ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງທີນາ ມະຫາຣາດ ສະມາຊິກສະພາສູງ ລັດໂອໄຮໂອ ຕິດໂຄວິດ-19 ສອງເທື່ອ


ທ່ານນາງ ທີນາ ມະຫາຣາດ ສະມາຊິກສະພາສູງລັດໂອໄຮໂອ ໄປຢ້ຽມຢາມ ໂຮງຮຽນປະຖົມແຫ່ງນຶ່ງ ໃນລັດໂອໄຮໂອ.
ທ່ານນາງ ທີນາ ມະຫາຣາດ ສະມາຊິກສະພາສູງລັດໂອໄຮໂອ ໄປຢ້ຽມຢາມ ໂຮງຮຽນປະຖົມແຫ່ງນຶ່ງ ໃນລັດໂອໄຮໂອ.

ທ່ານນາງທີນາ ມະຫາຣາດ ສະມາຊິກສະພາສູງຂອງລັດໂອໄຮໂອ ໄດ້ຕິດໂຄວິດ-19 ສອງຄັ້ງ ໃນເດືອນສິງຫາ ແລະເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ດັ່ງທີ່ທ່ານນາງກ່າວສູ່ວີໂອເອລາວຟັງວ່າ:

“ຄັ້ງທີນຶ່ງແມ່ນຢູ່ເຮືອນດີ ຂອງອ້າຍເຄີຍທີ່ໄດ້ເສຍຊີວິດ ຢູ່ໃນລັດມິນເນໂຊຕາ ຊຶ່ງມີພີ່ນ້ອງຂອງລາວສອງຄົນມາຮ່ວມໃນງານສົ່ງສະການ ຈາກລັດວິສຄອນຊິນ ພີ່ນ້ອງສອງຄົນນີ້ໄດ້ຕິດໂຄວິດມາແລ້ວ ແລະໄດ້ກັກໂຕ ແຕ່ພວກເພິ່ນບໍ່ຮູ້ຈັກ ຢ່າງຈະແຈ້ງ ກ່ຽວກັບກົດລະບຽບ ຂອງການກັກໂຕ 10 ວັນຫຼືຢ່າງໜ້ອຍ 14 ວັນແຕ່ພວກເພິ່ນກໍໄດ້ບອກໃຫ້ເຮົາຮູ້ວ່າ ພວກເພິ່ນຕິດເຊື້ອໄວຣັສມາກ່ອນແລະໄດ້ກັກໂຕ ແລ້ວເພິ່ນກໍຮູ້ຈັກວ່າ ໄວຣັສຕິດແປດຄົນໄດ້ງ່າຍ ໃນຊ່ວງໄລຍະສິບວັນ ແຕ່ພວກເພິ່ນກໍໄດ້ມາໃນງານ ຈຶ່ງໄດ້ຕິດແປດໃສ່ 33 ຄົນໃນຄອບຄົວຂອງຂ້າພະເຈົ້າ. ຄັ້ງທີສອງເກີດຂຶ້ນຢູ່ໃນລັດໂອໄຮໂອນີ້ເຊັ່ນກັນ ໃນບໍ່ເທົ່າໃດອາທິດມານີ້ ນ້າບ່າວຂອງຂ້າພະເຈົ້າໄດ້ເສຍຊີວິດ ພວກເຮົາເລີຍເຮັດເຮືອນດີໃຫ້ເພິ່ນເຊັ່ນກັນ ພວກເຮົາບໍ່ແນ່ໃຈວ່າ ຕິດຢູ່ເຮືອນດີ ຫຼືພິທີຕັກບາດ ແຕ່ພວກເຮົາໄປວັດຕັກບາດກັບນ້າສາວຜູ້ທີ່ໄດ້ກວດພົບວ່າມີ ໂຄວິດໃນມື້ຕໍ່ມາ ແລ້ວມື້ວັນຈັນຕໍ່ມາ ເພິ່ນເລີຍໂທຫາພວກພີ່ ນ້ອງເພື່ອບອກໃຫ້ເຂົາເຈົ້າຮູ້ວ່າ ເພິ່ນຕິດໂຄວິດ ສະນັ້ນເຫດການທັງສອງນີ້ກໍແມ່ນວ່າ ພວກເຮົາແມ່ນຄອບຄົວດຽວກັນ ພວກເຮົາແມ່ນເພື່ອນກັນແລະພວກເຮົາເປັນພີ່ນ້ອງນຳກັນ ເພາະສະນັ້ນ ພວກເຮົາກໍເລີຍບໍ່ປະຕິບັດການຢູ່ຫ່າງກັນໃນສັງຄົມ ພວກເຮົາບໍ່ປະຕິບັດການໃສ່ໜ້າກາກ ກໍຍ້ອນວ່າພວກເຮົາຮັກແພງກັນແລະກັນ ແລະສິ່ງຕໍ່ມາ ເຈົ້າກໍຮູ້ຈັກວ່າ ຄວາມຮັກນັ້ນເປັນແຫຼ່ງຂອງການ ແຜ່ລະບາດຂອງໄວຣັສ ພວກເຮົາກໍເລີຍຕິດມັນ.”

ທ່ານນາງທີນາ ຢາກບອກໃຫ້ພີ່ນ້ອງຊາວລາວຮັບຮູ້ແລະວິທີການປ້ອງກັນຄອບ ຄົວຂອງທ່ານໂດຍກ່າວວ່າ:

“ເພື່ອປົກປ້ອງຄອບຄົວປະຊາຄົມຊາວລາວ ຂ້າພະເຈົ້າຂໍແນະນໍາເປັນຢ່າງສູງວ່າ ພຽງແຕ່ອອກໄປເຮັດທຸລະທີ່ຈຳເປັນເທົ່ານັ້ນ ຂ້າພະເຈົ້າບໍ່ແນະນຳໃຫ້ໄປຮ່ວມໃນງານດ້ານສັງຄົມ ເພາະບ່ອນທີ່ມີການຊຸມນຸມກັນນັ້ນແມ່ນບໍ່ມີການຄຸ້ມຄອງ ກໍລະນີຕິດເຊື້ອທີ່ເພີ້ມຂຶ້ນທົ່ວປະເທດນັ້ນ ແມ່ນມາຈາກບ່ອນທີ່ບໍ່ມີການຄຸ້ມຄອງ ແລະຈະບໍ່ຄ່ອຍເຫັນຢູ່ໃນບ່ອນທີ່ມີການບັງຄັບໃຫ້ໃສ່ໜ້າກາກ ແລະການຢູ່ຫ່າງກັນ ໃນບາງບ່ອນກໍມີແຜ່ນແກ້ວໃສກັ້ນເຊັ່ນ ຢູ່ຮ້ານອາຫານ ສ່ວນບ່ອນທີ່ມີການຕິດແປດກັນຫຼາຍນັ້ນ ແມ່ນຢູ່ໃນການຊຸມນຸມກັນ ເຊັ່ນງານດອງ ງານສົ່ງສະການ ແລະຢູ່ບ້ານເຮືອນ ຂ້າພະເຈົ້າແນະນຳໃຫ້ຢູ່ໃນບ້ານ ອອກໄປໄດ້ພຽງແຕ່ສຳລັບທຸລະທີ່ຈຳເປັນເທົ່ານັ້ນ ຖ້າຕ້ອງໄດ້ອອກໄປ ໃຫ້ທ່ານເຮັດສາມຢ່າງທີ່ສຳຄັນນີ້ ຢູ່ຫ່າງກັນ 6 ຟຸດ (ປະມານ 2 ແມັດ) ແລະລ້າງມືເລື້ອຍໆ ແນ່ນອນ ຕ້ອງໃສ່ໜ້າກາກ ທັງສາມຢ່າງນີ້ ແມ່ນສຳຄັນຍິ່ງ ເພື່ອປົກປ້ອງຄອບຄົວຂອງທ່ານແລະຄົນອື່ນນຳດ້ວຍ.”

ໃນປັດຈຸບັນນີ້ ທ່ານນາງ ກໍໄດ້ກັກໂຕຢູ່ໃນບ້ານ ເພື່ອພັກຟື້ນຈາກພະຍາດໂຄວິດ-19 ຢູ່.

XS
SM
MD
LG