ ໃນແຂວງມີໂຊເນັສ ຊຶ່ງເປັນແຂວງ
ທີ່ມີຊາຍແດນ ຕິດກັບປະເທດປາຣາໄກວ ແລະບຣາຊີລ ແລະ​ພວກ​ເຂົາ​ເຈົ້າ ກໍ​ໄດ້​ສ້າງ​
ນິ​ຄົມ​ຄົນ​ລາວ​ຂຶ້ນ ແລະ​ກໍ​ໄດ້​ຕັ້ງ​ວັດລາວ ຣັດ​ຕະ​ນະ​ຣັງ​ສີ​ຍາມ​ຣາມ ທີ່ນັ້ນ.

XS
SM
MD
LG