ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນເຊື້ອສາຍລາວ ຮ່ວມສະຫຼອງບຸນຂອບຄຸນພະເຈົ້າ ປະຈຳປີ 2021


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຮ່ວມພິທີໂຜດໄກ່ງວງຊື່ວ່າ Peanut Butter ທີ່ສວນກຸຫລາບທຳນຽວຂາວ ວັນທີ 19 ພະຈິກ 2021. ຮ່ວມໃນພິທີ ຈາກຊ້າຍ ທ່ານ Phi Seger ປະທານສະຫະພັນໄກ່ງວງແຫ່ງຊາດ ແລະທ່ານນາງ Andrea Welp ເຈົ້າຂອງຟາມລ້ຽງໄກ່ງວງ ຈາກລັດອິນເດຍນາ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຮ່ວມພິທີໂຜດໄກ່ງວງຊື່ວ່າ Peanut Butter ທີ່ສວນກຸຫລາບທຳນຽວຂາວ ວັນທີ 19 ພະຈິກ 2021. ຮ່ວມໃນພິທີ ຈາກຊ້າຍ ທ່ານ Phi Seger ປະທານສະຫະພັນໄກ່ງວງແຫ່ງຊາດ ແລະທ່ານນາງ Andrea Welp ເຈົ້າຂອງຟາມລ້ຽງໄກ່ງວງ ຈາກລັດອິນເດຍນາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ແມ່ນວັນພະຫັດອາທິດທີສີ່ ຂອງເດືອນ ພະຈິກ ຕາມ
ປະເພນີແລ້ວຊາວອາເມຣິກັນພາກັນສະຫລອງບຸນຂອບຄຸນພະເຈົ້າ ຫຼື Thanksgiving
ຊຶ່ງເປັນບຸນໃຫຍ່ປະຈໍາປີຕາມພາສາຊາວບ້ານເອີ້ນກັນຫຼິ້ນໆ ວ່າ ບຸນໄກ່ງວງ ທີ່ໄດ້ສະ
ຫຼອງກັນມາເປັນເວລາດົນກວ່າສອງຮ້ອຍປີແລ້ວ ເພາະ ສະນັ້ນ ລາຍການຊີວິດຊາວລາວ
ໃນຕ່າງແດນຂອງວີໂອເອແລງມື້ນີ້ ກິ່ງສະຫວັນ ຈະຖືໂອກາດນີ້ ນໍາເອົາການໂອ້ລົມກັບ
ຊາວອາເມຣິກັນເຊື້ອສາຍລາວ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການປຸງແຕ່ງໄກ່ງວງ ທີໜ໊າແຊບ
ການປຸງແຕ່ງໄກ່ງວງ ທີໜ໊າແຊບ

ມື້ນີ້ແມ່ນວັນພະຫັດ ວັນທີ 25 ພະຈິກ ຊຶ່ງເປັນວັນບຸນ "Thanksgiving" ຫຼື ບຸນ ຂອບຄຸນ
ພະເຈົ້າ ປີ 2021 ອັນເປັນບຸນໃຫຍ່ປະຈຳປີຂອງສະຫະລັດທີ່ໄດ້ສະຫຼອງ ກັນມາເປັນເວ
ລາສອງຮ້ອຍກວ່າປີແລ້ວ. ຄວາມສຳຄັນຂອງບຸນນີ້ກໍເພື່ອລະນຶກເຖິງ ວັນຂອບຄຸນພະເຈົ້າ
ແລະຊາວອິນເດຍແດງ ທີ່ເປັນຄົນພື້ນເມືອງໄດ້ຊົດຊ່ວຍຊາວອັງກິດ ຜູ້ທີ່ໄດ້ປະສົບກັບ
ຄວາມອຶດຢາກໃນການເຂົ້າມາຕັ້ງຖິ່ນຖານຢູ່ແຜ່ນດິນໃໝ່ ໃນປີ 1620 ທີ່ຮູ້ກັນຈົນທຸກມື້ນີ້
ວ່າ ອາເມຣິກາ.

ເນື່ອງຈາກການແຜ່ລະບາດ ຂອງໄວຣັສໂຄໂຣນາ ໃນໄລຍະສອງປີທີ່ຜ່ານມານີ້ການ
ເຕົ້າໂຮມສະຫຼອງບຸນຕ່າງໆໄດ້ຖືກຈຳກັດຮັດແຄບ ແລະບັດນີ້ກົດລະບຽບໄດ້ ເລີ້ມຄ່ອຍໆ
ມີການໂຍະຍານຜ່ອນຜັນ ດ້ວຍການສັກຢາວັກຊີນປ້ອງກັນ.

ເຄື່ອງດື່ມ Raspberry Bellini.
ເຄື່ອງດື່ມ Raspberry Bellini.

ໃນໂອກາດສະຫລອງບຸນຂອບຄຸນພະເຈົ້ານີ້ ປະຊາຊົນອາເມຣິກັນຫລາຍລ້ານຄົນພາ
ກັນເດີນທາງໄປຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງຢູ່ທຸກຫົນແຫ່ງ. ນອກຈາກນັ້ນ ເຂົາເຈົ້າ
ກໍພາກັນຊື້ອາຫານການກິນ ເຄື່ອງດື່ມ ເພື່ອຕ້ອນຮັບລ້ຽງສະຫລອງບຸນຄັ້ງ ນີ້. ກ່ອນຈະ
ຮອດມື້ບຸນວັນຂອບຄຸນພະເຈົ້າ ຢູ່ທີ່ທໍານຽບຂາວໄດ້ມີພິທີໂຜດໄກ່ງວງ ໂດຍປະທານາ
ທິບໍດີ ຂອງສະຫະລັດ. ຢູ່ນະຄອນນິວຢອກ ກໍມີການເດີນສວນສະໜາມປະຈຳປີຢ່າງ
ຄຶກຄື້ນ.

ການສະຫຼອງບຸນ Thanksgiving Day ປີທີ 95 ຢູ່ Manhattan ນະຄອນນິວຢອກ ວັນທີ 25 ພະຈິກ 2021.
ການສະຫຼອງບຸນ Thanksgiving Day ປີທີ 95 ຢູ່ Manhattan ນະຄອນນິວຢອກ ວັນທີ 25 ພະຈິກ 2021.

ບັດນີ້ເຮົາມາຟັງການໂອ້ລົມກັບຊາວອາເມຣິກັນເຊື້ອສາຍລາວເບິ່ງວ່າ ເຂົາເຈົ້າພາກັນ
ມີຄວາມຮູ້ສຶກຢ່າງໃດ ແລະບຸນ Thanksgiving ດັ່ງກ່າວນີ້ມີຄວາມໝາຍຢ່າງ ໃດສຳ
ລັບເຂົາເຈົ້າ ຊຶ່ງທ່ານສຸລິສານ ວັນນະລາດ ຢູ່ທີ່ລັດຄາລິຟໍເນຍ ຕັ້ງຢູ່ທາງຕາເວັນຕົກ
ຂອງສະຫະລັດໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້ :

ໄກ້ງວງປ່າກຳລັງຂ້າມທາງກ່ອນວັນຂອບຄຸນພະເຈົ້າ ຢູ່ທີ່ Staten Island, ລັດນຶວຢອກ, ວັນທີ 25 ພະຈິກ 2020.
ໄກ້ງວງປ່າກຳລັງຂ້າມທາງກ່ອນວັນຂອບຄຸນພະເຈົ້າ ຢູ່ທີ່ Staten Island, ລັດນຶວຢອກ, ວັນທີ 25 ພະຈິກ 2020.

ການສະຫຼອງບຸນວັນ Thanksgiving ມີຄວາມໝາຍເພື່ອລະນຶກເຖິງຄວາມຍາກລຳບາກ
ຂອງການເຂົ້າມາຕັ້ງຊີວິດ ຢູ່ໃນແຜ່ນດິນໃໝ່ ທີ່ຮ້ອງວ່າ ອາເມຣິກາ ໃນສັດ ຕະວັດທີ 17.
ແຕ່ຕົກມາເຖິງສັດຕະວັດ ທີ 20 ຊາວອາເມຣິກັນເຊື້ອສາຍລາວ ແລະຊົນຊາດອື່ນໆ ທີ່ໜີ
ໄພການເມືອງມາເພິ່ງພາອາໄສ ກໍເຫັນວ່າ ມີຄວາມໝາຍດີ ໃນການສະຫຼອງເພື່ອສະແດງ
ຄວາມຮູ້ບຸນຄຸນຕໍ່ປະເທດສະຫະລັດອາເມຣິກາ ທີ່ ໄດ້ໃຫ້ຄວາມອຸບປະກາລະທຸກຢ່າງ.
ຍານາງຈັນທະພອນ ໄຊຍະກຸມມານ ຢູ່ທີ່ລັດເທັກຊັສ ຊຶ່ງເປັນລັດໃຫຍ່ ຕັ້ງຢູ່ພາກກາງໃຕ້
ສຸດຂອງສະຫະລັດ ເປັນຂົງເຂດທີ່ມີ ປະຊາຊົນອາເມຣິກັນເຊື້ອສາຍລາວ ພາກັນພັກພາ
ອາໄສຢ່າງໜາແໜ້ນ. ຍານາງຈັນທະພອນ ໄດ້ກ່າວເຖິງການສະຫຼອງບຸນ
Thanksgiving ສູ່ວີໂອເອຟັງດັ່ງນີິ້:

ການຕົກແຕ່ງໝາກໄມ້
ການຕົກແຕ່ງໝາກໄມ້

ໃນວັນສະຫຼອງ Thanksgiving ມື້ນີິ້ ຖະໜົນຫົນທາງມິດງຽບລົງຫຼາຍ ມີອາກາດໜາວ
ເຢັນ ບາງບ້ານເຮືອນຈະສັງເກດເຫັນລົດຈອດຢາຍເຕັມ ອັນບອກໃຫ້ຮູ້ວ່າ ມີ ຍາດຕິພີ່
ນ້ອງໝູ່ເພື່ອນພາກັນມາເຕົ້າໂຮມຊຸມແຊວກັນຢ່າງຄຶກຄື້ນ. ເວລາຊາວອາເມຣິກັນເຫັນ
ກັນໃນຍາມບຸນດັ່ງກ່າວນີ້ ເຂົາເຈົ້າຈະເວົ້າວ່າ Happy Thanks- giving ຫຼື ສຸກສັນວັນ
ຂອບຄຸນພະເຈົ້າ.ບັດນີ້ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງມະນີວັນ ສອນປະເສີດ
ຢູ່ທີ່ລັດເດລາແວ ຕັ້ງຢູ່ທາງພາກຕາເວັນອອກ ຂອງສະຫະລັດ. ຍານາງມະນີວັນ ໄດ້ເຂົ້າ
ມາຕັ້ງຖິ່ນຖານ ຢູ່ໃນສະຫະລັດກວ່າສີ່ສິບປີແລ້ວ ລ້ຽງລູກຈົນໃຫຍ່ກ້າໜ້າບານ ເປັນຄອບ
ເປັນຄົວກັນໄປໝົດທຸກຄົນແລະໄດ້ພາລູກເຕົ້າສະຫລອງບຸນຂອບຄຸນພະເຈົ້າທຸກໆປີໂດຍ
ການເຮັດຢູ່ເຮັດກິນຊຸມແຊວກັນ. ຍານາງມະນີວັນ ກ່າວວ່າ ດຽວນີ້ຍານາງອາຍຸໄດ້ 72 ປີ
ແລ້ວຕ້ອງການພັກຜ່ອນ ແລະບັດນີ້ ແມ່ນໜ້າທີ່ ຂອງພວກລູກ ທີ່ຕ້ອງເຮັດໃຫ້ແມ່ກິນ ຊຶ່ງ
ຍານາງມະນີວັນ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:


ໝາກອຶ ຢູ່ເມືອງ Springfield ລັດເວີຈີເນຍ ສະແດງໃຫ້ຮູ້ວ່າລະດູໃບໄມ້ຫລົ່ນ ແລະການສະຫລອງວັນຄອບຄຸນພະເຈົ້າມາເຖິງແລ້ວ
ໝາກອຶ ຢູ່ເມືອງ Springfield ລັດເວີຈີເນຍ ສະແດງໃຫ້ຮູ້ວ່າລະດູໃບໄມ້ຫລົ່ນ ແລະການສະຫລອງວັນຄອບຄຸນພະເຈົ້າມາເຖິງແລ້ວ

ຫຼັງຈາກການສະຫຼອງບຸນວັນຂອບຄຸນພະເຈົ້າຜ່ານໄປແລ້ວ ບັດນີ້ຊາວອາເມຣິກັນ ກຳ
ລັງພາກັນຫ້າງຫາກະກຽມການສະຫຼອງບຸນຄຣິສມັສຫຼືບຸນວັນປະສູດຂອງພະເຢ ຊູເຈົ້າ
ໃນວັນທີ 25 ທັນວາ ຈະມາເຖິງນີ້ ຊຶ່ງຈະຕິດຕາມດ້ວຍການສົ່ງທ້າຍປີເກົ່າ 2021 ແລະ
ຕ້ອນຮັບປີໃໝ່ 2022 ໃນວັນທີ 31 ທັນວາ ທີ່ຈະມາເຖິງນີ້.

ການຕົກແຕ່ງໂຕະອາຫານ ຕ້ອນຮັບສະມາຊິກຄອບຄົວ
ການຕົກແຕ່ງໂຕະອາຫານ ຕ້ອນຮັບສະມາຊິກຄອບຄົວ

XS
SM
MD
LG