ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສມຄ ສະຕີ ລາວ-ອາເມຣິກັນ ຈັດງານວັນແມ່ ຫາລາຍໄດ້ ເປັນທຶນສຶກສາ


ບັນດານັກຮຽນ ວັດທະນາທໍາລາວ ກໍາລັງພາກັນສະແດງສິນລະປະ ການເສບ ແລະ ຮ້ອງເພງພື້ນເມືອງລາວ ເນື່ອງໃນໂອກາດ ສະຫລອງບຸນວັນແມ່ Mother's Day ຈັດຂື້ນໂດຍ ສະມາຄົມ ສະຕີລາວ-ອາເມຣິກັນ ແຫ່ງຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ວັນທີ່ 18, ພຶດສະພາ 2012.
ບັນດານັກຮຽນ ວັດທະນາທໍາລາວ ກໍາລັງພາກັນສະແດງສິນລະປະ ການເສບ ແລະ ຮ້ອງເພງພື້ນເມືອງລາວ ເນື່ອງໃນໂອກາດ ສະຫລອງບຸນວັນແມ່ Mother's Day ຈັດຂື້ນໂດຍ ສະມາຄົມ ສະຕີລາວ-ອາເມຣິກັນ ແຫ່ງຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ວັນທີ່ 18, ພຶດສະພາ 2012.

ທ່ານຜູ້ຮັບຟັງທີ່ເຄົາຣົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງວີໂອເອ ແລງ ວັນພະຫັດ ທີ່ 7 ມິຖຸນາ ມື້ນີ້ ເຮົາຈະສເນີລາຍງານການ ສັງສັນຫາລາຍໄດ້ ປະຈໍາປີ ພ້ອມກັບການສະຫລອງບຸນວັນແມ່ ຂອງສະມາຄົມ ສະຕີລາວ-ອາເມຣິກັນ ໃນເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ.

ຟັງລາຍງານໂດຍເຕັມ:

ໃນ​ຕອນ​ແລງວັນ​ສຸກ ທີ່ 18 ​ເດືອ​ນພຶດ​ສະພາ ທີ່ຜ່ານ​ມາ​ນີ້ ສະມາຄົມສະ​ຕີ​ລາວ-ອາ​ເມ
ຣິກັນ ຫລື​ Lao American Women Association ​ແຫ່ງຂົງ​ເຂດ​ນະ​ຄອນ​ຫລວງ
ວໍ​ຊິງ​ຕັນ ດີ​.ຊີ ​ໄດ້​ຈັດ​ງານຫາ​ລາຍໄດ້ປະ​ຈໍາປີ ເພື່ອ​ນໍາ​ເອົາ​ເງິນ​ມາບໍາລຸງໃຊ້​ຈ່າຍ​ແລະ
ບໍລິຫານວຽກ​ງານຂອງ​ສະ​ມາ​ຄົມ ​ແລະ​ພ້ອມ​ດຽວ​ກັນ​ກໍ​ເປັນ​ການຖື​ໂອກາດສະຫລອງ
ວັນ​ແມ່ ຫລື Mother’s Day ຊຶ່ງຊາວອາ​ເມຣິກັນ​ໄດ້​ພາກັນຖື​ເອົາ​ເປັນ​ວັນ​ສໍາຄັນ ​ແລະ
ໄດ້ສະ​ເຫຼີມ​ສະຫລອງກັນ ​ມາຕັ້ງແຕ່​ປີ 1908 ​ໃນ​ວັນ​ອາທິດ ສັບປະດາທີ່​ສອງຂອງ​
ເດືອນ​ພຶດສະພາ ​ເປັນ​ປະຈຳ​ທຸກໆ​ປີ​ເລື້ອຍ​ມາ.

ງານໄດ້​ຈັດຂື້ນ​ທີ່ຮ້ານ​ອາຫານ​ຈີນ Harvest Moon ໃນ ເມືອງ Falls Church ລັດ
Virginia ​ຊຶ່ງມີບັນດາ​ແຂກ​ຜູ້​ມີ​ກຽດເຂົ້າ​ຮ່ວມ​ປະ​ມານ 300 ຄົນ ​ປະ​ກອບ​ດ້ວຍຜູ້​ຊົງ​
ຄຸນນະ​ວຸດ​ທິ ສະມາຊິກປະຊາ​ຄົມ​ລາວ ​ອາ​ເມຣິກັນ ແລະ​ຕ່າງປະ​ເທດ​ເທດ​ ທີ່​ໄດ້​ມາ​ໃຫ້ການສະໜັບສະໜູນຢ່າງໜາ​ແໜ້ນ ​ແລະຄຶກຄື້ນ.

ທ້າວ Nolan Alexander ນໍາພາໝູ່ນັກຮຽນພາສາ ແລະວັດທະນະທໍາລາວ ຂອງສະມາຄົມສະຕີລາວ- ອາເມຣິກັນ ແຫ່ງຂົງເຂດວໍຊິງຕັນ ອ່ານພາສາລາວ ສູ່ແຂກຜູ້ມີກຽດຟັງ.
ທ້າວ Nolan Alexander ນໍາພາໝູ່ນັກຮຽນພາສາ ແລະວັດທະນະທໍາລາວ ຂອງສະມາຄົມສະຕີລາວ- ອາເມຣິກັນ ແຫ່ງຂົງເຂດວໍຊິງຕັນ ອ່ານພາສາລາວ ສູ່ແຂກຜູ້ມີກຽດຟັງ.

ສະມາຄົມ ສະ​ຕີ​ລາວ-ອາ​ເມຣິກັນ ​ໄດ້
ຕັ້ງ​ຂື້ນ​ມາ​ໃນ​ປີ 1995 ເປັນອົງກາ​ນຈັດ
​ຕັ້ງທີ່​ບໍ່​ສ້າງ​ຜົນ​ກໍາໄລ ​ຊ່ວຍ​ຕົວເອງແລະ​
ອາສາສະ​ມັກ. ​ເປົ້າ​ໝາຍອັນສໍາ​ຄັນ​ຂ​ອງ
ສະມາຄົ​ມ​ແມ່ນສົ່ງ​ເສີມ ​ຊຸກ​ຍູ້ບົດບາດ​
ສະຕີ​ລາວ-ອາ​ເມຣິກັນ ຮັກສາ​ສົ່ງ​ເສີມວັດ
​ທະ​ນາ​ທໍາລາວ ແລະ​ຊຸກ​ຍູ້ສົ່ງ​ເສີມການ​
ສຶກສາ​ຂອງເຍົາວະ​ຊົນ​ລາວອາ​ເມຣິກັນ.​ ​

ກິດ​ຈະ​ກໍາອັນ​ສໍາຄັນອັນ​ນຶ່ງ​ຂອງສະ​ມາ
​ຄົມ​ສະ​ຕີ​ລາວ-ອາ​ເມຣິກັນກໍ​ຄື ທຸກໆ​ວັນ
​ອາທິດ​ໃດ ​ຈະມີ​ການສິດສອນ​ພາສາລາວ ​
ໃຫ້ແກ່​ບັນດາ​ລູກ​ຫລານ​ເຍົາ​ວະ​ຊົນ​ລາວ-
ອາ​ເມຣິກັນ​ໃຫ້ຮູ້ຈັກອ່ານ ຂຽນ ​ປາກເວົ້າ
​ແລະຮູ້ຈັກວັດທະນາ​ທໍາລາວ​ ​ໃຫ້ທືນສົມ
ທົບການ​ສຶກສາ​ແກ່​ເຍົາວະ​ຊົນຜູ້ທີ່​ຮຽນ​ດີ
​ແລະ​ຕຽມ​ຈະ​ໄປ​ເຂົ້າ​ມະຫາ​ວິທະຍາ​ໄລ.
ວຽກງານ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ປະ
ສານ​ງານຈາກອົງການ​ມູນ​ນິທິມໍລະດົກ
​ລາວ ​ທີ່​ຊ່ອຍຝຶກ​ສອນ​ການຫລິ້ນ​ດົນຕີ​ພື້ນ​ເມຶ​ອງ ​ຮ້ອງ​ເພງ​ລາວ​ເດີມ ແລະ​ຟ້ອນ​ນາດຕະ
ສິນ​ລາວ. ​

ທ່ານ​ນາງ ​ແກ້ວມະນີ​ວັນ ສີ​ຫາ​ລາດ ປະທານ​ສະ​ມາ​ຄົມ​ລາວ-ອາ​ເມຣິກັນ ຊຸດທີ່ 6 ປະ​ຈໍາ
ປີ 2012-2014 ໄດ້​ກ່າວ​ເຖິງ​ຈຸດມຸ້ງ​ໝາຍຂອງສະມາຄົມສະ​ຕີ​ລາວ-ອາ​ເມຣິກັນ ຊຶ່ງມີ​ຂໍ້
ຄວາມ​ສໍາ​ຄັນ​ຕອນນຶ່ງດັ່ງ​ນີ້:

ທ່ານນາງ ແກ້ວມະນີວັນ ສີຫາຣາດ ປະທານ ສະມາຄົມ ສະຕີລາວ-ອາເມຣິກັນ ປະຈໍາຂົງເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ ກໍາລັງກ່າວເປີດພິທີ ຕ້ອນຮັບບັນດາແຂກ ຜູ້ມີກຽດ ເນຶ່ອງໃນໂອກາດສະຫລອງ ວັນແມ່ Mother's Day, ວັນສຸກ ທີ 18 ພຶດສະພາ 2012.
ທ່ານນາງ ແກ້ວມະນີວັນ ສີຫາຣາດ ປະທານ ສະມາຄົມ ສະຕີລາວ-ອາເມຣິກັນ ປະຈໍາຂົງເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ ກໍາລັງກ່າວເປີດພິທີ ຕ້ອນຮັບບັນດາແຂກ ຜູ້ມີກຽດ ເນຶ່ອງໃນໂອກາດສະຫລອງ ວັນແມ່ Mother's Day, ວັນສຸກ ທີ 18 ພຶດສະພາ 2012.

ທຸກໆ​ວັນ​ອາທິດບັນດາ​ພໍ່​ແມ່​ຜູ້​ປົກ​ຄອງ
ຂອງນັກຮຽນ ​ໄດ້ພາກັນ​ເສຍ​ສະລະ​ເວລາ
ຕັ້ງໜ້າ​ຕັ້ງ​ຕາ ປູ້​ມລູມນໍາພາ​ບັນດາລູກ​ເຕົ້າ
​ໄປ​ຮໍ່າຮຽນ ແລະ​ຕົກແຕ່ງອາຫານ​ການ​ກິນ
ມາໂຮມຊູ່​ມກັນທີ່ ສູນ​ກາງ​ປະຊາ​ຄົມ​ຢ່າງ​ບໍ່
ໄດ້​ຂາດ.​

ຫລັກ​ຖານ​ອັນເປັນຜົນງານທີ່ໜ້າ​ພູມ​ໃຈ
ຂອງ ສະມາຄົມ​ສະຕີ​ລາວ-ອາ​ເມຣິກັນ ທີ່
ສະ​ແດງ​ອອກ​ມາ​ໃຫ້​ເຫັນອັນ​ນຶ່ງກໍ​ຄືບົດ
ບາດ​ຂອງ ທ້າວ Noland Keokham-
phanh Alexander ອາຍຸ 12 ປີ ​ເກີດ
​ຢູ່​ໃນລັດ​ເວີຈີ​ເນຍ ສະຫະລັດ ອາ​ເມຣິກາ​.
ລາວເປັນລູກຊາຍ​ຂອງ ທ່ານ Mike
Alexander ​ແລະ​ທ່ານ​ນາງ Sally
Souvannavong. ທ້າວ Noland ​
ແມ່ນ​ເຍົາວະ​ຊົນ​ລາວ ອາ​ເມ​ຣິກັນ​ຜູ້​ນຶ່ງ
ທີ່ໄດ້​ຮັບ​ການລ້ຽງ​ດູ​ເຕີບໃຫຍ່ຢູ່​ໃນ​ບັນຍາ
ກ​າດຂອງຄອບຄົວ​ລາວ-ອາ​ເມຣິກັນ ທີ່​ເປັນ
ແບບຢ່າງ​ທີ່​ດີ ​ແລະໜ້າ​ສັນລະ​ເສີນ. ລາ​ວຕັ້ງ​ໃຈ​ຮຽນ ​ແລະ​ມີ​ຄວາມ​ສົນ​ໃຈ ສາມາດ​ເວົ້າ​
ພາສາ​ລາວ ມີ​ສໍານຽງ​ຫລວງ​ພະ​ບາງ ​ແລະອ່ານພາ ສາລາ​ວ​ໄດ້ຢ່າງຄ່ອງ​ແຄ້ວ​ດີ ດັ່ງ​ທີ່​ທ່ານ​
ຈະ​ໄດ້​ຍິນ​ ລາວ​ນໍາພາ​ບັນດາ​ໝູ່​ນັກຮຽນ​ຂອງ​ລາວ ອ່ານໜັງສືດັ່ງ​ນີ້:

ທ່ານ Harlan ແລະພັນລະຍາ Martha Rosacker (ຄູ່ກາງ) ພ້ອມດ້ວຍ ທ່ານນາງ ດາຣາ ແລະທ່ານ ຂວຽນ ບັກຄໍາ ຮ່ວມສະຫລອງວັນແມ່ Mother's Day ທີ່ຈັດຂື້ນໂດຍ ສະມາຄົມສະຕີ ລາວ-ອາເມຣິກັນ ແຫ່ງ ຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ, ວັນສຸກ ທີ 18 ພຶດສະພາ 2012.
ທ່ານ Harlan ແລະພັນລະຍາ Martha Rosacker (ຄູ່ກາງ) ພ້ອມດ້ວຍ ທ່ານນາງ ດາຣາ ແລະທ່ານ ຂວຽນ ບັກຄໍາ ຮ່ວມສະຫລອງວັນແມ່ Mother's Day ທີ່ຈັດຂື້ນໂດຍ ສະມາຄົມສະຕີ ລາວ-ອາເມຣິກັນ ແຫ່ງ ຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ, ວັນສຸກ ທີ 18 ພຶດສະພາ 2012.

ການລື້ນ​ເລີ່ງ​ໄດ້ຖຶກປະສານ​ງານ
​ຈາກ ມູນນິທິຮັກສາ​ມູນ​ມໍລະດົກ
ລາວ ຫລື Lao Heritage
Foundation ທີ່​ນໍາພາ​ບັນດາ
ເຍົາວະຊົນ​ລາວ​ອາ​ເມຣິກັນ ສະ
​ແດງ​ການ​ເສບ​ດົນຕີ​ພື້ນ​ເມືອງ.
​ນ​ອກຈາກນັ້ນ​ແລ້ວ ​ກໍ​ມີການບັນ
​ເລງຂ​ອງຄະນະ​ວົງດົນ​ຕີຈັກ​ຈັ່ນ
ຫລື Les Cigales ຊຶ່ງ​ເປັນ
​ຄະນະວົງ​ດົນຕີທີ່​ເກົ່າແກ່​ ​ແລະ
​ມີ​ຊື່​ສຽງຂອງປະຊາ​ຄົມລາ​ວ-
ອາ​ເມ​ຣິກັນ ໃນຂົງ​ເຂດ​ນະຄອນ
​ຫລວງວໍ​ຊິງ​ຕັນ ດີ.ຊີ. ​ແຂກຜູ້
ຊົງຄຸນນະວຸດທິຄົນນຶ່ງທີ່ໄດ້ມາຮ່ວມໃນຄໍ່າຄືນວັນນີ້ຄື ທ່ານ Harlan Rosacker ອະດີດ
ນັກການທູດອາເມຣິກັນ ທີ່ເຄີຍໄດ້ໄປຢູ່ເມືອງລາວໃນທ້າຍຊຸມປີ 1960. ທ່ານສະແດງ
ຄວາມຮູ້ສຶກກັບ ວີໂອເອ ວ່າ:

ການຮັບ​ປະທານ​ອາຫານ ​ແລະລື້​ນ​ເລິງ​ໄດ້ເລີ້ມ​ແຕ່​ເວລາ 7:30 ຕອນແລງ​ຈົນ​ເຖິງ​ເວລາ
12:00 ທ່ຽງຄືນ​ ບັນດາ​ແຂກ​ຜູ້​ມີ​ກຽດທີ່​ເຂົ້າ​ຮ່ວມຕ່າງ​ກໍ​ໄດ້​ມາ​ພົບ​ພໍ້ກັນ ໄດ້ຮັບຄວາມ
​ມ່ວນຊື່ນ​ເປັນ​ພິ​ເສດ ​ແລະ​ກໍ​ໄດ້​ສີ້​ນສຸດ​ລົງ​ຢ່າງເປັນລະບຽບຮຽບຮ້ອຍ​ດີ​ທຸກປະການ.

XS
SM
MD
LG