ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ​ລາວ ໃນ​ສະ​ຫະ​ລັດ ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢາກ​ສັກ​ຢາ​ວັກ​ຊີນ COVID ບູ​ສ​ເຕີ ເຂັມ​ທີ​ສອງ ໃນ​ຂະ​ນະ​ທີ່​ສາຍ​ພັນ​ໃໝ່​ກຳ​ລັງ​ລະ​ບາດ


ພະ​ຍາ​ບານ​ຄົນ​ນຶ່ງ​ຕື່ມ​ເຂັມ​ສັກ​ຢາ​ດ້ວຍ​ວັກ​ຊີນ​ກັນ COVID-19 ຢູ່​ສະ​ຖານ​ທີ່​ສັກ​ຢາ​ຊົ່ວ​ຄາວ​ໃນ​ເກາະ ສ​ເຕ​ເທັນ, ລັດ​ ນິວຢອກ, 8 ເມ​ສາ, 2021.
ພະ​ຍາ​ບານ​ຄົນ​ນຶ່ງ​ຕື່ມ​ເຂັມ​ສັກ​ຢາ​ດ້ວຍ​ວັກ​ຊີນ​ກັນ COVID-19 ຢູ່​ສະ​ຖານ​ທີ່​ສັກ​ຢາ​ຊົ່ວ​ຄາວ​ໃນ​ເກາະ ສ​ເຕ​ເທັນ, ລັດ​ ນິວຢອກ, 8 ເມ​ສາ, 2021.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ທີ່​ມີ​ອາ​ຍຸ 50 ປີ​ຂຶ້ນ​ໄປ​ສັກ​ຢາບູ​ສ​ເຕີ ຫຼື ເຂັມ​ເພີ່ມເພື່ອ​ກັນ ໂຄວິດ-19, ໃນ​ຂະ​ນະ​ທີ່​ໄວ​ຣັ​ສ​ສາຍ​ພັນ​ໂອ​ໄມ​ຄ​ຣອນ BA.5 ກຳ​ລັງ​ເຮັດ​ໃຫ້​ຄົນ​ຕິດ​ເຊື້ອ​ຢ່າງຫຼວງຫຼາຍ ແລະ ວ່ອງ​ໄວ.

ແມ່​ຍິງ​ລາວທີ່​ອາ​ໄສ​ຢູ່​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ຜູ້​ທີ່​ມີ​ແຜນ​ຈະ​ໄປ​ສັກ​ຢາ​ບູ​ສ​ເຕີ​ໃນ​ໄວ​ໆ​ນີ້​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ລາວ​ວ່າ, “ເອື້ອຍ​ຈະ​ໄປ​ສັກ​ຢາ​ບູ​ສ​ເຕີ​ໄວໆ​ນີ້​ແຫຼະ ເພາະ​ວ່າ​ຢ້ານ​ຕິດ​ໂຄວິດ​ແຮງ. ໝູ່​ຂອງ​ເອື້ອຍຫຼາຍ​ຄອບ​ຄົວ​ກະ​ພາ​ກັນ​ຕິດ. ໄດ້​ຍິນ​ເຂົາ​ປະ​ກາດ​ໃນ​ຂ່າວ​ວ່າ​ ຊິ​ມີວັກ​ຊີນ​ກັນ​ໂອ​ໄມ​ຄ​ຣອນ​ໂດຍ​ສະ​ເພາະ​ອອກ​ມາ​ໃນ​ລະ​ດູ​ໃບ​ໄມ່ຫຼົ່ນ​ນີ້ ແຕ່​ເອື້ອຍບໍ່​ຢາກ​ຖ້າ​ຮອດ​ພຸ້ນ. ຊິ​ໄປ​ສັກ​ໂຕ​ທີ່​ເພິ່ນ​ມີນີ້​ກ່ອນ ບາດ​ແລ້ວ​ຈຶ່ງວ່າ​ກັນ​ໃໝ່ ເອື້ອຍ​ຄິດ​ວ່າ​ມັນ​ຄົງ​ຊິ​ບໍ່​ຕ່າງ​ຫຍັງຫຼາຍ, ຄັນ​ຊິ​ວ່າ​ລະ​ກະ​ປ້ອງ​ກັນ​ໂຕ​ໄວ້​ກ່ອນ​ເນາະ.”

ຂໍ້​ມູນ​ເບື້ອງ​ຕົ້ນ​ຈາກ​ສູນ​ກາງ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂຣກ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ​ຜູ້​ໃຫຍ່​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 50 ປີ​ມີ​ອັດ​ຕາ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ວິດ​-19 ສູງກວ່າ​ກຸ່ມ​ອາ​ຍຸ​ອື່ນໆ ເມື່ອ​ທ້າຍ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ປ້ອງ​ກັນ​ໂຄວິດ-19 ທີ່​ດີກວ່​າໝູ່​ແມ່ນ​ໃສ່​ໜ້າ​ກາກ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຢູ່​ໃນ​ບ່ອນ​ທີ່​ມີ​ອາ​ກາດ​ໂລ່ງ.

ຢາ​ວັກ​ຊີນ ແລະ ເຂັມ​ບູ​ສ​ເຕີ​ຕ່າງໆ​ຈະ ​ໃຫ້​ການ​ປ້ອງ​ກັນທີ່ແຂງ​ແກ່ນ​ຕໍ່​ການ​ຕິດ​ເຊື້ອ​ ທີ່​ຈະ​ເຮັດ​ໃຫ້​ເຂົ້າ​ໂຮງ​ໝໍ ຫຼື ຫ້ອງ​ມໍ​ລະ​ສຸມ. ເຂັມ​ບູ​ສ​ເຕີ​ນຶ່ງ​ຈະ​ມີ​ປະ​ສິດ​ທິ​ພາບ​ຕໍ່​ຜູ້​ໃຫຍ່​ອາ​ຍຸ 18 ຫາ 64 ປີ​ເຖິງ 84 ເປີ​ເຊັນ ແລະ ຈະ​ຕົກ​ລົງ​ມາ​ປະ​ມານ 53.6 ເປີ​ເຊັນຫຼັງ​ຈາກ 4 ເດືອນ ອີງ​ຕາມ​ຂໍ້​ມູນ​ຂອງ ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ.

XS
SM
MD
LG