ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ ຊະນະໄພ ໜີຜ່າຍໂຄວິດ-19 ແຕ່ມາເສຍຊີວິດ ຍ້ອນພະຍາດນີ້ ຢູ່ເຮືອນຂອງເອື້ອຍຕົນເອງ ໃນລັດໄອດາໂຮ


ທ້າວ ຊະນະໄພ ພິມມະສອນ, ນັກແຕ່ງເພງ, ດີດກິຕາ ແລະເປັນທັງນັກຮ້ອງ ທີ່ນະຄອນບອຍຊີ, ລັດໄອດາໂຮ
ທ້າວ ຊະນະໄພ ພິມມະສອນ, ນັກແຕ່ງເພງ, ດີດກິຕາ ແລະເປັນທັງນັກຮ້ອງ ທີ່ນະຄອນບອຍຊີ, ລັດໄອດາໂຮ

ທ້າວຊະນະພັນ ພິມມະສອນ, ຊາຍໜຸ່ມລາວ-ອາເມຣິກັນ ທີ່ເຮັດວຽກຢູ່ຮ້ານອາຫານທີ່ມີຊື່ສຽງ ໂດ່ງດັງແຫ່ງນຶ່ງ ໄດ້ໜີຜ່າຍການລະບາດຂອງໂຄວິດ-19 ຢູ່ເມືອງຊີອາໂຕ, ລັດວໍຊິງຕັນ, ທາງຕາເວັນຕົກສຽງເໜືອຂອງສະຫະລັດ ມາຢູ່ນໍາຄອບຄົວຂອງ ເອື້ອຍລາວຢູ່ໃນນະຄອນບອຍຊີ ຂອງລັດໄອດາໂຮ ທີ່ເປັນລັດຢູ່ໃກ້ຄຽງກັນ ນັ້ນ ໄດ້ເກືອບເດືອນນຶ່ງ ກ່ອນຈະເສຍຊີວິດໄປໃນວັນທີ 5 ກໍລະກົດຍ້ອນ ພະຍາດດັ່ງກ່າວ ພາຍຫລັງທີ່ມີອາການໄອຢ່າງໜັກເປັນເວລາ ປະມານ 4 ວັນ ແຕ່ບໍ່ໄດ້ໄປຫາໝໍ, ອີງຕາມການໃຫ້ສໍາພາດຂອງທ່ານນາງ ເພັດ ພິມມະສອນ, ເອື້ອຍຂອງຊາຍໜຸ່ມອາຍຸ 42 ປີ ຄົນນີ້. ບໍ່ພຽງແຕ່ເທົ່ານັ້ນ ເປັນທີ່ເຊື່ອກັນວ່າ ພະຍາດ ທີ່ຜູ້ກ່ຽວເປັນອາດເຮັດໃຫ້ອ້າຍເຂີຍ ແລະເອື້ອຍຂອງຜູ່ກ່ຽວນັ້ນ ຕິດໄວຣັສນີ້ນຳອີກດ້ວຍ ດັ່ງທີ່ທ່ານນາງເພັດໃຫ້ລາຍລະອຽດກ່ຽວກັບອາການ ຂອງທ່ານນາງເອງ ແລະສາມີດັ່ງນີ້:

ສະຖານທີ່ຈັດພິທີສົ່ງສະການທ້າວຊະນະໄພ ທີ່ເມືອງບອຍຊີ ລັດໄອດາໂຮ
ສະຖານທີ່ຈັດພິທີສົ່ງສະການທ້າວຊະນະໄພ ທີ່ເມືອງບອຍຊີ ລັດໄອດາໂຮ

ແຕ່ຢ່າງໃດກໍດີ ທ່ານນາງກໍເຊື່ອວ່າ ຕົນເອງເປັນພະຍາດນີ້ ເພາະວ່າ ທ່ານນາງມີອາການໄອແລະເມື່ອຍ ແລ້ວກໍບໍ່ຢາກກິນເຂົ້າກິນນໍ້າ ຊຶ່ງແກ່ ຍາວມາໄດ້ 3 ອາທິດແລ້ວ.

ພ້ອມກັນນັ້ນ ທ່ານນາງຍັງອະທິບາຍເຖິງຄວາມເຊື່ອທີ່ຜິດໆກ່ຽວກັບການແຜ່ ເຊື້ອຈາກຄົນເສຍຊີວິດ ຊຶ່ງຕົນຄິດວ່າ ຈະບໍ່ສາມາດຕິດແປດນໍາໄດ້. ທ່ານ ນາງບອກວ່າ ທີ່ຈິງແລ້ວສົບຜູ້ເສຍຊີວິດນັ້ນ ແມ່ນບໍ່ສາມາດເອົາເຊື້ອ ພະຍາດໂຄວິດ-19 ໄປຕິດຜູ້ອື່ນໄດ້ ເພາະພະຍາດນີ້ສາມາດຕິດຄົນໄດ້ໂດຍ ຜ່ານທາງປາກ ເມື່ອຜູ້ນໍາເຊື້ອພະຍາດນີ້ໄອ, ຈາມ ຫລື ເວົ້າລົມຢູ່ໃກ້ກັບຄົນອື່ນ. ສະນັ້ນທາງອົງການໃຫ້ບໍລິການໃນເລື້ອງສົ່ງສະການ ໄດ້ອະນຸຍາດ ໃຫ້ຄອບຄົວ ທ່ານນາງຈັດພິທີສົ່ງສະການຕາມປະເພນີ ຂອງສາສະໜາພຸດ ທີ່ປະຕິບັດກັນມາ ຕາມຄວາມປະສົງຂອງຄອບຄົວນັ້ນ ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ຂໍແຕ່ວ່າ ຜູ້ຄົນໄປຮ່ວມພິທີສົ່ງສະການຮັກສາລະບຽບການສະກັດກັ້ນໂຄວິດ-19, ດັ່ງທີ່ ທ່ານນາງໃຫ້ລາຍລະອຽດວ່າ:

ທ່ານນາງ ເພັດ ໃຫ້ຂໍ້ສັງເກດກ່ຽວສາເຫດເຮັດໃຫ້ທ້າວໂອເລ້ ຕິດພະຍາດນີ້ ວ່າ ລາວ ອາດຈະຕິດມາຈາກການໄປຫຼິ້ນຄອນເສີດກັບໝູ່ເພື່ອນ ໃນຄັ້ງນຶ່ງຢູ່ໃນ ເມືອງບອຍຊີ ເພາະຜູ້ກ່ຽວເປັນນັກດີດກິຕາ ແລະຮ້ອງເພັງເກັ່ງ. ແລະເນື່ອງຈາກ ວ່າ ຜູ້ກ່ຽວເອງກໍມີພະຍາດຕິດຕົວຢູ່ແລ້ວ ຊຶ່ງກໍຄືໄດ້ຜ່າຕັດຫົວໃຈ ເພື່ອໃສ່ວາວລ໌ ປິດເປີດຫົວໃຈໃໝ່ ເມື່ອສາມປີກ່ອນ ທີ່ພາໃຫ້ມີອາການໄອ ຢູ່ເລື້ອຍໆ ສະນັ້ນ ຜູ້ກ່ຽວຈຶ່ງບໍ່ໄດ້ໄປຫາໝໍເພື່ອກວດເບິ່ງພະຍາດນີ້ໃນເວລາທີ່ເປັນໄອໜັກໆ ແລະເອື້ອຍນ້ອງ ແລະ ແມ່ຂອງຜູ້ກ່ຽວກໍຄິດຄືເຊັ່ນນັ້ນຄືກັນ ຈຶ່ງບໍ່ໄດ້ຄິດວ່າຜູ້ກ່ຽວອາດຈະເປັນພະຍາດໂຄວິດ-19 ເລີຍ

ເຊີນເບິ່ງພາບສະໄລກ່ຽວກັບພິທີສົ່ງສະການຂອງທ້າວຊະນະໄພ ພິມສະສອນ

XS
SM
MD
LG