ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສັງຄົມລາວອາເມຣິກັນ ທີ່ສະໜັບ ສະໜູນ ພັກເດໂແຄຣັດ ແລະຣິພັບບລິກັນ


ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ ທີ່ສະໝັກເປັນປະທານາທິບໍດີ ກ່າວຄຳປາໄສ ວັນທີ 20 ສິງຫາ 2020 ທີ່ the Chase Center ໃນເມືອງ Wilmington ລັດເດລາແວ. Photo/Andrew Harnik)
ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ ທີ່ສະໝັກເປັນປະທານາທິບໍດີ ກ່າວຄຳປາໄສ ວັນທີ 20 ສິງຫາ 2020 ທີ່ the Chase Center ໃນເມືອງ Wilmington ລັດເດລາແວ. Photo/Andrew Harnik)

ການໂຄສະນາຫາສຽງເອົາຜູ້ຕາງໜ້າພັກເດໂມແຄຣັດ ແລະຣີພັບບລິກກັນ ເພື່ອລົງແຂ່ງຂັນເປັນປະທານາທິບໍດີ ແລະຮອງປະທານາທິບໍດີ ຫາກໍໄດ້ສິ້ນສຸດລົງ ແຕ່ວ່າການໂຄສະນາຫາສຽງຍັງດຳເນີນຢູ່ອີກຕໍ່ໄປຈົນຮອດວັນປ່ອນບັດເລືອກ ຕັ້ງທົ່ວໄປ ໃນວັນທີ 3 ພະຈິກ 2020 ຈະມາເຖິງນີ້. ເພາະສະນັ້ນ ວີໂອເອພາກພາສາລາວ ໄດ້ນຳເອົາຄວາມຮູ້ສຶກຂອງທ່ານບຸນຈັນ ໄຊຍະວົງ ຊາວລາວອາເມຣິກັນ ຜູ້ມີສິດປ່ອນບັດລົງຄະແນນສຽງມາສະເໜີທ່ານ ກ່ຽວກັບກັບສິດເສລີພາບໃນການເລືອກເອົາຜູ້ນຳຂອງສະຫະລັດ.

ທ່ານບຸນຈັນ ໄຊຍະວົງ ຢູ່ທີ່ລັດຄາລີຟໍເນຍ ທາງພາກຕາເວັນຕົກຂອງ ສະຫະລັດ ສັງກັດພັກເດໂມແຄຣັດມາແຕ່ຕົ້ນໆ ທ່ານໄດ້ໃຫ້ຂໍ້ສັງເກດກ່ຽວກັບ ປະທານາທິບໍດີ ດໍຣໂນລ ທຣຳ ຕໍ່ວີໂອເອພາກພາສາລາວ ດັ່ງນີ້:

ທ່ານບຸນຈັນ ໄຊຍະວົງ
ທ່ານບຸນຈັນ ໄຊຍະວົງ

ໃນຂະນະດຽວກັນ ສຸພາບສະຕີລາວອາເມຣິກັນອີກທ່ານນຶ່ງ ຜູ້ທີ່ໄດ້ໃຊ້ສິດ ໃນການເລືອກຕັ້ງ ປ່ອນບັດລົງຄະແນນສຽງເລືອກເອົາປະທານາທິບໍດີຫຼາຍຄົນ ມາໄດ້ 30 ປີແລ້ວນັ້ນ ກໍຄື ຍານາງລີດານາ ສະຫວັນ ຕັ້ງຖິ່ນຖານຢູ່ລັດ ວິສຄັນຊິນ ທາງພາກາງຂອງສະຫະລັດ ໄດ້ໃຫ້ຄວາມຄິດເຫັນຕໍ່ ວີໂອເອ ພາກພາສາລາວ ກ່ຽວກັບການເລື້ອຕັ້ງປະທານາທິບໍດີ ທີ່ຜ່ານມາ ແລະທີ່ໃກ້ຈະມາເຖິງນີ້ວ່າ:

ຍານາງລີນາດາ ສະຫວັນ
ຍານາງລີນາດາ ສະຫວັນ

ເນື່ອງຈາກການລະບາດຂອງໄວຣັສໂຄວິດ-19 ການໂຄສະນາຫາສຽງເລືອກຕັ້ງ ຄັ້ງນີ້ ທີ່ຜູ້ສະໝັກເປັນປະທານາທິບໍດີ ຈຶ່ງຕ້ອງໄດ້ໃຊ້ຍຸດທະສາດ ການໂຄສະນາຫາສຽງຜ່ານທາງໂທລະພາບ ຜ່ານທາງຄອມພິວເຕີ້ ສື່ສັງຄົມຕ່່າງໆ ແລະອອນໄລນ໌ ທີ່ບໍ່ເຄີຍມີມາກ່ອນໃນປະວັດສາດ ເພື່ອຫລີກລ່ຽງການໂຮມຊຸມນຸມທີ່ແອອັດນັ້ນ.

XS
SM
MD
LG