ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ອາເມຣິກັນ ພາກັນສະຫຼອງບຸນ ວັນຂອບຄຸນພະເຈົ້າ ຢູ່ທົ່ວປະເທດ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກຳລັງເບິ່ງໄກ່ງວງຊຶ່ວ່າ "Corn" ໃນພິທີ່ໂຜດໄກ່ງວງ ບຸນຂອບຂອບຄຸນພະເຈົ້າແຫ່ງຊາດ ຢູ່ສວນດອກກຸຫຼາບ ທີ່ທຳນຽບຂາວ ນະຄອນຫຼວງວໍຊິງຕັນ ວັນທີ 24 ພະຈິກ 2020.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກຳລັງເບິ່ງໄກ່ງວງຊຶ່ວ່າ "Corn" ໃນພິທີ່ໂຜດໄກ່ງວງ ບຸນຂອບຂອບຄຸນພະເຈົ້າແຫ່ງຊາດ ຢູ່ສວນດອກກຸຫຼາບ ທີ່ທຳນຽບຂາວ ນະຄອນຫຼວງວໍຊິງຕັນ ວັນທີ 24 ພະຈິກ 2020.

ສະ​ບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້​ວັນ​ພະຫັດອາ​ທິດ​ທີ​ດທີສີ່ ວັນທີ 26 ເດືອນພະຈິກ.
ຕາມປະເພນີແລ້ວ ຊາວອະເມຣິກັນພາກັນສະຫລອງບຸນຂອບຄຸນພະ​ເຈົ້າ ຫຼື Thanks-
giving ຊຶ່ງເປັນບຸນໃຫຍ່ປະຈໍາປີ ທີ່ພາສາຊາວບ້ານ ເອີ້ນກັນຫຼິ້ນໆວ່າບຸນໄກ່ງວງ ໄດ້
ສະຫຼອງກັນມາເປັນເວລາດົນກວ່າສອງຮ້ອຍ ປີ​ແລ້​ວ. ເພ​າະສະ​ນັ້ນໃນລາຍການ​ຊີວິດ
ຊາວລາວຂອງວີໂອເອ ມື້ນີ້ ຈຶ່ງໄດ້ຖື ໂອກາດນີ້ໂອ້ລົມກັບຊ​າວ​ອາ​ເມ​ຮິກັນເຊື້ອສາຍລາວ
ຢູ່ທົ່ວປະເທດເພື່ອໃຫ້ຄຳ ຄິດເຫັນກ່ຽວ​ກັບການ​ສະຫລອງບຸນທ່າມກາງການແຜ່ລະ
ບາດຂອງໂຄວິດ-19 ທີ່ຍັງຮ້າຍແຮງຢູ່ໃນຂະນະນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ອາຫານການກິນ ວັນຂອບຄຸນພະເຈົ້າ ຕ້ອງມີໄກ່ງວງເປັນເຄົ້າ
ອາຫານການກິນ ວັນຂອບຄຸນພະເຈົ້າ ຕ້ອງມີໄກ່ງວງເປັນເຄົ້າ

ມື້ນີ້ວັນພະຫັດວັນທີ 26 ພະຈິກແມ່ນມື້ບຸນຂອບຄຸນພະເຈົ້າຫຼື "Thanksgiving" ​ປີ
2020 ຊຶ່ງເປັນບຸນໃຫຍ່ ແລະເປັນວັນພັກລັດຖະການຂອງສະຫະ ລັດທີ່ໄດ້​ສະຫຼອງ​ກັນ
ມາ ເປັນເວລາສອງຮ້ອຍກວ່າປີແລ້ວ. ຄວາມສຳຄັນຂອງ ​ບຸນນີ້ ກໍເພື່ອລະ​ນຶກເຖິງວັນ
ຂອບຄຸນພະເຈົ້າ ທີ່ຊາວອິນເດຍແດງໄດ້ຕ້ອນຮັບ ຊາວ​ອັງ​ກິດ​ຜູ້​ເດີນທາງມາຮອດແຜ່ນ
ດິນໃໝ່ ໃນປີ 1620 ທີ່ຮູ້ກັນເທົ້າທຸກມື້ນີ້ ວ່າອາ​ເມ​ຣິ​ກາ ຊຶ່ງໃນຂັ້ນຕົ້ນເຂົາເຈົ້າໄດ້ປະ
ສົບກັບຄວາມຍາກລຳບາກ ແລະ ເສຍຊີວິດຈາກພະຍາດ. ແຕ່ຕົກມາໃນສະໄໝສັດຕະ
ວັດທີ 20 ຊາວອາເມຣິ ກັນເຊື້ອສາຍລາວ ແລະຊົນຊາດອື່ນໆແລ້ວ ກໍເພື່ອຂອບໃຈລັດ
ຖະບານສະລັດ ອາເມຣິກາທີ່ໄດ້ໃຫ້ຄວາມອຸບປະກາລະ ຮັບເອົາອົບພະຍົບເຂົ້າມາຕັ້ງ
ຖິ່ນຖານ ຊີວິດໃໝ່. ແຕ່ເຖິງຢ່າງໃດກໍດີ ທ່າມກາງການລະບາດຂອງພະຍາດໂຄວິດ-19
ທີ່ພວມດຳເນີນຢ່າງຮ້າຍແຮງທີ່ສຸດຢູ່ນີ້ ຈຶ່ງເປັນອຸບປະສັກ ຕໍ່ການເດີນທາງໄປ ຫາຄອບ
ຄົວ ຍາດມິດ ທີ່ຈະພົບພໍ້ກັນ ໃນວັນພັກບຸນແຫ່ງຊາດອັນສຳຄັນດັ່ງກ່າວ.

ພຽງແຕ່ອີກເດືອນກວ່າໆ ປີ 2020 ກໍຈະຜ່ານພົ້ນໄປ ແຕ່ກ່ອນໜ້ານັ້ນ ການສະຫຼອງບຸນ
ຕ່າງໆກຳລັງລຽນຕິດກັນມາ ຄືບຸນຄຣິສມັສ ວັນທີ 25 ທັນວາ ຊຶ່ງ ຈະຕິດຕາມມາດ້ວຍ
ການສະຫຼອງບຸນສົ່ງທ້າຍປີເກົ່າ 2020 ໃນວັນທີ 31 ທັນ ວາທີ່ຈະມາເຖິງນີ້ ແລະຕ້ອນ
ຮັບປີໃໝ່ສາກົນ ປີ 2021.

ເພາະສະນັ້ນການເດີນທາງໄປມາຫາສູ່ຢ້ຽມຢາມຄອບຄົວ ແລະຍາດຕິພີິ່ນ້ອງທີ່ຢູ່ໃກ້
ແລະໄກ ເພື່ອນັ່ງກິນເຂົ້າ ຊຸມແຊວສັງສັນກັນ ໄດ້ກາຍມາເປັນເລື້ອງອັນ ຕະລາຍ ແລະ
ສ່ຽງຕໍ່ຊີວິດທີ່ຈະນຳເອົາເຊື້ອໄວຣັສໂຄວິດ-19 ມາຕິດຕໍ່ໃສ່ກັນໄດ້. ເພາະສະນັ້ນບັນ
ດານັກການແພດມທັງຫຼາຍ ພາກັນມີຄວາມເປັນຫ່ວງ ແລະໄດ້ ອອກປະກາດຊໍ້າແລ້ວ
ຊໍ້າອີກວ່າ ຖ້າຫາກບໍ່ມີຄວາມຈຳເປັນ ຂໍໃຫ້ທຸກຄົນພາກັນ ສະຫຼອງຢູ່ພາຍໃນຄອບຄົວ
ຂອງໃຜລາວເທົ່ານັ້ນ.

ໃນແຕ່ລະປີກ່ອນ​ຈະ​ຮອດ​ມື້​ບຸນວັນ​ຂອບ​ຄຸນ​ພະ​ເຈົ້າ ຢູ່​ທີ່ທໍານຽບຂາວ ​ມີພິ​ທີໂຜດໄກ່
ງວງ ໂດຍປະທານາທບໍດີສະຫະລັດ ແລະໃນຕອນເຊົ້າຂອງວັນພະຫັດມື້ນີ້ ຢູ່ທີ່ນະ
ຄອນນິວຢອກ ມີການເດີນສວນສະໜາມປະຈຳປີຢ່າງຄຶກຄື້ນ.

ພິທີເດີນສວນສະໜາມ ກັບປຸມເປົ້າ ທີນະຄອນນິວຢອກ ໃນວັນບຸນຂອບຄຸນພະເຈົ້າ
ພິທີເດີນສວນສະໜາມ ກັບປຸມເປົ້າ ທີນະຄອນນິວຢອກ ໃນວັນບຸນຂອບຄຸນພະເຈົ້າ


ບັດນີ້ ​ເຮົາ​ມາ​ຟັງ​ການ​ໂອ້​ລົມ ​ກັບ​ຊາວ​ລາວອາ​ເມຣິ​ກັນ​ວ່າ ພາຍໃຕ້ບັນຍາກາດຂອງການ
ລະບາດໂດຍໂຄວິດ-19 ທີ່ກຳລັງຄຸກຄາມຢູໃນຂະນະນີ້ ພວກເພີ່ນມີຄວາມຮູ້ສຶກຢ່າງ
ໃດ ແລະການສະຫຼອງບຸນຂອບຄຸນພະເຈົ້າປີ 2020 ນີ້ມີຄວາມ ໝາຍຢ່າງໃດ ຊຶ່ງທ່່ານ
ແຄວິນ ກອງສະມິດ ຜູ້ນັບຖືສາດສະໜາຄຣິສ ຕັ້ງຖິ່ນຖານຢູ່ເມືອງແວນຄູເວີ ລັດວໍຊິງຕັນ
ທາງພາກຕາເວັນຕົກສຽງເໜືອສຸດຂອງສະຫະລັດ ໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້:

ການຕົກແຕ່ງບຸນສະຫຼອງບຸນຂອບຄຸນພະເຈົ້າ.
ການຕົກແຕ່ງບຸນສະຫຼອງບຸນຂອບຄຸນພະເຈົ້າ.

ບັດນີ້ເຮົາມາຫາພາກກາງຂອງສະຫະລັດ ຢູ່ລັດວິສຄອນຊິນ ເພື່ອໂອ້ລົມກັບ ທ່ານວີ
ລະວັນ ອິນທະວົງ ວ່າປີນີ້ເພີ່ນສະຫຼອງບຸນຂອບຄຸນພະເຈົ້າຢ່າງໃດຊຶ່ງ ທ່່ານກ່າວຕໍ່
ວີໂອເອ ວ່າ:

ຍານາງວັນເນົາ ຫຼວງສີໂຍທາ ສະມາຊິກສັງຄົມລາວອາເມຣິກັນ ຢູ່ທີ່ລັດມິນເນໂຊຕາ
ຕັ້ງຢູ່ທາງພາກກາງເໜືອສຸດຂອງສະຫະລັດ ໄດ້ເລົ່າກ່ຽວກັບປະ ເພນີຄອບຄົວ ທີ່ໄດ້
ສະຫຼອງບຸນຂອບຄຸນພະເຈົ້າ ພາຍໃຕ້ສະພາບການຢູ່ໃນເຂດຂອງຍານາງ ສູ່ວີໂອເອ
ຟັງວ່າ:

ທ່ານອະຈານໂນ ຈັນທະນາຄອນ ປະທານສະມາຄົມລາວເມືອງອາມາຣິນໂລ ແຄນຍອນ
ແລະດູມັສ (Amarillo, Canyon and Dumus) ຢູ່ໃນລັດເທັກ ຊັສ ທາງພາກກາງໃຕ້
ສຸດຂອງສະຫະລັດ ກ່າວວ່າ ປີນີ້ເພີ່ນສະຫຼອງບຸນຂອບ ຄຸນພະເຈົ້າກັນຢ່າງໃດ ດັ່ງທີ່ທ່ານ
ອະຈານໂນ ກ່າວຕໍ່ ວີໂອເອ ວ່າ:

ທ້າຍສຸດນີ້ ວີໂອເອ ໄດ້ເຊີນອາຈານອິນຕາ ຈັນທະວີສຸກ ນັກສອນສາສາດສະໜາຄຣິຕຽນ
ລາວອາເມຣິກັນ ທີີມີໂບດຢູ່ໃນລັດຄາລີຟໍເນຍແລະຟລໍຣິດາ. ທ່ານ ໄດ້ມາໃຫ້ຄຳອວຍພອນ
ແກ່ຊາວລາວ ພ້ອມດ້ວຍປະຊາຄົມທົ່ວໄປທີ່ຢູ່ໃກ້ ແລະ ໄກ ເນື່ອງໃນໂອກາດອັນຄັບຂັນນີ້
ຊຶ່ງອາຈານອິນຕາ ກ່າວໃຫ້ພອນມ້ວນທ້າຍ ດັ່ງນີ້:

ນັ້ນແມ່ນສະພາບການສະຫຼອງບຸນຂອບຄຸນພະເຈົ້າ ຫຼື Thanksgiving ຢູ່ໃນ ສະຫະລັດ
ອາເມຣິກາ ມື້ນີ້. ເຖິງແມ່ນວ່າ ຊາວອາເມຣິກັນ ຫຼາຍໆລ້ານຄົນບໍ່ ສາມາດເດີນທາງໄປຫາ
ສູ່ກັນໄດ້ກໍຕາມ ແຕ່ເຂົາເຈົ້າພາກັນໃຊ້ທັກໂນໂລຈີ ອັນທັນສະໄໝ ທີ່ຮ້ອງວ່າ zoom ແລະ
ອື່ນໆເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ໂອ້ລົມ ແລະເຫັນໜ້າກັນໄດ້ໂດຍບໍ່ຕ້ອງໄປຫາກັນ.

ພວກໄກ່ງວງທີ່ເຫັນຢູ່ຟາມນລ້ຽງ Root Down Farm ທີ່ເມືອງ Pescadero, ລັດຄາລີຟໍເນຍ. ວັນພຸດ ວັນທີ 21 ຕຸລາ 2020.
ພວກໄກ່ງວງທີ່ເຫັນຢູ່ຟາມນລ້ຽງ Root Down Farm ທີ່ເມືອງ Pescadero, ລັດຄາລີຟໍເນຍ. ວັນພຸດ ວັນທີ 21 ຕຸລາ 2020.

XS
SM
MD
LG