ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ-ຫວຽດນາມ ຕົກລົງຮ່ວມມື ຍົກລະດັບ ຄຸນນະພາບ ແຮງງານ ຂອງ 2 ປະເທດ


ລັດຖະບານລາວ ແລະຫວຽດນາມ ຮ່ວມກັນລົງນາມ ສົນທິສັນຍາ ມິດຕະພາບແບບພິເສດ ແລະການຮ່ວມມື ລາວ-ຫວຽດນາມຄົບຮອບ 40 ປີ ແລະການສ້າງຕັ້ງ ສາຍພົວພັນທາງການທູດ ຄົບຮອບ 55 ປີ ໃນປີ 2017 ນີ້.
ລັດຖະບານລາວ ແລະຫວຽດນາມ ຮ່ວມກັນລົງນາມ ສົນທິສັນຍາ ມິດຕະພາບແບບພິເສດ ແລະການຮ່ວມມື ລາວ-ຫວຽດນາມຄົບຮອບ 40 ປີ ແລະການສ້າງຕັ້ງ ສາຍພົວພັນທາງການທູດ ຄົບຮອບ 55 ປີ ໃນປີ 2017 ນີ້.

ລັດຖະບານລາວ ແລະຫວຽດນາມ ຕົກລົງຮ່ວມມືກັນ ເຂົ້າໃນການພັດທະນາຍົກ
ລະດັບຄຸນນະພາແຮງງານຂອງທັງ 2 ປະເທດ ໃຫ້ໄດ້ມາດຕະຖານສາກົນ ແລະ
ສາມາດແຂ່ງຂັນໃນຕະຫລາດແຮງງານໂລກໃຫ້ໄດ້.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະສະຫວັດດີ
ການສັງຄົມ ຢືນຢັນວ່າ ເພື່ອເປັນການສະເຫຼີມສະຫຼອງ ໃນໂອກາດແຫ່ງການເຊັນ
ສົນທິສັນຍາ ມິດຕະພາບແບບພິເສດ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ
40 ປີ ແລະການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 55 ປີ ໃນປີ 2017 ນີ້ ກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ ກັບຫວຽດນາມ ໄດ້ຕົກລົງ
ຮ່ວມມືກັນເຂົ້າໃນການພັດທະນາ ເພື່ອຍົກລະດັບຄຸນນະພາບຝີມືແຮງງານໃນທັງ
2 ປະເທດໃຫ້ໄດ້ມາດຕະຖານສາກົນ ແລະສາມາດແຂ່ງຂັນໃນຕະຫລາດແຮງງານ
ໂລກໃຫ້ໄດ້ຢ່າງແທ້ຈິງ.

ລາວ ແລະ ຫວຽດນາມ ສະເຫຼີມສະຫຼອງ ໃນໂອກາດແຫ່ງການເຊັນ ສົນທິສັນຍາ ມິດຕະພາບແບບພິເສດ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ 40 ປີ ແລະການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 55 ປີ ໃນປີ 2017 ນີ້
ລາວ ແລະ ຫວຽດນາມ ສະເຫຼີມສະຫຼອງ ໃນໂອກາດແຫ່ງການເຊັນ ສົນທິສັນຍາ ມິດຕະພາບແບບພິເສດ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ 40 ປີ ແລະການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 55 ປີ ໃນປີ 2017 ນີ້

ທັງນີ້ ດ້ວຍການປະສານງານກັນຢ່າງໃກ້ຊິດໃນທຸກໆດ້ານ ເຊັ່ນການຈັດຕັ້ງປະຕິບັດ
ສັນຍາ ແລະບັນດາຂໍ້ຕົກລົງທີ່ມີຢູ່ແລ້ວໃຫ້ມີປະສິດທິພາບສູງຂຶ້ນ ຮວມເຖິງການສ້າງ
ກົນໄກການຮ່ວມມືຂອງສະຖາບັນພັດທະນາຝີມືແຮງງານ ແລະການປະກັນສັງຄົມ
ຮ່ວມກັນດ້ວຍ ດັ່ງທີ່ທ່ານຄຳແພງ ຢືນຢັນວ່າ:

“ເອົາໃຈໃສ່ຈັດຕັ້ງປະຕິບັດສັນຍາ ຮ່ວມມືດ້ານແຮງງານ ລະຫວ່າງ ລາວ ແລະ
ຫວຽດນາມ ໂດຍສືບຕໍ່ເຜີຍແຜ່ເນື້ອໃນຂອງສັນຍາ ໃຫ້ຫົວໜ່ວຍແຮງງານຂອງ
ຫວຽດນາມ ຕິດພັນກັບການເຜີຍແຜ່ກົດໝາຍ ແລະລະບຽບກ່ຽວກັບແຮງງານ
ຢ່າງກວ້າງຂວາງ ແລະສ້າງກົນໄກຮ່ວມມືໃຫ້ມີປະສິດທິຜົນດີຂຶ້ນ ແລະສ້າງ
ກົນໄກການຮ່ວມມື ລະຫວ່າງສະຖາບັນພັດທະນາຝີມືແຮງງານ ແລະ ສູນ
ບໍລິການ ຈັດຫາງານຂອງ 2 ຝ່າຍ ແລະ ຊຸກຍູ້ການປະຕິບັດສັນຍາ ວ່າດ້ວຍ
ການຮ່ວມມືດ້ານປະກັນສັງຄົມ ໃຫ້ມີປະສິດທິຜົນສູງ ຂຶ້ນກວ່າເກົ່າ.”

ກ່ອນໜ້ານີ້ ທ່ານວັນນະລາດ ຫົງສາທິລາດ ປະທານກຳມະບານ ແຂວງສະຫວັນ
ນະເຂດ ຢືນຢັນວ່າ ສະຫະພັນກຳມະບານລາວ ໄດ້ຮຽກຮ້ອງຕໍ່ລັດຖະບານລາວ
ເພື່ອຂໍໃຫ້ພິຈາລະນາປັບຂຶ້ນອັດຕາຄ່າຈ້າງຂັນຕ່ຳຈາກ 9 ແສນກີບຕໍ່ເດືອນໃຫ້ເປັນ
ອັດຕາໃໝ່ ທີ່ສອດຄ້ອງກັບສະພາວະຄ່າຄອງຊີບທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໃນ
ປັດຈຸບັນ ທັງຍັງເປັນປັດໄຈສຳຄັນທີ່ເຮັດໃຫ້ແຮງງານລາວ ສ່ວນໃຫຍ່ພາກັນເດີນ
ທາງໄປລັກລອບເຮັດວຽກ ໂດຍຜິດກົດໝາຍ ໃນປະເທດໄທ ເພີ່ມຂຶ້ນນັບມື້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການທີ່ແຮງງານລາວສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຝີມື ກໍຖືເປັນ
ປັດໄຈນຶ່ງ ທີ່ເຮັດໃຫ້ໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳກວ່າແຮງງານຈາກຕ່າງປະເທດ
ທີ່ມີຝີມື ທັງນີ້ໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ປະຕິບັດຕາມ
ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານ
ໃຫ້ຄົນຕ່າງປະເທດ ທີ່ມາອາໄສຢູ່ໃນລາວ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນກັບ ກະຊວງ
ປ້ອງກັນຄວາມສະຫງົບ ໃນຊ່ວງວັນທີ 16 ທັນວາ 2015-ວັນທີ 30 ກັນຍາ 2016 ທີ່
ຜ່ານມານັ້ນ ກໍໄດ້ຂຶ້ນທະບຽນແຮງງານຕ່າງຊາດທີ່ທຳງານໃນລາວໄດ້ 22,766 ຄົນ
ໂດຍໃນນີ້ ກໍແບ່ງເປັນແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ໄທ 612
ຄົນ ແລະອື່ນໆ 132 ຄົນ.

ນອກຈາກນີ້ ການທີ່ລາວຍັງຕ້ອງປະເຊີນກັບບັນຫາຂາດແຄນແຮງງານມີຝີມື ແລະ
ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ
ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການລາວຕ້ອງອະນຸຍາດ ໃຫ້ບັນດາບໍລິສັດ
ຕ່າງຊາດຈ້າງແຮງງານມີຝີມືຈາກຕ່າງປະເທດໄດ້ ຈຳນວນຫຼາຍໝື່ນຄົນອີກດ້ວຍ.

ທັງນີ້ ຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ລັດຖະບານ
ລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາແຮງງານມີຝີມື ໃຫ້ໄດ້
658,000 ກວ່າຄົນ ເພື່ອຕອບສະໜອງໃຫ້ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວໃຫ້ໄດ້
ຢ່າງພຽງພໍ ແລະສ້າງມາດຕະຖານຝີມືແຮງງານໃຫ້ໄດ້ໃນ 25 ສາຂາອາຊີບ ຮວມ
ເຖິງທົດສອບ ແລະອອກໃບຢັ້ງຢືນມາດຕະຖານຝີມືແຮງງານໃນ 27 ອາຊີບ ໃຫ້ກັບ
ແຮງງານລາວ 12,500 ຄົນ ເພື່ອໃຫ້ສາມາດໄປທຳງານໄດ້ ໃນທຸກປະເທດສະມາຊິກ
ອາຊ່ຽນດ້ວຍກັນ.

XS
SM
MD
LG