ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວລາວອາເມຣິກັນ ຈຳນວນນຶ່ງ ບໍ່ໃຫ້ຄວາມສໍາຄັນ ກັບຄຳແນະນໍາ ປ້ອງກັນໂຄວິດ-19


ການກວດພະຍາດໂຄວິດ-19 ທີ່ນະຄອນນິວຢອກ.
ການກວດພະຍາດໂຄວິດ-19 ທີ່ນະຄອນນິວຢອກ.

ຄົນອາເມຣິກັນເຊື້ອສາຍລາວຫຼາຍໆຄົນ ກໍບໍ່ແຕກຕ່າງຫຍັງກັບຄົນອາເມຣິກັນຜູ້ ທີ່ບໍ່ເຊື່ອ ຫຼືບໍ່ໃຫ້ຄວາມສົນໃຈກັບຄຳຮຽກຮ້ອງຂອງທາງການແພດໃຫ້ພາໃສ່ໜ້າ ກາກແລະຄຳແນະນຳຕ່າງໆ ເພື່ອປ້ອງກັນການແຜ່ລະບາດໂຄວິດ-19.

ນັກເຄື່ອນໄຫວສັງຄົມລາວອາເມຣິກັນຄົນນຶ່ງ ທີ່ບໍ່ປະສົງອອກຊື່ຢູ່ເມືອງແວນຄູເວີ ລັດວໍຊິງຕັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອສຸດຂອງສະຫະລັດໄດ້ສະແດງ ເປັນຫ່ວງ ກ່ຽວກັບສະພາບການເປັນຢູ່ຂອງສະມາຊິກປະຊາຄົມລາວອາເມຣິກັນ ທີ່ບໍ່ໃຫ້ຄວາມສຳຄັນຕໍ່ກົດລະບຽບປ້ອງກັນໂຄວິດ19 ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງວ່າ:


ເທົ່າທີ່ຜ່ານມາ ໂຄວິດ-19 ທີ່ແຜ່ລາມອອກໄປຢູ່ທົ່ວໂລກນັ້ນ ບໍ່ໄດ້ເລືອກຊົນຊັ້ນ ວັນ
ນະ ຜິວພັນ ແລະຄວາມເຊື່ອຖືດ້ານສາດສະໜາໃດໆ. ຫຼາຍກວ່າ 1 ລ້້ານ 1 ແສນຄົນ
ໄດ້ເສຍຊີວິດໄປແລ້ວ ແລະອີກກວ່າ 43 ລ້ານກວ່າຄົນ ໄດ້ຕິດເຊື້ອ ໂຄວິດ-19 ຢູ່ທົ່ວ
ໂລກ ອີງຕາມລາຍງານຫລ້າສຸດຈາກ ສູນກາງຊັບພະຍາກອນ ໄວຣັສໂຄໂຣນາ ຂອງ
ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ທີ່ສະຫະລັດອາເມ ຣິກາ. ພວກເຈົ້າໜ້າທີ່ມີ
ຄວາມເປັນຫ່ວງທີ່ສຸດທີ່ຄື້ນຟອງໂຄວິດ-19ຈະກັບຄືນມາໃໝ່ອີກ ໃນລະດູໜາວຈະ
ມາເຖິງນີ້.

XS
SM
MD
LG