ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາ ລາວ ແລະ ອາເມຣິກັນເຊື້ອສາຍລາວ ຮ່ວມກັນລົງແຂ່ງຂັນ ໃນຊີເກມ ຄັ້ງທີ 23 ຊ່ອຍຄວ້າຫຼຽນເງິນ ທຳອິດມາໄດ້


ສະຫະພັນ ເປຕັງ ແຫ່ງຊາດລາວ
ສະຫະພັນ ເປຕັງ ແຫ່ງຊາດລາວ

ການແຂ່ງຂັນກິລາຊີເກມຊ່ວຍໃຫ້ຄົນລາວແລະຄົນອາເມຣິກາເຊື້ອສາຍ ລາວ ໄດ້ມີໂອກາດຈັບມືກັນແຂ່ງຂັນ ຊຶ່ງນໍາເອົາຄວາມຮູ້ສຶກທີ່ດີ ມາໃຫ້ທັງຝ່າຍເຈົ້າໜ້າທີ່ ລາວ ແລະນັກກິລາເຊື້ອສາຍລາວຈາກສະຫະລັດທີ່ໄປຮ່ວມແຂ່ງຂັນ ກິລາ ລະດັບຂົງເຂດທີ່ວ່ານີ້. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ໃນກິລາຊີເກມຄັ້ງທີ 32 ທີ່ຈັດຂຶ້ນຢູ່ກໍາປູເຈຍ ມານັບແຕ່ວັນທີ 5 ເດືອນນີ້ ແລະຈະສິ້ນສຸດ ລົງໃນວັນທີ 17 ນັ້ນ ໄດ້ນໍາເອົາຄວາມຮູ້ສຶກ ປຶ້ມປິຕິຊົມຊື່ນມາໃຫ້ປະເທດລາວເປັນພິເສດ ເພາະເຖິງແມ່ນວ່າ ການແຂ່ງຂັນກິລາຫລາຍປະເພດ ຍັງບໍ່ທັນໄດ້ຈົບລົງເທື່ອກໍຕາມ ມາຮອດຕອນແລງຂອງວັນເສົາ, ທີ 14 ຜ່ານມານີ້ ສປປ ລາວ ກໍຄວ້າເອົາຫລຽນຄໍາ ມາໄດ້ 6 ຫລຽນແລ້ວ ຊຶຶ່ງລື່ນລະດັບຄາດໝາຍຂອງການນໍາລາວຕັ້ງໄວ້ວ່າ ຈະໃຫ້ໄດ້ 5 ຫລຽນຄໍາ ໃນການເຂົ້າຮ່ວມການແຂ່ງຂັນກິລາ 32 ປະເພດ ໃນຈໍານວນທັງໝົດ 46 ປະເພດ. ສິ່ງທີ່ພິເສດອີກ ສໍາລັບປະເທດລາວ ໃນການແຂ່ງຂັນກິລາທີ່ຍິ່ງໃຫຍ່ທີ່ສຸດໃນຂົງເຂດເອເເຊຍຕາເວັນອອກສຽງໃຕ້ ກໍຄື ການປະກອບສ່ວນເຂົ້າຮ່ວມແຂ່ງຂັນຂອງນັກກິລາອາເມຣິກັນເຊື້ອສາຍລາວ 7 ຄົນ ພ້ອມກັນກັບເຊື້ອສາຍລາວຈາກປະເທດອື່ນອີກ ຊຶ່ງໃນນັ້ນ ນັກກິລາໜຸ່ມລາວ-ອາເມຣິກັນຜູ້ນຶ່ງ ກໍໄດ້ຄວ້າເອົາຫລຽນເງິນ ມາໃຫ້ປະເທດລາວ ແລ້ວໃນການແຂ່ງຂັນກິລາ ຈູຈິດຊູ ບຣາຊີລ ທີ່ເປັນກິລາຄ້າຍໆກັນກັບ ເທັກຄວານໂດ ຊຶ່ງໄດ້ນໍາເອົາຄວາມຮູ້ສຶກດີໃຈ ມາໃຫ້ທັງນັກກິລາໜຸ່ມເຊື້ອສາຍລາວຈາກສະຫະລັດ ແລະຄະນະນໍາຂອງກິລາແຫ່ງປະເທດລາວ ດັ່ງທີ່ທ້າວເຈດພົມສະຫວັດ ສະເລແມນ ຜູ້ທີ່ຄວ້າເອົາຫລຽນເງິນຫຼຽນທໍາອິດ ໃນການແຂ່ງຂັນຊີເກມຄັ້ງນີ້ ໃຫ້ ສປປ ລາວ ແລ້ວກ່າວວ່າ:

“ໄຊຊະນະນີ້ ມີຄວາມໝາຍຫລາຍສໍາລັບຂ້ອຍ. ຂ້ອຍຢາກໄດ້ຫລຽນຄໍາ ຫລາຍ ທີ່ສຸດເລີຍ ແຕ່ຂ້ອຍກໍດີໃຈທີ່ໄດ້ຫລຽນເງິນເຊັ່ນກັນ ຊຶ່ງວ່າ ກໍເປັນການດີພໍ ທີ່ຈະເຮັດໃຫ້ຄົນລາວພູມໃຈ ແລະ ສົນໃຈກິລາຈູຈິດຊູຫຼາຍຂຶ້ນ ແລະ ການເປັນຕົວແທນໃຫ້ກັບປະເທດລາວແມ່ນມີຄວາມປຶ້ມໃຈຫລາຍ.” ນັ້ນຄືຄໍາເວົ້າ ຂອງທ້າວເຈດ ທີ່ກ່າວ ແລະຂຽນລົງຢູ່ໃນໜ້າເຟສບຸກຂອງ ສະຖານທູດ ສະຫະລັດປະຈໍາລາວ.

ສ່ວນທາງລັດຖະບານລາວ ໂດຍສະເພາະ ທາງຄະນະກໍາມະການກິລາແຫ່ງ ຊາດລາວ ກໍດີໃຈເຊັ່ນກັນ ທີ່ມີນັກກິລາເຊື້ອສາຍລາວຈາກຕ່າງປະເທດ ລວມທັງຈາກສະຫະລັດ ເຂົ້າໄປຮ່ວມການແຂ່ງຂັນໂດຍຕາງໜ້າ ໃຫ້ປະເທດລາວ ດັ່ງທີ່ ຄູຝຶກກິລາຊີເກມທ່ານນຶ່ງກ່າວຕໍ່ພວກເຮົາວ່າ:

“ກະມີ ນັກກິລາບານເຕະສາມຄົນ ມາແຕ່ຝະລັ່ງ ມາແຕ່ອາເມຣິກາ ເພິ່ນເປີດກວ້າງໃຫ້ພວກທີ່ວ່າ ໄປນອກ ແຕ່ຍັງມີເຊື້ອສາຍລາວ ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ພໍ່ແມ່ ຊ່ວຍແນ່ ກະດີໃຈແຫລະ ເຂົາກະແຮ່ງມີປະສົບການ ບ້ານເພິ່ນ ເພິ່ນແຮ່ງພັດທະນາໄປຮອດໃສ ແລ້ວບ້ານເກີດເມືອງນອນຂອງພໍ່ແມ່ ກະດີໆແລ້ວກະມາຊ່ວຍກັນພັດທະນາ.”

ທ່ານກ່າວອີກວ່າ ເພື່ອຍົກລະດັບຄວາມສາມາດໃນການແຂ່ງຂັນກິລາຊີເກມຄັ້ງທີ 32 ນີ້ ຄະນະກໍາມະການກິລາໂອລິມປິກແຫ່ງຊາດລາວ ໄດ້ຈ້າງຄູຝຶກກິລາ ມາ ຈາກຫຼາຍປະເທດຊຶ່ງລວມມີ ຄິວບາ, ກໍາປູເຈຍ, ໄທ, ເກົາຫລີໃຕ້, ສິງກະໂປ ແລະມຽນມາ ມາຝືກຊ້ອມນັກກິລາ ໃນເວລາປະມານ 2 ເດືອນ ກ່ອນເຂົ້າແຂ່ງ ຂັນ, ເມື່ອຖາມເຖິງສະພາບຄວາມສະຫງົບໃນງານແຂ່ງຂັນກິລາ ທີ່ຈັດຂຶ້ນໃນກໍາປູເຈຍ ແລະເຄີຍມີປາກສຽງທີ່ຂັດແຍ້ງກັນລະຫວ່າງ ໄທ ແລະ ກໍາປູເຈຍ ແລະພາດພິງມາເຖິງລາວດ້ວຍ ດັ່ງທີ່ວີໂອເອໄດ້ສະໜີໄປ ໃນເດືອນແລ້ວນີ້ນັ້ນ ທາງພະນັກງານອະ​ວຸໂສທີ່ຮັບຜິດຊອບກ່ຽວກັບກິລາຊີເກມ ຕອບວ່າ:

“ເອີ ກະສົ່ງໄປຕາມແບບທີ່ເຂົາສົ່ງມາຂໍກິລາເຂົ້າຮ່ວມຫັ້ນແຫລະ ເວົ້າເລື້ອງອື່ນບໍ່ມີຫຍັງດອກ ໄທເຂົາກະສົ່ງແຕ່ກິລາເຄບອກຊິ້ງໄປ ກິລາມວຍເຂົາບໍ່ໄດ້ສົ່ງໄປ ກິລາອື່ນເຂົາກະສົ່ງໄປປົກກະຕິ”.

ຄ້າຍໆກັບຊີເກມ ປີ 2021 ທີ່ຈັດຂຶ້ນຢູ່ຫວຽດນາມ, ລາວ ສົ່ງນັກກິລາ 400 ກວ່າຄົນເຂົ້າແຂ່ງຂັນຊີເກມປີ 2023 ແລະມາຮອດມື້ທີ 9 ຂອງການແຂ່ງຂັນ, ອີງຕາມແຫລ່ງຂ່າວທ້ອງຖິ່ນ. ມາຮອດວັນທີ 14, ກໍມື້ວານນີ້, ລາວຖືກຈັດເປັນອັນດັບທີ 9 ໂດຍທີ່ໄດ້ຮັບຫລຽນທັງໝົດ 73 ຫລຽນແລ້ວ ຊຶ່ງໃນນັ້ນ ນອກຈາກຫລຽນຄໍາ 6 ຫລຽນແລ້ວ ກໍໄດ້ຮັບຫລຽນເງິນ 18 ຫລຽນ ແລະຫລຽນທອງແດງ 49 ຫລຽນ. ຫຼຽນຄໍາທີ່ລາວໄດ້ຮັບຫລາຍທີ່ສຸດແມ່ນມາຈາກກິລາເປຕັງ ໂດຍໄດ້ຮັບ 3 ຫຽນຄໍາ. ສ່ວນປະເທດທີ່ໄດ້ທີ 1 ນັ້ນ ເທົ່າທີ່ຜ່ານມາແມ່ນຫວຽດນາມ, ຮອງລົງ ມາແມ່ນໄທ ແລະ ອິນໂດເນເຊຍ, ຊຶ່ງຈໍານວນຫຼຽນທັງໝົດຂອງແຕ່ລະປະເທດແມ່ນ 267, 222, ແລະ 194 ຕາມລໍາດັບ.

XS
SM
MD
LG