ກະຊວງອຸດສາຫະກໍາແລະການຄ້າ ລາຍງານວ່າຄະນະຜູ້ຕາງໜ້າຂອງລັດຖະບານ ລາວພາຍໃຕ້ການນໍາຂອງທ່ານນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າ ມີນໍາໜົດການເຈລະຈາຮອບທີ່ 10 ຮ່ວມກັບຄະນະຜູ້ ຕາງໜ້າຖາວອນປະຈໍາອົງການການຄ້າໂລກ WTO ໃນເດືອນກັນຍາທີ່ຈະເຖິງນີ້ ໂດຍຄະນະລັດຖະບານລາວກໍໄດ້ມີມະຕິຮັບຮອງເອົາລາຍງານຂັ້ນສຸດທ້າຍກ່ຽວກັບການກະກຽມເພື່ອການເຂົ້າໄປເປັນປະເທດສະມາຊິກຂອງ WTO ຢ່າງເປັນທາງການແລ້ວເມື່ອບໍ່ນານມານີ້.
ທັງນີ້ໂດຍຄະນະຜູ້ຕາງໜ້າຂອງລັດຖະບານລາວມີຄວາມເຊື່ອໝັ້ນວ່າຄະນະຜູ້ຕາງ ໜ້າຖາວອນປະຈໍາ WTO ຈະລົງມະຕິຮັບຮອງໃຫ້ ສປປ.ລາວ ເປັນສະມາຊິກຂອງ WTO ພາຍໃນເດືອນຕຸລາ ຫຼືກ່ອນທີ່ລັດຖະບານລາວຈະເປັນເຈົ້າພາບຈັດ ກອງປະຊຸມສຸດຍອດລະຫວ່າງຜູ້ນໍາລັດຖະບານເອເຊຍ ກັບຢູໂຣບ ASEM ຄັ້ງທີ່ 9 ຊຶ່ງກໍານົດຈະມີຂຶ້ນຢ່າງເປັນທາງການໃນວັນທີ່ 5-6 ເດືອນພະຈິກປີນີ້ຢູ່ນະຄອນວຽງຈັນ.
ໂດຍສາເຫດທີ່ເຮັດໃຫ້ຄະນະຜູ້ຕາງໜ້າຂອງລັດຖະບານລາວມີຄວາມເຊື່ອໝັ້ນດັ່ງກ່າວ ກໍເພາະວ່າ ຄະນະຜູ້ແທນຂອງລັດຖະບານຢູເຄຣນປະຈໍາ WTO ໄດ້ບັນລຸ ຂໍ້ຕົກລົງແລະໄດ້ມີການລົງນາມໃນສັນຍາການຄ້າແບບທະວິພາຄີຮ່ວມກັບຄະນະຜູ້ ແທນຂອງລັດຖະບານລາວຢ່າງເປັນທາງການເມື່ອບໍ່ນານມານີ້ ຊຶ່ງການບັນລຸຂໍ້ຕົກລົງດັ່ງກ່າວ ກໍໝາຍຄວາມວ່າທາງການລາວໄດ້ຮັບສຽງສະໜັບສະໜຸນເພື່ອໃຫ້ເຂົ້າ ໄປເປັນປະເທດສະມາຊິກຂອງ WTO ຢ່າງຄົບຖ້ວນແລ້ວໃນເວລານີ້ ຈຶ່ງລໍຖ້າພຽງ ແຕ່ການລົງມະຕິຈາກບັນດາປະເທດສະມາຊິກເພື່ອຮັບຮອງໃຫ້ລາວເຂົ້າໄປເປັນປະ ເທດສະມາຊິກຂອງ WTO ຢ່າງເປັນທາງການເທົ່ານັ້ນ.
ໂດຍກ່ອນໜ້ານີ້ ຄະນະຜູ້ແທນຂອງທາງການລາວພາຍໃຕ້ການນໍາຂອງທ່ານນາມ ວີຍະເກດ ກໍໄດ້ສິ້ນສຸດການເຈລະຈາຄັ້ງທີ່ 9 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາ WTO ເມື່ອເດືອນກໍລະກົດປີນີ້ ຊຶ່ງຖືວ່າມີຜົນຄືບໜ້າເປັນຢ່າງດີ ແລະທີ່ ສໍາຄັນກໍຄືການທີ່ສາມາດບັນລຸຂໍ້ຕົກລົງແລະກໍໄດ້ລົງນາມໃນສັນຍາການຄ້າແບບທະວິພາຄີຮ່ວມກັບຄະນະຜູ້ແທນຂອງລັດຖະບານສະຫະລັດອາເມຣິກາຢ່າງເປັນ ທາງການນັບຕັ້ງແຕ່ເດືອນມີນາເປັນຕົ້ນມາແລ້ວ.
ຍິ່ງໄປກວ່ານັ້ນ ການທີ່ຄະນະຜູ້ແທນຂອງສະຫະລັດກໍຍັງໄດ້ຢືນຢັນທີ່ຈະໃຫ້ການສະໜັບສະໜຸນໃຫ້ປະເທດລາວໄດ້ເຂົ້າໄປເປັນສະມາຊິກຂອງ WTO ໃຫ້ໄວທີ່ສຸດ ດ້ວຍນັ້ນ ຈຶ່ງເຮັດໃຫ້ສາມາດຄາດໝາຍໄດ້ວ່າລາວຈະຖືກຮັບຮອງໃຫ້ເຂົ້າໄປເປັນ ສະມາຊິກຂອງ WTO ຢ່າງເປັນທາງການໃນເດືອນຕຸລາປີນີ້.
ໂດຍທີ່ຜ່ານມາ ທງການລາວກໍໄດ້ປະຕິບັດເງື່ອນໄຂສໍາຄັນຕ່າງໆ ຕາມກໍາໜົດຂອງ WTO ຢ່າງຄົບຖ້ວນແລ້ວ ຊຶ່ງໃນນີ້ກໍລວມເຖິງການພັດທະນາປັບປຸງລະບົບ ກົດໝາຍແລະການບັງຄັບໃຊ້ກົດໝາຍຕ່າງໆໃຫ້ໄດ້ຕາມມາດຕະຖານຂອງ WTO ດ້ວຍ ຕົວຢ່າງກໍຄືສະພາແຫ່ງຊາດລາວຊຸດທີ່ 7 ໄດ້ຮັບຮອງກົດໝາຍວ່າດ້ວຍຊັບ ສິນທາງປັນຍາສະບັບດັດແກ້ໃໝ່ ແລະໃນໄລຍະຕໍ່ໄປນີ້ ທາງການລາວກໍມີໜ້າທີ່ ທີ່ຈະຕ້ອງບັງຄັບໃຊ້ກົດໝາຍໃນພາກຕົວຈິງ ດັ່ງທີ່ທ່ານ ນາມ ວີຍະເກດ ໄດ້ຊີ້ ແຈງວ່າ:
“ບັນຫາເລື່ອງຊັບສິນທາງປັນຍາ ເປັນຂໍ້ສົນໃຈທີ່ສຸດຂອງບັນດາປະເທດສະມາຊິກ ອົງການການຄ້າໂລກ ສະນັ້ນການທີ່ພວກເຮົາມີກົດໝາຍແລ້ວ ພວກເຮົາກໍຍັງຕ້ອງ ການມີດໍາລັດເພື່ອເຮັດແນວໃດໃຫ້ມັນເປັນທີ່ຮອງຮັບໄດ້ ໂດຍສະເພາະແມ່ນການ ເຊື່ອມໂຍງກັບສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດທີ່ພວກເຮົາຄວນຈະໄດ້ປັບປຸງ ຕື່ມ ຊຶ່ງບາງຈຸດດັ່ງກ່າວນັ້ນ ໃນກົດໝາຍຂອງພວກເຮົາກະໄດ້ເວົ້າຢູ່ ແຕ່ມັນບໍ່ທັນ ລະອຽດ ຊຶ່ງພວກເຂົາເຈົ້າຢາກໃຫ້ພວກເຮົາຊີ້ແຈງແລະຄວນຈະປັບປຸງໃຫ້ມັນລະ ອຽດ.”
ທາງການລາວໄດ້ຍື່ນຄໍາຮ້ອງເພື່ອຂໍເຂົ້າໄປເປັນປະເທດສະມາຊິກຂອງ WTO ນັບຈາກປີ 1997 ເປັນຕົ້ນມາ ແລະຈົນເຖິງການເຈລະຈາ ຮອບທີ່ 9 ໃນເດືອນ ກໍລະກົດທີ່ຜ່ານມານີ້ ກໍປາກົດວ່າຄະນະຜູ້ແທນຂອງລັດຖະບານລາວ ໄດ້ຕອບຄໍາ ຖາມແລະຂໍ້ສົງໃສຕ່າງໆຂອງບັນດາປະເທດສະມາຊິກໃນ WTO ທັງ 155 ປະ ເທດໄປແລ້ວຫຼາຍກວ່າ 1,300 ກໍລະນີ ຊຶ່ງທາງການລາວກໍເຊື່ອໝັ້ນວ່າສາມາດ ເຮັດໃຫ້ປະເທດສະມາຊິກມີຄວາມເຂົ້າໃຈກ່ຽວກັບສະພາບການຕ່າງໆໃນລາວໄດ້ ເປັນຢ່າງດີ.