ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກມວຍປ້ຳ ອາເມຣິກັນເຊື້ອສາຍລາວ ໄດ້ຊະນະສອງຫຼຽນ ໃຫ້ແກ່ ສປປ ລາວ ໃນຊີເກມ ຄັ້ງທີ 32


ພິທີມອບຫຼຽນແກ່ນັກກິລາມວຍປ້ຳ ໃນການແຂ່ງຂັນຊີເກມ ຄັ້ງທີ 32 ຊຶ່ງທ່າວດໍຊັນ ສີຫາວົງ ໄດ້ຫຼຽນເງິນ.
ພິທີມອບຫຼຽນແກ່ນັກກິລາມວຍປ້ຳ ໃນການແຂ່ງຂັນຊີເກມ ຄັ້ງທີ 32 ຊຶ່ງທ່າວດໍຊັນ ສີຫາວົງ ໄດ້ຫຼຽນເງິນ.

ທ້າວດໍສັນ ສີຫາວົງ ໄດ້ລົງແຂ່ງຂັນມວຍປ້ຳປະເພດ ເກຣັກໂກ ໂຣມັນ ​ຮຸ້ນນ້ຳໜັກ 67 ກິໂລກຣາມ ຮອບທຳອິດ ໃນວັນອາທິດທີ 14 ພຶດສະພາຜ່ານມານີ້ ພົບກັບເຈົ້າພາບກຳປູເຈຍ ລາວຊະນະ ຜ່ານເຂົ້າຮອບສອງ ພົບກັບນັກມວຍປ້ຳຈາກຟີລິບປິນ ທີ່ຢູ່ອັນດັບນຶ່ງຂອງສາຍບີ ຊຶ່ງທ້າວດໍຊັນ ກໍເອົາຊະນະໄດ້ຜ່ານເຂົ້າຮອບທີສາມ ແລະໃນຮອບທີສີ່ ພົບກັບນັກມວຍປ້ຳຈາກອິນໂດເນເຊຍ ໃນທີ່ສຸດ ທ້າວດໍຊັນ ກໍໄດ້ເຂົ້າຮອບຮອງຊະນະເລີດ ໂດຍໄດ້​ຄະ​ແນນຈາວກັບນັກມວຍປ້ຳຈາກຟີລິບປິນ ຊຶ່ງທັງສອງຄວ້າຫຼຽນທອງແດງ.

ໃນມື້ຕໍ່ມາ ທ້າວດໍສັນ ໄດ້ລົງແຂ່ງຂັນມວຍປ້ຳປະເພດ ຟຣີສະໄຕລ໌ ຮຸ້ນນ້ຳໜັກ 70 ກິໂລກຣາມ ຊຶ່ງໃນຮອບທຳອິດ ລາວໄດ້ຜ່າຍແພ້ຕໍ່ນັກມວຍປໍ້າ ອິນໂດເນເຊຍ ດ້ວຍຄະແນນ 12 ຕໍ່ 1 ອີງຕາມລາຍງານຂອງວຽງຈັນໄທສ໌ ແຕ່ຮອບຕໍ່ໆໄປລາວ ສາມາດເອົາຊະນະຄູແຂ່ງຈາກກຳປູເຈຍ ແລະອິນໂດເນເຊຍໄດ້ ແລ້ວໃນທີ່ສຸດ ກໍໄດ້ເຂົ້າຮອບຊີງຊະນະເລີດ ພົບກັບນັກມວຍປ້ຳຈາກປະເທດຫວຽດນາມ ທີ່ໄດ້ຮັບຫຼຽນຄຳໃນຊີເກມ 6 ຄັ້ງ ຊຶ່ງທ້າວດໍຊັນ ເລົ່າໃຫ້ວີໂອເອຟັງ ເຖິງການແຂ່ງຂັນໃນຮອບຊີງຫຼຽນຄຳ ວ່າ:

“ຂ້ອຍໄດ້ສູ້ຢ່າງສຸດຂີດ ກັບຄູ່ແຂ່ງທີ່ມີປະສົບການ, ຂ້ອຍກໍພາກພູມໃຈຫຼາຍທີ່ໄດ້ 2 ຫຼຽນ ມາໃຫ້ແກ່ລາວ ແລະປະຊາຊົນລາວ, ຂໍຂອບໃຈສຳລັບທຸກໆຄົນທີ່ສົ່ງກຳລັງໃຈມາໃຫ້ ຂອບໃຈຫຼາຍໆ.”

ທ້າວດໍຊັນ ສີຫາວົງ ໄດ້ຮັບຫຼຽນເງິນ ໃນການແຂ່ງຂັນມວຍປ້ຳປະເພດຟຣີສໄຕລ໌ ໃນຊີເກມ ຄັ້ງທີ 32.
ທ້າວດໍຊັນ ສີຫາວົງ ໄດ້ຮັບຫຼຽນເງິນ ໃນການແຂ່ງຂັນມວຍປ້ຳປະເພດຟຣີສໄຕລ໌ ໃນຊີເກມ ຄັ້ງທີ 32.

ທ້າວດໍຊັນ ສີຫາວົງ ເປັນນັກກິລາ ມວຍປ້ຳຜູ້ທຳອິດຂອງລາວ ທີ່ໄດ້ຮັບຫຼຽນໃນສອງປະເພດພ້ອມກັນ ຊຶ່ງສ້າງປະຫວັດການໃຫ້ແກ່ວົງການມວຍປ້ຳຂອງປະເທດລາວ ໃນຊີເກມ ຄັ້ງທີ 32 ຢູ່ກຳປູເຈຍ. ທາງສະຖານທູດສະຫະລັດປະຈຳ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ກໍໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບບັນນັກກິລາ ອາເມຣິກັນເຊື້ອສາຍລາວ ທີ່ໄດ້ເຂົ້າຮ່ວມໃນການແຂງຂັນຊີເກມເມື່ອມໍ່ໆມານີ້.

ສະຖານທູດສະຫະລັດ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ສຫລ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບນັກກິລາ ອາເມຣິກັນເຊື້ອສາຍລາວ.
ສະຖານທູດສະຫະລັດ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ສຫລ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບນັກກິລາ ອາເມຣິກັນເຊື້ອສາຍລາວ.

ວີດີໂອລິ້ງຮອບຊະນະເລີດປະເພດຟຣີສະໄຕລ໌:

https://nam10.safelinks.protection.outlook.com/?url=https%3A%2F%2Fm.youtube.com%2Fwatch%3Fv%3D0YPlxsPOKIU%26feature%3Dyoutu.be&data=05%7C01%7Cspathammavong%40voanews.com%7Ccff1fc27a0ca441842d408db57a19bf9%7Cba99e87c673541c2b1c1354eee3a8659%7C0%7C0%7C638200123841667988%7CUnknown%7CTWFpbGZsb3d8eyJWIjoiMC4wLjAwMDAiLCJQIjoiV2luMzIiLCJBTiI6Ik1haWwiLCJXVCI6Mn0%3D%7C3000%7C%7C%7C&sdata=tP06xdRA3W8QaC5VFmEDW2smk1dFodrhwi85rjiltuA%3D&reserved=0

ວີດີໂອລິ້ງຮອບຮອງຊະນະເລີດປະເພດເກຣັກໂກ ໂຣມັນ:

https://nam10.safelinks.protection.outlook.com/?url=https%3A%2F%2Fm.youtube.com%2Fwatch%3Fv%3DuOyZeUhKeNo%26feature%3Dyoutu.be&data=05%7C01%7Cspathammavong%40voanews.com%7Cc98fa99eab2c4e84280108db57a17031%7Cba99e87c673541c2b1c1354eee3a8659%7C0%7C0%7C638200123115862699%7CUnknown%7CTWFpbGZsb3d8eyJWIjoiMC4wLjAwMDAiLCJQIjoiV2luMzIiLCJBTiI6Ik1haWwiLCJXVCI6Mn0%3D%7C3000%7C%7C%7C&sdata=c2DnbzRolENKLJ6cS3t8%2FFHo3%2BnKbA2wFqGIc9NRrsk%3D&reserved=0

XS
SM
MD
LG