ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກຸມພາ ໒໐໒໖

ຊາວລາວອາເມຣິກັນ ແລະຝຣັ່ງ ຕຽມສະຫຼອງບຸນຄຣິສມັສ ຫຼືໂນແອລ ປີ 2021

ທ່ານນາງ Patti LaBelle ກຳລັງສະແດງຮ້ອງເພງ ໃນຂະນະທີີປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈຽວ ໄບເດັນ ເຂົ້າຮວມພິທີໃຕ້ໄຟຕົ້ນຄຣິສມັສ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 2 ທັນວາ 2021.
ທ່ານນາງ Patti LaBelle ກຳລັງສະແດງຮ້ອງເພງ ໃນຂະນະທີີປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈຽວ ໄບເດັນ ເຂົ້າຮວມພິທີໃຕ້ໄຟຕົ້ນຄຣິສມັສ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 2 ທັນວາ 2021.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ​ໃນ​ຕ່າງ​ແດນ ຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຊາວອາເມຣິກັນ ແລະ ຝຣັ່ງ
ເຊື້ອສາຍລາວ ກ່ຽວກັບຕຽມສະຫຼອງບຸນຄຣິສມັສ ໃນວັນເສົາວັນທີ 25 ທັນວາ 2021
ຈະມາເຖິງນີ້ ມາສະເໜີທ່ານ. ບຸນຄຣິສມັສເປັນບຸນສະຫຼອງວັນເກີດຂອງພະເຍຊູເຈົ້າ
ແລະເປັນບຸນອັນຍິງໃຫຍ່ທີ່ຊາວຄຣິສຕຽນແລະຊາວໂລກອື່ນໆ ແລະບຸນຄຣິສມັສ ມີ
ຄວາມໝາຍຢ່າງໃດ ສໍາລັບຊາວຄຣິສຕຽນ ແລະຊາວພຸດເຊື້ອສາຍລາວ ເຊີນຟັງການ
ສຳພາດຈາກ ກິ່ງສະຫວັນ ໄດ້.

please wait

No media source currently available

0:00 0:11:51 0:00
ລິງໂດຍກົງ

ສາດສະໜາຄຣິສ ເປັນສາດສະໜາທີ່ຍິ່ງໃຫຍ່ ແລະມີປະຊາກອນນັບຖື ອັນດັບນຶ່ງຢູ່
ໃນໂລກ ຮອງລົງມາ ກໍແມ່ນສາດສະໜາອິສລາມ ແລະຕໍ່ໆກັນ ລົງໄປຕາມລໍາດັບ.
ເພາະສະນັ້ນ ໃນວັນທີ 25 ທັນວາ ຂອງແຕ່ລະປີ ບັນດາຊາວໂລກທີ່ນັບຖືສາດສະໜາ
ຄຣິສ ກໍພາກັນສະຫຼອງບຸນ ວັນເກີດພະເຍຊູເຈົ້າ ອັນເປັນບຸນໃຫຍ່ປະຈຳປີ. ພໍແຕ່ລະ
ດູການ ນີ້ມາເຖິງ ບໍ່ວ່າຄົນຈະນັບຖືສາດສະໜາໃດໆກໍຕາມ ເກືອບວ່າຈະຫຼີກຫລ່ຽງອິດ
ທິພົນການສະຫຼອງບຸນອັນຄຶກຄຶ້ນນີ້ບໍ່ໄດ້ເດັດຂາດ ເພາະບັນຍາກາດປົກຄຸມໄປ ດ້ວຍ
ສຽງເພງ ແສງສີ ການຕົກແຕ່ງເອ້ບ້ານເຮືອນ ຕາມຖະໜົນຫົນທາງ ແລະເປັນລະດູຊື້
ຂາຍ ແລກປ່ຽນຂອງຂວັນກັນຢ່າງຄຶກຄື້ນ.

ສິ່ງສຳຄັນອີກຢ່າງນຶ່ງນັ້ນກໍຄື ຊາວໂລກໄດ້ພາກັນໃຊ້ປະຕິທິນສາກົນເປັນຫລັກ ຊຶ່ງ
ປີ ຄ.ສ 2021 ກໍາລັງຈະສິ້ນສຸດລົງ ແລະ ຄ.ສ. 2022 ກໍາລັງກ້າວເຂົ້າມາໃນອີກ 10 ມື້
ຂ້າງໜ້ານີ້.

ຕາມປົກກະຕິແລ້ວເວລານີ້ ຜູ້ຄົນພາກັນເດີນທາງ ໄປຢ້ຽມຢາມຖາມຂ່າວຍາດຕິ ພີ່
ນ້ອງເພື່ອນຝູງທີ່ຢູ່ໃກ້ ແລະໄກ ແລະຮັບປະທານອາຫານ ໂອ້ລົມກັນຢ່າງສະ ໜຸກ
ສະໜານ. ແຕ່ວ່າໃນສອງປີທີ່ຜ່ານມານີ້ຫຼາຍໆຄົນ ໄດ້ພາກັນຍົກເລີກ ການ ເດີນ
ທາງ ແລະຢູ່ບ້ານເຮືອນຂອງໃຜລາວ ຍ້ອນພະຍາດໂຄວິດ-19 ທີ່ຍັງແຜ່ລະບາດຢ່າງ
ບໍ່ລົດລະ ມາຈົນເຖິງປັດຈຸບັນ.

ບັດນີ້ ຂະພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກ ກັບຄົນອາເມຣິກັນເຊື້ອສາຍລາວ ຄືສິດຍາ
ພິບານ (Paster) ຈອນ ພຣະສະຫວັດ ໄດ້ເກີດໃຫຍ່ຢູ່ ໃນສັງຄົມພຸດ ໃນປະ ທດລາວ
ແຕ່ບັດນີ້ໄດ້ກາຍມາເປັນນັກສອນສາດໜາຄຣິສຢູ່ທີ່ໂບດ “ລາວຄຣິສຕຽນ ອາລາຍ
ເຊີຈ໌ ສະຕັອກຕັນ ຄາລິຟໍເນຍ (Lao Christians ally Church Stockton
California). ສິດພິບານຈອນ ກ່າວວ່າ:

please wait

No media source currently available

0:00 0:03:32 0:00

ສິດຍາ ພິບານ (Paster) ຈອນ ພຣະສະຫວັດ
ສິດຍາ ພິບານ (Paster) ຈອນ ພຣະສະຫວັດ

ທ່ານສີສຸກ ແລະຍານາງອຳພອນ ດວງວິໄລ ​ຄົນຝຣັ່ງເຊື້ອສາຍລາວ ນັບຖືສາດ
ສະໜາພຸດມາແຕ່ເກີດ ​ທີ່ຕັ້ງຖິ່ນຖານ ຢູ່ເມືອງມາກໄຊ (Marseille) ທາງພາກ ໃຕ້ຂອງປະເທດຝຣັ່ງ ໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບການສະຫຼອງບຸນຄຣິສມັສ (Christmas) ທີ່ຊາວຝຣັ່ງຮ້ອງກັນວ່າ ໂນແອລ (Noel) ທັງສອງທ່ານໄດ້ກ່າວ ສູ່ ວີໂອເອ ຟັງດັ່ງນີ້:

please wait

No media source currently available

0:00 0:02:05 0:00
ລິງໂດຍກົງ

ການຕົກແຕ່ງບຸນຄຣິສມັສ
ການຕົກແຕ່ງບຸນຄຣິສມັສ

ດຣ. ປາລິນາ ຫຼວງເກດ ຄົນອາເມຣິກັນ ເຊື້ອສາຍລາວ ນັບຖືສາດສະໜາຄຣິສ ແລະ
ອາຈານ ສອນວັດທະນາທຳຊົນເຜົ່າສາກົນ ຢູ່ ມະຫາວິທະຍາໄລບອຍຊີ (Boise
University) ທີ່ລັດໄອດາໂຮ (Idaho) ຕັ້ງຢູ່ທາງພາກເໜືອ ຂ້ອນໄປທາງທິດຕາເວັນ
ຕົກຂອງສະຫະລັດ. ຍານາງປາລິນາ ໄດ້ໃຫ້ຄວາມຄິດເຫັນກ່ຽວກັບການສະຫຼອງບຸນ
ຄຣິສມັສສູ່ ວີໂອເອ ພັງດັ່ງນີ້:

please wait

No media source currently available

0:00 0:02:18 0:00
ລິງໂດຍກົງ

ດຣ. ປາລິນາ ຫລວງເກດ
ດຣ. ປາລິນາ ຫລວງເກດ

ສຸດທ້າຍນີ້ ທ່ານຈັນສົມ ສິຣິວັນ ນັກສິນລະປິນອະວຸໂສ ອາເມຣິກັນເຊື້ອສາຍລາວ ນັບ
ຖືສາດສະໜາພຸດມາແຕ່ກຳເນີດ ຕັ້ງຖິ່ນຖານຢູ່ໃນລັດອໍເຣກັນ ທາງທິດຕາເວັນຕົກ
ສຽງເໜືອຂອງສະຫະລັດ ໄດ້ໃຫ້ຂໍ້ຄິດເຫັນກ່ຽວກັບການສະຫຼອງບຸນຄຣິສມັສສູ່ ຟັງ
ດັ່ງນີ້

please wait

No media source currently available

0:00 0:02:03 0:00
ລິງໂດຍກົງ

ການຕົກແຕ່ງບຸນຄຣິສມັສ
ການຕົກແຕ່ງບຸນຄຣິສມັສ

ນັ້ນແມ່ນບັນດາຊາວອາເມຣິກັນ ແລະຝຣັ່ງ ເຊື້ອສາຍລາວ ທີ່ໄດ້ໃຫ້ຄວາມຄິດ ເຫັນ
ກ່ຽວກັບການສະຫຼອງບຸນຄໜຣິສມັສ ປີ 2021 ທີ່ກຳລັງກ້າວເຂົ້າມາເຖິງໃນ ວັນເສົາ
ວັນທີ 25 ທັນວາ ປີ 2021 ນີ້. ສຸກສັນວັນຄຣິສມັນ ແດ່ທ່ານຜູ້ຟັງ ທຸກໆທ່ານ.

XS
SM
MD
LG