ຊາວລາວອາເມຣິກັນຈຳນວນນຶ່ງ ພ້ອມດ້ວຍຊາວຫວຽດນາມຫລາຍຮ້ອຍຄົນ ທີ່ ເດີນທາງມາຈາກຫລາຍລັດ ໄດ້ໂຮມຊຸມນຸມປະທ້ວງການເດີນທາງມາຢ້ຽມຢາມ
ຂອງນາຍົກລັດຖະມົນຕີຫວຽດນາມ.
ການປະທ້ວງຂອງຊາວລາວອາເມຣິກັນ ແລະຊາວຫວຽດນາມ ໄດ້ຈັດຂຶ້ນທີ່ສວນ
ສາທາລະນະ Lafayette ຕໍ່ໜ້າທຳນຽບຂາວ ຊຶ່ງພວກເຂົ້າຮ່ວມພາກັນຖືທຸງຊາດ ຂອງອະດີດສາທາລະນະລັດຫວຽດນາມ ທຸງຊ້າງສາມຫົວຂອງອະດີດພະລາຊະ
ອານາຈັກລາວແລະທຸງສະຫະລັດອາເມຣິກາ ເພື່ອປະທ້ວງການລະເມີດສິດທິມະ
ນຸດ ແລະການແຊກແຊງຂອງຫວຽດນາມ ຢູ່ໃນລາວ ໃນລະຫວ່າງການເດີນທາງ
ມາຢ້ຽມຢາມ ຂອງນາຍົກລັດຖະມົນຕີ Nguyen Xuan Phuc ທີ່ໄດ້ພົບປະ ກັບ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຢູ່ທຳນຽບຂາວໃນຕອນທ່ຽງວັນພຸດ
ມື້ວານນີ້.
ຍານາງບຸນຈັນ ເສນທະວົງ ຜູ້ນຳປະຊາຄົມລາວອາເມຣິກັນໄດ້ກ່າວຕໍ່ວີໂອເອ ໃນການເຂົ້າຮ່ວມການປະທ້ວງຄັ້ງນີ້ວ່າ:
ໃນຂະນະດຽວກັນ ກໍມີທ່ານ Nguyen Tuan ສະມາຊິກປະຊາຄົມຫວຽດນາມ
ອາເມຣິກັນຊຶ່ງທ່ານໄດ້ກ່າວຕໍ່ວີໂອເອວ່າ: “ພວກເຮົາຊາວຫວຽດນາມ ມາປະທ້ວງ
ມື້ນີ້ເພື່ອຕໍ່ຕ້ານ ການລະເມີດສິດທິມະນຸດ ຊຶ່ງສ່ວນໃຫຍ່ ມີສາເຫດມາຈາກລັດຖະ ບານຫວຽດນາມ. ມື້ນີ້ ເປັນມື້ທຳອິດ ຂອງການພົບປະ ລະຫວ່າງປະທານາທິບໍດີ
ທຣໍາ ແລະນາຍົກລັດຖະມົນຕີຫວຽດນາມ ທ່ານ Phuc ພວກເຮົາຢາກສະແດງ
ໃຫ້ທ່ານ ແລະປະທານາທິບໍດີ ສະຫະລັດຮູ້ວ່າ ພວກເຮົາບໍ່ຢາກໃຫ້ ສະຫະລັດ ເປັນເພື່ອນທີ່ໃກ້ຊິດກັບຫວຽດນາມເກີນໄປແລະຫລົງລືມວ່າ ມີການລະເມີດສິດ
ທິນຸດຫຼາຍໆຢ່າງຢູ່ໃນຫວຽດນາມ.”