ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວີ​ໂອ​ເອສຳ​ພາດກັບ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ລັດ​ມີນ​ເນ​ໂຊ​ຕາ ເຊື້ອ​ສາຍມົ້ງ ທີ່ຢາກປະ​ກອບສ່ວນ ​ສົ່ງ​ເສີມສາຍພົວ​ພັນ ລະ​ຫວ່າງ ສ​ຫລ ແລະ ລາວ


ທ່ານ ປ.ອ. ປີ​ເຕີ ເຮມອນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ລາວ​ຖ່າຍ​ຮູບ​ຮ່ວມ​ກັບ​ທ່ານ​ນາງ ສຸດ​ສະ​ດາ (ຊ້າຍ) ແລະ​ທ່ານ​ນາງ​ຄາວ​ລີ ວາງ​ເຮີ​
ທ່ານ ປ.ອ. ປີ​ເຕີ ເຮມອນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ລາວ​ຖ່າຍ​ຮູບ​ຮ່ວມ​ກັບ​ທ່ານ​ນາງ ສຸດ​ສະ​ດາ (ຊ້າຍ) ແລະ​ທ່ານ​ນາງ​ຄາວ​ລີ ວາງ​ເຮີ​

ເນື່ອງ​ຈາກ​ມີ​ຄວາມ​ສົນ​ໃຈຢາກ​ປະ​ກອບ​ສ່ວນ ເຮັດ​ໃຫ້​ສາຍພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ແລະ ສ​ປ​ປ ລາວ ຮັດ​ແໜ້ນ​ຂຶ້ນ ບັນ​ດາ​ຜູ້​ນຳ​ປະ​ຊາ​ຄົມ, ນັກ​ທຸ​ລະ​ກິດ ແລະ ນັກ​ການ​ເມືອງອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວແລະ​ມົ້ງໃນ​ລັດ​ມິ​ນ​ເນໂຊ​ຕາເມື່ອ ມໍ່ໆ​ມາ​ນີ້ ໄດ້​ເຊື້ອ​ເຊີນ​ພະ​ນະ​ທ່ານ ປ.ອ. ປີ​ເຕີ ເຮມອນ (Peter Haymond), ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ສະ​ຫະ​ລັດ​ປະ​ຈຳ​ລາວ ໄປ​ຢ້ຽມ​ຢາມແລະ​ພົບ​ປະ​ກັບ​ເຂົາ​ເຈົ້າ ທີ່​ບ້ານ​ພັກ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳປະ​ຈຳ​ລັດ​ມິນ​ເນໂຊ​ຕາ ຄາວ​ລີ ວາງ ເຮີ (Kaohly Vang Her).

ສ່ວນ​ຕົວ​ຂອງ​ທ່ານ​ນາງ​ຄາວ​ລີເອງແມ່ນ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ໃນ​ເລື້ອງ​ໝູນໃຊ້​ການ​ນຳ​ພາຂອງ​ພວກ​ຜູ້​ນຳ​ເຫລົ່າ​ນີ້ເພື່ອ​ເສີມ ​ສ້າງ​ສາຍ​ພົວ​ພັນ​ຂອງ​ປະ​ຊາ​ຊົນ​ໃນ​ສອງ​ຊາດ. ​ທ່ານ​ນາງບອກວ່າ:

ລິງໂດຍກົງ

“ຢູ່ໃນອາເມຣິກາ ດຽວນີ້ ພວກເຮົາມີຜູ້​ນຳ​ທີ່​ເປັນຄົນ​ເຊື້ອ​ສາຍ​ລາວ ແລະ​ມົ້ງ​ທີ່​ກຳ​ຕຳ​ແໜ່ງ​ສູງ ຢູ່​ໃນ​ອຳ​ນາດ​ການ​ປົກ​ຄອງ​ຂອງລັດ​, ເປັນຜູ້ບໍລິຫານໃນບໍລິສັດ ແລະອົງ​ການບໍ່ຫວັງຜົນກໍາໄລ. ສະນັ້ນພວກເຮົາຢາກຈະໃຊ້ການນໍາພານີ້​ເພື່ອສ້າງສາຍ​ພົວພັນ ທີ່ດີຂຶ້ນ ແລະຄວາມສໍາພັນທີ່ດີຂຶ້ນ ລະຫວ່າງ ແລະອາເມຣິກາ ແລະປະ​ຊາ​ຄົມ​ມົ້ງແລະລາວຂອງ​ພວກ​ເຮົາ ​ຢູ່​ທີ່ນີ້ໃນ​ອາ​ເມ​ຣິ​ກາ ກັບ​ປະ​ຊາ​ຊົນ​ໃນ​ລາວ​.”

ເບິ່ງວີ​ດິ​ໂອ​ເປັນ​ພາ​ສາ​ອັງ​ກິດ

ເຂົ້າ​ຮ່ວ​ມ​ໃນ​ງານນີ້​ມີ​ບັນ​ດາ​ຜູ້​ນຳ 14 ຄົນ​ ຊຶ່ງເຂົາ​ເຈົ້າ​ໄດ້​ຍົກ​ບັນ​ຫາ​ການ​ສຶກ​ສາ, ການ​ຄ້າ​, ເລື້ອງ​ເນ​ລະ​ເທດ​ຄົນ​ກັບ​ໄປ​ລາວ ແລະ​ບັນ​ຫາ​ອື່ນໆ ​ຂຶ້ນ​ມາ​ສົນ​ທະ​ນາ​ກັບ​ທ່ານ ປ.ອ. ເຮມອນ ໃນ​ງານຮັບ​ປະ​ທານ​ອາ​ຫານ​ຄ່ຳ ທີ່​ທ່ານ​ນາງ​ຄາວ​ລີ ເປັນ​ເຈົ້າ​ພາບ​ຈັດ​ຮ່ວມ​ກັນ ​ກັບທ່ານ​ນາງ​ສຸດ​ສະ​ດາ, ເຈົ້າ​ຂອງ​ຮ້ານ​ອາ​ຫານພາ​ພາ​ຢາ ເປີ​ຕີດ (Papaya Petite) ໃນ​ລັດ​ມິນ​ເນ​ໂຊ​ຕາ.

ທ່ານ​ນາງຄາວ​ລີ​ກ່າ​ວ​ອີກວ່າ ນີ້​ເປັນພຽງ​ຄັ້ງ​ທຳ​ອິດ​ທີ່​ມີ​ການ​ພົບ​ປະ​ສົນ​ທະ​ນາ​ກັນ ແບບນີ້ ລະ​ຫວ່າງ​ບັນ​ດາ​ຜູ້​ນຳ​ປະ​ຊາ​ຄົມລາວ ແລະມົ້ງ ກັບທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ລາວ ຊຶ່ງ​ທ່ານເອງ​ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຮັບ​ຟັງຄວາມ​ຄິດ​ລິ​ເລີ້ມທີ່​ພວກ​ເຂົາ​ເຈົ້າ. ຫລັງ​ການ​ພົບ​ປະ​ຄັ້ງທຳ​ອິດ​ນີ້​ແລ້ວ ທ່ານ​ນາງ​ຄາງ​ລີ​ ບອກວ່າຍັງ​ຈະມີການ​ພົບ​ປະສົນ​ທະ​ນາເຖິງ​ລາຍ​ລະ​ອຽດ​ຕ່າງໆ ອີກ​ກັບ​ທ່ານເຮມອນ ເພື່ອ​ໃຫ້​ມັນເກີດ​ຜົນ​. ​ຈາກນັ້ນ ໃນ​ຂັ້ນ​ຕອນ ຖ້າ​ເງື່ອນ​ໄຂ​ອຳ​ນວຍ​ໃຫ້ ​ຕໍ່​ໄປທ່ານ​ນາງກໍຈະພິ​ຈາ​ລະ​ນາຂຶ້ນ​ແຜນ​ພົວ​ພັນ ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ​ ລາວ ປະ​ຈຳ​ສະ​ຫະ​ລັດ​ ອີກ​ດ້ວຍ.

XS
SM
MD
LG