ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ໃນລັດເທັກຊັສ ນອກຈາກປະສົບກັບພາຍຸຫິມະແລ້ວ ຍັງສູ້ຊົນກັບພະຍາດໂຄວິດ-19 ນຳດ້ວຍ


ທ່ານລຳແກ້ວ ສຸນດາຣາ ອາໄສຢູ່ໃນເມືອງດາລັສ ຂອງລັດເທັກຊັສ ມາເປັນເວລາດົນນານ ກ່າວເຖິງສະພາບການຂອງໂຄວິດ-19 ໃນຊຸມຊົນຊາວລາວ.
ທ່ານລຳແກ້ວ ສຸນດາຣາ ອາໄສຢູ່ໃນເມືອງດາລັສ ຂອງລັດເທັກຊັສ ມາເປັນເວລາດົນນານ ກ່າວເຖິງສະພາບການຂອງໂຄວິດ-19 ໃນຊຸມຊົນຊາວລາວ.

ລັດເທັກຊັສ ເມື່ອສອງອາທິດຜ່ານມານີ້ ໄດ້ຖືກກະທົບຢ່າງໜັກຈາກພາຍຸຫິມະແລະສະພາບອາກາດທີ່ໜາວເຢັນເປັນປະຫວັດການ ຊຶ່ງກໍ່ໃຫ້ເກີດໄຟຟ້າດັບ ການຂາດນ້ຳສະອາດເພື່ອເຮັດຢູ່ເຮັດກິນ ຍ້ອນທໍ່ນ້ຳຢູ່ໃນຫຼາຍໆພື້ນທີ່ໃນລັດ ແຂງເປັນນ້ຳກ້ອນ ສົ່ງຜົນເຮັດໃຫ້ເຮືອນຫຼາຍຫຼັງແລະຕຶກອາຄານບ້ານພັກເກີດໄຟໃໝ້ ຮວມໃນນັ້ນມີເຮືອນຂອງຄອບຄົວຄົນລາວນຳດ້ວຍ ອີງຕາມການກ່າວຂອງທ່ານລຳແກ້ວ ສຸນດາລາ ພົນລະເມືອງດາລັສ ລັດເທັກຊັສ. ນອກຈາກນັ້ນແລ້ວ ປະຊາຊົນໃນລັດເທັກຊັສ ຍັງປະສົບກັບບັນຫາໂຣກລະບາດຂອງພະຍາດໂຄວິດ-19 ຮອບສອງ ທີ່ສູງກວ່າລັດອື່ນໆນຳດ້ວຍ ດັ່ງທີ່ທ່ານລຳແກ້ວ ກ່າວຕໍ່ວີໂອເອລາວວ່າ:

ທ່ານລຳແກ້ວ ກ່າວອີກວ່າ ການລະບາດຂອງໄວຣັສໂຄໂຣນາ ຮອບທີນຶ່ງນັ້ນມີ ຄົນຕິດເຊື້ອໄວຣັສຫຼາຍແຕ່ຄົນລາວບໍ່ຄ່ອຍໄດ້ຍິນວ່າມີຄົນເສຍຊີວິດ ແຕ່ໃນຮອບທີສອງ ໃນໄລຍະສອງສາມເດືອນຜ່ານມານີ້ ມີຄົນລາວຕາຍຫຼາຍໃນແຕ່ລະອາທິດ “ກະປະມານໄດ້ວ່າມີຢູ່ 20 ຫາ 30 ຄົນ ໃນສອງເດືອນຜ່ານມານີ້.”

XS
SM
MD
LG