ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ-ອາເມຣິກັນ ໃນນະຄອນແອັດແລນຕາ, ລັດຈໍເຈຍ ອອກມາປະທ້ວງ ຕໍ່ຕ້ານຄວາມກຽດຊັງຄົນເອເຊຍ


ຄົນລາວ-ອາເມຣກັນຈໍານວນນຶ່ງຈາກລັດຄາລິຟໍເນຍ ແລະລັດຈໍເຈຍ ເຂົ້າຮ່ວມການປະທ້ວງ ຕ້ານການກຽດຊັງຄົນເອເຊຍ
ຄົນລາວ-ອາເມຣກັນຈໍານວນນຶ່ງຈາກລັດຄາລິຟໍເນຍ ແລະລັດຈໍເຈຍ ເຂົ້າຮ່ວມການປະທ້ວງ ຕ້ານການກຽດຊັງຄົນເອເຊຍ

ປາກົດວ່າປີກວ່າມານີ້ ການກໍ່ອາຊະຍາກໍາ ທີ່ເກີດມາຈາກຄວາມກຽດຊັງຄົນເຊື້ອສາຍເອເຊຍໃນສະຫະລັດແມ່ນນັບມື້ນັບແຮງຂຶ້ນ ໂດຍສະເພາແມ່ນຢູ່ໃນຕົວ ເມືອງໃຫຍ່ໆ ບ່ອນທີ່ມີຄົນເອເຊຍອາໄສຢູ່ເປັນຈໍານວນຫລາຍ. ໃນອາທິດແລ້ວນີ້ ກໍມີເຫດການກໍ່ຄວາມຮຸນແຮງທີ່ສຸດຕໍ່ຄົນ ໃນຮອບຫລາຍປີຜ່ານມາໂດຍຊາຍຜິວຂາວຄົນນຶ່ງທີ່ຍິງຮ້ານອາບອົບນວດຂອງຄົນເຊື້ອສາຍເກົາຫລີ 3 ຮ້ານທີ່ນະຄອນແອັດແລນຕາ, ລັດຈໍເຈຍທີ່ເຮັດໃຫ້ແມ່ຍິງເຊື້ອສາຍເກົາຫລີ 6 ຄົນ ເສຍຊີວິດໄປ ນັ້ນ. ຈາກນັ້ນກໍມີເຫດການຮຸນແຮງເກີດຂຶ້ນເກືອບທຸກມື້ຢູ່ໃນເມືອງໃຫຍ່ທີ່ມີຄົນເຊື້ອສາຍເອເຊຍອາໄສຢູ່ຫລາຍແຫ່ງນັ້ນ ດັ່ງທີ່ທ່ານນາງ ເອມມີ ຈອມທະຄໍາທີ່ອາໄສຢູ່ໃກ້ບ່ອນເກີດເຫດການເຫລົ່ານີ້ ເລົ່າສູ່ຟັງວ່າ:

ທ.ນ. ເອມມີ ຈອມທະຄໍາພ້ອມດ້ວຍໝູ່ເພື່ອນຄົນລາວເຂົ້າຮ່ວມການໂຮມຊຸມນຸມທີ່ເມືອງແອັດແລນຕາ, 20 ມີນາ, 2021
ທ.ນ. ເອມມີ ຈອມທະຄໍາພ້ອມດ້ວຍໝູ່ເພື່ອນຄົນລາວເຂົ້າຮ່ວມການໂຮມຊຸມນຸມທີ່ເມືອງແອັດແລນຕາ, 20 ມີນາ, 2021

ເຫດການເຫລົ່ານີ້ເຮັດໃຫ້ປະຊາຄົມລາວທີ່ມີຢູ່ປະມານ 10 ພັນ ຄົນໃນນະຄອນ ດັ່ງກ່າວ ເກີດຄວາມຢ້ານກົວ ແລະອຸກອັ່ງໃຈຫລາຍ. ທ່ານນາງເອງກໍຮູ້ສຶກ ຂວັນເສຍຍ້ອນໄດ້ໄປໃຊ້ບໍລິການອົບນວດຢູ່ໃກ້ບ່ອນທີ່ຖືກຍິງນັ້ນໃນ 4 ມື້ ກ່ອນເກີດເຫດການດັ່ງກ່າວ. ຕໍ່ສະພາບການນີ້ທ່ານນາງພ້ອມ ກັບຊາວໜຸ່ມ ລາວ-ອາເມຣິກັນປະມານ 40 ຄົນ ພ້ອມກັບນັກເຄື່ອນໄຫວເຊື້ອສາຍລາວ ທີ່ຫ້າວຫັນຊື່ທ້າວຈິມມີມາຈາກ ລັດຄາລິຟໍເນຍກໍໄດ້ເຂົ້າຮ່ວມ ການໂຮມຊຸມນຸມ ໃນນະຄອນດັ່ງກ່າວໃນວັນເສົາຜ່ານນີ້ຊຶ່ງທ່ານນາງເລົ່າສູ່ຟັງວ່າ:

ເຖິງແມ່ນມີຫລາຍຄົນບໍ່ກ້າອອກໄປປະທ້ວງ ຍ້ອນເປັນຫ່ວງວ່າຈະຕິດໂຄວິດ-19 ກໍຕາມ ແຕ່ກໍຍັງມີຫລາຍ 10 ພັນຄົນຈາກລັດຈໍເຈຍ ແລະລັດອື່ນໆ ທີ່ໂຮມຊຸມ ນຸມໃຫຍ່ຄັ້ງນີ້ ເພື່ອຕໍ່ຕ້ານເຫດການກໍ່ຄວາມຮຸນແຮງຕໍ່ຄົນເຊື້ອສາຍເອເຊຍ. ນອກຈາກ ກໍຍັງມີບັນດານັກການເມືອງຫຼາຍຄົນ ເຊັ່ນສະມາຊິກສະພາສູງທັງ ຂັ້ນລັດຖະບານກາງແລະຂັ້ນລັດ ກໍໄດ້ໃຫ້ອອກມາສະໜັບສະໜຸນ ແລະ ກ່າວປະນາມການກໍ່ຄວາມຮຸນແຮງທີ່ເກີດມາຈາກຄວາມກຽດ ຊັງຄົນ ເອເຊຍອີກດ້ວຍ ແລະທ່ານນາງເອມມີເອງ ພ້ອມກັບໝູ່ເພື່ອນເຊື້ອ ສາຍລາວ ກໍໄດ້ພາກັນພະຍາຍາມ ຂໍຮ້ອງໃຫ້ຜູ້ປົກຄອງຄາວຕີທ່ານນາງ ຢູ່ ປັບປຸງ ກົດໝາຍກ່ຽວກັບການກໍ່ອາຊະຍາກໍາຂອງເມືອງນັ້ນໃຫ້ຮັດກຸມຂຶ້ນ ກວ່າເກົ່າ.

XS
SM
MD
LG